ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 24, 2010 | ມີ 3 ຄຳເຫັນ ແລະ 0 trackback(s)

ຄຳສັ້ນໆ ຄຳໜື່ງ ທີ່ຄິດເຖິງຂື້ນມາເສີຍໆ ເມື່ອກີ້ວ່າ

ຄຳນີ້ຖ້ານຳມັນໄປຕໍ່ທ້າຍ ຫຍັງຕໍ່ຫຍັງໃນຊີວິດລະກໍ່ ມັນທຸກເຫັນໆ

ໂທລະສັບ ... ບໍ່ມີ

ເງິນ ... ບໍ່ມີ

ລົດ ... ບໍ່ມີ

ຄວາມສຸກ ... ບໍ່ມີ

ແຕ່ຖ້າມັນມານຳໜ້າ ອີກຫຼາຍຄຳທີ່ບໍ່ຄ່ອຍຈະດີ ມັກກໍ່ຈະກາຍເປັນຄຳດີໆ ເປັນສຸກຂື້ນມາສະນັ້ນ

ບໍ່ມີ ... ປ່ວຍ

ບໍ່ມີ ... ເຈັບ

ບໍ່ມີ ... ທຸກ

ພໍຄິດໄປຫຼາຍກວ່ານັ້ນ ວ່າທີທແທ້ມັນກໍ່ຄືຄວາມຈິງ ທີ່ທຸກສີ່ງທຸກຢ່າງລ້ວນແລ້ວແຕ່ຈະ ... ບໍ່ມີ

ຄວາມສຸກ ... ບໍ່ມີ

ຄວາມທຸກ ... ບໍ່ມີ

ຄົນຮັກ ... ບໍ່ມີ

ຕົວເຮົາ ... ບໍ່ມີໄປໃນທີ່ສຸດ

ເພາະບໍ່ມີຫຍັງເລີຍ ທີ່ຈະເປັນຂອງເຮົາຢ່າງແທ້ຈິງ ດັ່ງນັ້ນ

ແຕ່ກໍ່ໂຊກດີທີ່ເຮົາຍັງຫາຍ ... ໃຈ

ມື້ນີ້ເຮົາຍັງໂຊກດີທີ່ທີ່ຍັງຫາຍໃຈ ຖ້າໝົດລົມຫາຍໃຈໄປແລ້ວເຮົາກໍ່ຈະບໍ່ມີໂອກາດໄດ້ເຮັດຫຍັງອີກເລີຍ ເພາະສະນັ້ນ ຈົ່ງເຮັດມື້ນີ້ໃຫ້ດີທີ່ສຸດ ກ່ອນທີ່ມັນຈະບໍ່ມີ

 

Delicious Digg Fark Twitter