ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 18, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ໃນຊ່ວງເວລາແຫ່ງຮັກ ທຸກໆວິນາທີຂອງຊີວິດຂອງເດັກໜຸ່ມແລະເດັກສາວຄູ່ນີ້ລ້ວນເປັນຄວາມຫວານຊື່ນແລະສຸກລົ້ນ

ຕໍ່ມາ ເດັກສາວຄ່ອຍໆ ເຫີນຫ່າງເດັກໜຸ່ມ ເດັກສາວແຕ່ງງານແລ້ວ ແລະຍັງບໍ່ໄດ້ໄປຝຣັ່ງ ສະຖານທີ່ທີ່ລາວຝັນເຖິງເລື້ອຍໆ

ຕອນທີ່ເດັກສາວແລະເດັກໜຸ່ມຈະແຍກຈາກກັນ ເດັກສາວບອກກັບເດັກໜຸ່ມວ່າ

“ພວກເຮົາຕ້ອງປະເຊີນກັບຄວາມຈິງ ຂ້ອຍຈຳເປັນຕ້ອງຍືດໂອກາດທັງໝົດເອົາໄວ້ໃຫ້ໝັ້ນ ເຈົ້າທຸກຍາກເກີນໄປ

ຂ້ອຍຄິດບໍ່ອອກເລີຍວ່າວັນເວລາຫຼັງຈາກເຮົາແຕ່ງງານກັນແລ້ວຈະຢູ່ນຳກັນແນວໃດ...“

ຫຼັງຈາກເດັກສາວໄປຝຣັ່ງເສດແລ້ວ ເດັກໜຸ່ມທີ່ເປັນລູກຈ້າງຊົ່ວຄາວ ຂາຍເຄື່ອງແຄມທາງ...

ວຽກທຸກຢ່າງເຂົາລ້ວນເຮັດດ້ວຍຄວາມດຸໜັ່ນຂັນແຂງ ຫຼາຍປີຜ່ານໄປ ໃນທີ່ສຸດເຂົາມີບໍລິສັດຂອງຕົນເອງ

ເຂົາມີເງິນ ແຕ່ວ່າໃນໃຈຂອງເຂົາຍັງບໍ່ເຄີຍລືມເດັກສາວເລີຍ

ມີມື້ໜື່ງຝົນກຳລັງຕົກ ເດັກໜຸ່ມເບີ່ງອອກຈາກລົດເບັ້ນສີດຳຂອງເຂົາ ເຫັນຄົນແກ່ຄູ່ໜື່ງກຳລັງຍ່າງຢູ່ຢ່າງຊ້າໆ

ເຂົາຈື່ໄດ້ວ່ານີ້ຄືພໍ່ແມ່ຂອງເດັກສາວ ດັ່ງນັ້ນເຂົາຕັດສິນໃຈວ່າຈະພົບໜ້າກັບພວກເຂົາ ຖາມໄຖ່ເຖິງສະພາບຂອງເດັກສາວ

ແນ່ນແນ ສີ່ງສຳຄັນທີ່ສຸດກໍ່ເພື່ອໃຫ້ພວກເຂົາໄດ້ເຫັນວ່າຕົນບໍ່ພຽງແຕ່ມີລົດເທົ່ານັ້ນ ຍັງມີບໍລິສັດແລະບ້ານພັກຫຼູຫຼາ

ໃຫ້ພວກເຂົາຮັບຮູ້ວ່າເຂົາບໍ່ແມ່ນຜູ້ຊາຍກະຈອກ ເຂົາເປັນເຈົ້າຂອງທຸລະກິດໜຸ່ມ

ເຂົາຈະເຮັດໃຫ້ເດັກສາວຕ້ອງຮູ້ສືກເສຍໃຈຕໍ່ການຕັດສິນໃຈໃນຕອນນັ້ນ ເຂົາຂັບລົດນຳພວກເຂົາໄປຢ່າງຊ້າໆ

ມາເຖິງຈຸດໝາຍແລ້ວ ເດັກໜຸ່ມຕະລືງໄປ ນີ້ຄືສຸສານແຫ່ງໜື່ງ

ເຂົາເບີ່ງເຫັນຮູບພາບທີ່ປ້າຍຫຼຸມຝັງສົບຂອງເດັກສາວກຳລັງຍິ້ມຫວານໃຫ້ເຂົາ ພໍ່ແມ່ຂອງເດັກສາວບອກກັບເດັກໜຸ່ມວ່າ

ເດັກສາວປ່ວຍເປັນມະເຮັງ ລາວໄປສະຫວັນແລ້ວ ລາວຫວັງວ່າເຂົາຈະມີຄອບຄົວທີ່ອົບອຸ່ນ ເພາະສະນັ້ນລາວຈື່ງເວົ້າແນວນັ້ນ

ລາວໝັ້ນໃຈວ່າເຂົາຈະຕ້ອງປະສົບຄວາມສຳເລັດຢ່າງແນ່ນອນ ເດັກໜຸ່ມຄູ້ເຂົ່າລົງ ຄູ້ເຂົ່າຕໍ່ໜ້າຫຼຸມຝັງສົບຂອງເດັກສາວ

ນ້ຳຕາອາບແກ້ມ ເດັກໜຸ່ມຫວນຄິດເຖິງຮອຍຍີ້ມທີ່ໃບໜ້າທີ່ບໍລິສຸດຂອງເດັກສາວ

ໃນໃຈຂອງເດັກໜຸ່ມຄ້າຍຄືດັ່ງມີເລືອດໄຫຼລົງເທື່ອລະຢົດລະຢົດ

ຂະນະທີ່ຄົນຊະລາແກ່ໆ ຄູ່ນີ້ຍ່າງອອກຈາກສຸສານ ເຫັນເດັກໜຸ່ມຢືນຢູ່ບໍ່ໄກຫຼາຍ ປະຕູລົດເບັ້ນລໍຖ້າຮັບຄົນຊະລາຢູ່

ໄດ້ຍິນສຽງເພງດັງຈາກໃນລົດ “ໃຈຂອງຂ້ອຍ ບໍ່ຄິດເສຍໃຈ ແນວໃດແນວໃດກໍ່ເພື່ອເຈົ້າ.....“

       ຄວາມຮັກບໍ່ໄດ້ຫວານສະເໝີໄປ ບາງເທື່ອ ຮັກກໍ່ເຮັດໃຫ້ຄົນຕ້ອງປວດໃຈ ເຖິງແມ້ວ່າຈະເຈັບປວດ

ແຕ່ນັ້ນກໍ່ເປັນຄວາມສຸກຢ່າງໜື່ງ

Delicious Digg Fark Twitter