ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 6, 2009 | ມີ 37 ຄຳເຫັນ ແລະ 0 trackback(s)

ໃຜທີ່ເຮັດຫຍັງຜິດກັບໝູ່ກັບຄູ່ ເມື່ອອ່ານເລື່ອງນີ້ແລ້ວກໍ່ໄປສາລະພາບນຳໝູ່ຊະ

ເລື່ອງຂອງເລຶ່ອງມີຢູ່ວ່າ : ທ້າວ ດຳ ແລະ ທ້າວ ຂາວ (ນາມສົມມຸດ) ເປັນໝູ່ຮັກກັນມາແຕ່ສະໄໝປະຖົມພຸ້ນລະ ເມື່ອໃຫຍ່ຂຶ້ນມາກໍ່ເປັນໝູ່ຮັກກັນຄືເກົ່າ,

ມື້ຫນຶ່ງ ທ້າວ ຂາວ ຍ່າງເຂົ້າມາຫາ ທ້າວ ດຳ ດ້ວຍຫນ້າຕາທີ່ເສົ້າໆແລະບອກວ່າມີເລື່ອງຢາກຈະເວົ້ານຳ

ທ້າວ ຂາວ : ດຳ ໃຫ້ກູເວົ້າສຸດກ່ອນເດີ້ ສຸດແລ້ວຖ້າມຶງສິຂ້າກູ ກູກໍ່ຍອມ

ທ້າວ ດຳ : ມີຫຍັງມຶງກໍ່ເວົ້າອອກມາແມ້ ກູຮັບໄດ້ທຸກເລື່ອງ ມຶງເປັນໝູ່ຮັກກູບໍ່ແມ່ນຫວະ

ທ້າວ ຂາວ : ກູສິບໍ່ເວົ້າອ້ອມໆອີກແລ້ວ ຟັງເດີ້

ທ້າວ ດຳ : ເອີ້

ທ້າວ ຂາວ : ວານນີ້ ກູພາແຟນມຶງເຂົ້າບ້ານພັກ ກູກັບລາວເມົາ ກູຂໍໂທດ ກູຂໍໂທດ .....

ເມື່ອເວົ້າສຸດ ທ້າວ ຂາວ ກໍ່ຄິດວ່າ ໄດ້ກິນຕີx ທ້າວ ດຳ ຄັກໆ ແຕ່ວ່າ ທ້າວ ດຳ ຊ້ຳພັດຖາມ ທ້າວ ຂາວ ຄືນວ່າ :

ທ້າວ ດຳ : ຄ່າບ້ານພັກແມ່ນໃຜຈ່າຍ???

ທ້າວ ຂາວ : ກະກູນີ້ແລະຈ່າຍນະ

ທ້າວ ດຳ : ບັກໂງ່ມຶງເອີ້ຍ

ທ້າວ ຂາວ ເກີດອາການງົງໆ ຈິ່ງຖາມ ທ້າວ ດຳ ວ່າ :

ທ້າວ ຂາວ : ເປັນຫຍັງມຶງຄືຖາມກູແນວນີ້ ???

ທ້າວ ດຳ : ມື້ນັ້ນກູພາແຟນມຶງເຂົ້າບ້ານພັກ ລາວຍັງຈ່າຍໃຫ້ກູ  ອິໆໆໆໆໆໆໆໆ

55555555555555555555555555555555555555555555555555555555555555




ການຫົວເຮັດໃຫ້ຊີວິດຍືນຍາວ           ດ້ວຍຄວາມເປັນຫ່ວງແລະປາຖະຫນາດີ ຈາກ TTXNOTE

 

 

Delicious Digg Fark Twitter