ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 23, 2011 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

          ບໍ່ວ່າເຈົ້າຈະເປັນໃຜ ຢູ່ບ່ອນໃດ ການໄດ້ເປັນທີ່ຮັກ ທີ່ມັກຂອງຄົນຮອບຕົວນັ້ນ

ກໍ່ນັບເປັນສີ່ງປະເສີດທີ່ທຸກຄົນປາຖະໜາ

          ແຕ່ຕ້ອງຄຳນືງເຖິງຄວາມຖືກຕ້ອງດີງາມເປັນພື້ນຖານນຳ ບໍ່ແມ່ນເຮັດທຸກວິທີທາງເພື່ອໃຫ້ຄົນອື່ນພໍໃຈຮັກ

ທັງ 10 ຂໍ້ທີ່ຈະນຳສະເໜີຕໍ່ໄປນີ້ ເປັນສູດປຸງສະເນ່ ເຊີ່ງເຮັດໄດ້ບໍ່ຍາກ ແຕ່ທ້າທາຍໃຫ້ທຸກຄົນໃສ່ໃຈແລະທົດລອງປະຕິບັດ

ທີ່ເຫັນວ່າເປັນເລື່ອງງ່າຍໆ ແຕ່ເຖິງເວບາ ຖ້າສຳຫຼວດເຂົ້າແທ້ໆ ບາງຄົນກໍ່ຂາດໄປຫຼາຍຂໍ້ຄືກັນ

ເພາະສ່ວນໃຫ່ຍເປັນເລື່ອງເສັ້ນຜົມບັງພູເຂົາ ງ່າຍຈົນເຮົາລະເລີຍ ລືມໃຫ້ຄວາມສຳຄັນ ລືມປະຕິບັດກັນໃຫ້ເປັນນິໄສ

         1. ຈື່ຊື່ເຂົາໃຫ້ໄດ້

           ຖ້າຍັງຈື່ຊື່ໃຜຕໍ່ໃຜບໍ່ໄດ້ ຫຼືຈື່ຜິດຈື່ຖືກ ສະແດງວ່າເຈົ້າບໍ່ສົນໃຈໄຍດີຫຼືໃຫ້ຄວາມສຳຄັນໃນຕົວເຮົາຫຼາຍປານໃດ

ເຈົ້າຮູ້ບໍ່ວ່າ ຊື່ຄົນເປັນສີ່ງສຳຄັນສຳຫຼັບຄວາມຮູ້ສືກຂອງຄົນຢ່າງຫຼາຍ ຮີບຈື່ຊື່ເຂົາໃຫ້ໄດ້ ແລະເອີ້ນໃຫ້ຖືກ

         2. ຮູ້ຈັກທັກທາຍ

           ການທັກທາຍໃຜຕໍ່ໃຜກ່ອນ ເປັນຄວາມໜ້າຮັກຢ່າງໜື່ງ ສະທ້ອນໃຫ້ເຫັນຄວາມມີມິດຕະພາບ

ເຮັດໃຫ້ຜູ້ຖືກທັກທາຍຮູ້ສືກດີວ່າໄດ້ຮັບຄວາມໃສ່ໃຈ ມີຄົນໃຫ້ຄວາມສຳຄັນ ເຮົາຈະຈື່ຊື່ຄົນໃຫ້ໄດ້ໄປເຮັດຫຍັງ

ຖ້າຈື່ໄດ້ແລ້ວບໍ່ຮູ້ຈັກທັກທາຍກັນ?

        3. ວາງຕົວສະບາຍໆ ໄດ້ຫຼືບໍ່

         ຈົ່ງເປັນຄົນທີ່ວາງຕົວສະບາຍໆ ສະເໝີ ເພື່ອຜູ້ອື່ນຈະໄດ້ບໍ່ຮູ້ສືກຄຽດເມື່ອຢູ່ໃກ້ໆ ເຈົ້າຈົ່ງເປັນກັນເອງ

ຢ່າຖືເນື້ອຖືຕົວ ຢ່າເຈົ້າຍົດເຈົ້າຢ່າງ ເພາະມັນຈະໜ້າລຳຄານ ໜ້າຊັງໜ້າຢ້ານ ຫຼາຍກວ່າໜ້າເຂົ້າໃຈ

        4. ມີນິໄສງ່າຍໆ

          ນິໄສງ່າຍໆ ເປັນຄົນລະເລື່ອງກັບມັກງ່າຍ ຖ້າເຈົ້າເປັນຄົນງ່າຍໆ ມີຄວາມຜ່ອນສັ້ນຜ່ອນຍາວສູງ

ແລະຮູ້ຈັກຜ່ອນອາລົມຂອງເຈົ້າກໍ່ມັກຈະຄົງທີ່ໄວ້ໃຈໄດ້ ຄາດເດົາໄດ້ ບໍ່ແປປວນຈົນຍາກແກ່ການຄວບຄຸມຫຼືໄວ້ໃຈ

ຄົນງ່າຍໆ ມັກຍອມຮັບແລະເຂົ້າໃຈໄດ້ ເຖິງວ່າກັບຄົນທີ່ໜ້າລຳຄານທີ່ສຸດ ໃຜໆ ກໍ່ຢາກຢູ່ໃກ້ກັບຄົນທີ່ອາລົມຄົງທີ່

ແລະຖືສາໃຜຕໍ່ໃຜໜ້ອຍລົງ ເພາະວ່າບາງເທື່ອ ເຮົາກໍ່ບໍ່ຮູ້ດ໋ອກວ່າຕົວເຮົາເອງມີຫຍັງທີ່ໜ້າລຳຄານແດ່ ງ່າຍໆ

ວາງໃຈ ບໍ່ຖືສາກັນນີ້ລະ ດີທີ່ສຸດ

        5. ຢ່າອວດຕົວເອງ

          ຈົ່ງລະວັງ ຢ່າສະແດງວ່າເຈົ້າຮູ້ຫຍັງຕໍ່ຫຍັງ ໄປໝົດທຸກເລື່ອງ

ບໍ່ມີໃຜຢາກຈະມັກກັບຄົນທີ່ສະຫຼາດໄປໝົດທຸກເລື່ອງດ໋ອກ ບາງເລື່ອງເຂົາກໍ່ຢາກສະຫຼາດແດ່ຄືກັນ

ດັ່ງນັ້ນຈົ່ງວາງຕົວຕາມທຳມະຊາດ (ຄືມີທັງເລື່ອງທີ່ຮູ້ແລະບໍ່ຮູ້) ຖ່ອມຕົນ ແລະສຸພາບຕາມກາລະເທສະຈະດີກວ່າ

         6. ຈົ່ງມີນິໄສລ່າເລີງ

          ເພື່ອຄົນທັງຫຼາຍຈະໄດ້ມັກຢູ່ໃກ້ ແລະ “ຕິດ“ ໃນຄວາມລ່າເລີງທີ່ເຈົ້າມີ ແລ້ວເຈົ້າຈະໄດ້ຮັບຄວາມຮູ້ສືກດີໆ

ໄດ້ຮຽນຮູ້ໃນສີ່ງດີໆ ຈາກຄົນເຫຼົ່ານີ້ ເມື່ອຄົບຫາສະມາຄົມນຳ

         7. ຈົ່ງພະຍາຍາມແກ້ໄຂຄວາມເຂົ້າໃຈຜິດ

           ເຈົ້າອາດເຄີຍເບີ່ງໃຜໃນແງ່ຮ້າຍໆ ໄປແດ່ ເຈົ້າອາດເຄີຍຖືສາການກະທຳຄັ້ງນັ້ນຄັ້ງນີ້ຂອງເຂົາ ຖ້າເຈົ້າມີເວລາ

ຈົ່ງພະຍາຍາມແກ້ໄຂຄວາມເຂົ້າໃຈຜິດຫຼືຄວາມຖືສາທີ່ເຄີຍມີ ລວມທັງທີ່ກຳລັງມີຢູ່ໃຫ້ໝົດໄປ

ມິດຕະພາບບໍ່ອາດກໍ່ເກີດຫຼືງອກງາມໄດ້ ທ່າມກາງຄວາມລະແວງແຄງໃຈ ຈົ່ງກຳຈັດຄວາມຂ້ອງໝອງໃຈ ຄວາມບໍ່ມັກໃຈ

ແລະຄວາມເຈັບໃຈໃຫ້ໝົດ ແລ້ວເຈົ້າຈະເປັນຄົນໜ້າຮັກທີ່ບໍ່ມີໃຜຜູກໃຈເຈັບ

         8. ຖິ້ມມັນໄປ...ນິໄສບໍ່ດີ

           ບາງເທື່ອເຮົາກໍ່ບໍ່ຮູ້ດ໋ອກວ່າ ເຮົາມີນິໄສຫຍັງທີ່ເປັນຂໍ້ບົກພ່ອງຢູ່ໃນຕົວແດ່ ການງ່ຽງຫູຟັງຈາກຄົນຮອບຂ້າງ ຈະຊ່ວຍໃຫ້ເຮົາຮູ້

ເມື່ອເຮົາຮູ້ແລ້ວ ເຮົາມີໜ້າທີ່ຕ້ອງກຳຈັດນິໄສທີ່ເຮັດໃຫ້ຄົນອື່ນຕັ້ງເປັນຂໍ້ລັງກຽດອອກໄປ ເຖິງວ່ານິໄສບາງຢ່າງນັ້ນ

ອາດມີຢູ່ຫຼືເຮັດໄປໂດຍທີ່ເຮົາບໍ່ໄດ້ຮູ້ຕົວມາຕະຫຼອດກໍ່ຕາມ

         9. ຈົ່ງຮຽນມັກຄົນອື່ນແດ່

          ໜ້າປະຫຼາດ... ຄົນບາງຄົນຊັງໃຜຕໍ່ໃຜໄດ້ໄວຫຼາຍ ລອງຮຽນມັກຄົນອື່ນຈົນກາຍເປັນນິໄສດີບໍ່

ມັກທີ່ເຂົາເປັນແນວນັ້ນ ມັກທີ່ເຂົາຄິດແນວນີ້ ມັກໃນສີ່ງທີ່ເຂົາເວົ້າຈາ ... ຈົ່ງທ່ອງຄາຖາປະຈຳໃຈເອົາໄວ້ໃຫ້ຕະຫຼອດວ່າ

“ຂ້າພະເຈົ້າບໍ່ເຄີຍພົບກັບບຸກຄົນທີ່ຂ້າພະເຈົາບໍ່ຮູ້ສືກມັກເລີຍ“

         10. ຊົມເຊີຍໃຫ້ເປັນ

          ຢ່າລະຖິ້ມໂອກາດທີ່ຈະກ່າວຄຳຊົມເຊີຍ ເມື່ອໃຜຄົນໃດຄົນໜື່ງໃກ້ໆ ຕົວເຈົ້າ ໄດ້ເຮັດໃນສີ່ງທີ່ດີ

ເປັນແບບຢ່າງຕໍ່ຜູ້ອືນ ຫຼືເຮັດຫຍັງໄດ້ສຳເລັດຈັກຢ່າງໜື່ງ ໃນເວລາດຽວກັນ ກໍ່ຕ້ອງຮູ້ຈັກສະແດງຄວາມເຂົ້າໃຈ

ຄວາມເຫັນອົກເຫັນໃຈ ໃນຄວາມທຸກຮ້ອນແລະຄວາມຜິດຫວັງຂອງພວກເຂົານຳ ເວົ້າງ່າຍໆ ໄດ້ວ່າ ຮຽນເປັນຄົນມີຫົວໃຈແດ່!!

Delicious Digg Fark Twitter