ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 3, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຄວາມຮັກຂອງເຈົ້າຄືອາຫານແບບໃດ?? ລອງໄປເບີ່ງກັນ

ຕຳສົ້ມ : ຂອງພື້ນໆ ທີ່ເຮົາເຫັນກັນຢູ່ທຸກມື້ແລະຄິດວ່າມັນບໍ່ໜ້າກິນ ແຕ່ພໍເອົາລວມກັນກັບໜ້າກິນ ກໍ່ຄືຄົນບາງຄົນທີ່ບໍ່ໜ້າຈະເຂົ້າກັນໄດ້ ແຕ່ຜ່ານໄປເປັນສິບໆປີກໍ່ຍັງຮັກກັນດີຢູ່ເລີຍ ຕ່າງກັບບາງຄູ່ທີ່ໃຜໆຄິດວ່າກໍ່ໜ້າຈະໄປກັນໄດ້ດີ ແຕ່ບໍ່ພໍຈັກເດືອນກັບແຕກຫັກກັນສະແລ້ວ

ປາຢ້າງ : ມີໂອເມກ້າ 3 ທີ່ຈຳເປັນຕໍ່ຮ່າງກາຍ ແຕ່ຖ້າກິນແບບບໍ່ລະວັງເຮົາອາດຖືກກ້າງປາປັກຄໍເອົາໄດ້ ນິທານເລື່ອງນີ້ສອນໃຫ້ຮູ້ວ່າ ເວລາມີຄວາມຮັກຕ້ອງໃສ່ໃຈທຸກລາຍລະອຽດ ສືກສານິໄສໃຈຄໍຂອງຄົນຮັກໃຫ້ດີເສຍກ່ອນ ຢ່າເບີ່ງກັນແຕ່ພາຍນອກ ເພາະກ້າງຂອງປານັ້ນມັນລີ້ຢູ່ພາຍໃນ ຄືກັບນິໄສບໍ່ດີ ຂອງຄົນຮັກ ນັ້ນແລະທີ່ເບີ່ງແຕ່ພາຍນອກຈະບໍ່ມີທາງຮູ້ເລີຍ

ວາຊາບິ : ເວລາພິດຮັກແລ່ນຂື້ນດັງ ເຮົາຄິດວ່າຈະບໍ່ລອດສະແລ້ວ ແຕ່ຖ້າທົນຈັກບືດໜື່ງຄວາມທໍລະມານກໍ່ຈະຫາຍໄປເອງ

ຕົ້ມຍຳກຸ້ງ : ຕໍ່ ໃຫ້ແຊບຊ່ຳໃດ ແຕ່ຖ້າປະໄວ້ຈົນຈືດຊືດກໍ່ບໍ່ມີໃຜຢາກກິນ ກໍ່ຄືຄູ່ທີ່ຮັກກັນດົນຈັດ ແຕ່ບໍ່ຍອມແຕ່ງງານເສຍທີ ຮັກມາລາທອນແບບນີ້ສ່ວນໃຫ່ຍມັກຈະໄປບໍ່ລອດ ເພາະແມ່ນຫຍັງທີ່ເຄີຍໍຊືດຊາດແຊບອີຫຼີ ມັນຜຸໄປໝົດແລ້ວ

ເຂົ້າຫຼາມ : ຖ້າບໍ່ພ່າໄມ້ອອກກໍ່ຈະບໍ່ມີທາງຮູ້ວ່າທາງໃນເປັນຫຍັງ ປຽບໄດ້ກັບເຈົ້າສາວທີ່ຢ້ານຝົນທີ່ຢ້ານຄວາມຮັກ ຢ້ານການແຕ່ງງານຈົນປິດໂອກາດຕົວເອງ ບໍ່ຍອມທົດລອງເບີ່ງວ່າລົດຊາດຂອງການມີຄົນຮັກມັນຫວານມັນຂະໜາດໃດ

ກະແລ່ມ : ທັງງາມທັງຫອມເບີ່ງບໍ່ມີພິດໄພ ແຕ່ຖ້າກິນຫຼາຍເກີນໄປຄວາມຫວານເກີນພິກັດອາດພາໄປຈົບທີ່ໂລກເບົາຫວານ... ເປັນການເຕືອນນັກຮັກທັງຫຼາຍໃຫ້ເສບຮັກຢ່າງພໍພຽງ ຮູ້ຈັກປະໄລຍະມີຊ່ອງຫວ້າງໃຫ້ກັນແດ່ ຖ້າບໍ່ຢ່າງນັ້ນຈະເບື່ອກັນໄວເກີນໄປ

ຖົ່ວລຽນ : ຖ້າຢາກຊີມເນື້ອໃນທີ່ຫອມຫວານກໍ່ຕ້ອງຍອມຖືກໜາມແທງ ອຸປະສັກຂອງຄວາມຮັກກໍ່ຄືໜາມຖົ່ວລຽນ ຖ້າເຮົາອົດທົນແລະຝ່າຟັນໄປໄດ້ ເຮົາກໍ່ຈະໄດ້ຊີມລົດຫວານຫອມແຊບເລີດເປັນລາງວັນ

ກາເຟດຳ : ເຖິງຈະດຳດີສີບໍ່ຕົກແຕ່ກໍ່ຫວານແຊບຖືກປາກ ເປັນຂໍ້ພິສູດວ່າຄົນທີ່ບໍ່ງາມຫຼໍ່ກໍ່ອາດເປັນແຟນທີ່ດີໄດ້ ຖ້າເຈົ້າໃຫ້ໂອກາດເຂົາພິສູດຕົວເອງ

ຄາກິ : ໜ້າຕາຢົ້ວຢວນແຕ່ບໍ່ຄວນກິນ ບໍ່ດັ່ງນັ້ນອາດເຮັດໃຫ້ເສັ້ນເລືອດຕັນ ມີຜົນເຖິງຂາດໃຈກ່ອນໄວອັນຄວນ ປຽບໄດ້ກັບກິ໋ກ ເຖິງວ່າຮູບຮ່າງໜ້າຕາຂອງເຂົາຈະຊວນນ້ຳລາຍໄຫຼ ແຕ່ຖ້າເຜິກິນເຂົ້າໄປເຮົາອາດອາຍຸບໍ່ຍືນ ເພາະຖ້າແຟນຈັບໄດ້ເຮົາຄົງໄດ້ຊີມລີລາແມ່ໄມ້ມວຍລາວ ກ່ອນຈະຖືກຫາມໄປຂາດໃຈທີ່ໂຮງໝໍ

ນ້ຳ : ປຽບຄືຄວາມຮັກຂອງໝູ່ທີ່ສະອາດບໍລິສຸດ ເພາະບໍ່ມີສີ ບໍ່ມີກິ່ນ ບໍ່ມີລົດ ບໍ່ຕ້ອງມີຮູບຮ່າງໜ້າຕາຢົ້ວຢວນ ແຕ່ດີຕໍ່ສຸຂະພາບແລະຄວນຈະດື່ມເປັນປະຈຳ ເພາະຖ້າຂາດການຕິດຕໍ່ດົນເກີນໄປດຽວຈະຕໍ່ກັນບໍ່ຕິດ

ເຂົ້າໜົມຄູ່ໂອວັນຕິນ : ຕ້ອງຢູ່ຄູ່ກັນເຖິງຈະແຊບ ຄົນບາງຄົນເກີດມາເພື່ອຈະຢູ່ນຳກັນ ແລະຕ້ອງຈັບຄູ່ກັນເຖິງຈະລົງຕົວທີ່ສຸດ ຂອງແບບນີ້ເຂົາເອີ້ນວ່າພົມລິຄິດ

ເຂົ້າໜຽວ : ເປັນສົມບັດປະຈຳຊາດແລະຈະບໍ່ມີວັນຫາຍໄປຈາກໂລກຕະຫຼອດການ

ເປັນແນວໃດຄວາມຮັກຂອງໝູ່ເພື່ອນ ຄືແບບໃດກັນແດ່... ແຕ່ບາງຄົນອາດມີຫຼາຍແບບກໍ່ໄດ້ (ແລ້ວແຕ່ອາລົມ)...

ຂໍ້ມູນຈາກອິນເຕີເນັດ

Delicious Digg Fark Twitter