ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 26, 2011 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຜູ້ຊາຍກັບການແຕ່ງງານ...ຕ້ອງເຮັດແນວໃດເຖິງຈະຈັບສອງສີ່ງນີ້ມາຢູ່ນຳກັນໄດ້ ຖ້າຕອນນີ້ເຮົາຄືຜູ້ຍິງທີ່ກຳລັງພະຍາຍາມໃຫ້ແຟນຍອມຜູກມັດໃຫ້ໄດ້ ຂໍແນະນຳວ່າຄວນລົ້ມເລີກຄວາມຕັ້ງໃຈສະ

      ເພາະບໍ່ມີຫຍັງທີ່ສາມາດເລັ່ງຂະບວນການຂໍແຕ່ງງາານຂອງຜູ້ຊາຍໄດ້ ບໍ່ແມ່ນວ່າເຂົາຈະບໍ່ຂໍມີຜູ້ຊາຍຕົກຫຼຸມຮັກແລະແຕ່ງງານທຸກມື້ ພຽງແຕ່ຜູ້ຊາຍມີໂມງໃນຕົວບອກວ່າເຖິງເວລາຕອນໃດກໍ່ຕອນນັ້ນແລະ (ເຊີ່ງບໍ່ແມ່ນຕອນນີ້) ໃນລະຫວ່າງນັ້ນຈື່ງເປັນໄປບໍ່ໄດ້ທີ່ຈະຊັກຈູງໃຫ້ຜູ້ຊາຍທີ່ຢ້ານການຜູກມັດຄິດວ່າເຮົາຄືສີ່ງທີ່ດີທີ່ສຸດທີ່ເຄີຍເກີດຂື້ນໃນຊີວິດຂອງເຂົາ (ເຖິງວ່າເຮົາຈະເປັນແບບນັ້ນກໍ່ຕາມ!) ທາງທີ່ດີຄືເບີ່ງຫາຄົນທີ່ເຮົາບໍ່ຕ້ອງລຳບາກຂະໜາດນັ້ນດີກວ່າ ເຊີ່ງຕ້ອງອາໄສສັນຍານຕໍ່ໄປນີ້ເພື່ອແຍກແຍະຜູ້ຊາຍທີ່ພ້ອມແຕ່ງງານກັບຜູ້ຊາຍທີ່ຍັງລະເລີງຢູ່ກັບຊີວິດໂສດ

     ເຊົາທ່ຽວ

          ຈາກຜົນການສຳຫຼວດຜູ້ຊາຍພົບວ່າ ຜູ້ຊາຍທີ່ພ້ອມແຕ່ງງານຈະບໍ່ເລາະທ່ຽວຕາມພັບບາຮ໌ ຫຼືສະນຸກອີກຕໍ່ໄປ ແຖມຍັງພະຍາຍາມຫຼີກລ່ຽງບໍ່ທ່ຽວຫຼີ້ນຫຍັງແບບນັ້ນອີກແລ້ວ ທັ້ງທີ່ແຕ່ກ່ອນໄປຕະຫຼອດບໍ່ເຄີຍຂາດ ບາງຄົນສາລະພາບວ່າແມ່ນເວລາຫຼາຍປີເຮັດທຳເປັນສະນຸກກັບການກິນດື່ມ ສູບຢາ ແລະທ່ຽວສາວງາມຕາມສະຖານທີ່ຕ່າງໆ ພໍຫຼາຍເຂົ້າກໍ່ເລີ່ມເບື່ອໜ່າຍແມ່ນຫຍັງແບບນັ້ນ ສູ້ຢູ່ເຮືອນບໍ່ໄດ້ ສະບາຍກວ່າຫຼາຍເລີຍ ຜູ້ຊາຍປະເພດນີ້ຈະຮູ້ສືກວ່າຊີວິດທີ່ເສເພແບບນັ້ນມັນຊ່າງບໍ່ມີສາລະແລະເສຍເວລາ ແຖມຍັງເຈີະຜູ້ຊິງເຊັກຊີທີ່ເມົາຫຼີ້ນຈົນໝົດທ່າ ພໍຊວນກັນໄປມີເຊັກສ໌ຫຼັງຈາກແລ້ວກິດຈະກຳກໍ່ເອື້ອມລະອາບໍ່ຮູ້ຈະເວົ້າຫຍັງ...ເຈີະແບບນີ້ເລື້ອຍໆກໍ່ເບື່ອ...ຜູ້ຊາຍເຂົາວ່າມາແນວນີ້

     ມີອິດສະລະພາບທາງການເງິນ

        ຜູ້ຊາຍບາງຄົນຕັ້ງເປົ້າໄວ້ວ່າຕ້ອງມີຄວາມໝັ້ນຄົງທາງການເງິນກ່ອນເຖິງຈະມີຄອບຄົວໄດ້ ຖ້າຍັງຫົວໝຸນແລ່ນຫາເງິນມາຈ່າຍແບບເດືອນຕໍ່ເດືອນແລ້ວກໍ່ ຍ່ອມບໍ່ຢາກເພີ່ມພາລະນຳການຫາລ້ຽງພັນລະຍາອີກຄົນ ດັ່ງນັ້ນຖ້າເຮົາບໍ່ຢາກລຳບາກກໍ່ຄວນເບີ່ງຫາຜູ້ຊາຍທີ່ເພີ່ງພາໄດ້ ຫຼືຢ່າງນ້ອຍກໍ່ມີວຽກເຮັດໝັ້ນຄົງ ເຊົາເບີ່ງຫາຜູ້ຊາຍບໍ່ມີວຽກເຮັດຖ້າບໍ່ຢາກຕ້ອງອອກເງິນເວລາໄປທ່ຽວກັນ ນອກຈາກນັ້ນຜູ້ຊາຍພວກນີ້ຍັງບໍ່ກ້າຊວນເຮົາໄປໃສມາໃສເພາະບໍ່ມີເງິນ ເບີ່ງແມ ພຽງມື້ນີ້ຍັງກັດກ້ອນເກືອກິນ ກໍ່ບໍ່ຕ້ອງຄິດໄປເຖິງວັນຂ້າງໜ້າທີ່ຄິດຈະມີຄອບຄົວກັບຜູ້ຊາຍພວກນີ້ ແບບນັ້ນເອົາໄວ້ພຽງຊາບຊວຍມ່ວນຊື່ນໄປວັນໆ ກໍ່ພໍ ສູ້ເຮົາກັບມາພິຈາລະນາຜູ້ຊາຍທີ່ຫຸ່ນບໍ່ໄດ້ລຳບືກເລົ້າໃຈ ແຕ່ມີຫົວໃຈປ່ຽມຮັກແລະງານການໝັ້ນຄົງ ແລະທີ່ສຳຄັນທີ່ສຸດຄືວາງແຜນທີ່ຈະຮ່ວມຊີວິດກັບເຮົາ...ເຂົ້າທ່າກວ່າບໍ່

      ຢາກເປັນພໍ່

         ຜູ້ຊາຍພ້ອມທີ່ຈະແຕ່ງງານແລ້ວຖ້າເຂົາຈັບຈ້ອງເບີ່ງເດັກນ້ອຍໆ ເປັນເວລາດົນແຖມຍັງຖາມເຮົາວ່າຢາກມີລູກໜ້າຮັກໆ ແບບນີ້ຈັກຄົນບໍ່ ຜູ້ຊາຍຍັງຢາກໜຸ່ມແໜ້ນແຂງແຮງພໍທີ່ຈະສອນຕືກປາ ເຕະບານ ຫຼືເຮັດກິດຈະກຳແບບຜູ້ຊາຍຮ່ວມກັນ ຜົນການສຳຫຼວດພົບວ່າ ອາຍຸເປັນປັດໄຈສຳຄັນທີ່ມີຜົນຢ່າງຫຼາຍຕໍ່ທັດສະນະຄະຕິໃນເລື່ອງການແຕ່ງງານຂອງຜູ້ຊາຍ ຜູ້ຊາຍທີ່ມີການສືກສາລະດັບປະລິນຍາ ທຸກຄົນຈະບໍ່ຄິດເລື່ອງແຕ່ງງານຢ່າງຈິງຈັງຈົນກວ່າອາຍຸ 26 ເປັນຕົ້ນໄປ ແລະຈະລົງຫຼັກປັກຖານໃນອາຍຸ 28-33ປີ ໂອກາດທີ່ເຂົາຈະແຕ່ງງານກໍ່ຈະເລີ່ມຫຼົດນ້ອຍລົງ ພໍອາຍຸ 30-36 ປີ ນອກຈາກນັ້ນຜົນການສຳຫຼວດຍັງບອກວ່າ ທັນທີທີ່ຜູ້ຊາຍອາຍຸ 37 ປີ ໂອກາດທີ່ເຂົາຈະແຕ່ງງານກໍ່ຈະເລີ່ມຫຼົດນ້ອຍລົງ ພໍອາຍຸ 43 ເຂົາກໍ່ອາດຈະດຳລົງຕົນເປັນໜຸ່ມໂສດໄປຕະຫຼອດຊີວິດ

    ສະຖານະເປັນແຟນແຕ່ເຮັດຕົວເປັນສາມີ

       ເມື່ອຜູ້ຊາຍພ້ອມຈະເປັນສາມີເມື່ອນັ້ນເຂົາຈະເລີ່ມເຮັດຕົວເໝືອນເປັນສາມີ ຕົວຢ່າງເຊັ່ນ ເຂົາຈະວາງແຜນສຳຫຼັບອະນາຄົດ ພາເຮົາໄປແນະນຳໃຫ້ໝູ່ເພື່ອນແລະຄອບຄົວຮູ້ຈັກ ແລະບໍ່ແມ່ນພຽງໂທຫາເຮົາທຸກມື້ແຕ່ຕ້ອງການໃຫ້ເຮົາຮູ້ລາຍລະອຽດໃນຊີວິດເຂົາທຸກມື້ແລະຢາກຮູ້ເລື່ອງຂອງເຮົານຳ ນອກຈາກນັ້ນເຂົາຍັງຊື່ສັດແລະເປີດເຜີຍ ເວລາເຮົາເຂົ້າມາໃນຫ້ອງເຂົາຈະບໍ່ກະຟືບກະຟາບເພາະບໍ່ຢາກໃຫ້ເຮົາເຫັນວ່າເຂົາກຳລັງເຮັດຫຍັງແລະເຂົາຍັງໃຫ້ເຮົາຮັບໂທລະສັບຂອງເຂົາອີກນຳ ຖ້າເຂົາຈັດທີ່ໃນຕູ້ເສື້ອຜ້າກັນໄວ້ໃຫ້ເຮົາ...ນັ້ນແລະແມ່ນເລີຍ ແລະເຂົາຍັງຮັບຟັງເວລາເຮົາບອກວ່າເຮົາພ້ອມແຕ່ງງານເມື່ອໃດ

       ຖ້າຍັງບໍ່ແນ່ໃຈວ່າເຂົາຄິດແນວໃດ ກໍ່ໃຫ້ສັງເກດວິທີທີ່ເຂົາສະແດງອອກ ແລະທີ່ສຳຄັນໄປກວ່ານັ້ນຄືວິທີທີ່ເຂົາເວົ້າເຖິງອະນາຄົດຂອງເຮົາ ແຕ່ທີ່ແນ່ໆ ຢ່າໄປກົດດັນ ລອງໃຊ້ວິທີເວົ້າຕົງໆ ບອກເຂົາໄປວ່າເຮົາຮູ້ສືກແນວໃດ ຈະໄດ້ຮູ້ວ່າເຮົາຢືນຢູ່ຈຸດໃດ ຖ້າຜູ້ຊາຍຍັງບໍ່ພ້ອມກໍ່ຄືບໍ່ພ້ອມ ຖ້າເຈີະແບບນີ້ກໍ່ເດີນໜ້າຫາຜູ້ຊາຍຄົນທີ່ພ້ອມກວ່ານີ້ດີກວ່າ ຈະເສຍເວລາຊູຊີໄປເຮັດຫຍັງ

Delicious Digg Fark Twitter