ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 25, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ເຄີຍມີຄົນບອກວ່າ...ຢ່າເສຍເວລາກັບຄົນທີ່ບໍ່ແມ່ນ ເພາະມັນຄືກັບການຕຳໝາກເຜັດລະລາຍລົງແມ່ນ້ຳຄື ເສຍເວລາເຮັດໃນສີ່ງທີ່ບໍ່ມີປະໂຫຍດ ແຖມໃຈກໍ່ບໍ່ມີຄວາມສຸກ

          ຖ້າລອງຄົບຫາເບີ່ງໃຈ ຮຽນຮູ້ກັນແລະກັນແລ້ວ ຢູ່ໆ ກັບເກີດຄວາມຮູ້ສືກ “ບໍ່ແມ່ນ“ ທັ້ງໆທີ່ຕອນເລີ່ມເປັນແຟນກັນໃຫ່ມໆ ແມ່ນຫຍັງກໍ່ສວຍງາມ ແຕ່ພໍການເວລາຜ່ານໄປຄວາມຮູ້ສືກບໍ່ແມ່ນກໍ່ຜຸດໂພ່ຂື້ນມາທັກທາຍ ມັນອາດເປັນສັນຍານບົ່ງບອກວ່າເຮົາຄວນກັບມາເບີ່ງຄົນທີ່ແມ່ນກັນດີກວ່າ ເພາະຖ້າເມື່ອໃດກໍ່ຕາມທີ່ຮູ້ສືກວ່າອີກຝ່າຍບໍ່ແມ່ນ ກໍ່ຢ່າຝືນທົນຄົບໄປເລື້ອຍໆ ແຮງທົນຢູ່ເພາະ “ເຂົາຮັກເຮົາ“ ທັ້ງໆທີ່ເຈົ້າເອງເລີ່ມຮູ້ສືກວ່າ “ເຂົາບໍ່ແມ່ນ“ ສະແລ້ວ ບາງທີເຈົ້າອາດທຳຮ້າຍເຂົາໄປໂດຍບໍ່ຮູ້ຕົວກໍ່ໄດ້

          ເຖິງວ່າ “ຄວາມຮັກ“ ອອກແບບບໍ່ໄດ້ ເພາະຄົນທີ່ເຮົາຮູ້ສືກແມ່ນເຂົາກັບແລ່ນໜີ ແຕ່ຄົນທີ່ບໍ່ແມ່ນເຂົາກັນແລ່ນຕາມເຮົາສະເໝີ ແຕ່ເຮົາສາມາດເຮັດໃຫ້ມັນສົມບູນແບບໄດ້ ເພາະຄວາມຮັກປຽບເໝືອນການປູກຕົ້ນໄມ້ ຖ້າເຮົາຫວ່ານເມັດພັນລົງໃນພື້ນທີ່ທີ່ເໝາະສົມມັນຈະງອກງາມສົດໃສ ແຕ່ຖ້າພະຍາຍາມຫວ່ານຢ່າງຕັ້ງໃຈໃນພື້ນທີ່ທີ່ບໍ່ເໝາະສົມ ແນວໃດໆມັນກໍ່ບໍ່ເຕີບໃຫ່ຍງົດງາມຢ່າງໃຈຫວັງ

          ທີ່ສຳຄັນ “ຄວາມຮັກ“ ເປັນສີ່ງມີຄ່າ ເພາະສະນັ້ນ ຢ່າມົວເສຍເວລາກັບຄົນທີ່ບໍ່ແມ່ນ ເພາະມັນອາດເຮັດໃຫ້ “ຄົນທີ່ແມ່ນ“ ຍ່າງຜ່ານເຮົາໄປແບບທີ່ເຮົາບໍ່ຮູ້ຕົວກໍ່ໄດ້ ແລະຢ່າເກັບເອົາຄວາມຊົງຈຳໃນອະດີດທີ່ແສນງົດງາມ ມາບົດບັງຄວາມຈິງໃນໃຈຂອງຕົວເຮົາ

          ລອງຖາມໃຈຕົວເອງ ພ້ອມໆ ກັບຟັງສຽງຂອງຫົວໃຈຕົວເອງອີກຈັກຄັ້ງວ່າ “ເຮົາຍັງຮັກເຂົາຢູ່ຫຼືບໍ່“ ແລະ “ເຂົາຍັງເປັນຄົນທີ່ແມ່ນສຳຫຼັບເຮົາຢູ່ຫຼືບໍ່“ ຖ້າຫາຄຳຕອບໃຫ້ກັບຫົວໃຈໄດ້ແລ້ວ ກໍ່ເດີນໜ້າລຸຍຕໍ່ເລີຍ ແຕ່ຖ້າຫາກຢາກພົບຮັກທີ່ໝັ້ນຄົງແລະມີຄວາມສຸກຄວນເລືອກຄົນທີ່ “ພໍດີ“ ແລະ “ເຂົ້າກັນດີ“ ກັບຕົວເຮົາ

Delicious Digg Fark Twitter