ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 17, 2011 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

        ທຸກສີ່ງໃນໂລກນີ້ບໍ່ມີຫຍັງແນ່ນອນ ເຖິງບໍ່ໄດ້ຈາກກັນດ້ວຍເຫດຜົນແຕ່ສຸດທ້າຍຄົນເຮົາອາດຕ້ອງຈາກກັນດ້ວຍການເວລາຢູ່ດີ

ການເລີກລາກັນເປັນສີ່ງທີ່ຄູ່ຮັກທຸກຄູ່ອາດບໍ່ຢາກພົບເຈີະ ການຈາກກັນມີທັງແບບຈາກກັນດ້ວຍດີ ຈາກກັນແບບເຈັບປວດ

ຈາກກັນດ້ວຍສາເຫດຮ້ອຍແປດພັນປະການ ແລ້ວເຫດຜົນທີ່ຄົນບອກເລີກກັນມີຫຍັງແດ່ນັ້ນ ລວບລວມມາໃຫ້ອ່ານກັນແລ້ວ

ດີເກີນໄປ

      ເຫດຜົນທີ່ຟັງແລ້ວປວດໃຈເມື່ອໄດ້ຍິນ ເຫດຜົນທີ່ເຄີຍວິເຄາະກັນໄປແລ້ວໃນເລື່ອງ “ດີເກີນໄປຫຼືເຮົາເຂົ້າກັນບໍ່ໄດ້“

ພຽງຂໍ້ອ້າງຫຼືເຫດຜົນຈາກໃຈຈິງ

ຝ່າຍຖືກບອກເລີກດ້ວຍເຫດຜົນນີ້ບໍ່ໄດ້ໝາຍຄວາມວ່າເຂົາມັກຄົນຊົ່ວຫຼືຊັງຄົນດີແບບເຈົ້າແຕ່ຢ່າງໃດ  ສາເຫດຄືຄວາມຮັກເຊີ່ງເຂົາມີໃຫ້ເຈົ້າມັນກາຍເປັຂຄຳວ່າ “ເຄີຍມີໃຫ້“ ຫຼືກາຍເປັນອາດີດໄປແລ້ວ ອີກກໍລະນີຄືເຂົາຮູ້ສືກວ່າເຈົ້າດີຫຼືມີຄ່າເກີນກວ່າຈະເສຍເວລາກັບຄົນແບບເຂົາ ເພາະຄວາມຮັກຄືການເສຍສະຫຼະຢາກໃຫ້ຄົນຮັກໄດ້ສີ່ງທີ່ດີທີ່ສຸດສະເໝີ ເນື່ອງຈາກຄວາມຮັກຂອງຝ່າຍຖືກບອກເລີກຢູ່ໃນລະດັບບໍ່ເທົ່າກັນນັ້ນເອງຄືເຫດຜົນທີ່ແທ້ຈິງ ເວລາໃຜໄດ້ຍິນຄຳບອກເລີກຄຳນີ້ຈື່ງຮູ້ສືກໂມໂຫແລະຄິດວ່າເປັນພຽງຂໍ້ອ້າງເທົ່ານັ້ນ

ເຂົ້າກັນບໍ່ໄດ້

       ຕໍ່ເນື່ອງດ້ວຍເລື່ອງຂອງການເຂົ້າກັນບໍ່ໄດ້ ທັງນິໄສໃຈຄໍ ລົດສະນິຍົມ ອາຫານການກິນ ທັດສະນະຄະຕິ

ຄວາມມັກຂອງເຈົ້າທັງສອງຄົນບໍ່ສາມາດໄປດ້ວຍກັນໄດ້ ການເລີກກັນເພາະຄວາມຕ່າງບໍ່ວ່າຕອນໃດ

ອາດດີກວ່າການທົນຢູ່ກັນໄປດ້ວຍຄວາມຮູ້ສືກທຸກໃຈຂອງທັງສອງຝ່າຍ

ໄວເກີນໄປ

         ຄົນບອກເລີກດ້ວຍເຫດຜົນວ່າອີກຝ່າຍໄວເກີນໄປນັ້ນເກີດຈາກຄົນໆນັ້ນເລີ່ມຮັກຕົວເອງເປັນ ແລະເຂົ້າໃຈແລ້ວວ່າຄວາມອົດທົນທີ່ຜ່ານມານັ້ນບໍ່ມີຄ່າຫຍັງເລີຍ ເເລາເຮົາຮັກໃຜຈັກຄົນເຮົາມັກເບີ່ງຂ້າມຂໍ້ເສຍຕ່າງໆຂອງເຂົາ ໃຜມາເວົ້າໃຫ້ຟັງຫຼືຫ້າມແນວໃດກໍ່ບໍ່ມີຜົນຫຍັງທັງສີ້ນ ເອີ້ນວ່າກຳລັງໜ້າມືດຕາມົວດ້ວຍຄວາມຮັກ ເຊີ່ງຄວາມຮັກຈະເຮັດໃຫ້ທົນຕໍ່ທຸກໆສີ່ງທີ່ເຂົາເຮັດກັບເຈົ້າ ຈົນລືມຄວາມຮັກເຊີ່ງເຈົ້າຫາກໍ່ແບ່ງຫຼືວ່າເຫຼືອໄວ້ໃຫ້ກັບຕົວເຈົ້າເອງ ເບີ່ງໃນທາງພຸດທະສາດສະໜາຄືເລື່ອງຂອງການໃຊ້ກຳນັ້ນເອງ ມື້ໃດເມື່ອເຈົ້າໃຊ້ໜີ້ອີກຝ່າຍໝົດ ມື້ນັ້ນຄືມື້ທີ່ເຈົ້າຕາສະຫວ່າງສາມາດຕັດໃຈບອກເລີກອີກຝ່າຍໄດ້ຢ່າງງ່າຍດາຍ

ມືທີ່ສາມ

        ຄວາມຮັກແບບຄູ່ຮັກຄວນປະກອບດ້ວຍຄົນສອງຄົນເທົ່ານັ້ນ ເມື່ອໃດກໍ່ຕາມທີ່ມີຄົນເຂົ້າມາຮ່ວມແຊຮ໌ຄວາມຮັກຂອງເຈົ້າ ນັ້ນຄືຈຸດເລີ່ມຕົ້ນຂອງການແຕກຫັກຂອງຄວາມສຳພັນ ເຖິງຄົນເຄີຍເອີ່ຍປາກວ່າຮັບໄດ້ກັບຄວາມເຈົ້າຊູ້ຫຼືຍອມໃຫ້ແຟນຂອງຕົນມີກິ໋ກໄດ້ ແຕ່ເລິກໆໃນໃຈຫຼືໃນຄວາມເປັນຈິງ ຄົງບໍ່ມີໃຜຮັບໄດ້ຖ້າຕ້ອງປະເຊີນກັບສະຖານະການຈິງ ບາງເທື່ອຄົນມາກ່ອນອາດຕ້ອງຫຼີກທາງໃຫ້ຄົນມາທີຫຼັງເຊີ່ງເຂົ້າມາລະລານຍາດຊິງ

ເພາະຄົນມາທີ່ຫຼັງຢາກຄອບຄອງຄົນຂອງເຈົ້າໄວ້ພຽງຜູ້ດຽວ

ຄົງມີພຽງຍຸກກ່ອນໜ້າຍຸກປະຈຸບັນທີ່ຜູ້ຊາຍສາມາດມີພັນລະຍາໄດ້ຫຼາຍຄົນຢ່າງເປີດເຜີຍ ເຊີ່ງເຮົາຈະບໍ່ຄ່ອຍເຫັນລະບົບຄອບຄົວແບບນີ້ໃນຍຸກປະຈຸບັນປານໃດ

ການມີພັນລະຍາຄົນທຳອິດຍອມໃຫ້ສາມີມີຄົນອື່ນນັ້ນຄົງເປັນເລື່ອງຍາກຈະທຳໃຈໄດ້ ກໍລະນີຍົກເວັ້ນຄືຕ່າງຝ່າຍຕ່າງບໍ່ຮູ້ເຖີງການມີຕົວຕົນຂອງອີກຝ່າຍ ຫຼືຝ່າຍມາທີ່ຫຼັງຍອມຮັບເງື່ນໄຂວ່າຕົນເອງບໍ່ໄດ້ເປັນທີ່ໜື່ງແລະກົ້ມໜ້າຮັບຊະຕາກຳຂອງຕົວເອງ

ຄອບຄົວບໍ່ຍອມຮັບ

        ການຖືກປະຕິເສດຈາກຄອບຄົວຝ່າຍໃດຝ່າຍໜື່ງ ຈົນບໍ່ສາມາດຄົບກັນຕໍ່ຫຼືບໍ່ສາມາດແຕ່ງງານດ້ວຍກັນໄດ້ນັ້ນ ເຖິງວ່າຍຸກສະໄໝປ່ຽນໄປ ຕ້ອງຍອມຮັບວ່າເລື່ອງເຫຼົ່ານີ້ຍັງມີຢູ່ໃນສັງຄົມ ເປັນເລື່ອງຍາກເມື່ອຕ້ອງເລືອກລະຫວ່າງບຸບພະກາລີກັບຄົນຮັກ ຄືຊິບໍ່ມີໃຜຢາກຕົກຢູ່ໃນສະຖານະການນີ້ ບາງຄູ່ຜູ້ໃຫ່ຍເຫັນວ່າໄປບໍ່ລອດແລ້ວຍັງດັນທຸລັງແຕ່ງງານກັນ ສຸດທ້າຍຕ້ອງເລີກລາກັນຕາມການຄາດໝາຍຂອງຜູ້ໃຫ່ຍ ແຕ່ບໍ່ໄດ້ໝາຍຄວາມວ່າທຸກຄູ່ຈະເປັນແນວນັ້ນສະເໝີໄປ ເພາະບາງຄູ່ສາມາດເບີ່ງແຍງກັນ ພິສູດໃຫ້ເຫັນວ່າທັງຄູ່ຮັກກັນແທ້ແລະຢູ່ກັນຕະຫຼອດຮອດຝັ່ງຈົນໄດ້ຮັບການຍອມຮັບ ສາເຫດທີ່ເຮັດໃຫ້ຜູ້ໃຫ່ຍບໍ່ຍອມຮັບອີກຝ່າຍມາຈາກເລື່ອງຂອງຖານະ ການສືກສາ ໜ້າທີ່ການງານ ອາດີດ

ຕ້ອງໄປຮຽນຫຼືເຮັດວຽກຕ່າງປະເທດ

         “ຮັກແທ້ແພ້ໃກ້ຊິດ“ເປັນຄຳປຽບທຽບໄວ້ເຕືອນໃຈຄູ່ຮັກເມື່ອຕ້ອງຫ່າງກັນ ຫຼາຍຄູ່ຮັກຕ້ອງເລີກລາເມື່ອຕ້ອງຫ່າງກັນໄປຕາມໄລຍະທາງ ຝ່າຍໃດຝ່າຍໜື່ງອາດພົບຄົນໃໝ່ເຂົ້າມາເບີ່ງແຍງເມື່ອຮູ້ສືກເຫົງາ ເພາະໄລຍະທາງແລະໄລຍະເວລາມີຜົນຕໍ່ຈິດໃຈຄົນບໍ່ຫຼາຍກໍ່ໜ້ອຍ ທັງນີ້ທັງນັ້ນຂື້ນຢູ່ກັບຄວາມໜັກແໜ້ນໝັ້ນຄົງຂອງທັງສອງຝ່າຍ

ຕາຍຈາກກັນ

         ເລື່ອງຄວາມຕາຍເປັນໄປຕາມວັດທະຈັກຂອງຊີວິດ

ການຈາກທັງເປັນອາດເປັນການຈາກທີ່ເຈັບປວດເພາະຍັງຕ້ອງຮັບຮູ້ເຖິງການມີຊີວິດຫຼືການຄົງຢູ່ຂອງອີກຝ່າຍ

ແຕ່ການຈາກກັນດ້ວຍຄວາມຕາຍຄືສີ່ງທີ່ທຸກຄູ່ຮັກບໍ່ສາມາດຫຼີກໜີໄດ້ ເພາະຊີວິດຄືຄວາມບໍ່ແນ່ນອນ

ບໍ່ມີໃຜຮູ້ວັນຕາຍຂອງຕົນເອງຫຼືຄົນທີ່ເຮົາຮັກ

         ບໍ່ວ່າຈະເປັນການຈາກເປັນຫຼືການຈາກຕາຍ ຄວາມຮູ້ສືກເສຍໃຈນັ້ນຂື້ນຢູ່ກັບ ໃນເວລານັ້ນ

ຄວາມຮັກທີ່ຕ່າງຝ່າຍຕ່າງມີໃຫ້ກັນຢູ່ໃນລະດັບໃດ ຖ້າຮັກຫຼາຍກໍ່ຄົງເສຍໃຈຫຼາຍ ຖ້າໝົດຮັກແລ້ວຄົງບໍ່ຮູ້ສືກເສຍໃຈປານໃດ

ຍັງມີເລື່ອງຂອງຄວາມຜູກພັນແລະປະສົບການຮ່ວມຂອງທັງສອງຝ່າຍ ຄວາມເສຍໃຈຄືອາລົມເຊີ່ງເກີດຂື້ນເມື່ອມີການເລີກລາກັນ

ສີ່ງທີ່ຄວນເຮັດຄືເຮັດທຸກມື້ຂອງເຈົ້າກັບຄົນຮັກໃຫ້ດີທີ່ສຸດ ເຮັດໃຫ້ມີຄວາມໝາຍ ເກັບຊ່ວງເວລາດີໆຂອງຄວາມຮັກຂອງເຈົ້າທັງຄູ່ໃຫ້ຍາວນານ ຖ້າມື້ໃດມີຫຍັງເກີດຂື້ນເລື່ອງດີໆເຫຼົ່ານີ້ຈະຍັງຄົງຢູ່ໃນຄວາມຊົງຈຳຂອງເຈົ້າຕະຫຼອດໄປ

Delicious Digg Fark Twitter