ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 26, 2010 | ມີ 10 ຄຳເຫັນ ແລະ 0 trackback(s)


ຄວາມເຖົ້າຄວາມແກ່ນີ້ ເປັນບັນຫາໂລກແຕກແລ້ວ..

ທາງປະເທດຮອນແລນວ່າຈະຮ່າງກົດຫມາຍອອກມາວ່າ ຜູ່ເຖົ້າເກີນ ເຈັດສີບປີໄປແລ້ວ ບໍ່ຈຳເປັນຕ້ອງປິ່ນປົວ!!!

ເຣື້ອງມັນກະມີຢູ່ວ່າ:ເຫັດການຂອງຊາຍເຖົ້ຈາກສາມປະເທດມາເວົ້າສູ່ກັນຟັງ.

ຈະເປັນແບບຕະຫຼົກຊວນຫົວກະໄດ້ ເປັນແບບທ້າທາຍສັງຄົມກະດີ!!

ເຖົ້າອັງກິດທີ່ອອກກິນເບັ້ຍບຳນານ, ຮອດຍາມວັນເສົາວັນທີດກະ ຖືແກ້ວວິສກີ້ ຈອນນີວອກເກີ້

ໄປນັ່ງເຫຍັ້ນນ້ອຍເຫຍັ້ນໃຫຍ່ຢູ່ໃນ `` ປັບ`` ແລະກະ ນັ່ງ..

ນັ່ງ....

ນັ່ງເຈົ່າຢູ່ກັບແກ້ວກັບຈອກຫັ້ນ..ຈົນແລ້ວມື້ແລ້ວເວັນໄປ....

 

ອັນຜູ່ເຖົ້າຝຣັ່ງ ກະຖືແກ້ວເຫຼົ້າ ການວາໂດສ ໄປນັ່ງເຈົ່າຢູ່ໃນ

``ຕາແວກ `` ບ່ອນໃດບ່ອນຫນຶ່ງ ແລະ ກະນັ່ງ...

ນັ່ງ...ຢ່ອນອາຣົມຈົນຫມົດມື້....

 

ສ່ວນຜູ່ເຖົ້າເບັ້ຍບຳນານ ຊາວໂປແລນ ນີ້ກະຖືແກ້ວໄປຄືກັນ...

ແລະໄປນັ່ງ...

ນັ່ງ....ຖ້າໃນມືກະຖືແກ້ວ ນັ່ງຖ້າກັນໄປ ບໍ່ຮູ້ຍາມໃດ

ນັ່ງຖ້າ ເກືອບຫມົດມື້.

ຖ້າພນັກງານຫ້ອງຄົ້ນຄົ້ວມາເອົາແກ້ວປັດສະວະທີ່ເອົາມາເພື່ອຈະໄປກວດຫັ້ນ...!!

ຂຽນເມື່ອ ຂຽນເມື່ອ: ມ.ກ.. 8, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

ຢູ່ສານຊັ້ນຕົ້ນຂອງນະຄອນນາຣົກແຫ່ງຫນຶ່ງ

ໄດ້ມີການໂຈດແລະຟັງຄຳໃຫ້ການຂອງບັນດາວິນຍານ

ທີ່ບໍ່ຮູ້ຕົ້ນສາຍປາຍເຫດວ່າເປັນຫຍັງທີ່ຕ້ອງຈະໄດ້ໄປລົງນາຣົກ.

ຂຸນສານແຫ່ງນາຣົກຖາມວິນຍານທຳອິດວ່າ:``ເຈົ້າເຮັດຜິດເຣື້ອງໃດຈຶ່ງຖືກສົ່ງມາລຸ່ມພີ້?``

-ກະບໍ່ມີຫຍັງຫນາທ່ານ,ພຽງແຕ່ວ່າຖືກປະຫານຊີວີດເພາະວ່າໄດ້ຂ້າຄົນແບບບໍ່ເຈຕນາສອງຄົນ!

-ບໍ່ເຂົ້າໃຈ! ຊ່ອຍອະທິບາຍຕື່ມແນ່!

-ຍາມກັບມາເຮືອນກ່ອນໂມງເທື່ອໃດເຫັນເມັຍນອນຍູ້ມເປີ້ຍຢູ່ຕຽງຢ່າງມີຫຼັກໃນແບບວ່າມີຄວາມສຸຂ,

ປານວ່າຂື້ນສວັນທັງເປັນນີ້!

!?!?-ທ່ານຂຸນສານງົງແຕຫັນຫນ້າໄປຖາມຕໍ່ໄປກັບວິນຍານ່ອື່ນ..

ຂຸນສານແຫ່ງສານນາຣົກຖາມວິນຍານໂຕທີສອງວ່າ:``ເຈົ້າເດຊັ້ນເພາະເຫັດໃດຈຶ່ງຖືກສົ່ງລົງມາພີ້?``

-ທ່ານທີ່ເຄົາຣົບ ກະບໍ່ຮູ້ແຫຼ້ວ ເພາະນັ່ງຢູ່ໃນຕູ້ເຢັນດີໆ...

-ຂຸນສານແຫ່ງເມືອງນາຣົກຖາມວິນຍານດວງທີສາມ ແບບດຽວກັນ.

-ຜູ້ຂ້າກະບໍ່ຮູ້ຄືກັນພວມນັ່ງຕັ່ງທີ່ຢູ່ກ້ອງເຊັຍຂອງເພື່ອນບ້ານຢູ່,ຢູ່ບໍ່ຢູ່ກະມີຕູ້ເຢັນຕົກລົງມາຫຼີກນຳບໍ່ທັນ!!!

 

ປລ.ເກັບກຳມາແຕ່ໃສບໍ່ຮູ້ມັນຂ້ອງຢູ່ໃນເສັ້ນສຫມອງທີ່ໄດ້ອ່ານມາແຕ່ນານ.

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 2, 2010 | ມີ 8 ຄຳເຫັນ ແລະ 0 trackback(s)

ໄດ້ເກັບກຳມາຈາກຫນັງສືພິມທ້ອງຖິ່ນຂອງໂປແລນບາງສບັບມາຄາຍຄຽດກັນຕ້ອນຮັບປີໃໄຫມ່ນໍ:

໑ - ຕາມຂ່າວລືກັນວ່າ ຊາວສກອດແລນນີ້ເປັນຄົນຂີ້ຖີ່!

"ບ່າວ ແວງສກອດ ທີ່ຫາກໍກັບມາແຕ່ການນັດພົບກັບແຟນພໍມາຮອດເຮືອນພໍ່ກະຖາມໂລດວ່າ:

-ເປັນຈັ່ງໃດການພົບປະນັ້ນໄດ້ເຣື້ອງດີບໍ່ລູກ?

-ກະບໍ່ຂີ້ລ້າຍດອກພໍ່,ລູກຈ່າຍໄປພຽງສາມປອນເທົ່ານັ້ນ!

-ໂອໆໆໆໆຫຼາຍແທ້, ຫຼາຍແທ້ຫຼາຍວ່າ!

- ອີ່ພໍ່ເອີຍ, ກະຍ້ອນວ່າເລົາບໍ່ມີຫຼາຍໄປກວ່ານັ້ນເດ!"

 

໒ - ມີສາວຮູບບາງຮ່າງນ້ອຍນາງຫນຶ່ງໄຫວ້ວອນຕໍ່ອົງພະເຈົ້າທຸກໆມື້ກ່ອນກິນເຂົ້າວ່າ:

" ຂໍໃຫ້ພະເຈົ້າຜູ່ສັກສິດຈົ່ງດົນບັນດານໃຫ້

ເຊື້ອ ກາລໍຣີທັງຫມົດທີ່ກິນທຸກຄາບນີ້ໄປເຕົ້າໂຮມກັນຢູ່ຫົວນົມແຫ່ງດຽວທ້ອນ!

ສາທຸ!"

໓-

"ທ່ານຫມໍທີ່ເຄົາຣົບ, ທ່ານຈົ່ງ ຊອ່ຍຂ້ອຍແນ່, ຊ່ອຍຂ້ອຍແນ່, ຊ່ອຍຂ້ອຍແນ່.

ເພາະທຸກສິ່ງອັນ ຂ້ອຍຕ້ອງໄດ້ເຮັດ ສາມເທື່ອ, ສາມເທື່ອ, ສາມເທື່ອ.

ມັນຊ່າງພາໃຫ້ຂ້ອຍອິດເມື່ອຍແທ້ໆ.

ແຕ່ວ່າເມັຍຂ້ອຍ ຜັດດີໃຈ, ດີໃຈ, ດີໃຈ..."

ແປຈາກວາຣະສານ ANGORA

ຂຽນເມື່ອ ຂຽນເມື່ອ: ພ.ພ.. 21, 2009 | ມີ 11 ຄຳເຫັນ ແລະ 0 trackback(s)

ບົດຂຽນທັງຫມົດແປມາຈາກວາຣະສານສບັບຫນຶ່ງຈາກປະເທດຢູໂຣບຕາວັນອອກ ອະດິດ ສະຫາພັນ ຣັດເຊັຍ.

ບໍ່ຫມາຍຫມັ້ນຈະເອົາມາເປັນກະທູ້ທາງການເມຶອງແຕ່ຢ່າງໃດ.

ເຣຶ້ອງມີຢູ່ວ່າ ແຕ່ລະມຶ້ໃດໃນຣາຍການຂອງສຖານິແຫ່ງນີ້ກະມີແບບຕະລົກແບບຈິງແລະສຽດສີສັງຄົມໄປໃນໂຕ.

ໃນຣາຍການມີຄຳຖາມແລະຄຳຕອບ ຈະໃຊ້ໂຕ ຖ ກັບ ໂຕ ຕ ເອົານໍ.

ອາໂລອາໂລ! ທີ້ນີ້ວິທຍຸເອຣາວັນ!

ຖ.ມັນແມ່ນແທ້ບໍ່ວ່າ ນັກກະວິທິ່ມີຊຶ່ສຽງ `ມາຢາກອບສະກິ `ໄດ້ຂ້າໂຕຕາຍ?

ຕ.ແມ່ນແທ້ລະບໍ. ພວກເຮົາຍັງສາມາດ ໄດ້ອັດເອົາຄວາມເວົ້າປະໂຍກສຸດທ້າຍຂອງເລົາໄວ້ນີ້ເດ: ສະຫາຍ ຈົ່ງ ຢ່າຍິງ!

ຖ.ມັນແມ່ນແທ້ບໍ່ທີ່ວ່າເຮຶອດຳນ້ຳຂອງສະຫາພາບໂຊວຽດນັ້ນດຳນ້ຳໄດ້ນານເປັນປະຫວັດສາດ?

ຕ. ກະແມ່ນລະບໍ.ສອງລຳທີ່ດຳລົງໄປແຕ່ປີ 1957 ຍັງບໍ່ທັນຂື້ນມາເທົ້າປານນີ້.

ຖ.ຈະໃຫ້ນິຍາມຄຳວ່າຄອມມຸນິດຈັ່ງໃດດີ?

ຕ.ກະແມ່ນບຸກຄົນຜູ້ທີ່ຫມົດຄວາມຫວັງທີ່ຈະໄດ້ເປັນນາຍທຶນ.

ມີມຶ້ຫນຶ່ງສະມາຊິກພັກຄອມມຸນິດໂຊວຽດ ກັບມາບ້ານໄດ້ພົບວ່າເມັຍກຳລັງປຸຈິປຸຈຳກັບຊູ້ຢູ່ເທິງຕຽງກະເລີຍໄປຟ້ອງຂຶ້ນສານເພຶ່ອຢ່າຮ້າງ.

ໃນຄະດີຢ່າຮ້າງພັດຖຶກຕ້ອງຫາວ່າເປັນຜູ້ຜິດ.ເລີຍຖາມໄປວ່າຜິດຈັ່ງໃດ?

ກະຜິດແທ້ຜິດວ່າ ກະເພາະວ່າໄດ້ອອກຈາກວຽກຈາກງານກ່ອນເວລາ!!

 

ຖ.ເປັນຫຍັງຈຶ່ງເອິ້ນ ໂຊວຽດເປັນ`ອ້າຍໃຫຍ່` ແທນທີ່ຈະເອິ້ນ` ສ່ຽວ`?

ຕ.ເພາະສ່ຽວຫັ້ນເລຶອກເອົາໄດ້!

ຖ.ແລ້ວການເລຶອກຕັ້ງຢູ່ຣັດເຊັຍນີ້ມັນເປັນໄປຢ່າງໃດ?

ຕ.ສະຫາຍທັງຫຼາຍ,ຜູ້ໃດເຫັນດີ ລົງຄະແນນ ກະປ່ອຍມຶລົງແລ້ວກະໝີອອກຈາກຝາໄປໄດ້!

ຖ.ມັນມີຫຍັງແຕກຕ່າງກັນຣະຫວ່າງກົດຫມາຍຂອງຣັດເຊັຍກັບຂອງອະເມຣິກາ?

ຕ.ກົດຫມາຍຣັດເຊັຍຮັບປະກັນສິດທິໃນການປາກເວົ້າ ບາດຂອງອະເມຣິການັ້ນວ່າມີອິສຣະພາຍຫຼັງປາກເວົ້າ!

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 9, 2009 | ມີ 8 ຄຳເຫັນ ແລະ 0 trackback(s)

ເລຶອກມາພິເສດສຳຫຼັບ `ວິກແກນ` ເປັນ ເຣື້ອງຕະລົກຍິ້ວ ຕາມເຄີຍ.

ເຣື້ອງມີຢູ່ວ່າມີທ່ານເອລິຊາ ໄດ້ພາເມັຍຜູ້ທີ່ພວມແຕ່ງງານກັນມາໃຫມ່ໆ

ໄປ `ຮັນນິມູນ`ກັນແຄມທະເລແຖວ ຕາກອາກາດທີ່ມີຊື່ສຽງຂອງຝຼັ່ງເສດ.

ແມ່ນວ່າຈະເປັນທ້າຍຣະດູແຕ່ກະຍັງມີຜູ້ຄົນມາພັກຜ່ອນຕາກອາກາດຢ່າງຫຼວງຫຼາຍ.

ຂີ້ລ້າຍແຕ່ວ່າເປັນລູກຂອງຜູ້ຮັ່ງມັ່ງມີ,ເມັຍ ຂອງທ່ານເອລິຊາກະມາຢຶນຢູ່ແຄມທະເລ

ແລະກະສແດງຄວາມຕຶ່ນເຕັ້ນກັບຄື້ນຟອງຂອງທະເລ.

ຊີ້ມຶໃຫ້ຜົວເບິ່ງທັງເວົ້າວ່າ: ເອລິຊາເບິ່ງແມທະເລຄືວ່າບໍ່ສງົບ,ຄືຢາກຮ້າຍນີ້!

ຜູ້ເປັນຜົວກະແນມເບິ່ງທະເລ

ຕໍ່ມາລະກະແນມເບິ່ງເມັຍຜູ້ຂີ້ລ້າຍທ້າຍເປຂອງໂຕເອັງແລະກ່າວຂື້ນວ່າ:

ບໍ່ມີຫຍັງທີ່ຫນ້າປະຫຼາດນີ້ຫນ່າ

ແຕ່ວ່າ ຍັບອອກໄປໄກໆນ້ຳນັ້ນແນ່ ບໍ່ດົນທະເລກະຊິສະງົບລົງດອກ!

ຂຽນເມື່ອ ຂຽນເມື່ອ: ພ.ພ.. 2, 2009 | ມີ 13 ຄຳເຫັນ ແລະ 0 trackback(s)

ພາຍຫຼັງທີ່ຜ່ານການກວດສອບຄັ້ງສຸດທ້າຍກ່ອນຈະໃຫ້ໃບຢັ້ງຢືນອອກຈາກໂຮງຫມໍໄປ.

ຜູ້ປ່ວຍໄດ້ຖາມວ່າຄວນຈະຫຼີກເວັ້ນການກິນແນວໃດ ຄືມີຫຍັງຕ້ອງຫ້າມ ທ່ານຫມໍກະຕອບວ່າ:

-ຫ້າມບໍ່ໃຫ້ກິນເຂົ້າຈິ່,ຜັກ,ຫມາກໄມ້ ເຄື່ອງດອງຕ່າງໆແລະ ເຂົ້າຕົ້ມເຂົ້າຫນົມ-ຫມໍບອກ

-ຄັນຊັ້ນຊິກິນຫຍັງໄດ້?- ຄົນເຈັບຍັງສໍ້ຕໍ່ໄປ

-ດື່ມຫຍັງໄດ້ແນ່?ຄົນເຈັບຍັງຖາມບໍ່ຢຸດເພາະຮູ້ສືກຫວາດຣະແວງ

-ບໍ່ໄດ້, ຫ້າມດື່ມແນວເປັນນ້ຳທຸກຊນິດ-ຫມໍຕອບແບບສັ້ນໆ

-ເຫຼົ້າເດຊັ້ນ?

-ກະບໍ່ໄດ້ຄືກັນແຕ່ວ່າ ຖືມາໃຫ້ໄດ້ຢ່າງດຽວ!

-ຄັນຊັ້ນຊິໃຫ້ຢູ່ຈັ່ງໃດ ອິ່ຫຍັງກະຫ້າມຫມົດ!

ຫມໍກະຕອບໄປວ່າ`ກະຢູ່ດ້ວຍຈິນຕະນາການບໍ່ພໍຫວ໋ະຊັ້ນ!!`

ຂຽນເມື່ອ ຂຽນເມື່ອ: ມ.ສ.. 27, 2009 | ມີ 14 ຄຳເຫັນ ແລະ 0 trackback(s)

ໃນມື້ປະຖົມມະເລີກໃນການໄດ້ໃບຂັບຂີ່ໃຫມ່

ຜູ້ເປັນຜົວໄດ້ກ່າວເຕືອນຜູ້ເປັນເມັຍຢ່າງເປັນກັນເອັງ

ກ່ອນທີ່ຈະໃຫ້ເມັຍນັ່ງຫຼັງພວງມະໄລວ່າ:

`ຫາກເຈົ້າເຫັນໄຟສີແດງກໍໃຫ້ຢຸດຣົຖ,

ຫາກເຫັນໄຟສີຂຽວກໍຂັບໄປໂລດ

ແຕ່ !!

ບາດເຈົ້າເຫັນສີໝ້າຂ້ອຍມັນ ມ້ານໆ ແລ້ວໃຫ້!!!

ໃຫ້ເຣັດຫຍັງ?

ໃຫ້ຕຽມເງີນໄວ້!!

ຕຽມໄວ້ເຮັດຫຍັງ???

ກໍ ຕຽມໄວ້ ເປັນຄ່າປັບໄຫມຫັ້ນລະບໍ!! ສ່າງຖາມ.

ຂຽນເມື່ອ ຂຽນເມື່ອ: ມ.ສ.. 20, 2009 | ມີ 21 ຄຳເຫັນ ແລະ 0 trackback(s)

ເຣື້ອງມີຢູ່ວ່າ ໃນຫມູ່ບ້ານຊາວເຂົາແຫ່ງຫນື່ງ,ໄກຈາກຫ້ວຍຈາກ ຫນອງນ້ຳ ນ້ຳສ້າງກໍເລີກ ແລະກໍມີລູກຫຼາຍຄົນ.

ເບີ່ງຜູ້ໃດກໍແອ່ວພໍ່ແອ່ວແມ່ຢາກໄດ້ນັ້ນໄດ້ນີ້ຢູ່ບໍ່ຂາດຍາມ.ຜູ້ເປັນພໍ່ກໍມັກງ່າຍທັງມັກມ່ວນອີກດ້ວຍ.

ຮອດຍາມຄ່ຳມາກໍຕ້ອງອາບນ້ຳຫຼືລ້າງສ່ວຍກ່ອນເຂົ້ານອນແຕ່ວ່ານ້ຳກະບໍ່ມີພຽງພໍ

ເບີ່ງລູກຜູ້ໃດກໍເປີະກະເປື້ອນ,ຜູ້ເປັນຜົວເລີຍເອີ່ຍປາກຕໍ່ເມັຍວ່າ

alt``ມັນຍາກມັນຊາຫຼາຍ, ມາ ເຮັດເອົາໃຫມ່ບໍ່ດີກວ່າຫວ໋ະ?!``

ຂຽນເມື່ອ ຂຽນເມື່ອ: ມ.ສ.. 14, 2009 | ມີ 9 ຄຳເຫັນ ແລະ 0 trackback(s)

ນີ້ເປັນເຣື້ອງຕຼົກຂອງຄົນຍີ້ວ!

ຫນື່ງໃນຈຳນວນນັກສະແດງຢູ່ໂຮງລະຄອນໄດ້ເວົ້າກັບຜູ້ອຳນວຍການໂຮງລະຄອນ ອາບຣາຮຳ ຄອນ ວ່າ:

``ທ່ານຜູ້ອຳນວຍການ ຮູ້ບໍ່ວ່າ ເວລາຂ້າພະເຈົ້າສະແດງເທີງເວທີ,

ບົດບາດການສະແດງຂອງຂ້າພະເຈົ້າມັນກວມໄປຫມົດທັງໂລກ,

ເວລານັ້ນ ຂພຈ ບໍ່ເຫັນຮອດ ຄົນທີ່ມານັ່ງເບີ່ງໃນໂຮງລະຄອນເລີຍ``alt

``ແມ່ນແທ້ໆ,ຍາມໃດທ່ານສະແດງຫັ້ນນະalt``  ຜູ້ອຳນວຍການຕອບອອກໄປ,  ``ຂ້ອຍກະບໍ່ເຄີຍເຫັນຄົນມາເບີ່ງໃນໂຮງຈັກຄົນຄືກັນalt``

?!?alt

ຂຽນເມື່ອ ຂຽນເມື່ອ: ມ.ສ.. 9, 2009 | ມີ 14 ຄຳເຫັນ ແລະ 0 trackback(s)

ຫຼານຊາຍດີໃຈແລ່ນມາຫາພໍ່ເຖົ້າເພື່ອເລົ່າເຫດການທີ່ຕົນຄີດໄດ້, ວ່າຊິເອົາຫຍັງມາເປັນຂອງຂວັນວັນເກີດໃຫ້ພໍ່ຕູ້ທີ່,ສອງສາມມື້ຈະຄົບຮອບອາຍຸ ແປດສີບປີພໍດີ.ເມື່ອພໍ່ເຖົ້າເຫັນຫຼານມີທ່າທີຕື່ນເຕັ້ນຈັ່ງຊັ້ນກໍຟ້າວຖາມຫຼານຊາຍວ່າ :``ມີຫຍັງເກີດຂື້ນບັກຫຳ, ຄືມາ ຕື່ນມາເຕັ້ນແທ້ນີ້alt?``

ຫຼານຊາຍກໍກະວົກກະວົນຮີບຟ້າວຕອບແກມຖາມໄປພ້ອມ:`` ຄືວ່າໃນງານວັນເກີດຂອງພໍ່ຕູ້ຫັ້ນລະ! ຫາຂອງຂວັນມາໃຫ້ບໍ່ຈັກວ່າມັນຊິຖືກໃຈບໍຫຼືບໍ່!!``

ພໍ່ເຖົ້າຖາມຂື້ນ``ມັນແມ່ນຫຍັງ?``alt

``ມັນກໍມີຢູ່ວ່າເປັນກໍຣະນີຂ່າວດີກັບຂ່າວບໍ່ດີ ຢາກຈະຟັງຂ່າວໃດກ່ອນ?``ຫຼານຊາຍຖາມຄືນ.

``ເອົາຂ່າວດີກ່ອນຕີບັກຫຳ``ພໍ່ເເຖົ້າ ກ່າວຂື້ນຢ່າງສົນໃຈແລະແປກໃຈວ່າມັນມີຫຍັງລຶກລັບແທ້!alt

``ຄືວ່າຫຼານໄດ້ໄປຕິດຕໍ່ນຳສຳນັກງານພວກນາງຣະບຳ,ຄືວ່າຈະມີນາງຣະບຳມາເຕັ້ນໂຊໃນງານວັນເກີດຂອງຕູ້ຫັນລະ``alt

``ເອີ,ຄັກຫຼາຍໆ``ພໍ່ເຖົ້າດີອົກດີໃຈແລະຊົມເຊີຍຊາຍຢ່າງສຸດອົກສຸດໃຈ ແລ້ວຖາມຕໍ່``ອັນຂ່າວບໍ່ດີເດຊັ້ນແມ່ນຫຍັງ?``

ຫຼານຊາຍສແດງທ່າທີອືກໆອັກໆແຕ່ຂີນໃຈບໍ່ໄດ້ກໍຕອບພໍ່ເຖົ້າອອກໄປວ່າ``ກໍຄືວ່າ..ນາງຣະບຳຫັ້ນກໍມີອາຍຸໃນຣຸ້ນຣາວຄາວດຽວກັບພໍ່ຕູ້ຫັ້ລະ``

ພໍ່ເຖົ້າ``!!?alt?``altalt