ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 31, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ


ອີ່ແມ່ຂ້ອຍ.................ນັ່ງເຈົ່າຄືແມງດາ
ນັ່ງມັດໜີ່ໄໜຄຳ.........ເພື່ອຕ່ຳເປັນຜືນສິ້ນ
ພໍຫາໄດ້...................ກິນແລງເຊົ້າຄ່ຳ
ແມ່ບໍ່ເຄີຍຮ່ຳຮ້ອງ........ຮຽນຮູ້ຈາກແຫ່ງໃດ

ລິງລາຍໄໜທີ່ມັດຫັ້ນ.....ກາຍເປັນແຂຮູບຮ່າງ
ທັງຊ້າງສານໃຫຍ່ນ້ອຍ....ຄຽງຂ້າງຍ່າງເດີນ...ເຈົ້າເອີຍ.

ແມ່ຍັງມີພອນດ້ວຍ..............ການຢູ່ກິນດີ
ບໍ່ມີຍາມຫອນແຫນ              ຫ່າງໄກແດນບ້ານ
ເຄີຍໄປແຫນໆຫູ້ມ..............ຫຼານເຫຼັນເຂດດ່ານ
ເມືອງສວັນເຂດຟ້າ               ໃສແຈ້ງກວ່າດາວ

ແມ່ບໍ່ເຄີຍກ່າວຮ້າຍ.............ໄໜຄຳບໍ່ເຄີຍຂາດ
ແມ່ຕ່ຳເປັນຜືນແພ ..............ສົ່ງຂາຍຫາລ້ຽງ
ຊີພຊີວັງຕົນຫັ້ນ..................ທັງຫຼານເຫຼັນເຊົ້າຄ່ຳ
ວັນຂື້ນດ້ວຍຢາດນ້ຳ............ທານເຂົ້າໃຫ້ແມ່ຕົນ

ແມ່ເຖົ້າຂ້ອຍເຄີຍເວົ້າ...........ບອກວ່າຫຼານເອີຍ
ບຸນຄຸນຄຳມານດາ...............ຢ່າໃຫ້ຫຼານເຫີຍຮ້າງ
ທຸກຄ່ຳຄືນວອນໄຫວ້............ຫາມານດາພໍ່ແມ່
ໃຫ້ຫຼານຫວນຮ່ຳຮູ້.............ຢ່າປະຖິ້ມແມ່ໄປ...

ສຽງຖ້ອຍຄຳຍັງກ້ອງ............ໃນປະສາດມິຜັນ
ຍິ່ງນັບວັນກາຍໄປ................ຍິ່ງຄິດເຫັນຄຳຕ້ານ
ຂອງແມ່ເຖົ້າ.......................ຍັງຄອງກ້ອງສັ່ງ
ກືນເຂົ້າຄຳທຸກຄັ້ງ................ມັນຫາກແຄ້ນຄັບໃຈ...ຂ້ອຍແລ!

ຂຽນເມື່ອ ຂຽນເມື່ອ: ທ.ວ.. 21, 2011 | ມີ 22 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ເວົ້າມາໄດ້ແຕ່ເວົ້າ.................ປານເອົາລົມປັ້ນເປັນຕ່ອນ
ຫາກຄິດແຄ້ນຂອດໄດ້...........ເປັນຍານຮ້າຍອາຈເປົ່າໄປ

ເປົ່າໃຫ້ມັນປົ່ນປີ້...............ມິດສາຊີບແນວຊາມ
ເປົ່າໃຫ້ມັນເຫີນຫາຍ...........ຫ່າງດິນແດນນີ້
ເປົ່າໃຫ້ມັນສົມແມ້ງ..............ມະໂນໄທສຸດທີ່ອ່າວ
ໃຫ້ບ້ານລາວຮຸ່ງແຈ້ງ...............ໃສເຫຼື້ອມຄູ່ໃຈ...ຄົນລາວແລ!

ຂຽນເມື່ອ ຂຽນເມື່ອ: ທ.ວ.. 14, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ


ກິນ.......ເພື່ອຢັ້ງຊີພຢູ່ເທິງແຜ່ນດິນ
ກິນ.......ເພື່ອມີແຮງເດີນດຸ່ງໄປທາງໝ້າ
ກິນ.......ເພື່ອຫາປັນຍາສູ້ຊາຕາຊີພຢູ່
ກິນ.......ເພື່ອຊູຕໍ່ສູ້ຫີວແຫ້ງຫອດໃຈ

ກິນ.......ພໍອີ່ມບໍ່ລົ້ນບໍ່ລື່ນຄົນເຂົາ
ກິນ.......ພໍດີມີສີນວນຄ່ອງຄືຄົນໃກ້
ກິນ.......ທໍ່ພໍງາມຫັ້ນຜີວພັນກໍຄາດຄ່ອງ
ກິນ.......ຮ່ວມສັນພີ່ນ້ອງດອມໄດ້ຄູ່ກັນ

ກິນ.......ພາໂລລື່ນບ້ານກິນຢ່າງອັບປີ
ກິນ.......ຈົນພຸງໂລມີໜື່ນກາໂລຣີຫັ້ນ
ກິນ.......ກັນຈົນບໍ່ອັ້ນໜູໜາປ່າໜາກແໝ່ງ
ກິນ.......ເລຶອດແປງລາບກ້ອຍຫອຍກູ້ງໄກ່ປາ

ຄວນກິນກັນພໍແຮງສູ້...........ຢືນຢູ່ທາງຄວນ
ເພາະສົມອວນຄວາມຫີວ.......ໄຖ່ເຄາະເຂັນພັຍຮ້າຍ
ແບ່ງປັນກັນກິນໃຫ້..............ສົມຄວນສົມສ່ວນ
ບໍ່ຫ່ອນຫວນດ່ວນໄດ້...........ກິນລ້າແຕ່ຜູ່ດຽວແຫຼະດີ!

ຫຼັງມ່ານເຫຼັກ, ໑໓.໑໒.໒໐໑໑.

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 23, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ໄດ້ສັງເກດເຫັນມາໃນຫຼາຍໆບ່ອນ

ຫວ່າງກີ້ກໍໄດ້ເຫັນໃນແຜ່ນໂຄສະນາໃນພັນລາວ

ບັນຫາແມ່ນການໃຊ້ ໂຕ  ກັບເລກ

ກ່ຽວກັບການໃຊ້ໂຕ ເປັນຫຍັງຄືມາຂຽນ ເລກ ໗ ໃສ່ແທນ?

ແມ່ນເປັນການປີ້ນແບບນີ້ມານານ ແຕ່ປາງໃດ?

ຫາກໃຜຮູ້ ກະຊ່ອຍອະທິບາຍສູ່ຟັງແນ່!!

ຂອບໃຈ!

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 22, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ນານບໍ່ໄດ້ມາຫາ..

ມອບໃຫ້ແກ່ທຸກຄົນທີ່ຍັງຮກກາພກອນລາວ...

 

ການຂີດຂຽນຂອງຂ້ອຍ...............ເໝືອນໄກ່ຂັນໄກ
ສຽງບໍ່ໃສຫອງໆ.......................ສອດປ່ອງແປວຝາແປ້ວ
ສຽງແຊວໆຊົມຊ້ອງ...................ໃຈພອງແພວຜ່ອງ
ທັງຄະນອງນັບມື້........................ຂຽນຂໍ້ໃຫ້ດັ່ງເຂາະ

ຄາວເມື່ອຍັງໜຸ່ມນ້ອຍ.................ທັບໄຂ່ຫວັງຂຽນໄຂ
ຕາມແຕ່ໃຈຕົນເອັງ.....................ເບັ່ງປານກະປູແປ້ງ
ບໍ່ມີເພັງບໍ່ມີແຜ້ວ.......................ແຖວສອງຫຼືແຖວສີ່
ຖິ້ມຄໍາພີປູ່ໄວ້..........................ເໝືອນມ້ອນໄກຫ່າງມອນ

ຕົກມາໃນປາງນີ້......................ຢາກຣັກຮ່ອມຮຽນຫຼັກ
ຫຼັກຂີດຂຽນຄໍາຄົມ..................ໃຫ້ຄ່ອງສົມສິສົ້ມ
ທັງຜ້າພົມສານແຮ້ວ.................ແພລາຍສີເຫຼຶອງຫຼ່າຍ
ຖ່າຍຖາກຖອນຈາກເຄົ້າ.............ບົດກອນກ້ຽວກໍ່ກຽວ

ມາພົບຜູ່ຮອບຮູ້......................ຫຼາຍຫຼາກແລະມີຫຼັກ
ພາກໃຫ້ເຫັນແນວທາງ..............ຖາກຖາງແປງເປັນທ້າງ
ພ້ອມພາກັນຫັດຜ້ຽນ.................ຂຽນນໍາກັນໜ່ໍາໆ
ຮັກສາຄໍາອີ່ແມ່ຂ້ອຍ..................ໃຫ້ຍຶນເຍື້ອຢູ່ເຍຶອ

ໃນຖິ່ນຖານບ້ານຊົ້ນ..................ຂົນຂວັ່ຍເປັນຂົດຂວັຍ
ຊ່ວຍເທິດທູນພາສາ..................ກ່າວຈາປານຄົນຈ້າ
ຂຽນຂີດຄໍາປະໄວ້...................ກາງໄພແກມໜາມໄຜ່
ໃຜບໍ່ຍົນຢ່ຽມຢ້ໍາ....................ພໍໃຫ້ບໍ່ຮ່ໍາໄຮ

ຈື່ງໃສ່ໃຈຂຽນຂໍ້...................ແບບແຫ່ງຄືຄໍາແພງ
ແປງລວດລາຍວາທີ...............ໃຫ້ຄ່ອງປານແຖນປັ້ນ
ແມ່ນປັນຍາມັນສ້ວຍ..............ພຽນເອົາຊອຍຊູຊ່ອຍ
ກ້າວໄປເທື່ອລະນ້ອຍ..............ບໍ່ໜີໜ້າໜ່າຍໜາ

ຫາກວ່າວາສນາຊ້ວນ............ບຸນສ່ວນໄປເຖິງສວນ
ມວນໝູ່ມາເຊີຍຊົມ..............ຮ່ໍາຮອນບໍ່ມີຮ້ອນ
ພໍໃຈແມ້ງ.........................ມະໂນໃນໄຄ່ເຄືອງໜ່າຍ
ພາກພູມໃຈປາດເປື້ອງ..............ໂຮມເຮົ້າຮ່ວມກັບເຮົາ...

ດ້ວຍໃຈ.

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 9, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ເປັນກອນທີ່ຂຽນມື້ເຊົ້ານີ້ ຫວັງວ່າຄົງໃຫ້ຄວາມງາມຂອງພາສາລາວເຮົານຳບໍ່ໜ້ອຍ!

 

ກຸຫຼາບກາບດອກນີ..........ແດງໆ
 ແມ່ນນາງຮັກຄົນແພງ......ມອບໃຫ້
 ຄ້າຍວັນເກີດມາແຍງ........ເທື່ອໃໝ່
 ດອກແດງໆແຮ່ງໄດ້..........ງາມລ້ຳລື່ນດອກໃດ

 ຂອບໃຈຜູ່ໝາຍມອບ..........ແທນຂວັນ
 ຄິດຮ່ຳຫາເນື້ອນວນ...........ມິໜ່າຍ
 ມາຢາມຢ້ຽມເດິອວນ.........ເມື່ອກາຍ
 ຜ່ານເຂດຂ່າຍຈົ່ງໄດ້.........ແຫວ່ຢ້ຽມດື່ມກັນ!!!

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 29, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ໝາກ ສົ້ມຜໍ່.....ມີໜາມໜໍ່....ມັນແທງ ປັກ
ເດ່ ມືຄວັກ........ໝາກງາມ....ເປັນພວງ ເອ້
ໜ່ວຍ.ນ້ອຍໆ....ສີໃສສຸກ.....ເຫຼືອງທຸກ ໜ່ວຍ
ກິນ ແລ້ວຫວານ..ແຊບຊ້ອຍ...ໃຈຍັງຄ້ອຍຄິດ ຖວິນ

ກົກ ມັນເກີດ........ຢູ່ຂ້າງ........ແຄມປ່າໜອງ ບົກ
ຍາມ ເຮົາ..........ໄປຍິງນົກ......ຂ້າງໂພນແຄມ ນ້ຳ
ປິນ ກົກຂື້ນ.........ເກັບໝາກກິນ..ຈົນຫົວ ປິ່ນ
ທັງ ໃສ່ຖົງໃຫ້ນ້ອງ...................ທີ່ຄອງຖ້າຢູ່ ຫຼັງ

ໜາມ ມີປົກປ້ອງ.....ເພື່ອໝາກໜ່ວຍ..ສວຍ ງາມ
ມື ເຮົາຊາວຊາມ.......ເອົາງ່າໃດກໍຢອງ ຢື້
ຈັບ ຈ່ອງດຶງທົກທື້ນ......ຍຶ່ນນົງນາງນ້ອງ ຮັບ
ໜ່ວຍ ງາມໆໜາບໃຫ້....ອວນນ້ອງຜູ່ ສວຍ

ສົ້ມ ຜໍ່ຫວານແຊບຊ້ອຍ.....ຊົມຊື່ນໃຈ ສົມ
ສາຍ ຕາຄົມນາງຮັກ..........ຍິ່ງຍາກໃນໃຈ ອ້າຍ
ສຽງ ວອນເວົ້າ..................ຄໍາຂອບໃຈຂ້າງຫູ ງ່ຽງ
ຟັງ ສຽງໃສນາດນ້ອງ.......ສົດຊື່ນລື່ນ ຫຼັງ

ໜາມ ສົ້ມຜໍ່ປັກອ້າຍ.......ເຈັບແສບນົງ ຣາມ
ຊ່ອຍ ລູບຄໍາແຜເປັນ.......ດ້ວຍຮິມສົບ ນ້ອຍ
ຄົງ ຫາຍກ້ຽງ...............ຄວາມເຈັບໜັງຄືນ ປົ່ງ
ອົມ ບາດແຜຂາດກົ້ງ......ໂອສົດນີ້ບໍ່ຂື່ນ ຂົມ

ປານ ນີ້ຟ້າປ່ຽນປີ້ນ.........ກົກຖົ່ມຖືກເຂົາ ຮານ
ສົ້ມ ຜໍ່ກໍຄົງຜານ............ຖືກຈູດເຜົາລາງ ລົ້ມ
ສັນ ຍາໃຈເຮົາກໍ້............ບໍ່ເຫຼືອຫຼໍໃຈ ສັ່ນ
ທັງ ກະສັນຮຽກຮ້ອງ......ຟອງໄງ້ເຫງົ້າເກົ່າ ຫຼັງ

ຫວັງ ໄດ້ຄືນຫາຫ້ອງ......ໄຕ້ກະບອງໄຫຼ ຫຼັ່ງ
ໄຫຼ ເຮືອໄຟຄຽງນາງ......ຄ່ຳຄືນຟ້າໝອງ ໄຮ້
ເລາະ ຄືນໄປຫາແກ້ວ......ແກ່ວຄໍາຫວານໜາມສົ້ມ ຜໍ່
ຄາວ ນ້ອງໂລມລູບໄລ້.......ແຂນອ້າຍທີ່ສັ່ນ ເທົາ..

໒໙.໑໐.໒໐໑໑.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 26, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຄົນ ລາວນີ້.....................ມີພາສາຊາດຂອງ ຕົນ
ອັກ ສອນປົນບາລີ.....ຄູ່ວະຈີວິ ພາກ
ຄໍາ ຈາປາກເວົ້າ...........ແຕ່ເໜືອກາງໃຕ້ຕ່ຳ
ເປັນ ຄໍາລາວອ້ອຍຕ້ອຍ..ພາສາຂ້ອຍທ່ານ  ເຫັນ

ປາງ ນຶ່ງນັ້ນ....................ເກືອບສູນຊາດມໍຣະ ນັງ
ພາ ສາກໍເພພັງ.............ຈູດເຜົາຫວັງ ຂ້າ
ແພ ວາດຽວເຫຼືອໄວ້.....ແມ່ນສັດຕຣູລາກ ແກ່
ລາວ ບໍ່ສູນຊາດເຊື້ອ......ພາສາເກື້ອກອດ ເຮົາ

ຫຼາຍ ຄົນພານທົກທື້ນ...ມ້າງມຸ່ນທໍາ ລາຍ
ພາ ສາລາວກາຍເປັນ....ດັ່ງແຝງຝອຍ ມ້າ
ຂຽນ ຂີດຄໍາລາວກ້ຽວ...ນໍາສຽງຜັນ ປ່ຽນ
ເອົາ ຣັຖເປັນລັດທ້າງ.....ທາງເວີ້ງຫວ່າງ ຫາວ...

໒໖.໑໐.໒໐໑໑.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 24, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ


``ຢາກບອກຮັກເຈົ້ານໍາລົມ
ບໍ່ຮູ້ລົມພັດຜ່ານຍ່ານເຈົ້າໄປ
ຢູ່ເຂດຮ່ອມຫົນໃດ
ໃຜບໍ່ຮູ້

ຢາກເອີ່ຍຂານວານວອນເຈົ້າ
ເອີ່ຍນາມເຈົ້າແສນສະທ້ານອົດສູ
ຫວາດຫວັ່ນໂສມຕຣູ
ມີຄູ່ຢູ່ຄຽງໃກ້

ວອນລົມຫັ້ນຊ່ອຍຜັນ
ຕ່າວຫັນຍາມໃດກໍໄດ້
ກະຊິບບອກນາງວ່າຍັງຫ່ວງໄຍ
ຍັງຄອຍດ້ວຍໃຈ...ດ້ວຍໃຈທີ່ຣະທົມ

ຢາກເຫັນວັນເຈົ້ານັ້ນກັບຕ່າວ
ຟັງສຽງປາກເວົ້າເຈົ້າກໍຣະທົມ
ຍາມຫ່າງຄິດຫາທຸກລົມ
ແລະກໍເຄີຍຈົ່ມບອກລົມຄືນຫາ.``

໒໔.໑໐.໒໐໑໑, ອະເວຈີ.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 21, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ເຫັນຖນົນໄຜ່ໝາມຍາວຢຽດ...........ແສນງາມ
ບໍ່ຮູ້ເວນກັມອັນໃດ..........................ທີ່ຕ້ອງ
ມີຕົ້ນຈາກ ເລກີຮວງ.......................ຄືໃຜ?
ແຕ່ນ້ອຍເທົ້າໃຫຍ່.........................ບໍ່ເຄີຍໄດ້ງິນ

ຄົງເປັນໃຜທີ່ໃຫຍ່ໂຕ.....................ເກິນລາວ
ທີ່ກ້າວໝ້າພາໜູ່ຄົນ......................ນຳກົ້ນ
ຈັ່ງແມ່ນຮັກແມ່ນຫອມ....................ຊາດອື່ນ
ຄົນໂຕເອັງກ້ຳກືນ..........................ບໍ່ຝືນຊ່ອຍ...ເຫັນໃຈລາວໄຜ່ໝາມ.

ປານແຖບໃຕ້.............ເມືອງສວັນ
ພໍ່ກະດວດຫັ້ນ............ບໍ່ເດັ່ນ
ບາດລູງໂຫ້................ພັດເປັນ
ພະເອກແສນເຂັນ.......ແຫ່ງເມືອງສວັນ!!

ບໍ່ເຈັບໃຈບໍ່ແສບໃຈ.....ແຕ່ສັງເວດ
ໃນປະເທດທີ່ເຫັນ......ຄົນອື່ນດີ
ກວ່າຄົນຕົນ..............ໃຫ້ຢູ່ນຳກົ້ນ
ບໍ່ອາຍໃຈຕົນ..............ໝໍຄົນຜູ່ນຳພາ!!

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 17, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

ຕອນຫຼັງໆມານີ້ ມັກຂຽນໂຄງຫ້ານີ້ສຸດໃຈ!!

ມາອ່ານຫຼີ້ນນຳກັນນໍ!

ນັບແຕ່ມື້..................ອື່ນໄປ
ຈະບຸກເບີກ...........ຖາງຖາກ
ຂຸດກົ່ນໄງ້................ຫົວປູ່
ທີ່ເຊື່ອງຮາກ............ຄິດຝັງ

ປັນຍາປູ້.................ປູ່ເຕືອນ
ຜຍາຂັງ.................ຕວງໄຕ້
ເຮົາບໍ່ເອື້ອນ............ອາຈຮັບ
ຮູ້ເຫັນໄດ້................ດັ່ງໃຈ

ໃນຫົວພັບ...............ປູ່ຂຽນ
ເຮົາພຽນໄຂ............ເທື່ອກາບ
ມັນເໝືອນສ້ຽນ........ແທງທັ່ງ
ບໍ່ເຄີຍຊາບ...............ຊື້ງເລີຍ

ຫາຫຍັງຮູ້...............ຍາກນັກ
ຄໍາຄົມເອີຍ..............ປູ່ຂ້າ
ເກັບຂັງປັກ...............ຊ້ອນເຊື່ອງ
ເໝືອນດັ່ງຟ້າ...........ຄ່ຽນສີ

ຍາມນຶ່ງເຕື້ອງ.........ຫວນຄິດ
ຄືພືພີ....................ເຫັນແຈ້ງ
ກັບເປັນຜິດ............ຄິດຄ່ຳ
ຜຍາແກ້ງ..............ປ່ຽນໄປ

ທົນກາກກ້ຳ.............ກໍາກືນ
ນັບຕົ້ນໄປ...............ແຕ່ເຊົ້າ
ມື້ອື່ນຂື້ນ................ເຂດຂ່າຍ
ຈະພຽນເຝົ້າ.......ຮ່ຳຮຽນ

ວິ່ງວອນໃຫ້............ປູ່ຫັ້ນ
ຄວາມພາກພຽນ.....ເຂັ໋ດນີ້
ໄຂເປັນຂັ້ນ..............ເຫັນຮ່ອມ
ແກ່ຫຼານພີ້................ພຽງໜ້ອຍ....ແນ່ໜາ.

ທ.ຄຳແສນ.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 9, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ


ໂອນໍ......ອວນເອີຍນ້ອງ.........ນາງແຫ່ງດວງໃຈ
ເວລາຈວນມາເຖິງ................ຂອງການພັດພາກແລ້ວ
ຈໍາໃຈຈາກນວນນ້ອງ............ແພງສີສຸດແອ່ວ
ຈາກນ້ອງແກ້ວມື້ນີ້................ຫວັງມີມື້ໄດ້ຕ່າວຫມາຍ

ຟ້າກໍຄື້ມເຄັ່ງຄ້ອຍ................ຄ້ອຍຄ່ຳໃຈຫາຍ
ຫວນຫ່າງອານົງນາງ............ມິ່ງຂວັນຈອມແກ້ວ
ສຸດຣະກັມອົດອ້ຳ..................ໃນໃຈຮ້ອນແຜ່ວ
ຈາກນ້ອງໄປແລ້ວມື້ນີ້.............ຝັນເຫັນອ້າຍກ່ອນສາຍ...ແນ່ເນິ

ໃນເຂດອື່ນແດນນັ້ນ...............ຫວັງນ້ອງຢູ່ດີເນິ
ຈະສົ່ງໃຈມາຫາ...................ສູ່ຍາມມິແມ້ງ
ຈອມໃຈຂ້ອຍ.........................ແພງສີນີ້ຢູ່ສເມິ

ອໍາລາອວນໄກແລ້ວ..............ສຸດອ່ອນໃຈແຮງ
ອວນຮຽມເອີຍ....................ຢ່າເລີຍຫຼົງເກີ້
ຄໍາຫວານກ້ຽວ..................ເຜິໂນ້ມຢ່າລ່ຳແຍງ....ເຈົ້າເອີຍ.

 

ເຂດລົມໝາວ, ໐໙.໑໐.໒໐໑໑.

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 27, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ສຸດທີ່ອ່າວເປັນດ່ານດ້າວ..............ເໜືອນດາວແສນຍ່ານ
ໃນຂົງເຂດຈັກວານ............ .....ໄຮ້ພົມແດນແສນກວ້າງ
ບໍ່ຄະນານັບໄດ້...........................ຈັກພັນແສນລ້ານໜື່ນ
ໃສມຽງມອງມາບເຫຼື້ອມ..............ຄືນຟ້າກ່ຳດໍາ

ອີກມະຫາສມຸດໃຫຍ່ກວ້າງ..........ເລິກກວ່າຫົວໃຈ
ແຕ່ຫາກແນມລົງເຖິງ...................ຢັ່ງນະທີເຫັນໄດ້
ໃຈຂອງຄົນທໍ່ກໍາປັ້ນ.....................ແນມບໍ່ເຫັນຫຍັງຊ້ອນຢູ່
ຄໍາປາກຫວານຈ້ອຍໆ..................ຄວາມໃນຫັ້ນບໍ່ຫ່ອນເຫັນ

ຄວາມຫວັງມີດຽວດ້າມ................ຄວາມຈົບງາມພ້ອມພ່ຳ
ຄວາມຈະເຣີນສືບສ້າງ..................ເມືອງບ້ານສງ່າສີ


ປະເພນີຮີດເຄົ້າ...........................ແທນແຫວ່ນແຍງໂສມ
ໂຮມແຮງຮັກ.............................ເຜົ່າພັນໃນຄ້າຍ
ແມ່ນ້ຳໄຫຼໄຟແຈ້ງ.......................ປອດພິດໄພທຸກຢ່າງ
ເຂົ້າໃນນາກ່ອງກົ້ມ......................ພຶກສາຊາດຊຸ່ມເຢັນ

ອີກສັດສາປ່າໄມ້.........................ກັບເກີດເຕັມດົງ
ທຸກຊາດພົງພັນດົກ......................ຊໍ່ສະອອນຊອນລອນຂື້ນ
ຂາດຜູ່ມາທໍາຮ້າຍ......................ຕັດຕອນຂຸດກົ່ນ
ຊາວລາວຍຸທ່າງສ້າງ....................ແປງບ້ານໃຫ້ຮຸ່ງເຮືອງ


ເໜືອງບໍ່ໃນພື້ນໄທ້.......................ປັຖພີຄ່ອຍຂຸດກົ່ນ
ດ້ວຍປັນຍາ........ບໍ່ແມ່ນວ່າຊິຂາຍສົ່ງຖີ້ມ.......ດາດ້າມດັ່ງຂີ້ຝອຍ..ທ່ານເອີຍ.

ຫຼັງມ່ານເຫຼັກ, ວັນອັງຄານ ທີ ໒໗.໐໙.໒໐໑໑.

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 26, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ໃນໂລກໃນພິພົບ...........ເຮົານີ້

ທຸກສິ່ງຢ່າງກໍມີ..............ພຽບພ້ອມ

ສ້າງສັນທັງຂະຍີ້..........ປີ້ປົ່ນ

ຊີວີດຄົນສາກກ້ອມ.......ລະຄອນກ້ຽວກ່າຍກອງ

ຊີວີດນຶ່ງກໍເກີດ............ນຶ່ງຕາຍ

ເໜືອນທານນ້ຳທີ່ໄຫຼ.....ໄກກ້ຳ

ຕົ້ນຕໍບໍ່ທີ່ໃຫ້.................ໃຕ້ຕ່ຳ

ສຸດຣະກັມເມື່ອເຕື້ອງ.....ຄວນຄ່ຳຮ່ຳຮອນ.


ເພື່ອນຮັກຈອນຈາກແລ້ວ......ທາງດຽວ

ເຄີຍລຳບາກເຄີຍທຽວ..........ຮຽກເອີ້ນ

ຫາຄວາມຫວັງກົມກ້ຽວ.......ໝ່ຽວວອນ

ເທວາອ້ອນຊ່ອຍເທີ້ນ...........ນຳທາງໃຫ້ລ່ວງເຖິງ


ແຕ່ສຸຣິດາວນັ້ນ.................ຢຸດຢູ່

ປ່ອຍໃຫ້ເຮົາໜູ່ຄູ່..............ເສົ້າສ້ອຍ

ຍັງພຽງຫ່ວງອົດສູ.............ຄູ່ໃຈ

ຂໍເພື່ອນໄດ້ສູ່ດອຍ.............ດາວະດຶງ....ເຖີດເອີຍ.


ແດ່ດວງວິນຍານຂອງ ສຸຣິດາວ ຈຸລມະນີ ຜູ່ທີ່ຈາກພາກໄປ...

໒໗.໐໙.໒໐໑໑.

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 19, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ບໍ່ຮູ້ວ່າຈະເອົາລີ້ງນີ້ເຂົ້າມາໄດ້ຫຼືບໍ່

ເຂົາມີຊື່ວ່າ ວິໄລພອນ ບີລລີ ເກດແກ້ວພົມພອນ

ພໍ່ຂອງບີລລີແມ່ນໜູ່ຄູ່ທີ່ເຄີຍຮຽນຢູ່ໂປແລນນຳກັນ ແຕ່ໄດ້ອົພຍົບໄປຢູ່ຝຣັ່ງເສດ.

ບີລລີ ເກີດ ວັນທີ ໒໔-໐໓-໑໙໙໐ ກະພໍດີ ອາຍຸໄດ້ ໒໑ ປີ

ເກີດທີ່ຝຣັ່ງເສດ ທີ່ເມືອງ: Champagny - Sur - Marne,

ລວງສູງ:  ໑,໘໐ ມ.


ຖືສັນຊາດຝຣັ່ງເສດ.

ກ່ອນເຊັນສັນຍາໄປຫຼີ້ນທີມ ສີອອນ, ສອງປີໄດ້ເປັນນັກເຕະທີມ Strasbourg.

ເມື່ອຕົ້ນປີນີ້ ໄດ້ເຊັນສັນຍາ ໄປ ຫຼີ້ນ ໃຫ້ທິມ ແອຟ ເຊ ສິອອນ ນີ້ ດ້ວຍການເຊັນສັນຍາແບບວ່າທາງສໂມສອນ

ສີອອນບໍ່ຕ້ອງໄດ້ຈ່າຍຄ່າຍ້າຍສະໂມສອນຈັກກີບ!


ບີລລີໄດ້ຮັບຄ່າແຮງ....ພ້ອມຣົດປະຈຳໂຕແລະອາພາຕເມັ້ນເປັນສ່ວນໂຕແລະເງິນຕິດຖົງ

ທີ່ຜູ່ເປັນພໍ່ຍິ້ມນ້ອຍຍິ້ມໃຫຍ່ ຍາມເວົ້າສູ່ໜູ່ຄູ່ຟັງ.

ເປັນລູກຫົວແກ້ວຫົວແຫວນຂອງໜູ່ ທີ່ວາສນາພາໃຫ້ໄດ້ດີ ແຕ່ກະຍ້ອນຄວາມຂຍັນຂັນແຂງ

ແລະກຳເອົາວາສນາຊາຕາໄວ້ໃນກຳມືຂອງໂຕເອັງ- ໃນຂາແຄ່ງ ແລະພິບໄຫວນໍ!

ຫາກວ່າໃຜຢາກເບີ່ງໝ້າຕາອ້າຍບ່າວລາວທີ່ຫາກິນໄກ ດ້ວຍລຳແຄ່ງຂອງໂຕເອັງກະເຂົ້າເບິ່ງໃນນີ້ເດິ!

ເອົາມາເວົ້າສຸກັນຟັງ!

http://www.footmercato.net/joueur/Billy-Ketkeophomphone-52402.html
 

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 17, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ແມ່ນຜີສາງຕົນໃດ........ເດໝໍ

ມາສັບສໍ່ກໍ່ການ.............ໂກດແຄ້ນ

ພາກຮັກຈາກຫໍຫ້ອງ......ໝ້າໝ່າຍ

ປ່ອຍເຮົາໃຫ້ແສນເສົ້າ.....ເຝົ້າຫ່ວງຫານາງ


ທຽນມອດລົງນານແລ້ວ.....ມຶດມິດ

ຍັງເມິ່ມອງຄິດຫາ..............ພາບຮັກ

ຍາມເຄີຍຢູ່ຊິດແນບ...........ເນື້ອອຸ່ນ

ທີ່ລະມຸນປັກຊື້ງ.................ສິງຊ້ອນບໍ່ຫາຍ


ແມ່ນດາວເດືອນນວນແຈ້ງ.....ພຽງໃດ

ຄວາມຄິດຄອງໃຈເຮົາ..........ເຜົາໂລກ

ແສນວິໂຍກໃຈແທ້................ໂຖເອີຍ

ເໜືອນວ່າໃນໂລກນີ້...............ມີໃຫ້ຢູ່ດຽວດາຍ.

 

ຄືນນັ້ນທີ່ຂາດນາງ...໑໗.໐໙.໒໐໑໑.

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 16, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ບົດນີ້ຂຽນຂື້ນເມື່ອໄດ້ອ່ານກອນຂອງໃຜທີ່ຂຽນກ່ຽວກັບການນຳພາທີ່ຜ່ອງໃສ!!!
ເລີຍມີຄວາມຄິດນີ້ຂື້ນມາ
ແລ້ວທ່ານຜູ່ອ່ານເຫັນວ່າຈັ່ງໃດ!

`` ຫາກເທີດທູນ..............ອຸດົມການທີ່ສຸດເດັ່ນ
ແລະອາຈ........................ເປັນຈິງໄດ້
ກ້າວຫາຈຸດໜາຍ...........ຢ່າງບໍ່ຕ້ອງສົງສັຍ
ຫຼັບຕາໄປ....ນຳໜູ່ແຊວໆ.......ຕາມແນວທາງຢ່າງນັ້ນ

ເຮືອແພທີ່ຈະຂື້ນ............ຄວນຮູ້
ວ່າຈະນຳໄປສູ່.................ທ່າຈອດ
ກັບຕັນນັ້ນຮອບຮູ້.............ແປວປ່ອງ
ຂື້ນນາວາພາລ່ອງ............ຈອດຝັ່ງຫີມະພານ

ຫາກຈະສ່ຽງ.....ຄວນສ່ຽງ......ຢ່າງຮູ້ເຫດຮູ້ຜົນ
ທັງຢ່າໃຫ້ຄວາມເປັນຄົນ........ຕ່ຳຕ້ອຍ
ເພາະທາງຈະເດິນ.....ເຮຶອຈະລ່ອງ......ຮູ້ທາງລອຍ
ຢ່າງນ້ອຍ.........ຄວນຮູ້ເຫັນ.......ເປັນໂຕເອັງ

ເຮຶອລຳນັ້ນ...... .ປຽບໄດ້ດັ່ງ..............ຂອນດອກ
ນາຍທ້າຍບອກ....ພຽງແນວທາງ.......ເຜິນໆ
ກ້ອງປ່ອງແປວ.....ຫິນເໜືອນເເຮ້ວ...ເລິກຕື້ນ
ຫາກນ້ຳຕື້ນ........ເຮືອຕຳພື້ນ........ອາຈເພພັງ


ບໍ່ຄວນເປັນ.......ເໜືອນວ່າວ........ທີ່ຂື້ນຢູ່ ກັບລົມ
ຫາກຂາດວາໂຍໂຫມ..................ແລ້ວຈະເຮັດຈັ່ງໃດ
ຫາກເສັ້ນເຊືອກຂາດ.......ວ່າວອາຈ.........ບໍ່ມີທີ່ໜາຍ
ອາຈວອຍຕາມລົມງ່າຍໆ.............ໄປທຸກແຫ່ງຫົນ. ``

ເຂດແຄວ້ນແດນເໝຶອ, ໑໖.໐໙.໒໐໑໑.

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 7, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ


ເປັນຫົວຂໍ້ທີ່ແປກ ແລະກະບໍ່ແປກປານໃດ.

ເປັນຄຳເຊື້ອເຊິນ ບັນດາທ່ານສະມາຊິກ ຍິງແລະຊາຍ ທີ່ມັກອ່ານແລະຢາກອ່ານ ບົດຂຽນທີ່ແຕກຕ່າງແລະບໍ່ຊ້ຳຮອຍ

ກໍຄືວ່າ ຢາກເຊື້ອເຊິນໃຫ້ເຂົ້າໄປອ່ານຫຼີ້ນກັນແບບມ່ວນຊື່ນຫຼື ຫາແນວຄິດໃໜ່ໆນຳກັນ!

ບ່ອນທີ່ຢາກໃຫ້ເຂົ້າໄປ ກໍຄື ກຸ່ມ ``ກະວີ```

ຜຂ ເປັນຜູ່ຈັດຂື້ນມາ ມີຫົວຂໍ້ເຣື້ອງແລ້ວ ສີບຫ້າສີບຫົກເຣື້ອງເຊັ່ນ :``ຣະທົມເມື່ອລົມໝາວ``,`` ຄອຍສາຍລົມ``, ``ສີສັນຂອງບົດເພັງ``

ແລະອື່ນໆ ທີ່ ມີທັງ ວວ, ຈິຫຼໍ່ , ຄົນໆໝຶ່ງໝ້າຕາດີ ...ເຂົ້າຂຽນອອກຄຳເຫັນເປັນກາພກອນເຂົ້າໃສ່ຢ່າງອ່ອນຊ້ອຍລະມຸນ..

ຈຶ່ງວ່າ

ຂໍເຊິນໆ.

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 5, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ມື້ນີ້ເອົາກອນວິຊຊຸມາລີທີ່ຂຽນມາໃຫ້ອ່ານຫຼີ້ນນຳກັນ!

ຂໍວິ່ງວອນເທພໄທ້................ບົນສວງ
ໂຮມຄວາມເປັນບ້າປ່ວງ.......ມາເຕົ້າ
ໃຫ້ເກິດມີເປັນຮວງ.............ເໜືອນດອກ
ງອກງາມກິ່ນອົບເອົ້າ...........ດົງດ້າວດ່ານລາວ

ວອນເທວາມາໂຜດ.............ປະທານ
ຄວາມນຶກຄິດໄຝ່ຝັນ..........ເກີດໄດ້
ໃຫ້ແຜ່ນດິນແມ່ຫັ້ນ...........ຫາຍຂື່ນ
ສົດຊື່ນດັ່ງດອກໄມ້.............ພວມແຍ້ມກີບບານ

ວານວອນອົງອາຣັກ...........ພັກໄສ
ຄວາມອັບປີຈັ່ງໄຮ..............ຫ່າງເວັ້ນ
ໃຫ້ພີ່ນ້ອງເໝືອໃຕ້............ຢູ່ທ່າງ
ຕ່າງຢູ່ດີຮົ່ມເຢັນ................ຫາຍຮ້ອນຮ່ຳຮອນ

ຕື່ນມືນຕາທຸກເຊົ້າ.............ສົດໃສ
ດຸດດັ່ງຫຍ້າຟ້າໃໜ່...........ທົ່ວກັນ
ພົບສີໝ້າແຈ່ມໃສ.............ທຸກແຫ່ງ
ແພງຮັກຫໍ່ພົງພັນ..............ພີ່ນ້ອງລາວນີ້ຢ່າຄາຍ.

໐໕.໐໙.໒໐໑໑.

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 31, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຕຼອດເວລາທີ່ຜ່ານ..............ເຫັນຫຼາຍວັນຫຼາຍຄືນ
ໝາວຮ້ອນຂົມຂື່ນ..............ຊື່ນເສົ້າສຸຂສົມ
ຄານຍ່າງຜ່າງແລ່ນ.............ເງີຍໂງກລຸກລົ້ມ
ຫຼາຍໆຄັ້ງກໍກົ້ມ..................ສູດດົມອາຍດິນ.....ທີ່ສີ້ນພິດໄພ

ຄາບເລືອດທີ່ແຫ້ງ...............ຫາຍເຫືອດຄວາມແດງໄປ
ກິ່ນຄາວຄາບຍັງບໍ່ຫາຍ........ໝີ້ແທນບໍ່ທົນໃຊ້
ຊັບໃນດິນສິນໃນນ້ຳ.............ໝ່ຳໆຂົນໃຫ້ບໍ່ໝ່າຍ
ໃນທົ່ງນາປ່າໄມ້...................ນອງເນຶອງດ້ວຍຣະເບີດຝັງ

ປ່ຽນຮູບປັ້ນທຸກແຈບ້ານ........ເປັນເຂົ້າໜ່າເກຶອຫຼານ...ດີບໍ?
ລູກເຫຼັນລາວທີ່ຍັງຫີວ..........ຫອດເຕັມເຂົາເຈີ້ຍ
ບໍ່ເຫັນຄືຄຳເວົ້າ....................ຄວາມຈະເຣີນປະກາດກ່າວ
ເຜົ່າພົງພັນພີ່ນ້ອງ.................ຜູ່ເຂົາຢັ້ງຢູ່ຫ່າງເມືອງ

ດອກດາວເຮືອງຢູ່ກາງດ້າວ.....ເຫຼືອງອ່ອນອອນຊອນ
ພູເຂົາສູງແຊມພັນ................ເນດເນຶອງໝາໄມ້
ກາຍເປັນພູຫົວໂຫຼ້ນ..............ເຂົາມາຂົນຕັດໄມ້ປ່າ
ເພື່ອປູກຢາງພາລາ ....ປ່າໝາຖາງບັ່ນຖີ້ມ ... ເໜືອນຄົນຈ້າເປົ່າປັນຍາ

ສອງສາມປີມານີ້....................ນ້ຳລົ້ນປ່າພະຍຸດົກ
ແນວປ່າຮົກບໍ່ກັກຂັງ...............ທັງກຳບັງລົມເຍີ້ນ
ທັງຄວາມຮ້ອນ.......................ອົບເອົາເອົ້າເຫຼືອກ່າວ
ປ່າວປະກາດຮຽກຮ້ອງ.............ພາກັນປ້ອງປູກພຶກສາ

ປ່ຽນສາເດແນວໂນ້ມ..............ນະໂຍບາຍແນວຄິດໃໜ່
ແກ້ຄວາມຜິດໃນສັນຍາ..........ໃຫ້ເປັນສັນຍາແທ້
ປ່ຽນເພື່ອລາວຈະຍືນຍັ້ງ..........ຄົງນານຢູ່ນຳໜູ່
ໃຜຫາກຈະເຂັນຂູ່ຂ້າ.............ໃຫ້ຟັງຖ້ອຍກ່ອນປະຫານ....ທ່ານເອີຍ.

To whom it may concern!

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 5, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ


ເອົາຮູບຄ້ອງ.................ເຂົ້າໃສ່ແທນໂຕ
ທີ່ບໍ່ງາມພາໂລ...............ອ່ວນອາຍເອົາໝ້າ
ຕົນລົງໃຫ້....................ຄົນເຫັນຢ້ານເຂົາໝ່າຍ
ເອົາຄ້ອງເກົ່າມາຕາງ....ເອົາເປັນພາງສຽບໝ້າ..ຍັງວ່າໄດ້ດີກວ່າເຮົາ

ແຕ່ສະໄໜກ່ອນກີ້.........ຄ້ອງດັງຄ່ອງສຽງຫອງ
ຈາກສີມືຄົນລາວ..........ຈາກແດນໃດກໍ້
ພໍໆສູ້........................ເສັງກັນຍາມບຸນໃຫຍ່
ບຸນບັ້ງໄຟແຂ່ງຄ້ອງ........ທັງກອງເຂົ້າໃສ່ກັນ

ຄ້ອງທອງເຫຼືອງໝ່ວຍນີ້....ໄດ້ມາຈາກສາຣະວັນ
ດິນແດນຄົນເຂົາຮັກ........ຫວ້ານຂອງທັງລຳຮ້ອງ
ສາຣະວັນເສົ້າ................ຫາເອົາມາຂາຍສົ່ງ
ຄ້ອງທີ່ຝັງເຊຶ່ອງໄວ້...........ຄາວກີ້ກ່ອນປະຖົມ

ຄວາມອຶດຫິວນຳມາຂ້າ.......ເອົາແພວາໜົດທຸກຢ່າງ
ຫາເລາະຂາຍເພື່ອສຶບສ້າງ...ຄອບຄົວນ້ອຍໃຫ້ຢູ່ຍືນ

ເປັນບັ້ນນຶ່ງທີ່ແສນເສົ້າ.........ປະຫວັດລາວແສນໝ່າຍ
ຕ້ອງໄດ້ຫາທຽວຂາຍ..........ຄ້ອງມູນມັງເຄົ້າ
ອີກສາວໆຍັງນ້ອຍໆ............ກະທຽວຂາຍຂອງເກົ່າ
ເວົ້າຂື້ນມາແລ້ວເຮັ່ງຮ້ອນ......ໃຈນີ້ປວດກະສັນ

ພາກັນຂົນເອົາຄ້ອງ..............ສຽງຫອງປານສຽງເອກ
ມາຈ່າວຂາຍ......................ເຊື່ອງຄວາມອາຍໄວ້
ບາດວ່າທາງການຄ້າ............ຂົນຂອງຄ້ອງຕ່າງ
ສຽງປານພ່າງໜໍ້ແຕກຫັ້ນ......ດຳປີ້ດັ່ງຂີ້ເຈັຍ

ແຕ່ພາກັນຍໍຍ້ອງ.............ເປັນຂອງຈາກແດນຈະເຣີນ
ເອົາມາຂາຍຖົມຂອງ..........ທີ່ບ້ານຕົນດີແທ້
ທັງຄູບາອາດຍາເຈົ້າ..........ກະພາກັນສະອອນກ່າວ
ບາດສຽງມັນແຕກຍ້າວ......ຟັງແລ້ວປວດຫູ..

ຄ້ອງທອງເຫຼືອງໝ່ວຍນີ້.....ຍາມໄດ້ຟັງສຽງມ່ວນໆ
ສຽງຫ່ວນໆຍຶດເຍື້ອ....ນັບເຖິງສີບສຽງບໍ່ຫ້ວນ......ຫາຍກ້ຽງດອກທ່ານເອີຍ!

໐໕.໐໘.໒໐໑໑.

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 3, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ


ບົດເພັງທີ່ຊື້ງໆແມ່ນດຶງອອກຈາກຊີວີດ

ຄວາມລຳເຄັນຄວາມຜິດພາດພັ້ງ

ຈາກຄວາມຮັກທີຜິດຫວັງ

ຈາກຮັກທີ່ເຄີຍຫວັງ

ຄວາມໄຝ່ຝັນທີ່ສຸດເອື້ອມ


ອັນຄວາມສຸຂສົມເບົາດັ່ງລອຍລົມ

ສົມໃຈຢູ່ໃນເງື້ອມ

ໃນຊວງເອິກສົດຊື່ນຫາວັນເຊື່ອມ

ທຸກຢ່າງເຫັນໄສເຫຼື້ອມດັ່ງຄຳ


ຫົວໃຈທີ່ໄຮ້ເສຣິ

ບໍ່ຫາວັນມີປອດຈາກຄວາມຊ້ຳ

ແສນອົດສູສູ້ທົນເຊົ້າຄ່ຳ

ສແຫວງຫາເໜືອນປາຊອກນ້ຳ

ທຸກລົມຫາຍໃຈໃນເສຣິ


ຍອມສະຫຼະໄດ້ເລຶອດແລະຊີວີດ

ຍອມອຸທິດເພື່ອຊາດເຊື້ອວະຈີ

ລູກຫຼານເກີດໃຫຍ່ມາສ້າງປັຖພີ

ທີ່ຖືກປົ່ນປີ້ຈາກຄວາມອັບປີນ້ຳມືຄົນ


ແມ່ນຕິດອກໄມ້ທີ່ສວຍງາມຕາມທຳມະຊາດ

ບໍ່ມີໃຜຜູກຂາດສ້າງແຕ່ງມັນມາ

ແຕ່ຄຸນຄວາມດີຕ້ອງໄຝ່ຕ້ອງຄວ້າ

ໜັ່ນພຽນສແຫວງຫາທົ່ວທາງຊີວີ.

ຂຽນເມື່ອ ຂຽນເມື່ອ: ກ.ລ.. 26, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ


ເບິ່ງແມເຫຼຶອງອ້ອຍຊ້ອຍ................ດອກຂາມອ່ອນແດນຈຳປາ

ເປັນມາລາທີ່ສີສັນ..........................ບໍ່ປານຈຳປາໄດ້

ແຕ່ຫາກງາມເຫຼຶອເວົ້າ..................ຫວນຄິດເຫັນທັງຣົດກິ່ນ

ຍາມເຈົ້າຄິດຄ້ອຍໆ......................ນ້ຳລາຍຍ້ອຍຍ່າວໄຫຼ


ເປັນດອກນຶ່ງໃນຖ້ານ................ເຄີຍເກັບມາໃສ່ແກງຂຽດ

ທັງປາຄໍ່ກະພໍກັນ......................ສົ້ມພໍດີຫາທຽມໄດ້

ຍາມຄ່ຳຄືນມາຫັ້ນ....................ໜູ່ແມງຄະນູນມາຕູ້ມຕ່ອມ

ດົມດອກຫອມມ່ວນແມ້ງ..........ຄົງກິນພ້ອມອ່ອມໃຈ


ຍາມຢູ່ໄກເຂດຮົ້ວ...................ບ້ານອີ່ແມ່ໄດ້ແນມເຫັນ

ຄຸນຄ່າຂອງມາລາ..................ທີ່ບໍ່ເຄີຍສົນໃຈແມ້ງ

ບາດຕົກມາດຽວນີ້................ເຫັນທຸກສີມີຄ່າ

ຄ້ຳຊູໃຈໃຫ້ຜູ່ຂ້າ...................ຫວນເຕື້ອງຮ່ຳຄະນິງ


ຢາກກັບມາເກັບເຈົ້າ.................ຖວາຍມອບເອົາບຸນ

ຈະຊີ້ນຳແນວຄົນ......................ຕ່າງແດນໃຫ້ຫວນຮູ້

ນີ້ຄືບຸບຜາແກ້ວ.........................ແດນລາວເກີດທຸກຖິ່ນ

ຫອມແລະກິນກໍຫາກໄດ້............ໜາກໃບພ້ອມດອກງາມ....ທ່ານເອີຍ.

 

໒໖.໐໗.໒໐໑໑.

ຂຽນເມື່ອ ຂຽນເມື່ອ: ກ.ລ.. 23, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ເຮົາເປັນຄົນລາວທີ່ໂຊກວາສນາຫ່າວພາໄປ
ບໍ່ຄາດວ່າຈະໄດ້ຫວນຫາຄືນວັນທີ່ຜ່ານ
ຫາບັ້ນໝຶ່ງຂອງຊີວີດທີ່ເຄີຍບຸກບັນ
ໃນເຂດແຄວ້ນແດນສວັນນັ້ນມາ

ສາຍສັມພັນອັນນວນຜ່ອງຍັງຮອງໄສ
ເພື່ອນຝູງຍັງມີໃຫ້ບໍ່ຫ່າງລາ
ໃນເຄືອຂ່າຍໄດ້ຊອກເອີ້ນເຊື້ອເຊິນມາ
ຮ່ວມພົບປະສັງສັນສຸຂທຸກຕໍ່ກັນເຫຼົ່າສູ່ຟັງ

`ແສນ` ຢູ່ໄກໃນເຂດແຄວ້ນແດນລົມໝາວ
ກໍຮີບຟ້າວຕອບຂ່າວໃຈເຝົ້າຝັງ
ຈະໄດ້ພົບໝ້າຄ່າຕາເພື່ອນເກົ່າຄາວຫຼັງ
ທີ່ເຮົາເຄີຍໄດ້ນັ່ງຕັ່ງຄຽງຂ້າງກັນ

ທັງໃນຫ້ອງຮຽນທັງໃນວົງວຽນປະທ້ວງ
ເວລານັ້ນເໜືອນວ່າປ່ວງເປັນໄປຕາມກາລ
ຈິດໃຈໝຸ່ມບໍ່ຄິດຫຍັງບໍ່ຫວາດຫວັ່ນ
ສິ່ງທີ່ເຫຼືອຈາກຄວາມຫຼັງຄາວນັ້ນຍັງພຽງ ໄມຕຣີ

ເພາະເຫດຜົນອື່ນໃດຫາຍໄປສີ້ນ
ແທບທຸກຄົນຕ້ອງບົນບິນຈາກເຮືອນຢ້າວຟ້າວໝີ
ໄປດາບໝ້າຟ້າໃໜ່ຫວັງໄດ້ພົບວິຖີ
ຂອງຊີວີດທີ່ຍັງມີຫາເສຣີທີ່ມຸ່ງໜາຍ.

Paris, 27.06.2011.

ຂຽນເມື່ອ ຂຽນເມື່ອ: ກ.ລ.. 5, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຄັດເອົາກອນນີ້ມາຂື້ນຕົ້ນຕອນກັບມາຈາກການເດິນທາງຄາວແລ້ວ!

ເປັນຫ້ອງນອນຂອງລູກສາວຊອງໜູ່ຜູ່ທີ່ໃຫ້ຄວາມອົບອຸ່ນ,

ຫ້ອງນອນຂອງລູກສາວ, ກໍເພາະລູກໜູ່ຜູ່ນັ້ນ ປັດຈຸບັນແມ່ນມາເຮັດ ຝຶກຫັດ ທີ່ໂຮງໜໍມະໂຫສົດ!

ບາງຄຳອາຈເປັນຊື່ຂອງຄົນ!!

ເຊີນຕິດຕາມ.


ທີ່ເຮືອນທອງຢູ່ ເນິຍຢີແປລຊັງສ

ສຽງໄກ່ຂັນປຸກໃຫ້ຕື່ນ

ທັງນົກກາມາເຄາະຂອບປ່ອງອ້ຽມ

ເໜືອນເຕືອນໃຫ້ກຽມຕື່ນຈາກຝັນ

 

ໃນຫ້ອງນອນທີ່ເດັຍຣະດາດດ້ວຍຄວາມຫຼັງ

ເລັກໆນ້ອຍໆຈາກເສັ້ນທາງທີ່ໄປມາ

ເກັບຝັງໄວ້ທຸກບາດກ້າວທີ່ກາຍຜ່ານ

ເປັນຂອງຂວັນຫຼືດ້ວຍໃຈໃຜໃຫ້ມາ


ມີຮູບປັ້ນໂຕແມວແລະຮູບຖ່າຍ

ກັບເພື່ອນມິດ ແມ່ເຖົ້າກັບປູ່ຍ່າ

ກັບເພື່ອນຣັກສະເໝຫາ

ທັງຄວາມເສົ້າທີ່ຍັງຄາຄອງໂລກ


ທັງກາບກິ່ງດອກໄມ້ແຫ້ງແລະດວງດາວ

ທຸກສິ່ງແວວວາວບົ່ງບອກ

ຄວາມຫຼັງ

ທັງສະຕິທີ່ແສນສື່


ເຫັນພຣະຄຳພຳນັກເທິງຮ້ານ

ຈານແລະຂັນນ້ອຍໆຢັງຢາຍທົ່ວ

ເປັນທີ່ເພິ່ງປົກປັກຍາມໜອງມົວ

ຍາມຫວາດກົວຜວາຕື່ນຄືນຝັນຮ້າຍ


ຫ້ອງນ້ອຍໆທຸກຈອກແຈແອອັ່ງດ້ວຍ

ສິ່ງທີ່ສວຍໆໃນໃຈຂອງຜູ່ຢູ່

ງາມທຸກຢ່າງ ຢ່າງຕັ້ງຕາຄິດຮູ້

ເໜືອນຄວາມຝັນສີຊົມພູຢູ່ທຸກວັນ.

 

Neuilly Plaisance, 01/07/2011.

 

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 21, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ເປັນເລີກງາມຍາມດີ............ທີ່ໜູ່ເພື່ອນຮ່ວມຫ້ອງໂຮງຮຽນ

ໄດ້ພາກພຽນຈັດສັນ............ພົບປະກັນຂື້ນ

ແມ່ນຈະຢູ່ກວງໄກລ້ຳ.............ກຸງປາຣີທີ່ລຶລັ່ນ

ຟ້າທີ່ກວມກ່ອງກູ້ມ

ຫັນໝ້າໝີມື້ນີ້ ວັນໝ້າຊິຕ່າວມາ....ເຈົ້າເອີຍ.


ກິ່ນເຂົ້າໃໜ່ປາແກ້ວ.............ຫອມຫວນຫາຍຈາກ

ເໜືອນໜໍ້ໄຟເກົ່າຫັ້ນ...........ຄວນໄດ້ສາດໄຟ  ທ່ານເອີຍ..


ຄວາມເປັນມິດຍັງຕິດໜັ້ນ.............ຍືນມາຫຼາຍຟ້າໃໜ່

ຄິດເຫັນກັນຈຶ່ງໄດ້.........................ຈັດເຂົ້າຮ່ວມພາ.


ຍິນດີໄປຮ່ວມຕູ້ມ.............................ຊຸມກັນໃຫ້ສົມມາດ

ປາຖນາຢາກພົບເຫັນ.......................ໜູ່ກອງຄາວກີ້

ໃຜກະໄປຕາມເວີ້ງ.........................ແນວທາງທີ່ພາຫຼີກ

ມີໂອກາດຈັ່ງຊີ້...............................ກະແສນຊື່ນມ່ວນໃຈ.


ຈຳຈາກໄປພຽງນ້ອຍ...................ສອງສາມວັນກໍກັບຕ່າວ

ແລ້ວຄ່ອຍມາປາກເວົ້າ................ຈາຕ້ານຕໍ່ກັນ..ນໍ!!

 

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 13, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຂໍກ່າວຄຳທົກທື້ນ.....................ແກມນຳ

ວ່າຖ້ອຍຄຳທີ່ຄັດ....................ມານີ້

ເປັນຄວາມເວົ້າຢາກດັດ..........ຢາກແພ່

ໃຫ້ທຸກຄົນທີ່ນີ້.......................ເຫັນຮູ້ຮ່ອງໄຖ.


ເຫັນບໍລະໂຕແບ້.....................ຄາວຫຼັງ

ຖຶກແກ່ດຶງດຶງໄປ......................ເພື່ອໃຫ້

ມັນອອກເຮຶ່ອທັງໄຮ້.................ກາຍກິ່ນ

ກ່ອນຈະຜານຊີບໄທ້...............ມັນມ້ວຍແຈບລົງ.


ຫາກວ່າແກມນຳແລ້ວ................ແກ່ວນັ້ນ

ບໍ່ຟາກເຫັນພຽງຂັນ.................ໜາກແກ້ວ

ທີ່ແມ່ຫອບມາປັນ...................ເພື່ອນຮັກ

ທີ່ເກຶອກຸນບໍ່ແລ້ວ....................ແນວນັ້ນແຕ່ປະຖົມ.


ຢາກມາແກມນຳເຈົ້າ..................ນວນນາງ

ທີ່ຝາກຮັກອຳພາງ......................ຫາຊູ້

ທີ່ເຫິນຫ່າງແຮມຮ້າງ.................ກັມຈ່ອງ

ຂັດຂິນຄອງພໍ່ຜູ້......................ເລຶອງລ້ຳກ່ວມກຳ..


ທາງຮັກຈຶ່ງຂາດສ້ອຍ................ສັບສົນ

ໃຈຮັກຄົນອື່ນກໍ.......................ໜອງໃໜ້

ເພາະຕ້ອງຟັງຄຳພໍ່...................ສອນສັ່ງ

ສຸດຄັ່ງແຄ້ນບໍ່ໄດ້......................ຫານກ້າລ່ວງເກິນ.


ຫາກໃຈເຈົ້າກ້າກ້ຳ.....................ເກິນກ່າຍ

ກໍຕ້ອງສັ່ງຊາໃຈ..........................ຄີດພໍ້

ພໍ່ແມ່ສອນສັ່ງໃຫ້........................ໃດວ່າ

ຈະຂິນຄຳບໍ່ງໍ້.............................ໝີໄດ້ຈັ່ງໃດ...

 

ຣັກ,

ແດ່ ພັນລາວທຸກຍາມທຸກລົມຫາຍໃຈ.

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 8, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ນານວັນຫັນໝ້າໝີຈາກ.....................ກັນໄກ

ບໍ່ແມ່ນໝ່າຍລືມຫຼົງ..........................ພັນນີ້

ພັນລາວຍັງຄົງໜັ້ນ..........................ກາງແກ່ນ

ແໝ້ນໃນດວງຣຶດີ...........................ຂ້ານີ້ບໍ່ຫາຍ.


ກັບຄືນຫາພາບແຜ່ນ....................ຄວາມຫຼັງ

ທີ່ປັກແໝ້ນຈຳຝັງ...........................ເພາະໄດ້

ຂຽນຂີດຄຳໄວ້ດັ່ງ...........................ໃຈປອງ

ຮຽກຮ້ອງຫາຂວັນໃຈ.......................ພີ່ນ້ອງພັນນີ້ທົ່ວແດນ.


ຂອບໃຈເຈົ້າຜູ່ສ້າງ...........................ພັນລາວ

ຂອບຟາກເຂົາແດນໃດ......................ທ່ອງເຖິງ

ກັນໄດ້ດັ່ງຝັນໄຝ່..............................ດັ່ງໃຈ

ຝາກຮັກຫວານຊາບຊື້ງ....................ໃຈຂ້າຜູ່ຢູ່ໄກ.


ຈົ່ງເປັນແນວນາມເຊື້ອ...................ພັນເຮົາ

ຢ່ານ້ອຍໝ້າໜູ່ເຂົາ........................ພັນອື່ນ

ໃຫ້ພັນລາວເຮົາເຝົ້າ...................ບຸກບືນ

ຂື້ນຫາແສງທີ່ໄສ............................ໃນໂລກແຫ່ງເສຣີ...


ຂອບໃຈ ຫຼານ ນິນ, ດ່ຽວ ແລະພັນລາວທຸກຖ້ວນໝ້າ.

ຫຼັງມ່ານເຫຼັກ.

ຂຽນເມື່ອ ຂຽນເມື່ອ: ມ.ສ.. 7, 2011 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ຮັກແທ້ມີຢູ່ໃນດວງຈິດ

ຮັກຈິງຄີດວ່າຢາກໄດ້

ຮັກລວງຄວງກັນແລ້ວກໍແລ້ວໄປ

ຮອດວັນໃໜ່ຟ້າໃໜ່ກໍໄກກັນ..

ຂຽນເມື່ອ ຂຽນເມື່ອ: ມ.ສ.. 6, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ເພາະຫົນທາງມັນເວີ້ງ.............ອອກໄກ

ສູ່ເສັ້ນທາງສາຍໃໜ່................ນານແລ້ວ

ວິບແວວຕາກໍໄຮ້....................ໄສອ່ອນ

ບໍ່ສອອນເຈີດແຈ້ວ................ໃຈຮ້າງຢາກຫ່າງໝີ.


ຄວາມຫວານຮັກເກົ່າກີ້...........ກໍຈາງ

ອີກຄວາມຫວັງກໍພາງ.............ພອຍສີ້ນ

ຄວາມຄີດແຜກແຕກຕ່າງ.........ຫາໄຊ່

ເຫັນອົກເຫັນໃຈກໍປີ້ນ............ໄປໄດ້ງ່າຍດາຍ.


ຍາມເຫັນນາງເລິເລີດ............ກ້ຽວກ່ອມ

ຢູ່ຂ້າງກາຍແອບອ້ອມ.............ຊາຍອື່ນ

ມີຄວາມສຸຂພຽບພ້ອມ.............ທຽບໃສ່

ທີ່ເຮົາຢິບຍື່ນໃຫ້.....................ບໍ່ເຫັນໄດ້ຄ່າຄນຸ.


ຈຶ່ງຕັດໃຈແຮມຮ້າງ.............ເຫິນໝີ

ຝາກພຽງສຽງວະຈີ............ສັ່ງເອີ້ນ

ຈົ່ງໂຊກດີໂຊກດີ.................ຊູ້ເພິ່ນ

ອ້າຍຂໍເອີ້ນສັ່ງນ້ອງ............ໝີໝ້າຫ່າງແຮມ...ແລ້ວເອີຍ.

ຂຽນເມື່ອ ຂຽນເມື່ອ: ມ.ນ.. 23, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ມາຂຽນຫຼີ້ນຢອກສາວຊຽງຂວາງ...

 

ເຫັນສາວສວຍເອິ່ຍເອີ້ນ..................ເຊິນໄປສູ່ທົ່ງໄຫຫິນ

ບ່ອນຫິນໄຫຊາຍຊະ....................ເພື່ອບອກຂັຍໃຈສະທ້ານ

ທັງກ່າວຂັຍຂານຕ້ານ......................ໂພຍພັຍຂໍໂທດຜ່ານ

ຈັກວານເຂດນັ້ນ...........................ແສນກວ້າງດ່ານໄກ.


ເຫັນໃຈຄົນຂັດສົນໄຮ້...................ເຮັດໃຫ້ໃຜເຈັບແສບ

ຈື່ງຢາກຂໍແລບລີ້ນ.......................ຂໍທານໃຫ້ປ່ອຍໃຈ.


ຍາມໃຈສາວສວຍໂກ້................ຄວງຊາຍຫຼາຍຫຼາກ

ຕົກມາຮອດວັກນີ້....................ເຫັນໄດ້ໂພດພັຍ.

ຄົງຖືກໃຜຫັກເສັ້ນ..................ກັມເວນນຳສົ່ງ

ຮູ້ຄວາມເຈັບແສບຊ້ອນ............ຮ່ອນຢາກໄດ້ກ່າວຂັຍ.

 

ຂໍໂທດນຳຄົນທີ່ໄດ້....................ຕອມຕົມຂົມຂື່ນ.....ມານັ້ນ

ໃຫ້ມາພົບກັນຢູ່ກ້ຳ...................ຊຽງຂວາງຫັ້ນເຂດແດນ.

 

ແມ່ນວ່າຊາຍຄົນນັ້ນ...............ຍັງມີຫຍັງຈົດຈື່

ໄປທະແມໄປຫາ.....................ຜູ່ເຄີຍຝັນເພີ້

ບາງທີໃຈສອງເຈົ້າ..................ຍັງປານໄຟດົ້ນເກົ່າ

ເຖົ່າທີ່ຖົມບົ່ມໄວ້.....................ອາຈເຮືອງແຈ້ງດັ່ງເກົ່າມາ...ກະເປັນດາຍ..

 

ພັບກັນໃໜ່ສາ!

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 9, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ແທບເຕັມແລ້ວກະຖາງຂີ້ເຫຍື່ອໃນຫ້ອງນອນເຮົາ!

ກະແນວວ່າໃນຫ້ອງນອນຜູ່ດຽວ ເດ.

 ເຣີ້ມຂຽນຈົດໜາຍຫານາງຢ່າງຕັ້ງໃຈ,ແຕ່ອັນໃດກະບໍ່ພໍໃຈ ທຸກສະບັບມັນກະລົງໄປກອງຢູ່
ໃນກະຖາງຂີ້ເຫຍື່ອໜົດສ້ຽງ ເປັນກ້ອນ ຫຍ່ອງຍີ!

ເມື່ອຫົວໃຈມັນສັບສົນ ແລະບໍ່ຮູ້ວ່າສິ່ງທີ່ຂຽນລົງໄປຫານາງຫັ້ນມັນພໍມີຄວາມໜາຍຫຍັງແນ່ຫຼືບໍ່ກະຍັງສົງສັຍ!

ມັນຈຶ່ງພາກັນປ້ອມກັນລົງກະຖາງ!

ບາງແຜ່ນເຈັ້ຍຫັ້ນຂຽນໄປໄດ້ພຽງສາມສີ່ແຖວ, ບາງໃບເກືອບເຄິ່ງໝ້າແລ້ວ ແຕ່ຜີຫ່າຫຍັງບໍ່ຮູ້ ກັບຄວາມບໍ່ພໍໃຈຫັ້ນ!

ບໍ່ມີໃຜຮູ້ນຳ.

ແນວເປັນຊາຍພອຍມານານ.

ຄົນທີ່ເຂົ້າໃຈມີນ້ອຍແມ່ນແຕ່ໂຕເອັງກະຍັງເຂົ້າໃຈໂຕເອັງຍາກຄືກັນ..

ແລ້ວຈັ່ງໃດຊິໃຫ້ຜູ່ອື່ນມາຮູ້ມາເຂົ້າໃຈເຮົາໄດ້..

ຄວາມສັບສົນໃນຄວາມຄຶດມັນນັບມື້ນັບມຶດມົນຂື້ນ..ຈົນວ່າບໍ່ຮູ້ຈະເຮັດແນວໃດກັບໂຕເອັງ..

ຄີດໄປໄກຢາກຈະໄປຫານາງ, ທີ່ຄີດວ່າເປັນນາງສຸດທີ່ຮັກໃນຫົວໃຈ..

ແຕ່ຈາກຄຳຖາມຕ່າງໆທີ່ນາງຖາມມາຍາມເຮົາຢູ່ນຳກັນ, ໃກ້ກັນ, ມັນຄືວ່າແປກແທ້!

ຖາມຫາເຮັດຫຍັງກັບເຣື້ອງຕ່າງໆຜ່ານມາໃນຊີວີດຈາກເບື້ອງຫຼັງ!?

ເປັນຫຍັງບໍ່ເວົ້າກັນເຖິງຍາມນີ້ ເວລານີ້ທີ່ເຮົາຢູ່ໃກ້ກັນ!

ມັນຈັ່ງໃດກັນແທ້ກັບຜູ່ຍິງນີ້, ຄືມາແປກແທ້!

ຍ້ອນຄວາມຫວຸດຫວິດໃນໃຈ ເຊົາຂຽນຈົດໜາຍນັ້ນລົງ ແນມເຫັນຫຍັງໃນໝ້າຄອມທີ່ເຂົາໂຄສະນາຕ່າງໆ.

ລາສມີນິດ!

ອາທີດໝຶ່ງໃນດອນ ເຣອຸຍນິຍົງ, ຄ່າເດິນທາງ, ຄ່າໂຮງແຮມ, ອາຫານເຊົ້າຄົບ ພຽງ ສີ່ຮ້ອບຢູໂຣ!!

ກະເຫັນວ່າເປັນໂອກາດດີອີ່ຫຼີ, ຈຶ່ງ ຄລິກສັ່ງຊື້ລົງໄປ..

ໃຈລັ້ງລໍ ຫຼືວ່າຈະໂທໄປຊວນນາງໄປນຳກັນ!

ໃຈໝຶ່ງກໍຫວາດຫວັ່ນເຂົາຊິເວົ້ານຳເຮົາບໍ ຫຼັງຈາກທີ່ໃນການພົບຄັ້ງທີ່ແລ້ວເຮົາຍ່າງຈາກນາງໝີຢ່າງບໍ່ວ່າຫຍັງຈັກຄຳ!

ການເດິນທາງຈະມີຂື້ນໃນຕອນເຊົ້າມືດຂອງມື້ອື່ນ.ປີ້ຮັບເອົາກ່ອນຂື້ນເຄື່ອງບິນທີ່ສະໝາມບິນ.

ພົກເສື້ອແຂນສັ້ນພຽງສອງໂຕກັບເສື້ອທີເສີດສາມໂຕ!

ແມ່ນຈະເປັນຍາມໝາວໃຈບ້ານ ແຕ່ຄີດໄປວ່າທີ່ນັ້ນປາຍທາງທີ່ຈະໄປນັ້ນຄົງຮ້ອນອົບເອົ້າ..

ພົກເອົາເກີບຊັງດານຄູ່ໝຶ່ງແລະລອງເທົ້າສອງສາມຄູ່ ກັບແປງຖູແຂ້ວທັງຢາຖູແຂ້ວ ນ້ຳຫອມແລະນ້ຳຫອມຫຼັງແຖໝວດ..

ລັບທອບກະບໍ່ກ່ຽວໄປແບບວ່າປິດສາກໄວ້ທາງຫຼັງ..ບໍ່ຢາກຮູ້ຢາກເຫັນຫຍັງທາງຫຼັງ..

ພໍໄປສເນິໂຕຮັບປີ້ກະຍັງສົນໃຈແລະຍັງຄີດໄປວ່າໂທຊວນນາງໄປນຳກັນບໍ!?

ແຕ່ໃຈໝຶ່ງກະເສີຍ..ຮັບເອົາປີ້ແລ້ວກະມຸ່ງໝ້າສູ່ເຄົາເຕີ້ຂອງບ່ອນແຈ້ງອອກ ດຶງເອົາພາສປອດແລະປີ້ຍົນຍື່ນໃຫ້ນາງພນັກງານສາຍການບິນ.

ພໍກວດຫຍັງຄົບຖືກຕ້ອງຕາມຂແໝງການແລ້ວນາງກໍຈ້ຳກາກັບເອົາປີ້ເລກລຳດັບໃສ່ຖົງໃຫ້..

ເຮົາແນມນຳຖົງທີ່ຫາຍໄປກັບສາຍເລື່ອນເກັບກະເປົ້າຕ່າງໆຫັ້ນຈົນລັບສາຍຕາ..

ທັງຍ່າງໄປຫາເຄົາເຕີ້ຂອງຕຳຣວດກວດຄົນເຂົ້າອອກເມືອງ..
ນາຍຕຳຣວດສາວເບິ່ງຮູບໃນພາສປອດແລ້ວເງິຍໝ້າຂື້ນເບິ່ງໝ້າເຮົາ ສີ້ງເບິ່ງເລັກນ້ອຍແລ້ວກໍຈ້ຳຕາໃສ່ບັດເດິນທາງທັງສົ່ງຍິ້ມໃຫ້
ແລະກ່າວຄຳອ່ວຍພອນຈົ່ງໄປດີ ແລະພັກຜ່ອນໃຫ້ສົມໃຈ..

ເຮົາກ່າວຄຳຂອບໃຈຄ່ອຍໆກັບຍິ້ມເສົ້າໆຕອບນາງຕຳຣວດໄປ, ຈັບເອົາພາສປອດແລ້ວກະຍ່າງເຂົ້າຫ້ອງຄອຍ..

ສຽງປະກາດໃຫ້ກຽມຂື້ນເຄື່ອງດັງກ້ອງ!!

ທ່ານຜູ່ໂດຍສານ ຂອງທ້ຽວບິນສາມຮ້ອຍສີ່ທີ່ຈະເດິນທາງໄປ ລາສປານລມາສແລະເກາະ ເຣອຸຍນິຍົງຈົ່ງກຽມຂື້ນເຄື່ອງໄດ້ແລ້ວ..

ພໍນັ່ງຮຽບຮ້ອຍແລ້ວ ໃນໃຈເຮົາຍັງສັບສົນແລະຄີດໄປໄກ..

ຍົນໄດ້ເຣີ້ມຕິດເຄື່ອງຈັກແລະຄ່ອຍໆແລ່ນຕາມເສັ້ນໜາຍເພື່ອສູ່ທາງແລ່ນຂື້ນ..

ຫົວໃຈເຮົາເຣີ້ມເຕັ້ນຢ່າງແຮງ ເໜືອນກັບວ່າມັນເປັນການຕັດສິນໃຈຫຼົບລີ້ໝີຄວາມຈິງຂອງຊີວີດຫຼືໃດນີ້!

ແຕ່ກະຊ່າງເທາະຈົ່ງໄປຕາມວິຖີຊີວີດທີ່ມັນຢາກໃຫ້ເປັນ..

ເຄື່ອງບິນຂື້ນສູງທາງ ຄັບຕັນ ກໍ່ສັ່ງໃຫ້ແກ້ສາຍແອວປະກັນພັຍໄດ້ແລ້ວທັງບອກວ່າອີກບໍ່ດົນພນັກງານອາກາດ
ກໍຈະນຳເອົານ້ຳດື່ມແລ້ວແຕ່ໃຜຕ້ອງການມີເບັຍ, ເຫຼົ້າວາຍ, ນ້ຳຫວານຫຼືໃຜມັກຂອງທີ່ມີຣີດສູງ
ພວກເຣົາກໍມີທັງວອດກ້າແລະວິສກີ້ຕາມໃຈມັກແລະຈົ່ງເດິນທາງກັບສາຍການບິນເຮົາດ້ວຍຄວາມປອດພັຍ..

ບໍ່ນານສາວນັກເສີບກໍເອົາແພເຢັນມາໃຫ້ເຊັດໝ້າອີກຄົນໝຶ່ງກໍຍູ້ຕູ້ກັບເຄື່ອງດື່ມຕາມມາ..

ເຮົາຂໍວອດກ້າ..ຮ້ອຍກຣາມ..ຫວັງຢາກຈະລືມແລະຫຼັບລົງໃນທັນໃດຫັ້ນ..ຄີດວ່າຄົງລືມຫຼາຍໆຢ່າງລົງພ້ອມ.

ແມ່ນວ່າຍັງເປັນຍາມເຊົ້າຢູ່ແຕ່ຍ້ອນການນອນທີ່ບໍ່ເຕັມຕາມານານ ພາໃຫ້ເຮົາຫຼັງລົງຢ່າງງ່າຍດາຍ.

 

ເມື່ອຮູ້ສຶກໂຕນາງສາວບໍຣິການທາງອາກາດມາປຸກໃຫ້ເຮົາຕື່ນເພາະເຂົາເສີບອາຫານແລະ
ທັງບອກວ່າຫຼັງອາຫານແລ້ວເລັກນ້ອຍກໍຈະເຖິງຈຸດໜາຍປາຍທາງແລ້ວ..

ແຕ່ໃສໄດ້ ເຮົາຍັງຕ້ອງຕໍ່ເຄື່ອງໄປດອນເຣອຸຍນິຍົງ...

ມັນເປັນບັນຫາຂອງເຮົາໃຜບໍ່ກ່ຽວຂ່າວຕ່າງໆເຮົາມີແລ້ວຈາກເນດກ່ອນອອກເຮືອນມາ..
ເຮົາຈະມີເວລາຖ້າປ່ຽນຍົນພຽງສີ່ສີບຫ້ານາທີ..

ຄົງພຽງພໍສຳຫຼັບຊາຍດ່ຽວໃນການເດິນທາງ..

ເຮົາໄປຮອດດອນເຣອຸຍນິຍົງກໍໃກ້ຄ່ຳ ແຕ່ແສງແດດຍັງຮ້ອນເອົ້າເພາະຄວາມແຕກຕ່າງຂອງເວລາແລະເຂດອາກາດຮ້ອນ!!

ອາຍຮ້ອນຈາກແສງຕາເວັນຍັງແຮງຈົນວ່າເຫື່ອເຮົາເຣີ້ມເປັນຟົດເຕັມໝ້າແລະຮູ້ສືກປຽກຊຸ່ມທົ່ວກາຍ..

ເຮົາເຂົ້າຫ້ອງພັກວາງກະເປົ່າໝ່ວຍບໍ່ໃຫຍ່ແຕ່ກະທັດຣັດຫັ້ນລົງຂ້າງຕຽງແລ້ວແກ້ເສື້ອທັງສົ້ງອອກລົງກັບພື້ນເຮຶອນ
ຖືວ່າເປັນເຮືອນຊົ່ວຄາວຂອງເຮົາ..

ອາທີດໝຶ່ງ..

ເຂົ້າຫ້ອງນ້ຳກວດເບິ່ງວ່ານ້ຳໄຫຼໄຟສວ່າງບໍ ເປີດກ໋ອກອອກ ນ້ຳທີ່ໄຫຼອອກມາ ຮ້ອນ ຈຶ່ງປ່ອຍໃຫ້ມັນໄຫຼອອກມາໄວ້ຈັ່ງຊັ້ນ..

ກັບມາຫ້ອງນອນແລະໄຂກະເປົ໋າອອກດຶງເອົາເສື້ອຍຶດຂາວແລະບາງອອກມາປະໃສ່ຕຽງທັງສົ້ງຊ້ອນໃນສີຂາວຄືກັນ..
ແລະສົ້ງຂາສັ້ນສີກາກີອ່ອນໂມໂຣແບບ ຂອງທະຫານໃນທະເລຊາຍ ແລ້ວກໍກັບເຂົ້າຫ້ອງອາບນ້ຳ..

ເອິນ້ຳຄືເຢັນໆຂື້ນເລັກນ້ອຍ..

ພໍອາບນ້ຳແລ້ວເຮົາກໍເອົາຖົງເປ້ກັບກ້ອງຖ່າຍຮູບກັບແຫວ່ນຕາດຳແລ້ວກໍອອກຈາກຫ້ອງໄປ..

ຍ່າງໄປຕາມຖນົນໃກ້ໆໂຮງແຮມ ອ້ອມແອ້ມ ແລະແຫວ່ເຂົ້າຮ້ານຂາຍນ້ຳ ສັ່ງຊື້ນ້ຳອັດລົມ ສະໄປຣ້
ເພາະເຄີຍໄດ້ອ່ານຂ່າວແບບເປັນສິ່ງທີ່ຄວນຮູ້ມາວ່າຫາກວ່າບໍ່ຢາກໃຫ້ເຫື່ອອອກມາກເກິນໄປຄວນກິນນ້ຳຫວານ,
 ນ້ຳຊາກໍຄວນໃສ່ນ້ຳຕານເລັກນ້ອຍ..ມັນຢັບຢັ້ງເຫື່ອວ່າຊັ້ນ..

ເຮົາຍ່າງທ່ຽວໄປແບບວ່າບໍ່ມີຈຸດໜາຍປາຍທາງແຕ່ມັນຊິໄປຫຼົງທາງຄົງບໍ່ມີແລະເປັນໄປບໍ່ໄດ້ເພາະເປັນດອນທໍ່ຝາມືນີ້!!

ແຕ່ແລ້ວຄ່ຳລົງມັນກໍພາໃຫ້ຂາດຄວາມຮູ້ທີດທາງ ເພາະຄວາມມືດມິດ..

ຈຳເປັນຕ້ອງໄດ້ຖາມຄົນປະຈຳທ້ອງຖິ່ນວ່າໄປໂຮງແຮມນັ້ນໄກປານໃດ...
ເຂົາວ່າບໍ່ໄກດອກຍ່າງໄປທາງນັ້ນບຸດດຽວເຈົ້າກໍຈະໄປຮອດ..

ເຮົາຍ່າງເພິນໄປບັນຍາກາດຂອງຍາມຄ່ຳທີ່ເຣີ້ມດີຂື້ນ, ສິເຢັນໆຍາມລົມທະເລພັດເຂົ້າມາ..

ບໍ່ຮູ້ວ່າກັບມາຮອດໂຮງແຮມຍາມໃດ ເຂົ້າແລງກະບໍ່ຄີດຢາກ ກິນຫຍັງເລັກນ້ອຍນຳທາງແມ່ນໜາກໄມ້ທີ່ແປກໆນັ້ນ...

ແຕ່ກະບໍ່ຢາກເຂົ້າ..

ກັບຮອດຫ້ອງແລ້ວກໍແກ້ສົ້ງຂາສັ້ນຖີ້ມໃສ່ຕັ່ງເບາະຕໍ່ໝ້າໂທຣະທັດທັງເສື້ອຊ້ອນ ຍັງເຫຼຶອແຕ່ສົ້ງຊ້ອນໃນຢ່າງດຽວ..

ຄີດວ່າໃຜຊິມາແອບລັກເບິ່ງເດ!!

ເປີດເບິ່ງຣາຍການທິວີທ້ອງຖິ່ນໄປແທບໜົດທຸກຊ່ອງ ແຕ່ບໍ່ໄດ້ເບິ່ງອັນໃດເປັນແກ່ນສານ..

ທັງຍັງເຫັນວ່າເຂົາກະມີ ຊິແອນແອນ, ອານຈາຊິຣາແລະທີ່ຂາດບໍ່ໄດ້ກະຊ່ອງຕ່າງໆຂອງຝຣັ່ງ..
ຈະໃຫ້ຂາດໄປໄດ້ຈັ່ງໃດແນວມັນແມ່ນດິນແດນເຂດພົ້ນທະເລຂອງຝຣັ່ງ!!

ເຮົາຫຼັບໄປກັບຂ່າວຈາກຢູໂຣບ..ມາຮູ້ເມື່ອກໍເກືອບຕີສີ່..ຈຶ່ງໂຢ້ລຸກຈາກຕັ່ງກ່ອມກ້ອຍຂື້ນຕຽງນອນລົ້ມຫົວລົງຢ່າງອິດເມື່ອຍ..
ແລະຫຼັບໄປໃນບໍ່ຊ້າ..

ມາຮູ້ເມື່ອອີກເທື່ອກໍ ເຈັດໂມງກວ່າແລ້ວ..

ຄ່ອຍງອມແງມລຸກຈາກຕຽງຄົ້ວຫາ ຣີໂມດທີວີມາເປີດ ຟັງຂ່າວ ບໍ່ເຫັນມີຫຍັງໃໜ່
ນອກຈາກຂ່າວຈາກລີບີທີ່ພາກັນທາສີເລືອດຕາມທະເລຊາຍ..

ຂ່າວທ້ອງຖິ່ນກະວ່າ ມື້ນີ້ ອຸນນະພູມຈະຢູ່ໃນຂັ້ນ ບວກສາມສີບອົງສາ..ໂອຕາຍກູ!

ຈົ່ມນຳໂຕເອັງ..

ກ່ອມກ້ອຍລົງຈາກຕຽງເຂົ້າໄປຫ້ອງນ້ຳ ຜີຫ່າອ້າຍຂາສາມເສືອກແຂງຂື້ນ!ຍ້ອນຫຍັງ?

ຄວາມຮ້ອນພາໃຫ້ເລຶອດແລ່ນດີບໍ!?

ແກ້ສົ້ງຊ້ອນອອກແລ້ວມຸດຫົວກ້ອງນ້ຳທີ່ໄຫຼຊາກໆໃນຫ້ອງນ້ຳຢ່າງສຳຣານໃຈ..
ຄີດໄປວ່າ ນາງຢູ່ຈັ່ງໃດດຽວນີ້ ຮູ້ບໍ່ວ່າເຮົາຢູ່ໃສ?

ແນມເບິ່ງບັກນ້ອບໂຕເອັງຢ່າງສັງເວດ ແທນທີ່ຈະຢູ່ແລະເອົາອົກເອົາໃຈນາງອັນເປັນທີ່ຮັກນັ້ນກັບເສືອກບິນໝີ..
ເຈົ້າຊິໝີໄປຮອດໃສ??ຖາມໂຕເອັງແລະບັກຫຳນ້ອຍ..

ແມ່ນລະຊິໄປຈົນສຸດຂອບຟ້າຄວາມຄີດຝັນກະລົງຢູ່ໃກ້ນາງຢ່າງບ້າບິ່ນແລະບໍ່ຮູ້ວ່ານາງຢູ່ຈັ່ງໃດ
ແລະຄີດຈັ່ງໃດກັບເຮົາກັບໂຕເຮົາແລະທຸກຢ່າງ..

ຄົ້ວເອົາຜ້າເຊັດໝ້າຂາວໆມາຊັບເມັດນ້ຳຕາມຮ່າງກາຍ ແລະໃບໝ້າ..

ລົງມາຮອດຫ້ອງໂຖງພວກ ຣີເຊັບຊັ້ນ ເຂົາບອກວ່າຫ້ອງອາຫານເຊົ້າເປີດຮອດສີບໂມງ...

ເຮົາເຂົ້າໄປເຫັນມີແຂກພຽງສອງສາມຄົນນັ່ງລົມກັນທັງດື່ມກາແຟແລະເຫັນຈານເຂົາເຈົ້າເປ່າແລ້ວ..
ເຮົາກ່າວຖາມສະບາຍດີຕາມມາຣະຍາດ...

ເຂົາເຈົ້າແນມມາແລະຕອບຄຳສະບາຍດີຕາມອັທຍາສັຍຊາວຢູໂຣບ ແມ່ນບໍ່ຮູ້ຈັກກັນມາກ່ອນກໍກ່າວຄຳສະບາຍດີຕໍ່ກັນ..

ຂ້ອຍຍ່າງໄປຫາໂຕະທີ່ມີໜໍ້ກະແຟດຳຕັ້ງຢູ່..

ເອົາທັງຈານໃສ່ອາຫານ..ມີໃສ້ອົ່ວແບບທີ່ເຄີຍກິນມາແຕ່ບ້ານ,ມີໜາກໄມ້, ໜາກຫຸ່ງ, ໜາກແຕງສຸກ,
ໜາກນັດເປັນປ່ຽງແລະສາຣະພັດແນວ..

ແລະນ້ຳໜາກກ້ຽງສົດຈອກໝຶ່ງ!

ເຣົາເອົາໜາກມ່ວງໝຶ່ງເຟື້ອງ, ເຂ້າຈີ່ສອງປ່ຽງ,ເນິຍແລະແຈມໜາກນັດ!!
ຄີດໄປວ່າຕ້ອງກິນເຂົ້າເຊົ້າໃຫ້ສົມຄວນເພື່ອຈະໄປທ່ຽວໄກ ໄກໃຫ້ລືມນາງ...

ກິນໄປດື່ມກາແຟໄປພ້ອມ..ເຫັນມີເຂົ້າປຽກແບບຊາວອາຊີ ກະເອົາຖ້ວຍນ້ອຍຕັກມາກິນແບບໃຫ້ຟື້ນຄືນຄວາມຫຼັງ..
ຄາວໄປກິນນຳໜູ່ງັນເຮືອນດີ..

ພໍປັ້ນເຊົ້າແລ້ວກໍລຸກໄປ..ແຕ່ພວກນັ່ງກ່ອນຫັ້ນເຂົາຖາມ ມາດົນແລ້ວບໍ?
ແລະຈະໄປໃສມື້ນີ້..ເຮົາຕອບໄປຢ່າງເປັນກັນເອັງວ່າຫາກໍມາຮອດແລະຍັງບໍ່ຮູ້ວ່າຈະໄປໃສດອກ ໄປຕາມປະສາຄົນປ່ຽວນີ້ແຫຼະ!

ໂອມາຜູ່ດຽວນໍ!

ແມ່ນລະ..ໂອເຣິວົວ!!

ແລ້ວເຣົາກໍອອກຫ້ອງອາຫານໄປ..ບໍ່ຮູ້ຈະໄປໃສ ມັນມືດແປດດ້ານ....
ນັ່ງລົງກັບຣະບຽງຕໍ່ໝ້າ ໂຮງແຮມ ແລະຈົກເອົາກ້ອງອອກມາ ແລະວາດຮູບອ້ອມແອ້ມທີ່ເຫັນວ່າແປກຕາ..

ເຮົາຍ່າງໄປແຄມນ້ຳ, ແຄມທະເລ..ຍ່າງໄປ ເຫັນແຕ່ກາບກີ້ເປົ່າຂາວເຕັມຕາມຝັ່ງ ທີ່ຟອງນ້ຳຍໍມາຖຫວາຍແກ່ສາຍຕາ...


ທີ່ຫ້ອງນອນຂອງເຮົາຢູ່ຊານເມືອງວັກໂຊວີ ອານຍາ ມາແວ່ເບິ່ງ ນາງເຄາະປະຕູ ແຕ່ບໍ່ມີສຽງຕອບແລະກະບໍ່ມີໃຜຢູ່.
ນາງກໍຮູ້ວ່າບ່ອນເຂົາເຊື່ອງກະແຈປະໄວ້ໃຫ້ນາງຍາມເຮົາບໍ່ຢູ່.
ມີກະແຈຫ້ອງຂອງເຮົາຢູ່ໃນບ່ອນກ້ອງຜ້າເຊັດພື້ນເກີບທີ່ເຮັດດ້ວຍເປືອກໜາກພ້າວ...
ນາງເປີດປະຕູເຂົ້າໄປ ຜ້າກັ້ງກໍປິດຕາມປ່ອງອ້ຽມ ນາງໄຕ້ໄຟຂື້ນ!!
ໂອຍຈັ່ງແມ່ນຫຍູ້ງເຫຍິງນໍ ເຮືອນຂອງຜູ່ທີ່ຄ້າຍແຟນນີ້ກະດາຍ..
ນາງສຫງົນວ່າເຂົາໄປໃສ!?ຖາມໂຕເອັງ ໂທຣະສັບກະບໍ່ຮັບ ຕູ້ເມລກະບໍ່ເປີດອ່ານ ຂຽນມາຫາຕັ້ງຫຼາຍຄັ້ງ...
ທີ່ຈິງບໍ່ມີເຂົາເລີຍເກືອບອາທີດແລ້ວ!
ຫາຍຫົວໄປໃສ, ແລ້ວໄປກະບໍ່ບອກ!
ເປັນຕາຍຮ້າຍດີຈັ່ງໃດ, ຄຽດກັນຊັ້ນບໍ່!
ອານຍາແນມໄປເຫັນກະຖາງຂີ້ເຫຍື່ອເຕັມແຕ່ເຈັ້ຍທີ່ຖຶກຍ່ອງເປັນກ້ອນຄືໜາກບູນນີ້!!
ນາງຄ່ອຍແກ້ເສື້ອກັນໝາວອອກແລະວາງລົງກັບຕຽງທີ່ບໍ່ໄດ້ມ້ຽນມັດໃຫ້ສົມກັບວ່າແມ່ນບ່ອນນອນຂອງມະນຸດ..
ເຂົາໝີໄປແບບໃດຢ່າງຟ້າວຟັ່ງ.!!
ແມ່ນແຕ່ບ່ອນນອນກະປະຊະຊາຍແບບນີ້ ໂອຍ!!
ຍິງພາໃຫ້ນາງອ່ອນໃຈນຳຊາຍທີ່ໂຕຄີດວ່າແມ່ນແຟນຫັ້ນ!!
ສັງເວດໃຈໂຕເອັງ ແຕ່ເຮັດຈັ່ງໃດໄດ້ກະຮັກເຂົາແທບຍໍຫົວບໍ່ຂື້ນ!!
ນາງຈັບເອົາເຈັ້ຍທີ່ເປັນກ້ອນມົນຂື້ນມາພື ແລ້ວເຣີ້ມອ່ານ...
``ອານຍາ ເຈົ້າຄົງບໍ່ຮູ້ວ່າຂ້ອຍຮັກເຈົ້າພຽງໃດ.
ຄຳຕອບໃດໆຕໍ່ຄຳຖາມທີ່ເຈົ້າຕັ້ງຂື້ນມາຫັ້ນຂ້ອຍຕອບເຈົ້າບໍ່ໄດ້....``
ເຈັ້ຍແຜ່ນນີ້ມີພຽງເທົ່ານັ້ນຖ້ອຍຄຳ.
ນາງກໍຈັບເອົາອີກກ້ອນໃໜ່..
``ຄວາມຮັກຂ້ອຍນັ້ນມັນເໜືອນດັ່ງຟ້າປະທານແຕ່ຂ້ອຍບໍ່ຮູ້ຈະບອກເຈົ້າວ່າຈັ່ງໃດດີ.
ຍາມເຮົາຢູ່ໃກ້ກັນມັນຄືວ່າຄວາມເວົ້າທີ່ຂ້ອຍຢາກຈະບອກເຈົ້າຫັ້ນມັນຕັນໜົດ.
ຄີດຫຍັງກະບໍ່ອອກຢ່າງມີເຫດມີຜົນ.ຢາກບອກເຈົ້າ ວ່າສຸດທີ່ຮັກແຕ່ມັນບໍ່ລອດຈາກຮິມປາກ
ຂ້ອຍໄດ້ຢ່າງທຳມະຊາດໄດ້ ເພາະເຫດໃດຂ້ອຍບໍ່ຮູ້...``
ແຜ່ນນີ້ກະມີພຽງນີ້..
ໂອຍຈັ່ງແມ່ນເວນກູນໍ ມີແຟນນຳເຂົາກະປານມີແຟນບ້າ!!ນາງຈົ່ມກັບໂຕເອັງ..
ນາງຈັບເອົາກ້ອນເຈັ້ຍໃນກະຖາງຫັ້ນຂື້ນມາອ່ານຈົນໜົດແລະແພ່ເປັນພັບຂື້ນກອງເປັນຕັບເກືອບຊາວແຜ່ນ!!
ນາງຍິ້ມໃຫ້ກັບໂຕເອັງຢ່າງພໍໃຈ ແລະເກັບມ້ຽນຕຽງນອນຂອງຊາຍຄົນຮັກຢ່າງປານີດ..
ທັງໃນຫ້ອງນ້ຳກະເກັບເຄື່ອງໃຊ້ໄມ້ສອຍທີ່ຕົກຊະຊາຍຫັ້ນເຂົ້າກະຕ່າຂອງເປື້ອນ.
ນາງແນມເບິ່ງອີກເທື່ອຕໍ່ຫ້ອງນອນຫ້ອງນີ້ທີ່ຫຼາຍຄັ້ງນາງໄດ້ແຮມຄືນມາກັບເຂົາ..
ຈັບເສື້ອກັນໝາວຄືນມາຫົ່ມໃສ່ກະດູມອັນສຸດທ້າຍແລ້ວຍິ້ມຢ່າງພໍໃຈເໜືອນກັບສັ່ງ
ແລະຝາກຖ້ອຍຄຳໄວ້ໃຫ້ເຂົາ ທີ່ນາງບໍ່ຮູ້ວ່າຢູ່ຫົນໃດໃນເວລານີ້..
ນາງມອດໄຟແລ້ວເສຶອດສາຍຕາເບິ່ງຕຽງທີ່ເປັນຣະບຽບແລ້ວກໍອັດປະຕູໃສ່ໄລ.
ນາງເອົາກະແຈຍັດປະກ້ອງແຜ່ນເຊັດພື້ນເກີບດັ່ງເຄີຍແລ້ວກໍຍ່າງລົງຂັ້ນໄດໄປຢ່າງມີອາຣົມດີ..ແມ່ນວ່າບໍ່ໄດ້ເຫັນເຂົາ.
ແຕ່ນາງກໍຮູ້ວ່າຄົງບໍ່ໄປແຖຫົວກັບວົງເຫຼົ້ານຳໜູອະດີດນັກຮຽນນາຍຮ້ອຍນຳກັນ..

ເຮົາກັບມາຈາກການເດິນທາງ ລາສມິນິດຢ່າງເພີດເພິນແລະຄີດວ່າທຸກຢ່າງທີ່ເຄີຍສັບສົນມານັ້ນ
ມັນຄິຄາຍອອກຢ່າງເປັນຣະບຽບແລະມີກົດເກັນ..
ເມື່ອກັບມາເຖິງເຮຶອນ.
ພໍໄຂປະຕູເຂົ້າໄປ ຍິ່ງພາໃຫ້ເຂົາແປກ!!
ນາງຟ້າມາແຕ່ໃສມາມ້ຽນມາພັບໃຫ້ນີ້ນະ!
ເມື່ອເຮົາວາງກະເປົ່າເດິນທາງລົງແລ້ວເບິ່ງໄປຮອບຫ້ອງກໍເຫັນເຈັ້ຍແຜ່ນໝຶ່ງກັບລາຍລັກອັກສອນທີ່ລື້ງຕາຂຽນບອກວ່າ:
``ຫາກກັບມາແຕ່ທາງໃດແລ້ວຫັ້ນໂທຫາແດ່``
ຍັງຫ່ວງແລະຄີດເຖິງ.
ອານຍາ.
ປລ.ຍັງຖືເບິເກົ່າຢູ່.
ທີ່ແປກໄປກວ່ານັ້ນ ກໍຄື ແຜ່ນເຈັ້ງທີ່ຍັງຍູ່ຍີ່ຫັ້ນກອງກັນເທິງໝ້າໂຕະຕໍ່ໝ້າຈໍ ລັບທອບ!!
ໃນກະຖາງກະເປົ່າແປນ!!
ເຮົາກໍເກັບເອົາຄືນມາອ່ານຄືກັນ...

ມັນກະບໍ່ແມ່ນວ່າທຸກຄຳທີ່ຂຽນລົງໄປຫັ້ນມັນບໍ່ມີຄວາມໜາຍດອກ ແຕ່ເປັນຫຍັງຍາມນັ້ນຈຶ່ງມຶດມົນ?

ເທວະດາອາຈຮູ້ໄດ້!
ແທ້ຈິງມັນແມ່ນຄຳສາຣະພາບຮັກຂອງເຮົາໃຫ້ອານຍາ ໃນເຈັ້ຍທີ່ນາງບັງເອິນມາໄດ້ອ່ານຍ້ອນຄວາມຢາກຮູ້ແລະສົນໃຈ!!
ຂອບໃຈກະຖາງຂີ້ເຫຍື່ອແຫ່ງດວງໃຈ..

ຂຽນເມື່ອ ຂຽນເມື່ອ: ມ.ນ.. 2, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ນາງບັນທຶກຄວາມຫຼັງເອົາໄວ້............ກ່ອນຈາກ

ພາກໂລກກວ້າງສູ່ແດນ......................ສວັນ

ທີ່ບໍ່ຫວນຄືນມາສູ່ແຄວ້ນ...................ແດນຄົນ

ຟ້າຫາກບັນດົນແຕ່ງປັ້ນ....................ຮອນຮ້າງຫ່າງໄກ.


ຊີວີດມັນກໍສັ້ນ................................ກວ່າເວລາ

ແສງອາທີດສ່ອງມາ........................ຟ້າໃໜ່

ແຕ່ຕົວນາງຫ່າງລາ.........................ປະໄວ້

ພຽງຄວາມອາລັຍ..........................ເອົາໄວ້ໃນໄດອະຣິ.


ໃນເນື້ອຫາສາຣະ..........................ວາດເຟັ້ນ

ໃຫ້ຜູ່ອ່ານໄດ້ເຫັນ.........................ຄວາມໃນ

ນາງສຸດເພີ້ຢາກເຢັນ......................ຫາຍໄດ້

ພະຍາດຮ້າຍປອງໜັ້ນ...................ຝັ້ນກໍ່ທຳລາຍ.


ແສງສີທີ່ສວຍເດັ່ນ.........................ທຸກວັນ

ເຂົາກັບຫັນຫຼັງຈາກ.....................ພາກໝີ

ຄົນທີ່ຖນອມເຄີຍຮັກ.....................ພັກດີ

ກັບຫາຍໝີຈາກຈອນ..................ໄປ່ພ່ຳວອນສັ່ງ.


ເຂົາບອກວ່າບໍ່ກ້າ.......................ຢູ່ຄ້ຳ

ເຫັນໂສມງາມຣະກຳ.................ແສນເຂັນ

ຈຶ່ງເອົາໂຕຊອກຊ້ຳ....................ຫ່າງເວັ້ນ

ກາຍເປັນຄົນລຳເຄັນ.................ໂຫດຮ້າຍໃຈອ່ອນ.


ກັບຄົນຮັກສັນຍາໄວ້.................ໜັ້ນເໜາະ

ຈະຂໍຢູ່ຍາມຍາກ.......................ຍາມເຂັນ

ແຕ່ກັບອ່ອນໃຈພາກ..................ຢ້ານລຳເຄັນ

ເໜືອນຄົນເສັຍເສັ້ນ...................ໃຈດ້ານບໍ່ອ່ານທັມ.


ນາງຂຽນໄວ້ທຸກຄັ້ງ......................ນັ່ງດຽວດາຍ

ຫວັງໃຫ້ໃຜຢ່າໂທດ.....................ໂກດເຄືອງ

ຍາມນາງລ່ວງຈົ່ງໂຜດ..................ໂທດເຂົາ

ໂລກຂອງເຂົາເຂົາສ້າງ..................ຄົງມ້າງເອັງ.....ດອກໝາ.

 

ເປັນພຽງກອນອີກແບບ!

 

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 24, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ປີ່ທີ່ເຄີຍເຮັດຈາກລຳເຂົ້າຫັ້ນເປັນປີ່ທີ່ຝັງຄວາມຈົດຈຳຄາວຍັງນ້ອຍ ໃນທົ່ງນາ..

ຄີດວ່າທຸກຄົນທີ່ເຄີຍອາສັຍດິນຕົມ

ຄີດເຫັນຮວງເຂົ້າ..............ທີ່ກ່ອງເຫຼືອງງາມ

ຕາມທົ່ງນາແຄມດົງ.............ເຂດເຂົາເນີນຈ້າຍ

ສາຍພູພຽງທາງກ້ຳ.............ແດນດິນແຄວ້ນຖິ່ນ

ເມືອງມານດາແມ່ຂ້ອຍ......ຄາວກີ້ງົດງາມ.


ຍາມເຂົ້າງັນກ່ອງໂຄ້ງ.......ໝັກໝ່ວງນ້ຳນົມຂາວ

ຊາວລາວພາກັນກຽວ......ກ່ຽວເຂົ້າມາຜັດຂົ້ວ

ເອົາຟືນຫຼົວມາພ້ອມ.........ໄຟສຸມລົນເຂົ້າໃໜ່

ເຮັດເຂົ້າເໜົ້າແຈກໃຫ້..........ທານໄທ້ເທພດາ.


ພໍ່ຂ້ອຍພາຕັດກ້ານ..............ລຳເຂົ້າງັນມາເຮັດປີ່

ເປົ່າກັນສຸດມ່ວນແມ້ງ......ຍາມນັ້ນອີ່ແມ່ເອີຍ.


ປີ່ລຳເຂົ້າກ່ຽວກ້ານ.............ຫວານໆຫຍ້ຳຈົນເມື່ອຍ

ເມັດໜາກເດືອຍກໍແຊບຊ້ອຍ....ກິນໄດ້ດັ່ງໃຈ.


ປີ່ທີ່ໃສ່ເປັນຊື່ຫັ້ນ................ມີຫຼາຍແບບຫຼາຍແນວ

ປີ່ລີ້ນເງິງທາງປາຍ.............ກະເປົ່າຫອງຟັງໄດ້

ປີ່ຫາກມີເປັນຂໍ້..................ຄືກັນກັບຂຸ່ຍ

ໃຜເຮັດເປັນຫຼີ້ນໄດ້..........ສຽງມ່ວນແມ້ງດັ່ງເສກສັນ.


ຂ້ອຍຮຳພັນເຫັນແຈ້ງ........ຍາມດອກຂະແຍງມັນປົ່ງ

ຫອມກະຫອມລື່ນລົ້ນ......ຍາມເອົາເຂົ້າໃສ່ແກງ.

 

ແກງໝໍ່ເພກໝໍ່ໄມ້............ເຫັດປວກກໍຫອມຫວນ

ກິ່ນເຂົ້າຫອມຫຸມຕິດ........ຄູ່ໃຈມານັ້ນ

ກິ່ນເຂົ້າເໜົ້າ..................ສີຂຽວປານຫຍ້າອ່ອນ

ອອນຊອນເດກິ່ນກົ້ວ......ຕາມບ້ານທຸກປີ.


ຕົກມາໃນຫົນນີ້..............ສຽງປີ່ກະມີບໍ.....ອວນເອີຍ

ເປົ່າໃຫ້ຟັງພໍຫາຍ.......ຫ່ວງຫາເຖິງມ້ອງ

ຖຽງນານ້ອຍ.................ດອກບົວທອງກາງໝອງໃຫຍ່

ເຄີຍເກັບຮ່ວມນາດນ້ອງ....ຜູ່ປອງກ້ຽວໝ່ຽວວອນ....ຫັ້ນໝາ.

 

ພໍຫອມປາກຫອມຄໍ ແກ່ ພັນລາວ..

ຂຽນເມື່ອ ຂຽນເມື່ອ: ກ.ພ.. 14, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ


ວົນວຽນມາອີກແລ້ວ...........ຄືນນີ້

ວັນທີ່ ໑໔ ກຸມພາ................ທີ່ຮັກ

ຢາກເຊີນຊວນນ້ອງແກ້ວ....ເຈົ້າໄປ

ສູ່ສວັນອຳພັຍ....................ໃນພິພົບ.


ໄປກັນພຽງສອງເຮົາ..............ເຄົ້າພິຣົມຍາມຄ່ຳ

ໃຫ້ດຶ່ມດ່ຳ.......................ກວ່າໃດໃນລ້າ

ກັບສີສັນດອກຮັກ............ທີ່ພວມໄຂທ້າ

ແສງຈັນທາທີ່ນວນຜ່ອງ...ສ່ອງແສງແຫ່ງຮັກເຮົາ.


ຈະພາບັງອອນເຫາະເຫິນ......ຢ່າງເພີນໃຈ

ທົ່ວສາຣະທີດໃດ...................ໃນໂລກກວ້າງ

ຈະກະຊິບບອກຮັກ................ຂ້າງຫູພູ່ມພວງ

ມອບດວງໃຈອ້າຍນີ້...............ໄວ້ນິຣັນ.....


ແດ່ໃຜທີ່ມີຮັກ..ທຸກສີສັນ, ພາສາ ແລະເຊື້ອຊາດ..

ຢ່າໃຫ້ມີສິ່ງໃດມາກ່າງກັ້ນແບ່ງປັນ....

ຮັກຮັກຊົ່ວຊີວາວາຍ...

 

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 25, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ


ຫາກຈະຂຽນເປັນກອນ...............ເປັນກາພ

ໃຫ້ທຸກຄົນໄດ້ຊາບ.......................ຊື້ງໃຈ

ແລະສັລເສີນທັງຮັບ.....................ຮູ້ຮ່ວມ

ບ່ອນເກາະກວມລາວໃຫ້............ພົບພໍ້ສັງສັນ.

ສົ່ງຂ່າວຄາວບອກໃຫ້..................ກັນຮູ້

ວ່າໃຜຢູ່ແດນໃດໄກ.....................ຫຼືໃກ້

ມາເປັນມີດຄູ່ໃຈ.......................... ຂຽນຂີດ

ດັ່ງເນຣະມີດໄດ້...........................ໄວໆກວ່າແສງ.

ພັນລາວໃໜ່ຕ້ອງໄດ້..................ຮຽນເພື່ອປ່ຽນໂລກ

ລືມທຸກໂສກຍາກເຂັນ...............ຄັບແຄ້ນໃຈ

ຊອກສືບຫາເຊົ້າເວັນ...............ເຢັນບ່າຍ

ໜູ່ຢູ່ໄກກາຍເປັນໃກ້.................ໃນພັນລາວ.

ຂໍສັລເສີນຜູ້ສ້າງ.........................ຄີດແຕ່ງມາ

ແຕ່ຍັງຫາຫຍັງຊ່ອຍ..................ບໍ່ໄດ້

ແມ່ນວັນນຶ່ງຟ້າພອຍ..................ເປັນໃຈ

ຄົງມາໄດ້ຊ່ອຍຊູ..........................ປູເສັ້ນທາງ.

ໃຫ້ເສາະໄສໃຫ້ກ້າວໄກ...........ໄປກວ່ານີ້

ໃຫ້ນ້ອງພີ່ປ້າລູງ...........................ກໍໃຊ້ເປັນ

ດັ່ງພັນລາວດັ່ງດວງດາວ...............ທີ່ໄສເດັ່ນ

ຊາດລາວຄົງຫຼີກເວັ້ນ..................ຄວາມດ້ອຍໝ້າແລະຫຼ້າຫຼັງ...ທ່ານເອີຍ.

໒໕.໐໑.໒໐໑໑.

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 15, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 ຝາກໃຫ້ຜູ່ທີ່ມີໃຈອ່ອນໄຫວນຳກັນ.

ເຫັນນາງເຫງົາແສນເສົ້າ.............ພາຫົວໃຈໄຫວຫວັ່ນ

ຢາກປະໂຊມກ່ອມຂວັນ..............ຊ່ອຍນາງໃຫ້ຫາຍພົ້ນ

ຄອງຄວາມເສົ້າ...........................ເຫງົາໃຈແທ້ອຸ່ນ

ແຕ່ບຸນເຮົາຫາກນ້ອຍ.................ນາງບໍ່ແຍ້ມຢາກຮ່ຳນຳ.


ໃຜຜູ່ທຳໃຫ້ນາງເກີ້...................ເຂົາກາຍໝີຫາຍຜ່ານ

ບໍ່ລ່ຳໄລຄາຍສຳພັນ..................ຈາກນາງໄປແລ້ວ

ຫວານກໍກາຍເປັນສົ້ມ...............ແນວຂອງດີເຂົາກິນກ່ອນ

ໄດ້ແຕ່ນອນກຽກກີ້ງ.................ກືນກ້ຳກ່ຳໃຈ.


ໃຜເດນໍກໍ່ໃຫ້ນ້ອງ....................ຄາດຄ່ອງເສັຍຂວັນ

ຫາກອວນຂໍອາສາ....................ຊ່ອຍໃຫ້ນາງຫາຍແຄ້ນ

ແມ່ນຄວາມຫຼັງມາກ້ຽວ............ເກາະໃຈຊາຍບໍ່ຮ່ຳ

ຈະຄ່ອຍຜັນເຫດຮ້າຍ...............ຈາກໃຈນ້ອງໃຫ້ຊ່ວງເຫງົາ.


ໃຫ້ນາງລືມຄວາມເສົ້າ.................ອັບເສົາຫາຍໂສກ

ເຫັນໂລກໂສພາງາມ.................ຫຼາກສີສວຍລ້ຳ

ເຫັນສາຍຮູ້ງ..............................ທຸກສີສັນງາມສງ່າ

ພາມ່ອມນາງທ່ຽວຊ້ອງ................ຫາເປື້ອງສາດສິລ.


ຈະພານາງໄປກ້ຳ.........................ເມືອງເຟືອງຫິນເຫີບ

ທົ່ງໄຫຫິນເມືອງຊຳ....................ຕາດຕະໂອຍແດນໃຕ້

ຈະພານາງລອຍຫຼີ້ນ...................ເຊກອງຄູ່ປາຄ່າ

ແລ້ວຊິພານາດນ້ອງ....................ໄປລຳກ້ຽວກ່ຽວເຂົ້າງັນ.


ແຕ່ໃຜເດຊິມາເປື້ອງ....................ປິ່ນໝ້າເບິ່ງຊາຍພອຍ

ແມ່ນເຫງົາຫງອຍພຽງໃດ...........ບໍ່ໃສ່ໃຈນຳອ້າຍ

ເພາະຍັງໜາຍໃຫ້ເຂົານັ້ນ...........ຄືນຫັນມາຢູ່ຮ່ວມ

ຄວາມຮັກເຂົາມາກລົ້ນ................ຄົນຢູ່ຂ້າງບໍ່ຄ່ອຍສົນ.....ໃນແຫຼ້ວ.

 

ຫຼັງຮົ້ວເຫຼັກໃນ, ໑໕.໐໑.໒໐໑໑.

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 11, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ເວັນກັມ ຂຽນພວມຊິແລ້ວເສືອກຄອມດັບໄປຢ່າງກະທັນຫັນ,

ບໍ່ຮູ້ວ່າຊິເຮັດຈັ່ງໃດດີ ຂໍ້ມຸນທີ່ຂຽນຂື້ນບໍ່ທັນໄດ້ສົ່ງແລະ ເກັບກຳຫາຍໄປຈ້ອຍ.

ເສັຍດາຍ ດົນແລ້ວບໍ່ເປັນແບບນີ້!

ຈະພະຍາຍາມຂຽນຄືນໃໜ່ ຈະຊອກຫາໃນຄວາມຈຳທີ່ອາຈຫຼົງເຫຼືອຢູ່! ຊິເປັນຈັ່ງໃດກະຄອຍອ່ານກັນເດິ!


ເຫັນເຂົາເຢົ້າຢອກຫຼີ້ນ................ມ່ວນຊື່ນ

ເລາະລຽບແຄມຢຸດຢືນ.................ປາກເວົ້າ

ຊ່າງມີຄວາມໜາຍເຫັນຄື້ນ............ຟອງຍິບຍັບ

ສະທ້ອນຮັບແສງເສົ້າ....................ຂອງສຸຣີຫັສດົງ.

ແຄມຂອງແລະຊາຍຫາດ...............ກັບສາວ

ເປັນຄວາມງາມທີ່ອ່າວ...................ອວດໃຫ້

ຢາກມີຍິງຂ້າງເຮົາ.........................ເດີນສ່າຍ

ໂສມສວຍແຍງເບິ່ງໄວ້...................ໂອ້ອວດສວງສວັນ.

ແຕ່ສາວງາມເຂົາມີຄູ່.....................ແນບຂ້າງ

ຄວາມເອກາອ້າງວາງ....................ເຮົານັ້ນ

ມິອາຈສົມຄວາມຫວັງ....................ດັ່ງໜາຍ

ໃຫ້ເປັນຈິງຂື້ນໄດ້..........................ສົມປຣາຖນາ.


ແສງສຸຣີຄ່ອຍລາລັບ...................ນົກກາ

ບິນຄືນຮັງສັ່ງລາ.........................ຮ່ຳຮ້ອງ

ເໜືອນສຽງຫົວໃຈຂ້າ................ຮອນຮ່ຳ

ແສນຣະກຳມົວໜອງ.................ແລະຮຽກຮ້ອງຫາໃຜທີ່ໃຈຊາ.


ຍັງພຽງເຮົາດຽວດາຍ...............ກາງສາຍຊົນ

ຝູງໜູ່ຄົນແສນສຸກ.....................ຄືນຢ້າວ

ຫາກມີໃຜຢາກ.........................ບອກຂ່າວ

ວ່າຍັງເຫງົາແລະປ່ຽວເປົ່າ.....ທັງເສົ້າໃຈ.

ຈົ່ງຮີບມາແຄມທ່ານີ້........ທີ່ລໍຢູ່

ຂໍເປັນໜູ່ດ້ວຍຈິດ...........ມີດໃໜ່

ຮັປກັນຈະບໍ່ໃຫ້............ຊອກຊ້ຳໃນ

ຂໍພຽງໃຈນັ້ນຈົ່ງໄດ້.........ຍືນໄມຕຣີ...

 

ມາເປັນໄປທາງຕ່າງຈາກຂໍ້ຂຽນເກົ່າຊ້ຳ.

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 7, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

``ຄະນຶງຫາເຮືອນຢ້າວ............ແມ່ເຮົາ

ໃນຟາກຟ້າເຂົາຂຽວ............ໜອກກົ້ວ

ສ່ອງເປັນຮູບເງົາເຫຼື້ອມ.........ເສາະໄສ

ເໜຶອນພາຍຖ່າຍອ່າວຄ້ຳ.......ໜອງເສົ້າເກົ່າສີ.

 

ໃນຄວາມຄີດມີຂື້ນ...............ທຸກຍາມ

ເຫັນຊານທີ່ຄ້ຳຕິດ.................ດວງດາວ

ຟາກໄມ້ແຄນດຳແຫຼ້...............ແຂງແກ່ນ

ຢູ່ເມືອງແມນເກົ່າກໍ້..................ຍັງແໝ້ນແກ່ນດີ.

 

ຊີວີດຄົນກໍຄ້າຍ....................ໄມ້ປ່າ

ເຖິງວັນເວລາ ກໍ..................ສູນສີ້ນ

ອັນຊີບຊີວາຫັ້ນ.................ສັ້ນກວ່າ

ເວລາສາດສິລແລ.............ທ່ານເອີຍ.

 

ຂາງຊານຍັງຄົງຊ້ອນ........ແນບກັນ

ແປ້ນແຜ່ນເກົ່າຫັ້ນກໍ..........ໃນຈີດ

ຜູ່ຂ້າຄີດຝັນເພີ້...................ຊອກຊ່ອນ

ຫາເຮືອນຊານນິດນ້ອຍ.......ພໍໃຫ້ຊ່ວງໃຈ.``

 

ຝາກໃຫ້ແກ່ທຸກຄົນໃນພັນລາວ..

ຫຼັງມ່ານເຫຼັກ, ໐໗.໐໑.໒໐໑໑.