ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 3, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ປີ1994 ປະມານເດືອນກໍລະກົດ ທີ່ບ້ານໂນນຂີເຫລັກ ປະກົດມີນາງຫນຶ່ງ ຊື່ວ່າສຸລິຕາ ຂີ່ລົດຖີບ ຍີ່ຫໍ້ ຟາມິງໂກ້(Flamingo)

ສີຂຽວ ຜ່ານຫນ້າບ້ານຂ້ອຍ(ເຊິ່ງເປັນຮ້ານຈອດຢາງລົດແຄມທາງ)

ສາວ ສຸລິຕາ ເປັນຜູ້ຍິງທີ່ງາມຫລາຍ ຫຸ່ນດີ ຜົມຍາວ ຄິ້ວດົກ ແມ້ແຕ່ຫນ້າບູດກໍ່ຍັງງາມເລີຍ

ຂ້ອຍແນມເບິ່ງລາວຖີບລົດຜ່ານໄປຈົນສຸດສາຍຕາ ລາວແມ່ນໃຜ ມາແຕ່ໃສ ຂ້ອຍຄືບໍ່ເຄີຍເຫັນລາວມາກ່ອນ ຂ້ອຍບໍ່ເຄີຍເຫັນຜູ້ຍິງງາມແລະຫຸ່ນດີແບບນີ້ມາກ່ອນ

ຫົວໃຈຂອງຂ້ອຍມັນກິ້ງຕາມກົງລົດຖີບຂອງລາວໄປແລ້ວ ແລະກໍ່ບໍ່ຮູ້ເລີຍວ່າຈະໄດ້ເຫັນລາວອີກຫລືບໍ່(ພໍແຕ່ຢາກຖີບລົດຕາມໄປຮອດບ້ານພຸ້ນແຫລະ ຫນ້າເສຍດາຍ)

      ມາມື້ຫນຶ່ງ ເຫມືອນສະຫວັນບັນດານ ຢາງລົດຖີບລາວຮົ່ວ ແລະມາຈອດທີ່ຮ້ານຂອງຂ້ອຍ ນ້ອງຊາຍຂ້ອຍກຳລັງຈອດຢາງລົດໃຫ້ລາວຢູ່ ຂ້ອຍເປີດປະຕູເຮືອນອອກມາພໍດີເຈີລາວແບບບໍ່ຄາດຄິດມາກ່ອນ

ທັນທີທີ່ເຫັນລາວຂ້ອຍເຮັດຫຍັງບໍ່ຖືກເລີຍ ຂ້ອຍຟ້າວປິດປະຕູທັນທີແລ້ວເຂົ້າໄປລີ້ຢູ່ໃນເຮືອນບໍ່ອອກມາອີກເລີຍຈົນລາວໄປ.ຕອນນັ້ນຂ້ອຍຮູ້ສຶກມີຄວາມສຸກແລະດີຈຫລາຍທີ່ສຸດເລີຍທີ່ເຫັນລາວອີກຄັ້ງ.

     ເດືອນກັນຍາ ປີ1994 ເປີດສົກຮຽນມໍຕົ້ນ ເກົ້າລ້ຽວ ດັ່ງຟ້າບັນດານອີກແລ້ວທ່ານ. ສາວ ສຸລິຕາ ມາເຂົ້າໂຮງຮຽນມັດທະຍົມຕອນຕົ້ນເກົ້າລ້ຽວຄືກັນ ໄດ້ຮຽນໂຮງຮຽນດຽວກັນເລີຍບາດນິ(ດີໃຈສຸດໆໄປເລີຍ).ແຕ່ຮຽນຄົນລະຫ້ອງ ລາວຮຽນຫ້ອງດຽວກັນກັບຫມູ່ຂ້ອຍ ແຕ່ຂ້ອຍກໍ່ບໍ່ເຄີຍບອກໃຫ້ຫມູ່ຂ້ອຍຮູ້ເລື້ອງຂອງສາວສຸລິຕາ.

ຍ້ອນລາວເປັນຄົນງາມຕິເບາະ ຈຶ່ງມີຄົນຢອກລາວ ກວນລາວຫລາຍ ບາຍຫັ້ນບາຍຫນີ້ ຈັບກົ້ນລາວພ້ອມ ບາງເທື່ອຂ້ອຍເຫັນລາວຈົນໃຫ້ຍ້ອນ. ຂ້ອຍຢາກຊ່ວຍລາວເປັນທີ່ສຸດ ແຕ່ວ່າ ຂ້ອຍເຮັດບໍ່ໄດ້.

ຂ້ອຍໄດ້ແຕ່ເບິ່ງຫນ້າຄົນທີ່ກວນສາວສຸລິຕາດ້ວຍຄວາມແຄ້ນ ສິ່ງທີ່ຂ້ອຍຄິດກໍ່ຄືບອກອຳນວຍການຂອງໂຮງຮຽນໃຫ້ຈັດການພວກມັນ ແຕ່ຂ້ອຍກໍ່ຍັງແປກໃຈ ທີ່ສາວສຸລິຕາກໍ່ຍັງຄົງເວົ້ານຳພວກມັນຢູ

ຂ້ອຍຄິດວ່າມັນຄົງເປັນການຢອກກັນແຮງໆແບບຫມູ່ກັນຫລາຍກົ່ວ.

    ພໍຈົບມໍ3 ຈາກມັດທະຍົມຕອນຕົ້ນເກົ້າລ້ຽວ ກໍ່ມາຕໍ່ມໍປາຍ ທີ່ ມັດທະຍົມຕອນປາຍທົ່ງປົ່ງ ແນ່ນອນສາວສຸລິຕາກໍ່ມາຮຽນຕໍ່ທີ່ດຽວກັນ ແຕ່ຄົນລະຫ້ອງ.ຕະຫລອດເວລາຜ່ານມາເລື້ອຍໆ

ຂ້ອຍບໍ່ເຄີຍມີຄວາມກ້າບອກຮັກສາວສຸລິຕາຊຶ່ງໆຫນ້າຈັກເທື່ອເລີຍ ຈົນມີຫມູ່ຂ້ອຍຜູ້ຫນຶ່ງສົນໃຈສາວສຸລິຕາ ແລະໃຫ້ຂ້ອຍຕິດຕໍ່ໃຫ້,ຂ້ອຍເລີຍກ້າລົມກັບສາວສຸລິຕາ ແລະເອົາຈົດຫມາຍຈາກຫມູ່ຂ້ອຍໃຫ້ສາວສຸລິຕາ

ມາຮອດຕອນນີ້ ຂ້ອຍກໍ່ເລີຍໄດ້ຮູ້ຈັກສາວສຸລິຕາ ວ່າລາວເປັນຄົນລ່າເລີງ ນິໃສດີ ຕົງໄປຕົງມາ ມັກມ່ວນ ເຮຮາ  ຕະຫລົກເປັນບາງຄັ້ງ ຂ້ອຍກ້າລົມກັບລາວແບບສະນິດສະຫນົມກໍ່ຕອນມໍ6ນີ້ແຫລະ

ແຕ່ທັງຂ້ອຍແລະສາວສຸລິຕາກໍ່ລົມກັນແບບຫມູ່ເທົ່ານັ້ນ. ຈາກທີ່ຂ້ອຍແອບມັກລາວ ແລະຄິດວ່າລາວເປັນນາງຟ້າມາຕະຫລອດນັ້ນ ມາຮອດຕອນນີ້ຂ້ອຍກໍໄດ້ຮູ້ວ່າ ລາວກໍ່ເປັນຄົນທຳມະດານີ້ເອງ

ບໍ່ແມ່ນນາງຟ້າມາແຕ່ໃສດອກ.ລາວກະກິນເຂົ້າຈ້ຳແຈ່ວເຫມືອນຄົນທົ່ວໄປນີ້ແຫລະ.

ຂ້ອຍຮູ້ສຶກວ່າສາວສຸລິຕາກໍ່ມີໃຈໃຫ້ຂ້ອຍ ຖ້າຂ້ອຍຈະຈີບກໍ່ຫນ້າຈະຕິດ ແຕ່ຂ້ອຍກໍ່ບໍ່ໄດ້ຮູ້ສຶກແບບນັ້ນກັບສາວສຸລິຕາອີກແລ້ວ ຍ້ອນວ່າລາວເປັນຄົນທຳມະດາບໍ່ແມ່ນນາງ

ຟ້າຄືທີ່ຂ້ອຍຄິດໄວ້ຕັ້ງແຕ່ຕອນທຳອິດ ແລະອີກຢ່າງຫນຶ່ງ ຕອນທີ່ຂ້ອຍເຫັນສາວສຸລິຕາໃຫມ່ໆ ລາວຫຸ່ນດີຫລາຍ ແຕ່ມາຕອນນີ້ ລາວກໍ່ມີການຂະຫຍາຍຕົວ ແຕ່ຂະຫຍາຍຕົວອອກດ້ານຂ້າງ.

ແລະກໍ່ບໍ່ສູງຍາວຄືເກົ່າ (ເຕ້ຍລົງ).

     ສ່ວນຫມູ່ຂອງຂ້ອຍ ທີ່ໃຫ້ຂ້ອຍຕິດຕໍ່ສາວສຸລິຕາໃຫ້ນັ້ນ ກໍ່ອົກຫັກ ຍ້ອນສາວສຸລິຕາບໍມີໃຈໃຫ້.

Delicious Digg Fark Twitter