-ຊື່ເຣື້ອງ:ຂິງປ່າ
Wild Ginger
ຜູ່ແຕ່ງ:Anchee Min
ພີມອອກ:2002.
ຕອນທີ ໑.
ຂ້ອຍຈື່ໄດ້ວ່າສາຍຕາຂອງນາງນັ້ມີສີສັນຂອງຄົນຕ່າງຊາດແອບແຝງຢູ່.
ແກ້ວຕາມີສີຂຽວອ່ອນແກມເຫຼືອງນິດຫນຶ່ງ .ມັນພາໃຫ້ຂ້ອຍຄິດເຫັນວ່າຄືກັບຕາແມວປ່ານີ້ລະ. ເລົາຢືນຢູ່ປະຕູເຂົ້າຫ້ອງຮຽນ.
ຫນ້າຕາຊຸກເຊຶ່ອງໄວ້ໃນເງົາຮົ່ມ, ແຕ່ແສງແດດຈາກດ້ານຫຼັງຂອງເລົາເບິ່ງເຫມຶອນກັບໂຄມໄຟສີແດງອັນມະຫືມະຕັ້ງຢູ່.
ເມຶ່ອດວງຕາເວັນໄດ້ຂື້ນສູງນ້ອຍຫນຶ່ງກະພາໃຫ້ແສງສະຫວ່າງເປິດຄຸມໄປທົ່ວ.
ແສງທອງໄດ້ສາດສ່ອງຜ່ານປ່ອງອ້ຽມ,ແລະໄດ້ສະທ້ອນຕໍ່ດວງຕາຂອງນາງ. ຢູ່ບ່ອນຫັ້ນລະ, ໃນດວງຕາທັງສອງດວງນັ້ນຂ້ອຍໄດ້ເຫັນຄື້ນຟອງຂອງນ້ຳ. ຈາກພື້ນທ້ອງຂອງຫນອງນັ້ນໄດ້ສະທ້ອນໃຫ້ແສງສຫວ່າງກະຈາຍໄປ.
ຫມູ່ພຶດພັນຫຍ້ານ້ຳທີ່ເຝຶອຝັ້ນກັນຕາມກະແສນ້ຳຢ່າງມີສິລຄ້າຍດັ່ງນາງຣະບຳຈາກສະໄຫມໂບຮານທີ່ນຸ່ງຖືອາພອນອັນສະງ່າ ແລະມືອັນຍຶດຍາວ.
ຂ້ອຍຈຳໄດ້, ຂ້ອຍຄິດວ່ານາງຄົງບໍ່ແມ່ນຍິງສາວຈີນ. ຕໍ່ມາຂ້ອຍເວົ້າກັບໂຕເອງວ່າ: ບໍ່, ມັນເປັນໄປບໍ່ໄດ້. ແນ່ນອນແສງຂອງຕາເວັນຫຼີ້ນ
ເສັ້ນຫຼອກລວງຕໍ່ສາຍຕາຂອງຂ້ອຍ. ນາງກະເປັນຄືກັນກັບຂ້ອຍນີ້ແຫຼະ, ສາວນ້ອຍທີ່ມີຜົມເຝຶອທີ່ຫນາໆຢ່ອນລົງຂ້າງຫູທັງສອງເບື້ອງ.
ເລົານຸ່ງເສື້ອແຈກແກດສີຟ້າແກ່ແບບລັກສະນະຂອງ``ເມົາເຊຕຸງ``.ເລົາໃສ່ເກີບສີຫມົ່ນແບບທະຫານ, ທີ່ນີ້ວຕີນຂອງນາງຊູຊັນຂື້ນໃຫ້ເຫັນ.
ຂ້ອຍບໍ່ໄດ້ເຫັນວ່າເທິງບ່າກ້ຳຊ້າຍຂອງນາງມີສາຍພານຂອງ``ກອງອາຣັກຂາແດງ``.
ຂ້ອຍຈື່ຈຳຄວາມຢ້ານກົວ, ທີ່ຂ້ອຍຮູ້ສືກໃນເວລານັ້ນ.
ອັນນັ້ນແຫຼະເປັນສິ່ງທີ່ເຝຶອຝັ້ນສອງເຮົາຫາກັນ - ຄືຄວາມບໍ່ແນ່ນອນໃນອຸດົມການທາງການເມຶອງ.
ຂ້ອຍໄດ້ຄິດເຖິງ ``ຫມາກພິກເເດງ``,ບຸກຄົນທີ່ເປັນຜູ່ກົດຂີ່ຂົມເຫັງພວກເຮົາ ກະຄືນາງຜູ່ບັງຄັບບັນຊາ ກອງອາຣັກຂາແດງ.
ຜູ່ບັງຄັບບັນຊານີ້ຕ້ອງຄິດສົງສັຍໄປວ່າ, ນາງສາວຜູ່ມາໃຫມ່ນີ້ ຕ້ອງເປັນຫົວປະຕິການແນ່ນອນ.
ແລະກະພາໃຫ້ຂ້ອຍຄິດສົງສານແລະເສັຍໃຈກັບລາວຜູ່ມາໃຫມ່ນີ້ ປານກັນກັບໂຕເອງນີ້ລະ. ເພິ່ນບໍ່ຮັບເອົາໂຕເອງເຂົ້າເປັນສະມາຊິກຂອງກອງອາຣັກຂາແດງ, ເພາະວ່າຂ້ອຍບໍ່ໄດ້ເກິດຢູ່ໃນຄອບຄົວຂອງຊົນຊັ້ນກຳມະກອນຈາກສາມຊົ່ວຄົນມາ. ພໍ່ແມ່ຂອງຂ້ອຍແລະປູ່ຍ່າຕາຍາຍກະເປັນນາຍຄູສອນຫນັງສື. ມັນບໍ່ມີຄວາມຫມາຍຫຍັງທີ່ພວກເຮົາກະທົນທຸກທໍຣະມານຍ້ອນຄວາມທຸກຍາກຫິວໂຫຍ.
ພວກເຮົາເຄີຍຢູ່ອາສັຍຢູ່ຊຽງໄຮ້, ຢູ່ໃນເຮຶອນທີ່ດັດແປງຈາກບ່ອນຈອດຣົຖ ທີ່ພາກັນຊົ້ນຫົວກັນຢູ່ແປດຄົນນຳກັນໃນຫ້ອງດຽວ.
ຫມາກພິກເຜັດ ເຊື່ອຫມັ້ນໃນການໃຊ້ຄວາມຮຸນແຮງ. ການຂ້ຽນຕີເປັນວິທີຂອງນາງ. ນາງກ່າວວ່າ:ຈະ
``ບີບຄັ້ນ ``ການມີ``ສາຍເລຶອດອັນເປິະເປື້ອນຂອງສັກດີນາ``ຈາກໂຕນ້ອຍໃຫ້ຫມົດ. ທາງການຂັ້ນສູງແລະປະຊາຊົນເຫັນດີແລະສະຫນັບສະຫນຸນໃນວິທີການຂອງນາງ.
ພາກັນຖືວ່າ ບຸກຄົນຢ່າງຂ້ອຍມີ``ຂີ້ຝຸ່ນປະຕິການ``ຢູ່ໃນຫົວ.
ປະທານເມົາໄດ້ສິດສອນໄວ້ວ່າ:``ຫາກບໍ່ມີຟອຍກະບໍ່ສາມາດປັດຝຸ່ນນີ້ຖີ້ມໄປໄດ້``.
ຫມາກເຜັດແດງ ຖືວ່າຕົນເປັນ``ຟອຍຂອງການປະຕິຫວັດ``.
ນາງມີດວງຕາຄ້າຍຕາຫນູ ແລະຮູບຮ່າງຄືໂຕຄ້າຍໂຕນາກນ້ຳ. ບໍ່ມີຄໍ. ຖືຊົງຜົມແຊມຫນ້າ ເບິ່ງດວງຕາຂອງເລົາປານວ່າຢູ່ໃນຄອກ.
ເລົາຍ່າງເດິນໄປມາກັບສາຍບ່ຽງທີ່ມີຂໍ່ຂຽນຂອງ
``ກອງອາຣັກຂາແດງ``ເທິງບ່າ ແລະທັບກັບເສື້ອໂຕບັກໃຫຍ່ສີຂຽວຂອງທະຫານ.
ນາງແສນພາກພູມໃຈໃນການນຸ່ງຖືນີ້, ແຖມຍັງມີຕັ້ງສີ່ຖົງ.ເພາະ ຖົງເສື້ອນີ້ບົ່ງບອກເຖິງຂັ້ນແລະຊັ້ນຂອງຜູ່ນຸ່ງຖື. ມີຖົງຫຼາຍທໍ່ໃດຍິ່ງມີຂັ້ນສູງທໍ່ນັ້ນ.
ເຄື່ອງນຸ່ງທະຫານຊຸດນີ້ໄດ້ມາຈາກລູງຂອງນາງ, ທີ່ໄດ້ຮັບໃຊ້ໃນກອງທັບປົດປ່ອຍປະຊາຊົນ. ແລະກະຍັງມີກະດຸມຫນ່ວຍບັກໃຫຍ່ສອງອັນປານກຳປັ້ນນີ້ ທີ່ເຮັດມາຈາກດິນເຜົາ,ມີຮູບຂອງປະທານເມົາຢູ່ໃນ. ນາງໄດ້ປັກຕິດເທິງຫນ້າເອິກທັງສອງກ້ຳ. ກະດູມທັງສອງນັ້ນມີສີຫມາກຄາຍຂອງທ້ອງຟ້າໃນຍາມເຊົ້າ
ກັບຫົວຂອງປະທານເມົານ້ອຍໆຢູ່ໃຈກາງ. ຫາກເບິ່ງແຕ່ໄກມັນຄືກັນກັບວ່າ ນົມສອງຫນ່ວຍນັ້ນກັບຫົວຂອງປະທານ ໃນລັກສະນະທີ່ ເປັນຫົວນົມບໍ່ຕ່າງຫຍັງ.
ທຸກໆເຊົ້າ ຫມາກພິກເຜັດ ໄດ້ຍ່າງນຳຫນ້າ ກຸ່ມ ເພຶ່ອຈະໄປສະກັດກັ້ນປະຕູເຂົ້າໂຮງຮຽນ. ຢູ່ຫັ້ນໄດ້ກວດກາຄວາມເປັນຜູ່ສື່ສັດແກ່ປະທານເມົາ. ທາງໂຮງຮຽນ
ໄດ້ກຳຫນົດໃຫ້ແຕ່ລະຄົນຖືເອົາ``ຊັບສົມບັດສາມຢ່າງ``ມານຳ ຄື:ກະດູມ ກັບຫົວປະທານເມົາ, ປື້ມນ້ອຍຫນ້າປົກແດງ (ທີ່ພິເສດກະຄືບົດຂຽນຂອງເມົາເຊຕຸງ) ແລະ, ຖ້າຫາກວ່າເປັນສະມາຊິກຂອງກອງອາຣັກຂາແດງ ກະແມ່ນສາຍພານເທິງບ່າ.ຖ້າຫາກວ່ານັກຮຽນຄົນໃດຫາກຫຼົງລືມ ຫມາກພິກເຜັດ ຈະເອົາເດັກຄົນນັ້ນເຂົ້າແຖວແລະບັງຄັບໃຫ້ຢືນຢູ່ຫັ້ນຈົນວ່າສຽງກະແຫຼ່ງສັນຍານເຂົ້າຫ້ອງຮຽນດັງຂື້ນ. ບາງຄັ້ງກະເລຶອກກວດແບບສ່ຽງຄືຈົກສະຫຼາກຖຶກ
ໃຜຜູ່ໃດກະແລ້ວແລະຈະຖາມຫາແນວຄິດທີ່ສຳຄັນຈາກບົດປະພັນຂອງປະທານເມົາ. ນາງຈະບອກຫນ້າຂອງຫນັງສືແດງນັ້ນແລະຜູ່ທີ່ຖຶກກວດກະຕ້ອງໄດ້ເລົ່າຂໍ້ຄວາມດັ່ງໃນປື້ມນັ້ນ. ຖ້າຫາກວ່າ ເວົ້າຜິດ ຫມາກພິກເຜັດ ກໍຈະຕັດສິນ ແລະເລືອກວິທີລົງໂທດຢ່າງໃດຕໍ່ຜູ່ກ່ຽວ:ອາຈໃຫ້ຢືນຢູ່ຕໍ່ຫນ້າປະຕູຂົງ ແລະເລົ່າບົດນັ້ນໆເປັນຮ້ອຍເທຶ່ອຈົນວ່າຜູ່ກ່ຽວສາມາດທ່ອງໄດ້ຕິດປາກ,
ຫຼື ວ່າຕ້ອງເຮັດຄວາມສະອາດຫ້ອງສ້ວມຂອງໂຮງຮຽນເປັນອາທີດ.
ທຸກເຊົ້າຂອງແຕ່ລະມື້,ຍາມທີ່ຂ້ອຍຍ່າງໃກ້ເຂົ້າມາຫາປະຕູຂົງ, ຫົວໃຈຂອງຂ້ອຍມັນເຣີ້ມເຕັ້ນປານວ່າຈະເປັນບ້າຕາຍເມຶ່ອໄດ້ເຫັນຫມາກພິກເຜັດ.
ຂ້ອຍຮູ້ສຶກວ່າຕິນມືຂອງຂ້ອງເຢັນກະດ້າງໄປຫມົດ ທັງຂາດລົມຫາຍໃຈໄປ. ຂ້ອຍກະພະຍາຍາມກວດເບິ່ງວ່າຂ້ອຍໄດ້ເອົາສົມບັດທັງສາມເຫຼົ່ານັ້ນມານຳຫຼຶບໍ່, ແລະກະພະຍາມທົບທວນໃນຄວາມຈຳ ຄວາມຄິດ ທີ່ດີເດັ່ນຂອງປະທານເມົານັ້ນ.
ທຸກເທຶ່ອ ຫມາກພິກເຜັດ ມັກຊອກຫາຄວາມຜິດນັ້ນນີ້, ແລ້ວປະກາດວ່າ: ຍາມເລົ່ານັ້ນຂ້ອຍບໍ່ໄດ້ຍະຫວ່າງໃຫ້ເຫມາະສົມຕາມບ່ອນທີ່ມີຈຸດຫັ້ນ ຫຼື ບ່ອນທີ່ຈ້ຳເມັດ. ຫາກຍາມໃດຂ້ອຍໄດ້ຢຸດຕາມນັ້ນພັດເວົ້າວ່າຂ້ອຍທ່ອງບົດນັ້ນຊ້າໄປໂພດ ແລະວ່າຂ້ອຍຢາກຄິດຫາທາງໂກງ.
ທາງໂຮງຮຽນ ເພິ່ນບໍ່ເອົາຂ້ອຍເຂົ້າໃນການສະແດງຕ່າງໆທີ່ຈັດຂື້ນຢູ່ໂຮງຮຽນ, ຮວມໄປເຖິງການແຂ່ງຂັນອັນເປັນທີ່ຊົມຊອບ ທາງກິຣາປິ່ງປ່ອງແລະລອຍນ້ຳ. ບໍ່ນັບເອົາເລີຍແມ່ນວ່າຂ້ອຍຈະລອຍເກັ່ງກໍຕາມ.ຫມາກພິກເຜັດໃຫ້ເຫດຜົນວ່າ ຂ້ອຍຈະທໍຣະຍົດຕໍ່ຊາດ ແລະຂ້ອຍຈະລອຍນ້ຳຫນີໄປ ທາງ ມະຫາສະຫມຸດ.
-ມັນຊິລອຍຢ່າງວ່ອງໄວ ຕາມຄວາມສາມາດ,ລອຍຂ້າມທະເລ, ໄປມຫາສະຫມຸດ ປາຊິຟິກ, ຢູ່ແຫ່ງນັ້ນຈະມີເຮຶອກຳປັ່ນຈາກທາງຕາເວັນຕົກຣໍຄອຍຖ້າ. ຈະຖືກດຶ່ງຂື້ນຈາກນ້ຳ ແລະເອົາຄວາມລັບຂອງປະເທດເຮົາໄປຂາຍໃຫ້ສັດຕຣູ -ນາງວ່າ.
ມັນເປັນປີ ຄ.ສ. 1969.
ໃຈກາງຂອງຂະບວນການທີ່ຍິ່ງໃຫຍ່,ທີ່ເອີ້ນກັນວ່າ ການປະຕິຫວັດວັທນະທຳ. ຍາມນັ້ນຂ້ອຍມີອາຍຸສີບສີ່ປີພໍດີ ແລະຂ້ອຍກະໄດ້ເຂົ້າຮຽນຢູ່``ໂຮງຮຽນປະຖົມ ວັນທີ່ຫນື່ງກໍຣະກະດາ``. ວັນທີຫນື່ງກໍຣະກະດາເປັນວັນສ້າງຕັ້ງພັກຄອມມູນິດຈີນ.ໃນຣະຍະນັ້ນຂ້ອຍບໍ່ຄ່ອຍໄດ້ຮ່ຳຮຽນຫຼາຍປານໃດ. ການປະຕິຫວັດວັທນະທຳໄດ້ເຣີ້ມເກິດຂື້ນ,ຕອນຂ້ອຍມີອາຍຸຈົບເຈັດປີ. ພວກເຮົາໄດ້ພາກັນສຶກສາ ຄວາມຄິດຂອງປະທານເມົາ. ເພິ່ນສອນພວກເຮົາໃຫ້ແອບຂຽນດ້ວຍແປງທາສີເທິງຫນ້າດິນ ຊື່ຂອງນາຍຄູຂອງພວກເຮົາແລະເອົາມຶກສີດຳມາຂີດໃສ່ເທິງ.ພວກເຮົາພາກັນເດິນຂະບວນຕາມຖນົນຫົນທາງຢ່າງຕໍ່ເນື່ອງ.ພະຍາຍາມເຜິຍແຜ່ທຸກຄວາມຄິດໃຫມ່ໆຂອງປະທານເມົາ.ພວກເຮົາພາກັນຂຽນຄວາມຄິດຂອງເພິ່ນເທິງ
ແຜ່ນປ້າຍໂຄສະນາອັນໃຫຍ່. ຢູ່ຫ້ອງຮຽນ ຫມູ່ພວກເຮົາຮຽນນຳກັນຫ້າສີບຫົກຄົນ. ດັ່ງນັ້ນກະຕ້ອງຫ້າສີບຫົກປ້າຍ! ພວກເຮົາໄດ້ເອົາແຜ່ນປ້າຍນີ້ໄປຕິດຕາມຝາປະຕູ ແລະຕາມປະຕູຂົງ ຂອງເພື່ອນບ້ານໃກ້ຄຽງ. ນັ້ນເປັນ ງານທີ່ຖຶກມອບຫມາຍປະຈຳຊີວີດຂອງພວກເຮົາ. ຫມາກພິກເຜັດ,ທີ່ອອກນຳຫນ້າ, ຖືໂທຣະໂຄ່ງໄປນຳທຸກຄັ້ງ, ຂ້ອຍຫັ້ນ, ຍ່າງນຳກົ້ນຫມູ່ສະເມິ,ແບກເອົາກະປ໋ອງຢາງຕິດແລະແປງທາສີປຽກໆຢ່າງຍາກເຂັນ.
ດົນໆ ເພິ່ນກະໄລ່ພວກເຮົາເຂົ້າຫ້ອງຮຽນ.ຍາມເຊົ້າ ເພິ່ນສອນພື້ນຖານທາງເລກໃຫ້ພວກເຮົາ.
ຕອນບ່າຍ, ໃນມື້ວັນຄີກ, ຈະມີແຂກທີ່ຖຶກເຊິນແຕ່ບ້ານນອກຫຼຶຈາກໂຮງງານ ແລະມາເລົ່າເຣື້ອງຄວາມຊົ່ວຮ້າຍຂອງປະຫວັດສາດສັງຄົມເກົ່າກ່ອນ.ອັນສາມຊົ່ວໂມງຂອງການເລົ່າເຫດການພຽງເພື່ອທີ່ຈະໃຊ້ໃນຈຸດຫມາຍຂອງບົດວິໄຈອັນດຽວຄື: ຫາກວ່າຂາດທ່ານປະທານເມົາ ພວກເຮົາທຸກຄົນແນ່ນອນຕ້ອງຕາຍ.
ພວກເຮົາເຣີ້ມຮັກທ່ານປະທານ.
ໃນມື້ວັນຄູ່ ເພິ່ນໄດ້ໃຫ້ພວກເຮົາອ່ານເຣື້ອງການຕໍ່ສູ້ຂອງທະຫານທີ່ເສັຍສະຫຼະເລຶອດເນື້ອແລະຊີວີດເພື່ອປ້ອງກັນປະເທດຊາດ ເພື່ອເປັນການຄາຣະວະກຽດແກ່ທ່ານປະທານເມົາ.
ຄວາມປາຖນາອັນແຮງກ້າຂອງຂ້ອຍນັ້ນແມ່ນວ່າຢາກໃຫຍ່ຂື້ນແລ້ວເຂົ້າໄປປະກອບກິດໃນກອງທັບປົດປ່ອຍປະຊາຊົນ.ປາຖນາຢາກຈະຕາຍ,
ເພື່ອສະແດງຄວາມຈົ່ງຮັກພັກດີຕໍ່ທ່ານປະທານເມົາ.ຂ້ອຍຢາກຈະໄປຫວຽດນາມ,ເກົາຫຼິເຫນຶອ ຫຼຶວ່າ ອານບານີ. ຢາກຈະໄປຕໍ່ສູ້ກັບສັດຕູຄືກັບບັນດາບັນພະບຸຣຸດທີ່ຂ້ອຍໄດ້ອ່ານມາ.
ແມ່ຂອງຂ້ອຍເວົ້າວ່າ ຄົນທັງຫຼາຍມີແປວໄຟແຮງຫຼາຍໃນຮ່າງກາຍຂອງເຂົາເຈົ້າ. ຍາມຂ້ອຍຖາມເພິ່ນວ່າ ເພາະເຫດໃດ, ເພິ່ນກະຕອບດ້ວຍສຽງຄ່ອຍໆ, ມັນຫາກເກິດເປັນແນວນັ້ນ, ເພາະພັກຄອມມູນິດຫ້າມບໍ່ໃຫ້ເຊື່ອຖືນົບໃຫວ້ເຖິງວິນຍານ ດ້ວຍເຫດນີ້ ປູ່ຍ່າຕາຍາຍເຮົາຈຶ່ງມາປະກົດການສະແດງຄວາມໂກດຮ້າຍຈັ່ງຊີ້ໃຫ້ເຫັນ.
ຫຼັງຈາກນັ້ນມາບໍ່ພໍທໍ່ໃດຂ້ອຍກະມີປະຈຳເດຶອນຄັ້ງທຳອິດ.ຂ້ອຍຮອດບໍ່ຮູ້ອິ່ຫຍັງ, ທີ່ເປັນແນວນີ້. ຂ້ອຍຄິດວ່າ ແປວໄຟທີ່ແມ່ຂ້ອຍເວົ້າໃຫ້ຟັງຫັ້ນມັນ ເສື່ອມຊືມເຂົ້າໄປໃນຮ່າງກາຍຂອງຂ້ອຍ.
ນັບແຕ່ວັນເກິດປີທີສີບສອງ ມາຂ້ອຍຮູ້ສຶກບໍ່ຄັກ ຫມຸດຫມິດວາດໃດບຸ ທີ່ຕົ້ນເຫດມາຈາກຮ່າງກາຍໂຕເອງ.ຮູ້ສຶກລະອາຍ,ທີ່ນົມຂອງຂ້ອຍໃຫຍ່ຂື້ນນັບມື້. ເປັນຄວາມຮູ້ສຶກທີ່ຫນ້າຢ້ານແທ້ໆ.ຂ້ອຍໄດ້ມັດຫໍ່ຫນ້າເອິກດ້ວຍຜ້າຕັ້ງສາມຊັ້ນ ແລະຂ້ອຍກໍສວມເສື້ອຊ້ອນໃນຮັດໆນຳອີກ.ຂ້ອຍນຸ່ງຖືຈັ່ງຊັ້ນແມ່ນກະທັ້ງໃນຍາມຮ້ອນທີ່ຮ້ອນອົບເອົ້າ,ຢ່າງບໍ່ຄຳນຶງເຖິງການເປັນຝົດເຫຶ່ອ. ຂ້ອຍກະໄດ້ຄິດສັງຮວມໄປວ່າ ຍິງສາວຜູ່ອື່ນເຂົາຊ່ອຍເຂົາເອງກັນຈັ່ງໃດໃນເຣື້ອງນີ້. ສ່ວນຫຼາຍກະພາກັນຫຼັງກົ່ງ.ບາງຄົນກະພາກພູມໃຈ,ເພາະວ່າເຂົາເຈົ້າມີຫນ້າເອິກແປປານແປ້ນຮອງຮີດເສື້ອ. ໃນມື້ຫນຶ່ງສາວນ້ອຍປະມານສີບກວ່າຄົນຈາກຫ້ອງຮຽນຂ້າງຄຽງພາກັນຮ້ອງໄຫ້ພ້ອມໆກັນ, ເພາະເດັກນ້ອຍຜູ່ຊາຍເວົ້າຂູ່ວ່າ ຈະແຕ່ງງານກັບພວກເຂົາ.
ອີກເທຶ່ອຫນື່ງທີ່ພວກເຮົາບໍ່ໄດ້ຮຽນຫຍັງນອກເຫນືອໄປຈາກ ແນວຄິດ ຂອງປະທານເມົາ, ວ່າຈະດຳເນິນການປະຕິຫວັດວັທນະທຳກັນໄປໃນຮູບໃດ.``ການຕໍ່ສູ້ຊົນຊັ້ນຣະຫວ່າງພວກສັກດີນາ ກັບພວກຊົນຊັ້ນກຳມະກອນໄດ້ກະໂຫນມຫນັກຂື້ນແລະໄດ້ເປັນໄປໃນທາງຮຸນແຮງທີ່ສຸດ``.ຄວາມຮຸນແຮງຈື່ງເປັນສ່ວນຫນື່ງຂອງຊີວີດ.ຝຸງຄົນໄດ້ແຕກແຍກເປັນກ້ອນກຸ່ມຈາກພື້ນຖານທາງດ້ານເຊື້ອສາຍ.ທຸກໆກຸ່ມພະຍາຍາມອ້າງວ່າຕົນເປັນຜູ່ທີ່ພັກດີຕໍ່ປະທານເມົາ. ຫມາກພິກເຜັດ ຈັ່ງແມ່ນວ່າພາກພູມໃຈ, ເພາະວ່ານາງເກິດມາຄື``ຄົນແດງ``.ຄືມາ ຈາກ ພວກຂຸດບໍ່ແຫ່, ຄົນເຜົ່າທີ່ບໍ່ມີໂຕຫນັງສຶ. ຂ້ອຍແມ່ນເປັນຜູ່ທີ່ບໍ່ໄດ້ຖຶກຮັບຮູ້ຢ່າງເປັນເອກສັນເຂົ້າໃນຈຳພວກ ຕໍ່ຕ້ານ ແນວຄິດເມົາ, ແຕ່ເພິ່ນປະຈານບອກວ່າຂ້ອຍເພື່ອຈະມິສິດທີ່ຈະໄດ້ລົມຫາຍໃຈຢູ່ຈຳຕ້ອງພຽນພະຍາຍາມຢ່າງສຸດວິສັຍ.
-ຫາກຍາມໃດກູສັ່ງພວກປະຕິການຄື ມຶ ງຄານ ມຶ ງກໍຕ້ອງຄານ - ຫມາກພິກເຜັດກ່າວ - ເພາະ ຫາກຂັດຂືນກູກໍຈະເອົາໄມ້ຄັນຮົ່ມໃຫ້ມຶ ງເປັນບົດຮຽນ.
-ພວກນັກຮຽນທັງຫຼາຍ!ພວກເຮົາມີຫມູ່ ຫນ້າໃຫມ່ - ນາຍຄູສາວຊື່ ເຈັ້ງທີ່ມີອາຍຸຊາວກວ່າປີກ່າວບອກ. ໃນນ້ຳສຽງຂອງເລົາຢັ່ງໃຫ້ຮູ້ເຖິງຄວາມຮອບຄອບເຈືອປົນ. ຂ້ອຍສັງເກດເຫັນວ່າເລົາບໍ່ໄດ້ເອີ່ຍປາກວ່າ ``ສະຫາຍຍິງຄົນໃຫມ່``ຫຼື ``ເພື່ອນຍິງ``.ເລົາເວົ້າວ່າ ``ຄົນ``.ນັ້ນກໍເປັນສິ່ງຫມາຍບອກອັນຫນື່ງ.ມັນບໍ່ໄດ້ບົ່ງບອກເຖິງຄວາມເປັນທີ່ມາເຊື້ອສາຍຂອງສາວນ້ອຍຄົນນີ້ - ເລົາຍ້າຍມາແຕ່ໂຮງຮຽນ ເມຶອງເລກທີ ສີບເກົ້າ.ມີຊື່ວ່າ ຂິງປ່າ, ເປິຍວູຈິຢັງ.
-ຂິງປ່າ- ຫມາກພິກເຜັດເຮັດຄີ້ວຫຍູ້ງ - ຈັ່ງແມ່ນຊື່ແປກ! - ແລະກະຫົວຂວັນຢ່າງສຽບແຫຼມ - ແລ້ວມັນຂຽນກັນຈັ່ງໃດນີ້?
ສຽງນັ້ນມັນມີລັກສະນະຂອງຜູ່ຂົ່ມເຫງພວກເຮົາ.ທຸກຄັ້ງພາໃຫ້ຂ້ອຍຂົນຄິງລູກ.
-``ວູ`` ຄື ``ປ່າ, ເປັນພຶດພັນທີ່ເກິດຢ່າງງອກງາມ``.ຂຽນດ້ວຍຫຍ້າທາງເທິງເຄື່ອງຫມາຍ``ເປົ່າ``- ຜູ່ແປກຫນ້າທີ່ມາໃຫມ່ກ່າວຕອບ, ທັງຫຍັບອອກຈາກເງົາຮົ່ມ.ສຽງຂອງນາງບໍ່ໄດ້ສະແດງຄວາມສະທົກສະທ້ານຫວາດກົວແຕ່ຢ່າງໃດ.-``ຈີຢັງ`` ຄື ``ຂິງ``,ໃນການອອກສຽງທຳອິດ. ໂຕສາມາດເອີ້ນເຮົາໄດ້ວ່າ ຂິງປ່າ.
ຫມົດຫ້ອງຮຽນມິດງຽບທັງຕົກຕະລຶງ.
-ແຕ່``ວູຈິຢັງ``ສາມາດແປວ່າ``ດິນເຮື້ອ``ກະໄດ້.ຫມາກພິກເຜັດລູກຈາກຕັ່ງ. - ຍານາງເຈັ້ງກະຣຸນາແປງໃຫ້ຫາກວ່າຂ້ອຍເວົ້າຜິດ.
ຄູສາວເຮັດເຫມຶອນບໍ່ວ່າຫູຫນວກໄປ.
ຍິງສາວບອກເຕຶອນພວກເຮົາດ້ວຍສາຍຕາ.
ຂ້ອຍກະຫຍິບຕາ,ທັງໆທີ່ບໍ່ເຊື່ອສາຍຕາໂຕເອງ:ແສງແດດບໍ່ໄດ້ສ້າງຄວາມປັ່ນປ່ວນໃຫ້ສາຍຕາຂ້ອຍຈັກນ້ອຍ. ແກ້ວຕາຂອງ ວູຈິຢັງ ມີສີເຫຼຶອງຂຽວແທ້ໆ! ຂ້ອຍອ້າປາກຈ້ອງມອງເພື່ອນຄົນໃຫມ່.ທັງຖາມໂຕເອງວ່າ ເລົາເປັນຄົນຕ່າງຊາດບໍນີ້? ດວງຕາຄືໃນຫມາກບົກນີ້, ແຍກອອກກວ້າງຈັ່ງຊີ້ - ແນ່ນອນແມ່ນຍິງສາວທາງຕາເວັນອອກເຮົາ.ດັງກະສູງບາງໆແລະຍາວ.ຄວາມ ຫ່າງຣະຫວ່າງດັງກັບຮິມສົບຂ້າງເທິງມີຫນ໋ອຍດຽວຫນື່ງ.ຫນ້າຕາຄ້າຍຄືຫນ່ວຍໄຂ່ຫ່ານບໍ່ຜິດເລີຍ.ລຳຄໍກະເຕັມປ່ຽມແລະຫນ້າຮັກແລະຍາວນີ້.ຜິວກໍຂາວກວ່າຜິວຂອງຜູ່ອື່ນທັງຫມົດໃນຫ້ອງຮຽນ.ຫາກວ່າບໍ່ຍ້ອນຜົມ,ທີ່ເຫຼື້ອມ ດຳຄືກັນກັບນ້ຳຫມຶກ ແນ່ນອນຄົງເປັນຄົນຕ່າງຊາດໄດ້.
-ມັນມີຫຍັງເກິດຂື້-ນກັບຕາເຈົ້າ? ມັນແມ່ນພະຍາດອິ່ຫຍັງບໍ່ນີ້? - ຫມາກພິກເຜັດນັ່ງລົງແລະຖອດເກີບອອກຈາກຕີນ.
ສາວນ້ອຍບໍ່ໄດ້ຕອບຄຳຖາມນັ້ນ,ມີແຕ່ເອົາມືແຕະຕ້ອງເສັ້ນຜົມທາງຫຼັງຫູ.
ຫມາກພິກເຜັດບໍ່ໄດ້ລະຄວາມພະຍາຍາມ.
-ແນ່ນອນວ່າດວງຕານີ້ບໍ່ແມ່ນຕາຂອງກຳມະກອນ.ພວກກອງອາຣັກຂາແດງທຸກຄົນຈົ່ງຕຽມໂຕເພຶ່ອປະກອບພາຣະຂອງຕົນ.
ຫ້ອງຮຽນກະສີ ້ງຊອມເບິ່ງພຶດຕິການຢ່າງງຽບສະງົບ.
ຄວາມບໍ່ສະງົບເຣີ້ມທະວີຂື້ນໃນຄວາມຫ່ວງໃຍຕໍ່ຜູ່ມາໃຫມ່.ບໍ່ນານມານີ້ ຫມາກພິກເຜັດໄດ້ຫຼີ້ນເສັ້ນຂ້ອຍແບບດຽວກັນນີ້ລະ.ຕອນນັ້ນກະເປັນມື້ທຳອິດຂອງຂ້ອຍໃນໂຮງຮຽນ.ຫມາກພິກເຜັດ ບໍ່ອະນຸຍາດໃຫ້ຂ້ອຍເຂົ້າຫ້ອງຮຽນ. ສອບຖາມວ່າເປັນຫຍັງຂ້ອຍຈຶ່ງນຸ່ງແຈກແກດ ຜູ່ຊາຍແລະມີກະດູມທາງເບື້ອງຂວາແທນທີ່ຈະເບື້ອງຊ້າຍ.ຂ້ອຍໄດ້ອະທິບາຍວ່າຄອບຄົບຂອງຂ້ອຍທຸກຍາກບໍ່ມີເງິນເພື່ອຈະຊື້ເສື້ອຜ້າດ້ວຍເຫດນີ້ຂ້ອຍຈຶ່ງເອົາເສື້ອຂອງຍາດທີ່ຍັງໃຊ້ໄດ້ມາຫົ່ມ.ຫມາກພິກເຜັດ ຫົວກາກໆແລະເອົາໄປເວົ້າສູ່ທຸກຄົນຟັງວ່າໄດ້ເຫັນໂຕເຫົາໃນຜົມຂ້ອຍ.
ພວກນັກຮຽນຊາຍທຸກຄົນຢ້ານຫມາກພິກເຜັດ.ຄວາມຢ້ານບໍ່ທໍ່ແຕ່ເຮັດໃຫ້ພວກເຂົາຂີ້ຂາດເທົ່ານັ້ນແຕ່ພາໃຫ້ພວກເຂົາກັບກາຍເປັນຜູ່ສົມຮູ້ຮ່ວມຄິດໄປນຳ.ບໍ່ມີນ້ອຍຄົນທີ່ຫມາກພິກເຜັດໄດ້ຕີ,ແຕ່ກັບໄປເຂົ້າຮ່ວມກຸ່ມນຳນາງ.ປະກາດວ່າໄດ້ຮຽນວິຊານີ້ມາຈາກລູງຂອງນາງ,ຄາວທີ່ໄດ້ຮັບໃຊ້ໃນກອງທັບເປັນຜູ່ ຝຶກມ້າ.
-ວິທີນີ້ເອີ້ນວ່າ ເຊັຍມາເວ .ແມ່ນການບອກເຕຶອນຕໍ່ຜູ່ທີ່ບໍ່ຢູ່ໃນຣະບຽບ. ລູງໄດ້ຊີ້ບອກຂ້ອຍຍາມໃດແລະຄວນເຮັດຈັ່ງໃດກັບມ້າທີ່ດື້ດຶງ.ມັນເປັນວິທີທີ່ງ່າຍຫນ໋ອຍດຽວ. ໃນໂອກາດທຳອິດລູງໄດ້ຟາດມັນທາງຫນ້າຢ່າງຈັງ.ຕີມ້າຈົນປານວ່າທັບຫມາກໂປມໃຫ້ແຫຼກ!!
-ຂ້ອຍມີຊື່ວ່າ ຂິງປ່າ - ກ່າວອອກໄປຢ່າງບໍ່ທໍ່ຖອຍສາວນ້ອຍຜູ່ມາໃຫມ່ກະດາຍ.
ແນມເບິ່ງຫນ້າຫມາກພິກເຜັດຢ່າງກົງໆ. ພາໃຫ້ຂ້ອຍມີຄວາມງຸນງົງ ແລະກະຕືລືລົ້ນຂື້ນ.ໃນທີ່ສຸດກະມີໃຜທີ່ກ້າປະຈັນຫນ້າກັບສາວຜະເດັດການທີ່ບໍ່ເຄີຍມີໃຜແຕະຕ້ອງຄົນນີ້ແລ້ວບາດນີ້! ຂ້ອຍສົງສັຍພຽງວ່າດົນປານໃດທີ່ຂິງປ່າຈະອົດທົນໄດ້.
ແຕ່ເບິ່ງຄືວ່ານາງຄົນນີ້ເດັດຂາດແລະບໍ່ທົດຖອຍ.ຍາມເວົ້ານັ້ນຍົກຄາງຂື້ນສູງ.
-ຊື່ຂອງມຶ ງບໍ່ອອກສຳນຽງດັ່ງ ກຳມະກອນຈັກຫນ້ອຍເລີຍ - ຫມາກພິກເຜັດ ເວົ້າແທກທັ່ງໃສ່ - ມຶ ງປ່ຽນມັນສາ! ເອົາເປັນ ຂອງຄ້ຳຫຼັງພວກກອງອາຣັກຂາແດງດີບໍ?
- ບໍ່, ຂອບໃຈ.
-ຄັນຊັ້ນມຶ ງກະບໍ່ໄດ້ເຂົ້າຫ້ອງຮຽນນີ້.
-ກູບໍ່ປ່ຽນຊື່ນີ້.
-ມຶ ງເປັນຄົນຕໍ່ຕ້ານຣັດທິເມົາບໍ?
- ກູແມ່ນຂິງປ່າ.
-ມຶ ງມີເຊື້ອສາຍມາແຕ່ໃສ? ມີໃຜເປັນສັດຕູບໍ່ໃນຄອບຄົວມຶ ງ?
-ມຶ ງເອົາສີດມາແຕ່ໃສມາສໍ້ຖາມກູຈັ່ງຊີ້?
- ຕາມເບິ່ງສີຫນ້າຂອງຫັ້ນຕິ ທີ່ກູສາມາດບອກວ່າ ມຶ ງ ມີເຊື້ອສາຍທີ່ບໍ່ດີ.ເບິ່ງມຶ ງ ນີ້ຄືກັນກັບປະຕິການ.
- ພະຍາຍາມຮັກສາ, ກະຣຸນາ ຖ້ອນ, ດັງຂອງມຶ ງເອງໃຫ້ດີສາ.
- ອະທິບາຍໃຫ້ແນ່ດູ, ວ່າເປັນຫຍັງແກ້ວຕາຂອງ ມຶ ງ ຈຶ່ງມີສີແປກໆ!
ສາວນ້ອຍລໍຖ້ານາທີຫນື່ງ.
- ຂໍຖາມແນ່ໄດ້ບໍເປັນຫຍັງມຶ ງ ຈື່ງຄືມີຄໍສັ້ນແທ້? ເອົາມາໃຫ້ເບິ່ງດູຄໍ ມຶ ງຫັ້ນ, ບາດແລ້ວກູຈະບອກເຖິງແກ້ວຕາຂອງກູສູ່ຟັງ.
ທົວທັງຫ້ອງຮຽນຫົວກາກ.
(ຍັງມີຕໍ່).