ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 17, 2011 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຄົນບໍ່ແມ່ນສີ່ງຂອງ ວາງໄວ້ແລ້ວກັບມາເອົາຕອນໃດກໍ່ໄດ້ ມະນຸດມີຄວາມຮູ້ສືກ ຄຳວ່າຮັກຄຳດຽວກັນ ບອກຄົນລະມື້ຍັງຊື້ງໃຈບໍ່ເທົ່າກັນເລີຍ ນັບພາສາແມ່ນຫຍັງມື້ທີ່ຖ້າຄວາມຮັກ ຄວາມເຫັນໃຈ ເຂົາຍັງຫ່າງຫາຍໄປຢ່າງບໍ່ໃຍດີ

 ມື້ນີ້ກັບມາຄິດຫຼືວ່າຄວາມຮູ້ສືກນັ້ນຍັງຄືເກົ່າ ເຖິງຈະຮັກເຂົາແທບຕາຍ ແຕ່ຂ້ອຍຕາຍບໍ່ໄດ້ແທ້ໆ ເພາະເຂົາບໍ່ໄດ້ຄູ່ຄວນຂະໜາດນັ້ນ ອຸດສາຂື້ນມາຈາກເຫວໄດ້ແລ້ວ ຖ້າຈະຕັດສິນໃຈໄປຍ່າງຫຼິ້ນປາກເຫວອີກຈັກເທື່ອ ຮັກແທ້ເຂົາຕ້ອງຖ້າໄດ້ ນອກຈາກວ່າໂດນຖີ້ມມາ ເລີຍໂຫຍຫາຄວາມໝັ້ນໃຈ ກັບມາຫາຄົນທີ່ບໍ່ມີວັນຖີ້ມເຂົາໄປ ເຖິງວ່າຈະໂດນຖິ້ມແນວໃດກໍ່ຕາມ ລອງຄິດເບີ່ງ່ດີໆ ບໍ່ຕ້ອງຟ້າວ ຫຼືຈະລອງພິຈາລະນາຈາກ 7 ຂໍ້ດັ່ງນີ້ ...

1. ຖາມຕົວເອງວ່າບໍ່ມີເຂົາ ເຮົາຢູ່ໄດ້ແມ່ນບໍ່

ຖ້າຢູ່ໄດ້ຢູ່ໄປກ່ອນຢ່າຮີບຮ້ອນ ມື້ທີ່ເຮົາເຈັບປາງຕາຍເຂົາກັບຫ່າງຫາຍໄປຢ່າງໜ້າຕາເສີຍ ຄົນເຂັ້ມແຂງກາຍເປັນຄົນອ່ອນແອອາດໃຊ້ເວລາພຽງມື້ດຽວ ແຕ່ກວ່າທີ່ຄົນອ່ອນແອຈະກັບມາເປັນຄົນເຂັ້ມແຂງຄືເກົ່າ ອາດໃຊ້ເວລາເປັນປີກວ່າຫົວໃຈດີໆ ຈະຟື້ນຄືນສະພາບ ເຮົາເທົ່ານັ້ນທີ່ຮູ້ ຢ່າປ່ອຍໃຫ້ມັນເຈັບຊ້ຳໆ ຈາກຄົນເກົ່າໆ

2. ໃຫ້ເວລາທັງເຂົາແລະເຮົາ

ຊ່ວງເວລາຂອງການກຳລັງຈະໄດ້ມາ ກັບຊ່ວງເວລາທີ່ກຳລັງຈະສູນເສຍໄປ ເປັນຊ່ວງເວລາທີ່ຫອມຫວານທີ່ສຸດຂອງຄວາມຮັກ ມັນເປັນພຽງຄວາມຕື່ນເຕັ້ນຂອງຊ່ວງຕະກາຍຝັນ ພໍຢູ່ນຳກັນແທ້ໆ ກັບເສີຍໆ “ເວລາ“ ຈະບອກໄດ້ເອງວ່າເຂົາກັບມາເພາະຮັກເຮົາຫຼືວ່າເຫງົາ ມີເຮົາກໍ່ຍັງດີຢູ່ດຽວພໍມີແຮງກໍ່ໄປຫາຄົນອື່ນອີກ

3. ເປັນໝູ່ໄປກ່ອນ

ຕຳແນ່ງທີ່ບາງຄົນອາດບໍ່ຄວນຄ່າດ້ວຍຊ້ຳ ແນວໃດກໍ່ເຄີຍຮັກກັນ ຄົບກັນແບບໝູ່ເພື່ອນ ລົມກັນໃນເວລາທີ່ສະດວກ ບໍ່ທຸລົນທຸລາຍ ໃນເມື່ອຮັກຄັ້ງເກົ່າເຮົາເລີ່ມຈາກ 1 ມາເຖິງ 100 ແລ້ວເຂົາກໍ່ທຳລາຍມັນຈົນໝົດ ຖ້າຈະກັບມາເຮົາຄົງບໍ່ນັບ 1 ໃຫ່ມ ແຕ່ຕ້ອງຖອຍໄປເຖິງຂັ້ນຕິດລົບ

4. ຟອຮ໌ມກິນບໍ່ໄດ້ ແຕ່ງາມ

ຕໍ່ໃຫ້ໃຈຢາກແລ່ນເຂົ້າໄປຮ້ອງໃສ່ ກອດເຂົາໃຫ້ສະໃຈ ແຕ່ແນວໃດກໍ່ຕ້ອງເຮັດໜ້າບໍ່ໄວ້ໃຈ ນຽນໆ ເກັບຄວາມດີໃຈເອົາໄວ້ໃຫ້ເລີກສຸດໃຈ ຢ່າໃຫ້ເຂົາຈັບໄດ້ວ່າເຮົາຖ້າເວລາໃຫ້ເຂົາກັບມາທຸກລົມຫາຍໃຈເຂົ້າອອກ ຫຼີ້ນຕົວແດ່ ຢ່າຫວ້າງທຸກເທື່ອທີ່ເຂົາຊວນ ຢ່າ Cancel ທຸກຄົນເພື່ອຖ້າເຂົາຄົນດຽວ

5. ຫາຂໍ້ມູນແວດລ້ອມ

ຈະເຟດບຸກ ຫຼືຈາກໝູ່ເພື່ອນ ເຊັກໃຫ້ດີ ປະວັດຊີວິດຮັກກ່ອນຊົມຊານກັບມາຫາເຮົາ ເຂົາຖືກຖີ້ມມາຫຼືບໍ່ ແນວໃດຄວາມລັບກໍ່ບໍ່ມີໃນໂລກ

6. ປະຕິເສດຢ່າງໄວແບບບໍ່ຕ້ອງຄິດ

ກໍ່ພຽງລອງວັດໃຈເສີຍໆ ຖ້າເຂົາປ່ຽນໃຈຍ່າງໜີໄປເລີຍ ແປວ່າເຂົາບໍ່ໄດ້ຢາກກັບມາແທ້ໆ ຖ້າເຮົາເປັນຄົນທີ່ເຂົາໝັ້ນໃຈວ່າແນວໃດກໍ່ຕັດສິນໃຈບໍ່ຜິດ ເຂົາຍັງມີວິທີທີ່ເຮັດໃຫ້ເຮົາຮູ້ໄດ້ວ່າເທື່ອນີ້ເຂົາເອົາຈິງ

7. ພ້ອມຈະເຈັບອີກເທື່ອໃຫ່ມ

ຖ້າຮູ້ວ່າແນວໃດເຈັບຊ່ຳໃດກໍ່ບໍ່ຕາຍຢູ່ດີ ຍ່າງກັບຫຼັງຫັນເລີ່ມຕົ້ນໃຫ່ມກັບຄົນທີ່ເປັນຫົວໃຈຄົນເກົ່າໄດ້ເລີຍ ໃຊ້ເວລານຳກັນຢ່າງເຕັມທີ່ ອາດຈະດີກໍ່ໄດ້ ເພາະຕ່າງໄດ້ຮຽນຮູ້ແລ້ວວ່າການບໍ່ມີກັນແລະກັນເຫົງາຂະໜາດໃດ ແຕ່ຖ້າເຂົາຖີ້ມເຮົາໄປອີກຮອບ ກໍ່ຖືສະວ່າຢ່າງນ້ອຍເຮົາໄດ້ໃຫ້ໂອກາດແລ້ວທັງ 2 ຝ່າຍ

ຖ້າມື້ນັ້ນເຮົາພ້ອມສ່ຽງ ຄ່ອຍໆ ຮັກໄປຢ່າງໃຊ້ສະຕິ ຄົນເຄີຍເຮັດໃຫ້ເຮົາເຈັບແລ້ວຄັ້ງໜື່ງ ເປັນຫຍັງຈະເຮັດໃຫ້ເຮົາເຈັບອີກບໍ່ໄດ້ ແຕ່ຖ້າເຂົາໃຊ້ໂອກາດທີ່ເຮົາໃຫ້ເຂົາຢ່າງດີ ກໍ່ຂໍໃຫ້ມີກັນແລະກັນຕະຫຼອດໄປ ແຕ່ວ່າຖ້າທຸກຢ່າງເກີດຜິດພາດ ກໍ່ບໍ່ຕ້ອງຕົກໃຈ ເຮົາເຄີຍລອດມາໄດ້ແລ້ວຄັ້ງໜື່ງແລ້ວ

Delicious Digg Fark Twitter