ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 28, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ເລື່ອງຜົວໆ ເມຍໆ ຍອດຮິດ ຄືຊິໜີບໍ່ພົ້ນເລື່ອງຜິດຖຽງກັນ ເຊົ້າ-ແລງ ຈົນເຖິງຂັ້ນລົງໄມ້ລົງມື

ຄົນບູຮານເລີຍປຽບທຽບຄູ່ ຜົວເມຍ ຄື “ລີ້ນກັບແຂ້ວ“

ຄວາມໃກ້ຊິດຜູກພັນມີທັງຂໍ້ດີ ຄື ເຮັດໃຫ້ເຂົ້າໃຈອຸປະນິໄສຂອງແຕ່ລະຝ່າຍ ຊ່ວຍເຫຼືອເກື້ອກູນອຸປະຖຳຄ້ຳຈູນ

ແຕ່ກໍ່ມີຂໍ້ເສຍ ຄື ເຮັດໃຫ້ລະເລີຍການຖະໜອມນ້ຳໃຈຂອງອີກຝ່າຍໜື່ງ

ເມື່ອມີເຫດໃຫ້ຕ້ອງຜິດຖຽງກັນ ລອງວິທີນີ້ອາດໄດ້ຜົນ

ຕ້ອງມີຝ່າຍໜື່ງຝ່າຍໃດບໍ່ຜິດນຳ ຫຼືເວົ້າງ່າຍໆ ມີສະຕິຕັ້ງໜັ້ນຕັ້ງໃຫ້ແຂງແຮງ

ຢ່າໃຫ້ອາລົມໂມໂຫປະທຸອອກໄປໄດ້ ຕ້ອງນີ້ງ ອົດທົນຕໍ່ຄຳສຽດສີຕໍ່ວ່າ

ໃຊ້ປັນຍາວິເຄາະແຈກແຈງວ່າອີກຝ່າຍໂມໂຫດ້ວຍເຫດຜົນໃດ ເພາະຫຼາຍເທື່ອທີ່ໂມໂຫກໍ່ມາຈາກເຫດ

“ເລື່ອງບໍ່ເປັນເລື່ອງ“ ຄື ເລື່ອງນ້ອຍໆ ຫຼື “ຕີຄວາມຜິດ“ ຫຼື “ເຂົ້າໃຈຜິດ“

ການຄົ້ນຫາສາເຫດຈະເຮັດໃຫ້ເຮົາເອົາໃຈເຂົາມາໃສ່ໃຈເຮົາ ແລະພະຍາຍາມເຮັດຄວາມເຂົ້າໃຈກັບຄວາມບໍ່ພໍໃຈຕ່າງໆ

ທີ່ເກີດຂື້ນວ່າ ຄວນເອົາມາເປັນ “ເລື່ອງ“ ຫຼືບໍ່

ປະເມີນສະຖານະການວ່າ ຈະໂອ້ລົມຫາລືກັນໄດ້ຫຼືບໍ່ ຖ້າໄດ້ກໍ່ເອີ່ຍຂໍເລີຍວ່າ ຂໍເວລາຈັກ 2-3 ນາທີ

ໃຫ້ຂໍ້ມູນຂໍ້ເທັດຈິງເພື່ອເຮັດຄວາມເຂົ້າໃຈ ແລະຂໍໃຫ້ຟັງໃຫ້ຈົບກ່ອນທີ່ອີກຝ່າຍຈະເວົ້າຫຍັງ

ທີ່ສຳຄັນຫຼີກລ່ຽງການຕໍ່ວ່າໃຫ້ຮ້າຍອີກຝ່າຍໜື່ງ

ປ່ຽນວິທີການຫາລືໃຫ່ມ ຖ້າພິຈາລະນາສະຖານະການແລ້ວພົບວ່າ ອາລົມບໍ່ເອື້ອອຳນວຍ ເວົ້າແນວໃດກໍ່ບໍ່ໄດ້ຜົນ

ອາດກາຍເປັນການ “ຕໍ່ຄວາມຍາວ“ ໃຫ້ປ່ຽນເປັນ “ຂຽນໃຫ້ອ່ານ“ ແທນ “ຄຳເວົ້າຈາ“

ເພາະການຂຽນຈະເຮັດໃຫ້ອະທິບາຍໄດ້ຄົບຖ້ວນ ບໍ່ນອກປະເດັນ

ແລະການອ່ານຈະເຮັດໃຫ້ຜູ້ອ່ານມີສະຕິໄຕ່ຕອງຮອບຄອບຫຼາຍຂື້ນ

ສະຫງົບສະຕິອາລົມເພື່ອຈະໄດ້ມີເວລາຄິດ ເມື່ອອີກຝ່າຍໄດ້ອ່ານແລ້ວ

ຖິ້ມຊ່ວງເວລາຈັກມື້ເຄີ່ງມື້ເພື່ອໃຫ້ອີກຝ່າຍໄດ້ມີເວລາທົບທວນຄິດແລະອາລົມໂມໂຫເບົາບາງລົງ

ເມື່ອເບີ່ງທ່າທີອອ່ນລົງແລ້ວຈື່ງຂໍເວົ້າດ້ວຍຈິດໄມຕີ ຫຼີກລ່ຽງການຕໍ່ວ່າອີກຝ່າຍໜື່ງ ເນັ້ນຄຳ “ຂໍໂທດ“

ຖ້າຫາກເຮັດໃຫ້ເຂົ້າໃຈຜິດ ໃຊ້ຄວາມອ່ອນນ້ອມໂອບຄວາມແຂງ ໃຊ້ເມດຕານຳທາງຜ່າຄື້ນມໍລະສຸມ

ປິດທ້າຍດ້ວຍການເຊີນຊວນເຮັດກິດຈະກຳສ້າງສຳພັນ ອາດຈະໄປກິນເຂົ້ານອກເຮືອນ ຊອບປີ໋ງ

ທ່ອງທ່ຽວ ໄປເຮັດບຸນ ເປັນຕົ້ນ ເພື່ອປ່ຽນແປງບັນຍາກາດແລະສ້າງຄວາມໃກ້ຊິດ ຫຼືແມ້ແຕ່ “ກິດຈະກຳພິເສດ“

ຕາມພາສາຄູ່ຜົວເມຍກໍ່ແຮງດີ ເພາະຖືເປັນການຕໍ່ “ຈິດປະສານກາຍສຳພັນ“ ໂດຍກົງຕາມຄຳບູຮານ

 

Delicious Digg Fark Twitter