ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 1, 2008 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ເມື່ອເຮົາເວົ້າເຖິງຄວາມຮັກເຮົາມັກຄືດເຖີງເເຕ່ຄວາມຮັກທີ່ມອບໃຫ້ເເຕ່ຄົນອື່ນ ເກືອບວ່າບໍ່ມີໃຜທີ່ຈະເວົ້າເຖິງຄວາມຮັກທີ່ມີໃຫ້ກັບຕົວເອງເລີຍ

ໃນສາຍຕາຂອງຄົນຈໍານວນຫລາຍເຫັນການມອບຄວາມຮັກໃຫ້ກັບຕົວເອງມັນເບີ່ງຄືການເຫັນເເກ່ຕົວ

ເເລ້ວເເມ່ນເເທ້ບໍ

ເເຕ່ທີ່ເເທ້ເເລ້ວການຮັກຕົວເອງກັບການເຫັນເເກ່ຕົວບໍ່ຄືກັນ

ການຮັກຕົວເອງເປັນສັນຊາດຕະຍານຫນື່ງທີ່ທຳມະຊາດສ້າງຂື້ນເພື່ອໃຫ້ຄົນເຮົາຢູ່ລອດເມື່ອສັງຄົມໃດ້ມີການທະວີຄວາມຊັບຊ້ອນຂື້ນ ການຮັກຕົວເອງກໍ່ລົດລະດັບໄປເປັນການເຫັນເເກ່ຕົວຊື່ງເປັນທີ່ບໍ່ມັກຂອງທຸກຄົນໄປ.

ການຮັກຕົວເອງຄືການຮັກກາຍະພາບຂອງຕົນ.ບໍ່ວ່າເກີດມາຫລໍ່ຫລືບໍ່.ສູງຫລືເຕ້ຍ ເຮົາກໍ່ສາມາດຍອມຮັບມັນມາໃດ້ເເຕ່ທໍາອິດທີ່ເກີດມາ.

ການຮັກຕົວເອງຄືການບໍ່ທໍາຮ້າຍຕົວເອງທາງຮ່າງກາຍເເລະຈິດໃຈ.ບໍ່ໃສ່ສານພິດເຂົ້າໄປໃນຮ່າງກາຍໂດຍບໍ່ຈຳເປັນ.ບໍ່ດື່ມເຫລົ້າ ສູບຢາຈົນເກີນຈຸດທີ່ຮ່າງກາຍຈະຮັບໃດ້.ບໍ່ກິນອາຫານຢ່າງໂລເລຈົນກະເພາະອາຫານຮັບບໍ່ໃດ້ໃ

ການຮັກຕົວເອງເເມ່ນການບໍ່ຕື່ມເເນວທີ່ເຮັດໃຫ້ເຮົາເຈັບຫົວໃຫ້ຕົວເອງ ບໍ່ລະບາຍອອກເມື່ອໃຈຮ້າຍເຊີ່ງຈະພິດຈະລາມມາເຖິງຮ່າງກາຍ

ເເລະຫລາຍຫລາຍຄົນບໍ່ເຂົ້າໃຈການຮັກຕົວເອງເເມ່ນການໃຫ້ອະໄພຕົວເອງ.

ຄົນທຸກຄົນລ້ວນເຄີຍເຮັດເລື່ອງບໍ່ດີ1ເລື່ອງຫລືອບໍ່ກໍ່2ເລື່ອງໃນຊີວິດ .

ບາງຄົນເຮັດເລື່ອງບໍ່ດີເເຕ່ຍັງນ້ອຍກໍ່ເລື່ອງທີ່ຕົວອງພິດພາດໄປເເລ້ວເເລະຈົດຈຳຝັງໃຈຈົນອາຍຸເຖົ້າຈົນຈະຕາຍຢູ່ເເລ້ວກໍ່ຍັງບໍ່ໃຫ້ອະໄພຕົວເອງ.

ໂຈນຮ້າຍທີ່ຂ້າຄົນມາຫລາຍຄົນເມື່ອກັບໃຈຍັງໃດ້ຮັບການໃຫ້ອະໄພຈາກຄົນຈຳນວນຫນື່ງ.

ເຮົາຈະຮັກຄົນອື່ນເເນວໃດໃດ້ຖ້າຍັງບໍ່ສາມາດຮັກຕົວເອງ.

ຖ້າຮັກຕົວເອງເເທ້ກໍ່ຕ້ອງຍອມໃຫ້ອໄພຕົວເອງເເລ້ວເດີນຫນ້າສູ້ກັບຊີວິດທີ່ເຫລືອ.

ມີເເຕ່ເຮົາເທົ່ານັ້ນທີ່ສາມາດຕັດສິນໃຈປ່ຽນເເປງຊີວິດຂອງເຮົາເອງໃດ້ເພາະວ່າເຮົາຕ້ອງລົງມືດ້ວຍຕົວເຮົາເອງ

ເຂົ້າໃຈ ຮຽນຮູ້ ປ່ຽນເເປງ ເເລ້ວກ້າວໄປຂ້າງຫ້ນາ

 

 

 

Delicious Digg Fark Twitter