ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 26, 2011 | ມີ 4 ຄຳເຫັນ ແລະ 0 trackback(s)

ໃບໄມ້ໃບໝື່ງອາດມີລວດລາຍທີ່ສວຍງາມ

ແຕ່ເມື່ອເຮົາຢິບມັນມາບັງດວງຕາເອົາໄວ້ ນອກຈາກເຮົາບໍ່ເບີ່ງເຫັນຄວາມງາມຂອງໃບໄມ້ໃບນີ້ໄດ້ ມັນຍັງເຮັດໃຫ້ເຮົາບໍ່ສາມາດເບີ່ງເຫັນສີ່ງຕ່າງໆຮອບຕົວ

ສີ່ງທີ່ສວຍງາມທີ່ສຸດ

ຖ້າຈະເບີ່ງເຫັນຄວາມງາມຂອງມັນໄດ້ ເຮົາຕ້ອງມີໄລຍະຫ່າງທີ່ເໝາະສົມໃນການຊື່ນຊົມ ຄວາມຮັກ ຄວາມສຸກ ຄວາມຝັນ ຯຯຯ ກໍ່ເຊັ່ນກັນ ເມື່ອໃດທີ່ເຮົານຳມັນມາໄວ້ມໍ່ຫົວໃຈຂອງເຮົາຫຼາຍເກີນໄປ ເຮົາຈະເບີ່ງບໍ່ເຫັນ “ຄວາມງາມທີ່ແທ້ຈິງ” ຂອງສີ່ງຕ່າງໆເຫຼົ່ານັ້ນ

ໄລຍະຫ່າງ ລະຫວ່າງ ຄວາມຮູ້ສືກ ຈື່ງເປັນສີ່ງທີ່ເຮົາຄວນຄິດໄຕ່ຕອງເຖິງ ເຮົາຮັກໃຜບາງຄົນໄດ້ ແຕ່ຢ່າຮັກຫຼາຍຈົນໂອບກອດເຂົາແໜ້ນເກີນໄປ ຈົນຄົນຮັກຂອງເຮົາຮູ້ສືກອືດອັດແລະບໍ່ເປັນຕົວຂອງຕົວເອງ ເຮົາຊັງໃຜກໍ່ໄດ້ ໂດຍບໍ່ຕ້ອງເກັບກົດຄວາມຮູ້ສືກ ແຕ່ຢ່າເກັບຄວາມຊັງນີ້ໄວ້ໃນໃຈຈົນດົນນານເກີນໄປ ອະໄພໃຫ້ກັນໄດ້ກໍ່ຄວນໃຫ້ອະໄພ

ທຸກສີ່ງມີທັງດ້ານທີ່ສວຍງາມແລະບໍ່ງາມ

ແຕ່ທັງສອງຄວາມຮູ້ສືກ ມັນເກີດຈາກການທີ່ຕົວເຮົາເອົາ “ຄວາມຮູ້ສືກ“ ຂອງເຮົາ ໄປຈັບແລະວັດຄຸນຄ່າພ້ອມຄຳຕັດສິນ ທັ້ງທີ່ຈິງແລ້ວ ດີ - ງາມ ຫຼື ຊົ່ວ - ຮ້າຍ ມັນເກີດຈາກການຄິດໄປເອງຂອງເຮົາທັງນັ້ນ

ເຮົາໄດ້ເບີ່ງສີ່ງຕ່າງໆ ຢ່າງທີ່ມັນ “ເປັນຈິງ“ ຫຼືບໍ່? ເຮົາເຄີຍຮູ້ສືກຢ່າງທີ່ເຮົາຮູ້ສືກແທ້ໆຫຼືບໍ່?

ເຖິງວ່າໃບໄມ້ທີ່ງາມທີ່ສຸດໃນໂລກ

ກໍ່ຈົ່ງເບີ່ງແລະວາງມັນລົງ

ຢ່າໄດ້ເອົາໃບໄມ້ໃບນີ້

ມາປິດດວງຕາຂອງເຮົາອີກຕໍ່ໄປເລີຍ

kapook.com

Delicious Digg Fark Twitter