ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 28, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

    ເມື່ອ “ຄວາມຮັກ“ ເລີ່ມຕົ້ນຂື້ນພ້ອມໆກັນ ເພາະຄົນສອງຄົນພົບກັນ ຮູ້ຈັກກັນ ຮຽນຮູ້ກັນ ຕົກລົງຄົບກັນ ແຕ່ພໍເວລາຜ່ານໄປ ໃນຂະນະທີ່ອີກຄົນຮັກລືກຊື້ງເພີ້ມຂື້ນທຸກໆມື້ ວາດຝັນເຖິງອະນາຄົດທີ່ສວຍງາມ ທຸ່ມເທທຸກສີ່ງທຸກຢ່າງໃນຊີວິດ ເພາະຢາກຈະເຮັດໃຫ້ຄວາມຮັກອອກມາສວຍງາມຕາມຢ່າງໃຈຄາດຫວັງ ໂດຍບໍ່ເບີ່ງສີ່ງຮອບຂ້າງ ປິດຫູປິດຕາ ຮັກດຽວໃຈດຽວ

    ແຕ່ອີກຄົນກັບບໍ່ຄິດເຖິງອະນາຄົດ ຮັບຮູ້ພຽງແຕ່ວ່າຢາກເຮັດມື້ນີ້ໃຫ້ດີທີ່ສຸດ ພ້ອມໆກັບບໍ່ທຸ້ມເທຫຍັງຫຼາຍ ເພາະຢ້າຜິດຫວັງ ຢ້ານເຈັບປວດເສຍໃຈ ແລະບໍ່ມັກການຜູກມັດ ເພາະຍັງຕ້ອງການເປີດໂອກາດໃຫ້ຕົວເອງ ເພື່ອເຈີະຄົນທີ່ຖືກໃຈຫຼາຍກວ່າ

          ເລີຍເຮັດໃຫ້...ຮັກຂອງຄົນສອງຄົນ “ບໍ່ເທົ່າກັນ“

         ໃນເມື່ອ “ຮັກເຮົາບໍ່ເທົ່າກັນ“ ທາງທີ່ຕ້ອງຈັບຈູງຄຽງຂ້າງກັນໄປ ...ຈະເປັນແນວໃດ? ຄຳຖາມນີ້ອາດບໍ່ມີໃຜສາມາດຕອບມັນໄດ້ດີເທົ່າຕົວເຮົາເອງ ເພາະທຸກໆຢ່າງລ້ວນມີເຫດຜົນໃນຕົວຂອງຕົວເອງ ເຖິງຄຳວ່າ “ຮັກ“ ຂອງຄົນແຕ່ລະຄົນຕ່າງກັນ...ບາງຄົນຮັກຫຼາຍຈົນລົ້ນໃຈ ແຕ່ບາງຄົນກັບຮັກບາງເບົາຈົນໜ້າໃຈຫາຍ...ແຕ່ທ້າຍທີ່ສຸດຈຸດໝາຍປາຍທາງຢູ່ທີ່ “ການກະທຳ“ ຂອງຄົນທັງຄູ່

       ຈະກົ້ມໜ້າຝືນທົນຕາບອດເບີ່ງບໍ່ເຫັນຄວາມຈິງ ຫຼອກຕົວເອງໄປວັນໆ ແລະຍີ້ມພ້ອມນ້ຳຕາເພາະຄິດວ່າ “ຮັກ“ ທີ່ເຂົາໃຫ້ມາບໍ່ວ່າຈະຫຼາຍໜ້ອຍຂະໜາດໃດກໍ່ສຸກໃຈແລ້ວ ຫຼືເງີຍໜ້າຍອມຮັບຄວາມຈິງຍອມຮັບຄວາມເຈັບຊ້ຳກັບການເລີກລາ ແລະຍີ້ມພ້ອມນ້ຳຕາ ທີ່ມາຈາກຄວາມສຸກພາຍໃນໃຈແທ້ໆ

        ເຈົ້າເອງເທົ່ານັ້ນທີ່ມີສິດຄິດ ມີສິດເລືອກໃຫ້ຕົວເອງມີທາງອອກແບບສາກສຸດທ້າຍຂອງ “ຄວາມຮັກ“ ໃຫ້ເປັນແບບໃດຖ້າເກີດພາຫວະ... “ຮັກເຮົາບໍ່ເທົ່າກັນ“ 

Delicious Digg Fark Twitter