ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 3, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

      ມີຄົນບອກວ່າ ຄວາມຜູກພັນ ໝາຍເຖິງ ການເກາະກ່ຽວກັນທາງໃຈດ້ວຍ “ຄວາມຮັກ“ ຫຼື “ຄວາມຄຽດ“ ຫຼື “ຄວາມຫຼົງໄຫຼ“ ເຮັດໃຫ້ປ່ອຍວາງແລະລືມເລື່ອງນັ້ນບໍ່ໄດ້ ທີ່ສຳຄັນ “ການຜູກພັນ“ ກັບໃຜຈັກຄົນບໍ່ຈຳເປັນທີ່ຕ້ອງເກີດຈາກ “ຄວາມຮັກ“ ກໍ່ພຽງຄວາມຮູ້ສືກຄິດເຖິງຊ່ວງເວລາ ທີ່ເກີດຄວາມຊົງຈຳທີ່ດີຮ່ວມກັນເທົ່ານັ້ນ ແລະມັນມັກຈະກໍ່ຕົວຂື້ນຢ່າງມິດໆ ໂດຍທີ່ບາງເທື່ອເຮົາເອງຍັງບໍ່ຮູ້ຕົວດ້ວຍຊ້ຳ (ແທ້ບໍ່)

      ກັບ “ຄວາມຮັກ“ ກໍ່ເຊັ່ນດຽວກັນ ເພາະຄົນສອງຄົນທີ່ເຮັດກິດຈະກຳຮ່ວມກັນສະເໝີ ບໍ່ວ່າຈະເປັນເຈີະໜ້າກັນ ລົມກັນ ກິນເຂົ້ານຳກັນ ໄປຫຼີ້ນນຳກັນ ຊື້ເຄື່ອງນຳກັນ ໂທລະສັບລົມກັນ ໄປທ່ຽວນຳກັນ ... ເຮັດໃຫ້ກາຍເປັນຄວາມເຄີຍຊິນ ຈົນທັກທໍຂື້ນມາເປັນ “ຄວາມຜູກພັນ“ ຈົນເຮັດໃຫ້ໃຜຫຼາຍໆຄົນຄິດໄປເອງວ່າມັນຄື “ຄວາມຮັກ“ ເຊີ່ງແທ້ຈິງແລ້ວ ສຳຫຼັບບາງຄົນມັນກໍ່ບໍ່ແມ່ນ “ຄວາມຮັກ“ ແຕ່ມັນຄື “ຄວາມເຄີຍຊິນ“ ຫຼາຍກວ່າ

      ແລະເມື່ອອີກຄົນຮູ້ສືກທັງ “ຮັກ“ ແລະ “ຜູກພັນ“ ແຕ່ອີກຄົນກັບຮູ້ສືກພຽງ “ຜູກພັນ“ ແຕ່ “ບໍ່ໄດ້ຮັກ“ ແລ້ວ “ຊີວິດຮັກ“ ຂອງຄົນສອງຄົນຈະລົງເອີຍແບບໃດ???

      ອັນດັບທຳອິດຕ້ອງຖາມໃຈຕົວເອງໃຫ້ດີສາກ່ອນ ວ່າຄວາມຮູ້ສືກຂະນະນີ້ຄືຫຍັງ ເອີ້ນວ່າຫຍັງ ເຊື່ອວ່າທຸກຄົນຄົງແຍກແຍະກັນໄດ້ວ່າ ຕອນນີ້ເຮົາຮູ້ສືກກັບໃຜແນວໃດແລະຂະໜາດໃດ ຈາກນັ້ນກໍ່ຕ້ອງຫັນໜ້າມາລົມກັນ ເປີດໃຈກັນແບບໝົດເປືອກ ຍອມຮັບຄວາມຈິງກັນສະຕັ້ງແຕ່ຕອນນີ້ ດີກວ່າປ່ອຍໃຫ້ຄວາມສຳພັນນັ້ນຍືດເຍື້ອ ຈົນເກີນກວ່າທີ່ໃຈເຮົາຈະສາມາດຄວບຄຸມໄດ້ ເພາະຈາກ “ຄວາມຜູກພັນ“ ທີ່ເລີ່ມຕົ້ນມາຈາກຄວາມຮູ້ສືກດີໆ ອາດແປປ່ຽນເປັນ “ຄວາມຄຽດ“ ... “ຄວາມຊັງ“ ຊະນິດທີ່ວ່າຄວາມຊົງດີໆໃນວັນເກົ່າໆ ກໍ່ບໍ່ສາມາດລົບລ້າງໄດ້

      ແຕ່ທາງທີ່ດີຖ້າບໍ່ຢາກມີທຸກເພາະ “ຄວາມຮັກ“ ຫຼື “ຄວາມຜູກພັນ“ ກໍ່ “ຢ່າຍືດຕິດ“ ຫຼື “ຢ່າຜູກພັນ“ ກັບສີ່ງໜື່ງສີ່ງໃດ ຈົນຫາຄວາມສຸກໃນທີ່ສຸດບໍ່ໄດ້ເລີຍ...ຈະດີກວ່າ ^_^

Delicious Digg Fark Twitter