ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 15, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

ມື້ນີ້ຂໍມາເວົ້າເລື່ອງວິຕາມິນຕື່ມອີກ,ແຕ່ຂໍເວົ້າໃຫ້ຟັງໂດຍຫຍໍ້ເດີເພາະວ່າເປັນຄົນທີ່ພິມບໍ່ເກັ່ງ ຫຼື ເວົ້າງ່າຍໆກະຄ້ານຂຽນຫຼາຍ,ສ່ວນລາຍລະອຽດນັ້ນໃຫ້ພວກທ່ານຊອກອ່ານຕາມປຶ້ມ ຫຼື ຕ່າງເວັບໄຊລ໌ຕ່າງໆໄດ້

  1. ວິຕາມິນ ອາ Vitamin A (Retinol) ເປັນສານຕ້ານອະນຸມູນອິດສະຫຼະ ບຳລຸງສາຍຕາ ບຳລຸງຜົມ ແລະ ເລັບ,
    • ຖ້າໄດ້ຮັບຫຼາຍເກີນໄປ ຈະມີອາການຮາກ,ຜົມຫຼົ່ນ ຜິວໜັງແຫ້ງ ແຕກເປັນເກັດ,ທຳລາຍປະສາດຕາ,ຕັບ ແລະ ກະດູກ. ຖ້າຖືພາ ອາດຈະເຮັດໃຫ້ເດັກພິການໄດ້
    • ຖ້າຂາດຈະເກີດອາການ ຕາບອດກາງຄືນ,ມີການສ້າງຮໍໂມນເພດຊາຍໜ້ອຍລົງ,ຮ່າງກາຍຂະຫຍາຍໂຕຊ້າ,ພູມຄຸ້ມກັນຕ່ຳ
    • ແຫຼ່ງທີ່ພົບ: ເຊັ່ນ: ແຄຣ໊ອດ,ໝາກອຶ,ໝາກມ່ວງສຸກ,ໝາກຫຸ່ງສຸກ ນ້ຳມັນຕັບປາ ໆລໆ

 

  1. ວິຕາມິນ ເບ1 Vitamin B1 (Thiamine) ບຳລຸງປະສາດ ແລະ ກ້າມຊີ້ນ ຊ່ວຍເຜົາຜານ ຄຼາໂບໄຮເດຼດ,
    • ຖ້າໄດ້ຮັບຫຼາຍ ຈະຖືກຂັບຖ່າຍອອກທາງນ້ຳຍ່ຽວ,ບໍ່ມີຜົນກະທົບຫຍັງ
    • ຖ້າຂາດຈະເຮັດໃຫ້ງຸດງິດງ່າຍ ແລະ ມຶນຕາມແຂນ-ຂາ
    • ແຫຼ່ງທີ່ພົບ:ລຳເຂົ້າ

 

  1. ວິຕາມິນ ເບ2 Vitamin B2 (Riboflavin) ຊ່ວຍເຜົາຜານ ຄຼາໂບໄຮເດຼ,
    • ຖ້າໄດ້ຮັບສູງຫຼາຍ ຈະເກີດອາການ ຫອບຫືດ ໝົດສະຕິ ຮູ້ສຶກແສບຮ້ອນ ແລະ ຍ່ຽວເປັນສີເຫຼືອງເຂັ້ມ
    • ຖ້າຂາດຈະເກີດເປັນບາດຢູ່ຮີມສົບ ຜິວໜັງແຫ້ງແຕກ ແລະ ຫຍາບ
    • ແຫຼ່ງທີ່ພົບ:ຊີ້ນ,ໄຂ່

 

  1. ວິຕາມິນ ເບ3 Vitamin B3 (Niacin) ຊ່ວຍເຜົາຜ່ານໄຂມັນ ແລະ  ຄຼາໂບໄຮເດຼດ ລ້າງສານພິດຕົກຄ້າງຈາກເຫຼົ້າ ແລະ ຢາເສບຕິດ,ຮັກສາໂຣກທາງຈິດ,ຊ່ວຍລົດອາການປວດຫົວໄມເກນ
    • ຖ້າໄດ້ຮັບສູງຫຼາຍ ຈະເກີດອາການ ຄັນ ເຈັບຫົວ ປຸ້ນທ້ອງ ຮາກ ແລະ ຖອກທ້ອ
    • ຖ້າຂາດຈະເກີດອາການທາງດ້ານລະບົບລຳໃສ້ ຜິວໜັງ ແລະ ລະບົບປະສາດ
    • ແຫຼ່ງທີ່ພົບ:ຊີ້ນ,ໄຂ່,ທັນຍາພືດ

 

  1. ວິຕາມິນ ເບ5 Vitamin B5 (Pantothenic acid) ຊ່ວຍເຜົາຜ່ານໄຂມັນ,ຄຼາໂບໄຮເດຼດ ແລະ ໂປຼຕີນ,ລົດອາການພູມແພ້ ຫອບຫືດ ແລະ ແກ້ອາການນອນບໍ່ຫຼັບ
    • ຖ້າໄດ້ຮັບຫຼາຍ ຈະຖືກຂັບຖ່າຍອອກທາງນ້ຳຍ່ຽວ,ຈະບໍ່ມີຜົນກະທົບໃດໆ
    • ຖ້າຂາດຈະເກີດອາການ ຮາກ ເຈັບທ້ອງ ທ້ອງອືດ ຕີນຈັງ ອ່ອນເພຍ ຫງຸດຫງິດ ແລະ ຊຶມເສົ້າ
    • ແຫຼ່ງທີ່ພົບ:ຊີ້ນ,ໄຂ່,ທັນຍາພືດ

 

  1. ວິຕາມິນ ເບ6 Vitamin B6 (Pyridoxine) ຊ່ວຍລົດອາການກ່ອນເປັນປະຈຳເດືອນ ແກ້ອາການແພ້ທ້ອງ ບຳລຸງປະສາດ ລົດອາການໄຂມັນອຸດຕັນໃນເສັ້ນເລືອດ,
    • ຖ້າໄດ້ຮັບຫຼາຍຈະເກີດອາການຍ່າງເຊ ຕີນມືຊາ ສົ່ງຜົນເຮັດໃຫ້ເສັ້ນປະສາດກ້າມຊີ້ນ ແຂນ ແລະ ຂາ ຖືກທຳລາຍ ແຕ່ບໍ່ຄ່ອຍມີຜົນກະທົບຫຍັງ
    • ຖ້າຂາດຈະເກີດອາການ ວິນຫົວ ຮາກ ບາງຄົນຜົມຫຼົ່ນ ມີບາດຢູ່ຮີມສົບ ນອນບໍ່ຫຼັບ ສັບສົນ
    • ແຫຼ່ງທີ່ພົບ:ຊີ້ນ,ນົມ

 

  1. ວິຕາມິນ ເບ7 Vitamin B7 (Biotin) ຫຼືອີກຊື່ໜຶ່ງແມ່ນ Vitamin H ຊ່ວຍເຜົາຜ່ານໄຂມັນ,ຄຼາໂບໄຮເດຼດ ແລະ ໂປຼຕີນ,ບຳລຸງຜິວໜັງ ຕາ ປາກ ຜົມ ແລະ ຕັບ
    • ຖ້າໄດ້ຮັບຫຼາຍກໍ່ຖືກຂັບອອກທາງນ້ຳຍ່ຽວ ບໍ່ມີຜົນໃດໆ
    • ການຂາດ ວິຕາມິນ ເບ7 ໃນຮ່າງກາຍ ເກີອບຈະບໍ່ເກີດຂື້ນເລີຍ ນອກຈາກໃນຄົນທີ່ໃຊ້ຢາຕ້ານເຊື້ອຕໍ່ເນື່ອງເປັນເວລາດົນ ອາການທີ່ພົບແມ່ນ ຜົມຫຼົ່ນ ປວດກ້າມຊີ້ນ ຈືດ ພູມຄຸ້ມກັນຕ່ຳ ອ່ອນເພຍ ມືນຕາມແຂນຂາ
    • ແຫຼ່ງທີ່ພົບ:ຊີ້ນ,ນົມ,ໄຂ່

 

  1. ວິຕາມິນ ເບ9 Vitamin B9 (Folic acid) ຊ່ວຍໃນການສ້າງເມັດເລືອດແດງ ເສີມຄວາມຈຳ ຊ່ວຍປ້ອງກັນມະເຮັງລຳໃສ້ ແລະ ມະເຮັງເຕົ້ານົມ,
    • ຖ້າໃນເລືອດມີຕ່ຳ ຈະເກີດອາການຫົດຫູ່ ແລະ ບໍ່ມີຄວາມຮູ້ສຶກທາງເພດ ເກີດອາການ ເລືອດຈາງ ພູມຄຸ້ມກັນບົກພ່ອງ ຜົມຫງອກໄວ ເສີຍຊາ ຂີ້ລືມ
    • ຖ້າໄດ້ຮັບຫຼາຍ ຈະບໍ່ຄ່ອຍເກີດອາການຫຍັງຕໍ່ຮ່າງກາຍ
    • ແຫຼ່ງທີ່ພົບ:ຜັກໃບຂຽວ

 

  1. ວິຕາມິນ  ເບ12 Vitamin B12 (Cobalamins) ຊ່ວຍໃນການສ້າງເມັດເລືອດແດງ ບຳລຸງປະສາດ ຊ່ວຍປ້ອງກັນອາການອ່ອນເພຍເນື່ອງຈາກເລືອດຈາງ
    • ຖ້າໄດ້ຮັບສູງຫຼາຍ ຈະເກີດອາການ
    • ແຫຼ່ງທີ່ພົບ:ຕັບ,ໄຂ່,ຜະລິດຕະພັນຈາກສັດ

 

  1. ວິຕາມິນ ເຊ Vitamin C (Ascorbic acid) ເປັນສານຕ້ານອະນຸມູນອິດສະຫຼະ ເສີມສ້າງຄໍລາເຈນ ຊ່ວຍຄວບຄຸມລະດັບ ຄຼໍເຣສເຕີໂຣນ ບຳລຸງຜິວພັນ ແລະ ກະດູກ ປ້ອງກັນໂຣກມະເຮັງ ລົດອາການພູມແພ້ ລົດອາການເປັນຫວັດ,
    • ຖ້າໄດ້ຮັບຫຼາຍ ຈະເກີດອາການເຈັບທ້ອງ ແໜ້ນທ້ອງ ທ້ອງອືດ ແລະ ອາດຮຸນແຮງເຖີງຂັ້ນເປັນໜິ້ວໄຂ່ຫຼັງໄດ້,ແຕ່ຖ້າຢຸດກິນ ອາການທີ່ສະແດງກໍ່ຈະເຊົາລົງ
    • ແຫຼ່ງທີ່ພົບ:ໝາກເຜັດ,ໝາກສີດາ,ໝາກໄມ້ທີ່ມີລົດສົ້ມ

 

  1. ວິຕາມິນ ເດ Vitamin D (Calciferol) ບຳລຸງກະດູກ ແລະ ແຂ້ວ ຊ່ວຍໃນການດູດຊືມ ແຄນຊ່ຽມ
    • ຖ້າຂາດຈະເຮັດໃຫ້ການຂະຫຍາຍໂຕຂອງຮ່າງກາຍຊ້າລົງ ເຮັດໃຫ້ກະດູູກຜ່ອຍ
    • ຍ້ອນວິຕາມິນ ເດ ຖືກສ້າງຂຶ້ນເອງຈາກຮ່າງກາຍຂອງເຮົາໃນເວລາທີ່ຮ່າງກາຍໄດ້ຮັບເອົາແສງແດດ ມັນຈຶ່ງບໍ່ເກີນໃນຮ່າງກາຍ
    • ແຫຼ່ງທີ່ພົບ:ນ້ຳມັນຕັບປາ

 

  1. ວິຕາມິນ ເອີ Vitamin E (Tocopherol) ເປັນສານຕ້ານອະນຸມູນອິດສະຫຼະ ຊ່ວຍໃຫ້ເລືອດໄຫຼວຽນດີ ປ້ອງກັນອາການແຂງໂຕຂອງເລືອດ,
    • ຖ້າໄດ້ຮັບຫຼາຍຈະເກີດອາການ ເຈັບຫົວ ອ່ອນເພຍ ຕາມົວ ລ່ອຍກ້າມຊີ້ນ ແໜ້ນທ້ອງ ຖອກທ້ອງ,
    • ແຕ່ຖ້າຂາດຫຼາຍ ຈະເຮັດໃຫ້ຂັດຂວາງວິຕາມິນອາ
    • ແຫຼ່ງທີ່ພົບ:ນ້ຳມັນລຳເຂົ້າ,ນ້ຳມັນພືດ

 

  1. ວິຕາມິນ ກ່າ Vitamin K1 (Phylloquinone) ຊ່ວຍໃນການກ້າມຂອງເລືອດ
    • ຖ້າຂາດມັກເຮັດໃຫ້ມີເລືອດອອກງ່າຍຕາມອະໄວຍະວະຕ່າງໆເຊັ່ນ: ກະໂຫຼກຫົວ,ລຳໃສ້,ຜິວໜັງໆລໆ
    • ຖ້າເກີນແມ່ນເຮັດໃຫ້ເມັດເລືອດແດງແຕກງ່າຍ ແລະ ເກີfພາວະ Bilirubin ໃນເລືອດຕ່ຳໃນເດັກນ້ອຍເກີດໃໝ່
    • ແຫຼ່ງທີ່ພົບ:ຜັກໃບຂຽວ

 

Delicious Digg Fark Twitter