ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 22, 2011 | ມີ 17 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ເມື່ອຕາປະສານຕາ ເມື່ອຄວາມຮັກຄັ້ງທຳອິດຫຼືຮັກຫຼາຍພົບໄດ້ກໍ່ກຳເນີດຂື້ນໃນໃຈ ເຮັດໃຫ້ສາວໆຢ່າງເຈົ້າພາກັນຄິດໄປເອງຕ່າງໆ ນາໆ ວ່າ ການທີ່ຜູ້ຊາຍຈັບຈ້ອງສາຍຕາເບີ່ງແຕ່ເຈົ້ານັ້ນ ເອີ້ນວ່າ “ເຂົາຕົກຫຼຸມຮັກເຈົ້າ“ ເຂົ້າໃຫ້ແລ້ວ ແລະດ້ວຍເຫດຜົນຂອງການຄິດໄປເອງນີ້ເຮັດໃຫ້ສາວໆ ຫຼາຍຄົນ ຕ້ອງຢູ່ໃນວັງວົນຂອງການຮັກເຂົາຂ້າງດຽວ

    ດັ່ງນັ້ນການເລີ່ມຕົ້ນສັງເກດພືດຕິກຳຊາຍໜຸ່ມທີ່ເຈົ້າຄິດວ່າຮັກ ກໍ່ບໍ່ແມ່ນເລື່ອງເສຍຫາຍ ແຖມຍັງເປັນການແນ່ໃຈອີກວ່າ ສີ່ງທີ່ເຂົາເຮັດນັ້ນເອີ້ນວ່າຮັກເຈົ້າຫຼືບໍ່

ເລີ່ມຕົ້ນຂໍນັດໄປທ່ຽວ

    ການທີ່ຜູ້ຊາຍນັດໄປທ່ຽວ ຢ່າຟ້າວດ່ວນສະຫຼຸບວ່າເຂົາມັກເຈົ້າເຂົ້າຢ່າງຈັງແລ້ວ ແຕ່ການນັດຄັ້ງຕໍ່ໄປຂອງເຂົາຕ່າງຫາກ ທີ່ເປັນຄຳຕອບວ່າ ເຂົາຢາກຮູ້ຈັກແລະໃຊ້ຊີວິດຢູ່ກັບເຈົ້າຫຼາຍຂື້ນ ດັ່ງນັ້ນຖ້າເຈົ້າອອກໄປທ່ຽວກັບເຂົາຄັ້ງທຳອິດ ແລະເຂົາເອີ່ຍປາກນັດເຈົ້າອີກ ຄຳວ່າ “ຮັກ“ ອາດຢູ່ບໍ່ໄກແລ້ວຫຼະ

ລົດຊາດແລະວິທີການຈູບຂອງເຂົາ

     ເມື່ອຕົກລົງປົງໃຈຍອມຮັກຊາຍຈັກຄົນ ການສັງເກດວິທີການຈູບຂອງເຂົາວ່າມີຄວາມໂລແມນຕິກ ທີ່ມາພ້ອມກັບຄຳວ່າເຊັກຊ໌ນຳບໍ່ ຖ້າເຂົາເອົາແຕ່ຈູບເຈົ້າເພື່ອປຸກອາລົມ ໂດຍຫາຄວາມຮັກແລະໂລແມນຕິກບໍ່ມີເລີຍນັ້ນ ເຂົາຄິດກັບເຈົ້າເປັນພຽງຄູ່ນອນແລ້ວຫຼະ

ຄວາມໃສ່ໃຈ

      ຊາຍທີ່ເຈົ້າຄິດວ່າເຂົາຮັກຈະໃສ່ໃຈເຈົ້າຫຼາຍໜ້ອຍຊ່ຳໃດ ໂດຍສະເພາະການທີ່ເຂົາຈື່ລາຍລະອຽດໃນເລື່ອງທີ່ເຈົ້າບອກໄປທຸກເລື່ອງ ຕົວຢ່າງເຊັ່ນບັນຫາໃນການເຮັດວຽກຂອງເຈົ້າມື້ນີ້ ແລ້ວເຂົາຍັງຖາມເຖິງບັນຫາເຫຼົ່ານັ້ນຈາກເຈົ້າໃນອີກມື້ຕໍ່ໄປ

ຄວາມຮູ້ສືກປອດໄພທີ່ເຂົາຢິບຍື່ນໃຫ້ເຈົ້າ

      ແມ່ນຫຍັງຈະສ້າງຄວາມໝັ້ນໃຈໃຫ້ກັບສາວໆ ເທົ່າກັບມາສ້າງຄວາມຮູ້ສືກອົບອຸ່ນແລະປອດໄພເມື່ອຢູ່ໃກ້ໆ ເຂົາ ອີກທັ້ງການທີ່ເຂົາບໍ່ປ່ອຍໃຫ້ເຈົ້າໂດດດ່ຽວ ດ້ວຍການຜິດນັດ ມາຊ້າ ຫຼື ບໍ່ຕິດຕໍ່ຫາເຈົ້າເລີຍຈົນເຈົ້າຕ້ອງໂທເຊັກ ເອີ້ນໄດ້ເລີຍວ່າ ເຂົາເລີ່ມຫ່ວງໃຍແລະສົນໃຈເຈົ້າ

ຄວາມໂລແມນຕິກທີ່ມີໃຫ້ກັບເຈົ້າ

     ລາຍລະອຽດເລັກໆ ນ້ອຍໆ ເຊັ່ນການໂທຫຼືອີເມວມາບອກເຈົ້າ ເຖິງຄວາມປະທັບໃຈໃນການອອກໄປທ່ຽວກັບເຈົ້າແຕ່ລະເທື່ອ ກໍ່ເປັນສີ່ງທີ່ເຈົ້າຄວນຮັບຮູ້ວ່າ ເຂົາຮັກເຈົ້າເຂົ້າແລ້ວ

ເປີດເຜີຍຊີວິດສ່ວນຕົວ ຄອບຄົວ ແລະໝູ່ເພື່ອນ

    ການທີ່ເຂົາຍອມເລົ່າເລື່ອງຊີວິດການເຮັດວຽກ ການໃຊ້ຊີວິດ ພາເຈົ້າໄປແນະນຳໃຫ້ໝູ່ເພື່ອນ ໃນແກ໋ງຂອງເຂົາໃຫ້ຮູ້ຈັກ ແລະສຸດທ້າຍຖ້າເຂົາພາໄປພົບພໍ່ແມ່ຂອງເຂົາ ກໍ່ໝາຍຄວາມວ່າ ເຂົາຮັກເຈົ້າໝົດທັ້ງໃຈແລ້ວ

ເຂົາກ້າປ່ຽນແປງຕົວເອງເພື່ອເຈົ້າ

    ເຖິງຫຼາຍຄົນຈະປະຕິເສດວ່າການປ່ຽນແປງເພື່ອຄົນຮັກເປັນສີ່ງທີ່ບໍ່ຢັ້ງຍືນ ແຕ່ການທີ່ເຂົາກ້າປ່ຽນແປງຕົວເອງຢ່າງການແຕ່ງຕົວ ປ່ຽນແປງໄລຟ໌ສໄຕລ໌ ກໍ່ຈົ່ງຢືນຍັນກັບຕົວເອງໄວ້ໄດ້ເລີຍວ່າ ເຈົ້າເຮັດໃຫ້ຊາຍຄົນນີ້ຍອມຮັບແລະຮັກຜູ້ຍິງແບບເຈົ້າແລ້ວ

       ເຖິງຈະເປັນເລື່ອງເລັກໆ ນ້ອຍໆ ທີ່ເຈົ້າຄິດວ່າ ບໍ່ໄດ້ມີສ່ວນໃນການຮູ້ຈັກກັບຄວາມຮັກຂອງຜູ້ຊາຍ ແຕ່ສີ່ງເຫຼົ່ານີ້ມີສ່ວນຊ່ວຍໃຫ້ຄຳຕອບວ່າ ເຈົ້າຄິດເອົາເອງຝ່າຍດຽວ ຫຼືເຂົາຮ່ວມເຂົ້າມາເປັນຄູ່ຄິດຂອງເຈົ້ານຳອີກຄົນ...

Delicious Digg Fark Twitter