ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 25, 2011 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຍອມຮັບສະວ່າບາງເທື່ອ ຕົວເຮົາເອງທີ່ມີແຟນຢູ່ແລ້ວ ກໍ່ຕ້ອງເຄີຍແອບເບີ່ງຄົນອື່ນ ແລະພໍເຈີະແຈ໊ກພອດໄດ້ຮູ້ຈັກກັບອີກຄົນທີ່ນິໄສເຂົ້າກັນໄດ້ ຢູ່ໃກ້ແລ້ວມີຄວາມສຸກ ກໍ່ເຜີຄິດວ່າເຂົາໜ້າຈະ “ດີກວ່າ“ ແຟນຂອງເຮົາເອງ ແຕ່ທີ່ຕັດສິນໃຈໄປຈາກແຟນຕົວຈິງບໍ່ໄດ້ ກໍ່ເພາະ “ບໍ່ໝັ້ນໃຈ“ ວ່າອີກຄົນທີ່ຄິດວ່າ “ແມ່ນກວ່າ“ ຄົນນັ້ນ ຈະດີແທ້ໆ ຫຼືບໍ່ ແລະຖ້າແຟນຕົວເອງທີ່ຄົບຢູ່ບໍ່ໄດ້ເຮັດຫຍັງຜິດ ກໍ່ບໍ່ຮູ້ຈະເອົາເຫດຜົນຫຍັງໃຊ້ບອກອີກຝ່າຍເພື່ອຂໍເລີກ

ຄົນເຮົາເມື່ອຮັກກັນແລ້ວ ກໍ່ຕ້ອງເຄີຍຜ່ານຊ່ວງເວລາທີ່ມີຄວາມໝາຍມາດ້ວຍກັນທັ້ງນັ້ນ ການຈະເຮັດເປັນເຫັນຄົນອື່ນດີກວ່າແລ້ວຖິ້ມໄປລົມຄົນໃຫ່ມເລີຍ ມັນກໍ່ບໍ່ຖືກຕ້ອງ ແຮງຖ້າເປັນແຟນກໍ່ແຮງເປັນຄົນເກົ່າທີ່ດີແສນດີບໍ່ເຄີຍປ່ຽນແປງ ກໍ່ແຮງເຮັດໃຫ້ຄິດໜັກວ່າເລີກຫຼືບໍ່ເລີກດີ

ໃຈໜື່ງກໍ່ຢາກໄປ “ເລີ່ມຕົ້ນໃຫ່ມ“ ກັບຄົນທີ່ຄິດວ່າແມ່ນກວ່າ ຈະໄດ້ບໍ່ຕ້ອງເສຍເວລາຢ່າກັບຄົນທີ່ຕົວເອງຄິດວ່າ “ບໍ່ແມ່ນ“ ພໍຄິດໄປຄິດມາແລ້ວກໍ່ບໍ່ແນ່ໃຈ ກໍ່ເລີຍເປັນຄຳຖາມວ່າທີ່ຕົວເອງຕັດສິນໃຈບໍ່ໄດ້ກໍ່ເລີຍສົງໄສວ່ານີ້ເປັນພຽງຄວາມຜູກພັນຫຼືບໍ່

ຂ້ອຍເຊື່ອວ່າມີຫຼາຍຄົນທີ່ຕົກຢູ່ໃນອາລົມແບບນີ້ ບໍ່ຮູ້ວ່າຕໍ່ໄປຈະເປັນແນວໃດ ບໍ່ຢາກແອບຄົບກັນໄປແບບຈັບປາສອງມື ໃຈໜື່ງກໍ່ຢ້ານວ່າຈະຖືກໃຜໆ ເບີ່ງວ່າເປັນຄົນຊົ່ວ ອີກໃຈໜື່ງກໍ່ຄິດວ່ານີ້ມັນຊີວິດຂອງຕົວເອງ ຈະໄປແຄຮ໌ໃຜອີກ ຖ້າໃຜກ້າຕັດສິນໃຈໄວກໍ່ດີໄປ ເພາະເຖິງວ່າຜົນລົງເອີຍຈະຄື “ແມ່ນ“ ຫຼື “ບໍ່ແມ່ນ“ ມັນກໍ່ເປັນການເລືອກເອົາຈັກຢ່າງ ຢ່າງນ້ອຍໆ ກໍ່ສະບາຍໃຈໄດ້ວ່າຂ້ອຍບໍ່ໄດ້ຫຼອກກັກໃຜເພາະຄວາມເຫັນແກ່ຕົວ

ຂ້ອຍຄິດວ່າຖ້າການໄປເຈີະຄົນໃຫ່ມທີ່ຮູ້ສືກວ່າແມ່ນກວ່າ ກໍ່ບໍ່ແມ່ນເລື່ອງຜິດແມ່ນຫຍັງ ຄົນເຮົາມີສິດເລືອກສີ່ງທີ່ດີທີ່ສຸດໃຫ້ຕົວເອງ ແຕ່ກໍ່ບໍ່ຄວນເຫັນແກ່ຕົວດ້ວຍການເຮັດຫຍັງບໍ່ຊັດເຈນ ເຮົາບໍ່ຄວນສວມເຂົາໃຫ້ແຟນຕົວເອງ ດ້ວຍການແອບໄປລອງຄົບກັບຄົນໃຫ່ມເບີ່ງ ເພາະຄິດວ່າຖ້າຫຼົງເຂົ້າໃຈຜິດຂື້ນມາກໍ່ຈະບໍ່ມີຫຍັງຕ້ອງເສຍ ຖ້າເກີດຢູ່ໆ ຄົນໆນັ້ນທີ່ເຮົາຄິດວ່າ “ແມ່ນ“ ເຂົ້າກັນບໍ່ໄດ້ ກໍ່ຈະໄດ້ກັບມາຫາແຟນຕົວເອງໄດ້ຢ່າງແນບນຽນ ໂດຍທີ່ທຸກຢ່າງກໍ່ຍັງຄືເກົ່າ

ຖ້າເຮົາເປັນຄົນທີ່ກ້າຫຼອກຄົນທີ່ເຮົາຮັກດ້ວຍວິທີນັ້ນໄດ້ ກໍ່ຢ່າສົງໄສເລີຍວ່ານີ້ມັນຄືແມ່ນຫຍັງກັນແທ້ ບອກໄດ້ເລີຍວ່ານີ້ບໍ່ແມ່ນວິທີທີ່ຄົນຮັກເຂົາເຮັດຕໍ່ກັນ ຖ້າເຂົາຮູ້ເຂົ້າໃນມື້ໜື່ງ ຕໍ່ໃຫ້ເຂົາເຄີຍຮັກເຮົາຫຼາຍຊ່ຳໃດຄວາມຮູ້ສືກນັ້ນມັນກໍ່ຕ້ອງຖືກປ່ຽນ ແລະມັນຈະບໍ່ມີທາງກັບມາເປັນຄວາມຮູ້ສືກທີ່ຄືເກົ່າອີກ

ຄວາມຜູກພັນ...ບໍ່ໄດ້ຊ່ວຍໃຫ້ຄົນສອງຄົນຢູ່ນຳກັນໄປຈົນແກ່ເຖົ້າໄດ້ທຸກຄູ່ ເພາະຖ້າໃນຄວາມຜູກພັນນັ້ນບໍ່ມີ “ຄວາມຮັກ“ ແລະ “ຄວາມເຂົ້າໃຈກັນ“ ເປັນສ່ວນປະສົມຢູ່ນຳ ມັນກໍ່ເປັນພຽງຄວາມຜູກພັນທີ່ເວົ້າປາກເປົ່າ ແຕ່ຫົວໃຈເຂົ້າບໍ່ເຖີງສຳຜັດບໍ່ໄດ້

ທາງທີ່ດີ...ເຮົາຄວນຕອບຄຳຖາມໃນໃຈຕົວເອງໃຫ້ຊັດເຈນໄປເລີຍວ່າ ຕ້ອງການເລືອກທາງຊ້າຍຫຼືທາງຂວາ ຕັດສິນໃຈໄດ້ແລ້ວກໍ່ມຸ້ງໜ້າໄປທາງນັ້ນ ແລະເຮັດໃຫ້ມັນດີທີ່ສຸດ ແຕ່ຖ້າບໍ່ຍອມເລືອກຈັກທາງເຮົາກໍ່ຈະກາຍເປັນຄົນທີ່ໄດ້ແຕ່ຢືນລັງເລຢູ່ທາງແຍກ ໄປຊ້າຍບໍ່ໄດ້ ໄປຂວາກໍ່ບໍ່ໄດ້ ແລະອາດມີສິດຖືກລົດຊົນຕາຍເຂົ້າຈັກມື້

Delicious Digg Fark Twitter