ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 24, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ການຈະລືມໃຜຈັກຄົນ ອາດຕ້ອງໃຊ້ເວລາຊົ່ວຊີວິດ

    ... ຈະບອກເລີກກັບໃຜຈັກຄົນອາດໃຊ້ເວລາບໍ່ຫຼາຍ

    ... ຈະມັກໃຜຈັກຄົນອາດໃຊ້ເວລາຫຼາຍກວ່າ

    ... ແຕ່ຈະລືມໃຜຈັກຄົນອາດຕ້ອງໃຊ້ເວລາຊົ່ວຊີວິດ

        ຊີວິດ 3 ຊ່ວງຂອງຄວາມຮັກຄືຊ່ວງປູກຕົ້ນຮັກ ກວ່າຈະບອກຮັກໃຜໄດ້ຈັກຄົນ ກວ່າຈະເຮັດໃຫ້ເຂົາຮູ້ວ່າເຮົາຮູ້ສືກດີໆ ແລະຮູ້ສືກກັບເຂົາເປັນພິເສດ ກວ່າຈະເຮັດຄວາມເຂົ້າໃຈກັນ ກວ່າຈະຮຽນຮູ້ກັນແລະກັນ ກວ່າຈະສະນິດກັນເຖິງແກ່ນໆ ໜື່ງ ເຊີ່ງຈະສຳພັນກາຍເປັນຄົນຄົນດຽວກັນນັ້ນບໍ່ແມ່ນເລື່ອງງ່າຍເລີຍ ຕ້ອງອາໄສທັງເວລາແລະການເປີດຫົວໃຈຮຽນຮູ້ເຊີ່ງກັນແລະກັນ ບາງເທື່ອເສຍເວລາຕັ້ງດົນນານແລ້ວພົບວ່າບໍ່ແມ່ນ ເຮົາກໍ່ຕ້ອງຖອຍຫຼັງແລ້ວເລີ່ມຕົ້ນໃຫ່ມອີກເທື່ອ

       ຄວາມຮູ້ສືກພິເສດທີ່ມີໃຫ້ກັບຄົນທີ່ມີຄວາມໝາຍນັ້ນຊັບຊ້ອນຫຼາຍ ບໍ່ແມ່ນຢາກຈະເກີດມັນກໍ່ເກີດຂື້ນມາ ບໍ່ແມ່ນຢາກຈະໃຫ້ມັນເກີດກັບໃຜທີ່ຖືກໃຈເຮົາ ບາງເທື່ອເຮົາເຮັດດີແທບຕາຍ ເຂົາອາດບໍ່ຫຼຽວເບີ່ງເຮົາເລີຍດ້ວຍຊ້ຳ

       ເມື່ອ ຄວາມຮັກງົດງາມແລ້ວ ກໍ່ຈົ່ງຮັກສາມັນໄວ້ຢ່າງດີ ອາດຈະຕ້ອງຫຼົດຄວາມເປັນຕົວເອງລົງແດ່ ອາດຈະຕ້ອງຍອມຮັບກັນແດ່ ອາດຈະຕ້ອງປ່ຽນຕົວເອງແດ່ ແຕ່ມັນກໍ່ດີກວ່າຈະຕ້ອງມານັ່ງເລີ່ມຕົ້ນ ນັບໜື່ງກັນໃຫ່ມ

      ຫຼາຍເທື່ອເຮົາພົບວ່າເຮົາເອົາອາລົມມາເປັນໃຫ່ຍໃນການຕັດສິນ ການເລີກຮັກຈັກຄັ້ງໜື່ງ ເຮົາອາດບອກເລີກພຽງແຕ່ບືດດຽວ ແລະໃນຂະນະນັ້ນກໍ່ບໍ່ເຄີຍຄິດເຖິງເລີຍວ່າກວ່າຈະຮູ້ຈັກ ກວ່າຈະຮັກ ກວ່າຈະຮູ້ໃຈກັນໄດ້ຂະໜາດນັ້ນ ມັນໃຊ້ເວລາດົນຊ່ຳໃດ ແຖມຍັງບໍ່ເພື່ອຄິດອີກຊ້ຳວ່າ ເມື່ອເລີກກັນໄປແລ້ວເຮົາຈະທຳໃຈໄດ້ໄວຫຼືຊ້າພຽງໃດ

  ການສ້າງຍາກກວ່າການທຳລາຍສະເໝີ ແລະການທີ່ຈະຕັດຄວາມຮູ້ສືກຜູກພັນທີ່ເຄີຍມີຮ່ວມກັນພາຍໃຈໄລຍະເວລາອັນສັ້ນ ນັ້ນກໍ່ອາດບໍ່ງ່າຍເຊັ່ນກັນ ເມື່ອຈະຕ້ອງຕັດສິນໃຈເລື່ອງຄວາມຮັກຈັກຄັ້ງໜື່ງ ຈົ່ງຄິດເຖິງເວລາດີໆ ທີ່ເຄີຍມີຮ່ວມກັນ ຄິດເຖິງຄວາມສຳພັນທີ່ດີທີ່ເຄີຍມີຮ່ວມກັນ ການລືມໃຜຈັກຄົນ ອາດຈະຕ້ອງໃຊ້ເວລາຊົ່ວຊີວິດເລີຍທີດຽວ

     ກ່ອນ ຈະຕັດສິນໃຈຫຍັງໃຫ້ຄິດໃຫ້ຮອບດ້ານ

ແລະເມື່ອຕັດສິນໃຈຫຍັງໄດ້ແລ້ວໃຫ້ແນ່ວແນ່ແລະປ່ອຍມັນໄປ

ຈົ່ງຢ່າຍືດຕິດກັບກົງຂັງຂອງຄວາມຮັກທີ່ເຮົາສ້າງຂື້ນມາເອງ

Delicious Digg Fark Twitter