ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 21, 2011 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

1. ເຂົາເລີ່ມວິພາກວິຈານເຈົ້າຕ່າງໆ ນານາ

ຖ້າແມ່ນຫຍັງແມ່ນຫຍັງ ໃນຕົວເຈົ້າ ຫຼືສີ່ງທີ່ເຈົ້າເຮັດ ເຄີຍໜ້າຮັກສະເໝີສຳຫຼັບເຂົາ ແຕ່ມາມື້ນີ້ ບໍ່ວ່າເຈົ້າຈະເຮັດຫຍັງກໍ່ເບີ່ງຈະບໍ່ຖືກໃຈເຂົາເອົາເສຍເລີຍ ນັ້ນເປັນລາງບອກເຫດວ່າ ເຂົາກຳລັງຕີຕົວຈາກເຈົ້າ ເຫດທີ່ຜູ້ຊາຍບໍ່ກ້າບອກຜູ້ຍິງຢ່າງຕົງໄປຕົງມານີ້ເອງ ເຮັດໃຫ້ເຂົາຕ້ອງໃຊ້ວິທີຈົ່ມໃຫ້ເຈົ້າໄປເລື້ອຍໆ ແລະເຈົ້າເອງກໍ່ບໍ່ຮູ້ສືກວ່າເຮັດຫຍັງຜິດໄປ ກໍ່ຂໍໃຫ້ເຂົ້າໃຈວ່າເຂົາອາດຕ້ອງການຍຸດຕິຄວາມສຳພັນກັບເຈົ້າ

2. ເຂົາເລີ່ມເຮັດຕົວເຫີນຫ່າງ

ສຽງໂທລະສັບທີ່ເຄີຍມີມາທຸກຄືນ ຄ່ອຍໆ ຫາຍໄປ ເຖີງວ່າເຈົ້າຈະເປັນຝ່າຍໂທ ໄປລົມນຳ ເຂົາກໍ່ມັກຈະອ້າງວ່າ ຊ່ວງນີ້ ຂ້ອຍບໍ່ຄ່ອຍຫວ້າງ ເວລາຂອງວັນພັກທີ່ເຂົາເຄີຍມີໃຫ້ກັບເຈົ້າ ກໍ່ນ້ອຍລົງໄປ ເຂົາອາດຈະອ້າງວ່າຕ້ອງໃຫ້ເວລາກັບຄອບຄົວຫຼືໝູ່ຂອງເຂົາເປັນທຳມະດາຂອງຜູ້ຊາຍ ທີ່ຕຽມຈະເລີກກັບແຟນ ມັກຈະຫາຂໍ້ອ້າງ ຮ້ອຍແປດປະການສຳຫຼັບພາຕົວເອງອອກຫ່າງຜູ້ຍິງທີ່ເຂົາຄົບດ້ວຍຫຼາຍ ທີ່ສຸດ

3. ເຂົາບໍ່ຍອມວາງແຜນອານາຄົດຮ່ວມກັນ

ເຖິງ ເຈົ້າກັບເຂົາຈະຄົບຫາກັນມາດົນກໍ່ຕາມ ແຕ່ເມື່ອໃດທີ່ເຈົ້າເອີ່ຍປາກເລື່ອງອານາຄົດຫຼືການແຕ່ງງານ ເຂົາມັກຈະອ້າງສະເໝີວ່າ ເຂົາຍັງບໍ່ພ້ອມສຳຫຼັບຊີວິດຄູ່ ຫຼືອາດຈະຫຼີກຄວາມສົນໃຈໄປເລື່ອງອື່ນ ການທີ່ຜູ້ຊາຍບໍ່ສະແດງຄວາມກະຕືລືລົ້ນທີ່ຈະຜູກມັດ ອາດຈະເປັນເພາະວ່າ ເຂົາບໍ່ຄິດຈະຈິງຈັງກັບເຈົ້າ ລອງເປັນແບບນີ້ ຕ້ອງເພື່ອໃຈໄວ້ຫຼາຍໆ

4. ເຂົາເລີ່ມປ່ຽນສະໄຕລ໌ການແຕ່ງຕົວ

ຖ້າເຂົາເລີ່ມແຕ່ງຕົວປະນີດຂື້ນ ຫຼືລົງທືນຊື້ເສື້ອຜ້າໃໝ່ໆ ຢ່າຟ້າວສະຫຼຸບວ່າ ເຂົາປ່ຽນສະໄຕລ໌ເພື່ອເອົາໃຈເຈົ້າ ເປັນໄປໄດ້ຍາກທີ່ເຂົາຄິດຢາກຈະປ່ຽນຜູ້ຍິງຂ້າງກາຍຫຼາຍກ່ວາ

5. ເຂົາບອກເຈົ້າວ່າ ເຈົ້າດີເກີນໄປສຳຫຼັບເຂົາ

ເປັນ ປະໂຫຍກຂໍເລີກທີ່ຜູ້ຊາຍມັກຫຼາຍ ເພາະຟັງແລ້ວອາດເບີ່ງຄືວ່າ ເຂົາບໍ່ດີພໍສຳຫຼັບເຈົ້າ ຫຼືເຈົ້າບໍ່ໄດ້ເປັນຝ່າຍເຮັດຜິດແຕ່ຄວາມໝາຍທີ່ແທ້ຈິງ ກໍ່ຄືເຂົາຕ້ອງການເລີກກັບເຈົ້ານັ້ນເອງ

ຮູ້ສັນຍານເຕືອນໄພກັນລ່ວງໜ້າ ໂລກຈະໄດ້ບໍ່ຖະລົ່ມທະລາຍ ເມື່ອເຂົາຕີຕົວຈາກເຈົ້າໄປແທ້ໆ ໝຸ່ມໆຂອງໃຜມີພືດຕິກຳສ່ຽງດັ່ງກ່າວ ...ຄິດດ່ວນໆ

Delicious Digg Fark Twitter