ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 12, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

          ການໃຊ້ຊີວິດຄູ່ຢູ່ນຳກັນບາງເທື່ອກໍ່ອາດເກີດຄວາມບໍ່ແນ່ໃຈວ່າ

ຄວນຈະເກັບອາດີດບາງຢ່າງໄວ້ເປັນຄວາມລັບສ່ວນຕົວດີຫຼືບໍ່

         ໃນບົດສົນທະນາລະຫວ່າງ ສາມີພັນລະຍາມັກເລີ່ມດ້ວຍ “ເລົ່າເລື່ອງໃນອາດີດໃຫ້ຟັງແດ່“

ເຊີ່ງການເລົ່າເລື່ອງລາວໃນອາດີດມີທັງຂໍ້ດີແລະເສຍ ສາມີອາດມີຄວາມຮູ້ສືກທີ່ດີກັບເຈົ້າທີ່ໄດ້ຮູ້ຈັກ

ເຈົ້າຫຼາຍຂື້ນ ຫຼືອາດຕ້ອງຜິດກັນ ເພາະເກີດການຫຶງຫວງ

          ເມື່ອການເປີດເຜີຍອາດີດຂອງກັນແລະກັນແລ້ວເກີດບັນຫາຂື້ນມາ ຈື່ງມີຄຳຖາມວ່າ ຈຳເປັນບໍ່

ທີ່ຈະຕ້ອງເລົ່າເລື່ອງໃນອາດີດທັງໝົດໃຫ້ອີກຝ່າຍໜື່ງຮັບຮູ້ ຄຳຕອບກໍ່ຄື ຄວນເລົ່າເລື່ອງໃນອາດີດ

ຂອງກັນແລະກັນແດ່ ເພາະຄວາມຈິງໃຈເປັນສີ່ງສຳຄັນສຳຫຼັບຊີວິດຄູ່ ແຕ່ຖ້າເປັນເລື່ອງບໍ່ດີ

ໃນອາດີດທີ່ເຈົ້າເຫັນວ່າເມື່ອເລົ່າແລ້ວ ຈະເຮັດໃຫ້ເກີດຄວາມຮູ້ສືກໃນແງ່ລົບຫຼາຍກວ່າ

ເຈົ້າກໍ່ຄວນເກັບບາງສ່ວນຂອງອາດີດໄວ້ກັບຕົວເອງ ທັ້ງນີ້ ຂື້ນຢູ່ກັບເງື່ອນໄຂຕ່າງໆເຊັ່ນ

ເລື່ອງທີ່ເວົ້າເປີດເຜີຍເປັນເລື່ອງສຳຄັນທີ່ອີກຝ່າຍຄວນຮັບຮູ້ ເພື່ອບໍ່ໃຫ້ເກີດການ ເຂົ້າໃຈຜິດໃນພາຍຫຼັງ

ສ່ວນບາງເລື່ອງເຈົ້າຄວນເກັບປາກມິດອາດຈະດີກວ່າ ເພາະຖ້າເວົ້າແລ້ວອາດຕ້ອງຜິດຖຽງກັນ

ຜູ້ຍິງຄວນຮຽນຮູ້ວ່າເລື່ອງຫຍັງຄວນເປີດເຜີຍ ແລະເລື່ອງຫຍັງຄວນຊຸກເຊື່ອງໃສ່ລີ້ນຊັກໃສ່ກະແຈໄວ້

         ຄວາມສຳພັນໃນອາດີດ

          ຄູ່ສາມີພັນລະຍາເມື່ອຢູ່ນຳກັນ ກໍ່ຈະມີການຖາມເຖິງປະສົບການຮັກຂອງອີກຝ່າຍໜື່ງ

ເຊີ່ງເຂົາມີສິດທີ່ຈະຮັບຮູ້ ແລະອາດເປັນໄປໄດ້ວ່າເຄີຍມີຜູ້ຍິງຫຼອກລວງເຂົາມາກ່ອນ

ເຈົ້າຄວນເຂົ້າໃຈຄວາມຮູ້ສືກຫືງຫວງຂອງເຂົາ ດັ່ງນັ້ນ

ເຈົ້າຈື່ງຄວນເລົ່າປະສົບການທີ່ສຳຄັນໃຫ້ເຂົາຮັບຮູ້ທັງສີ່ງດີແລະບໍ່ດີ

ແຕ່ໃນເລື່ອງກ່ຽວກັບຄຸນນະພາບຄວາມຮັກຂອງອາດີດແຟນເກົ່າ ບໍ່ຈຳເປັນຕ້ອງເລົ່າໃຫ້ເຂົາຟັງ

ແຕ່ກໍ່ບໍ່ຄວນຕົວະດ້ວຍການສ້າງເລື່ອງຂື້ນມາ ເພາະເຂົາຈະຄຽດເມື່ອໄດ້ຮັບຮູ້ຄວາມຈິງໃນພາຍຫຼັງ

         ປະສົບການໃນອາດີດ

         ຖ້າເປັນປະສົບການນ້ອຍໆ ໃນອາດີດ ເຊັ່ນ ໄປທ່ຽວກັບໝູ່ເພື່ອນຊາຍ .. ເຈົ້າສາມາດເລົ່າໄດ້

ຖ້າເຈົ້າຮູ້ຈັກນິໄສສາມີຂຮອງເຈົ້າວ່າເປັນຄົນທີ່ບໍ່ຂີ້ຫຶງ ຫຼືບໍ່ມີນິໄສຄິດຫຼາຍ ແຕ່ຖ້າເຈົ້າຄິດວ່າ

ມັນຈະກໍ່ໃຫ້ເກີດຄວາມຮູ້ສືກທີ່ບໍ່ດີກໍ່ບໍ່ຈຳເປັນຕ້ອງເລົ່າໃຫ້ເຂົາຮັບຮູ້

        ຖານະທາງການເງິນ

         ເມື່ອຄົນສອງຄົນຕັດສິນໃຈທີ່ຈະຢູ່ຮ່ວມຕຽງຄຽງໝອນນຳກັນ ເລື່ອງກ່ຽວກັບການເງິນ

ກໍ່ຄວນທີ່ຈະຕ້ອງເວົ້າກັນຢ່າງເປີດເຜີຍ ວ່າໃຜມີລາຍໄດ້ເທົ່າໃດ ມີໜີ້ສິນຫຼືບໍ່

ຫຼືຕ້ອງສົ່ງເສຍຄ່າເບີ່ງແຍງໃຫ້ອາດີດພັນລະຍາຫຼືລູກ ສີ່ງເຫຼົ່ານີ້ເປັນເລື່ອງສຳຄັນ

ທີ່ທັງຄູ່ຄວນຮູ້ຖານະທາງການເງິນຂອງກັນແລະກັນ ແຕ່ຖ້າເຈົ້າເຄີຍມີໜີ້ທີ່ນຳໄປໃຊ້ໃນການ

ທ່ຽວ ແລະເຈົ້າໄຊ້ໜີ້ນັ້ນໄປໝົດແລ້ວ ເຈົ້າກໍ່ຄວນເກັບໄວ້ເປັນຄວາມລັບຂອງຕົນເອງ

          ເລື່ອງຂອງຄອບຄົວ

          ທຸກຄອບຄົວອາດມີເລື່ອງທີ່ບໍ່ຄວນເປີດເຜີຍໃຫ້ຄົນອື່ນຮັບຮູ້ ເຊັ່ນ ຊູ້ຮັກຂອງພໍ່

ຫຼືອ້າຍເປັນໂຈນ ເຫຼົ່ານີ້ເປັນຕົ້ນ ຖ້າເລົ່າໃຫ້ຄູ່ຊີວິດຟັງ ກໍ່ຄືກັບໃຫ້ຄວາມໄວ້ວາງໃຈ

ແລະເຈົ້າອາດຮູ້ສືກໂລ່ງໃຈ ແຕ່ນັ້ນກໍ່ຕາມ ມັນກໍ່ບໍ່ແມ່ນສີ່ງຜິດຖ້າເຈົ້າຈະເກັບເລື່ອງ

ດັ່ງກ່າວໄວ້ເປັນຄວາມລັບສ່ວນຕົວ ແລະລືມມັນກັບປະສົບການທີ່ຊົ່ວຮ້າຍ ຫຼືຄວາມຜິດ

ທີ່ເຮັດໄວ້ໃນບາງເທື່ອຕ້ອງໃຊ້ເວລາເປັນປີ ຈື່ງກ້າເລົ່າໃຫ້ຄູ່ຊີວິດຂອງເຈົ້າຮັບຮູ້

          ດັ່ງນັ້ນ ເຈົ້າຈື່ງບໍ່ຄວນກົດດັນຕົນເອງ ຫຼືຄູ່ຊີວິດຂອງເຈົ້າໃຫ້ເລົ່າທຸກຢ່າງ ເພາະຄົນເຮົາ

ບໍ່ຈຳເປັນຕ້ອງເລົ່າເລື່ອງຂອງຕົວເອງທຸກເລື່ອງ ເມື່ອຊີວິດຄູ່ຫາເລີ່ມຕົ້ນ ເພາະຕ່າງຝ່າຍຍັງຕ້ອງ

ສືກສານິໄສໃຈຄໍຂອງກັນແລະກັນ ເມື່ອເຈົ້າຮຽນຮູ້ນິໄສສາມີເຈົ້າແລ້ວ ເຈົ້າກໍ່ຕ້ອງໄຕ່ຕອງເອງວ່າ

ເລື່ອງໃດຄວນເລົ່າໃຫ້ສາມີຮັບຮູ້ ຫຼືເລື່ອງໃດຄວນເກັບໄວ້ເປັນຄວາມລັບສ່ວນຕົວ ເພື່ອຊີວິດຄູ່

ຂອງເຈົ້າຈະໄດ້ລາບລື່ນຕະຫຼອດໄປ

Delicious Digg Fark Twitter