ມີຄວາມຮັກໃນໄວຮຽນ ເປັນເໝືອນຄວາມຝັນ ທີ່ບໍ່ຮູ້ອະນາຄົດອັນແນ່ນອນ
ຄວາມຮັກຄວາມເອົາໃຈໃສ່ ເບິ່ງແຍງກັນແລະກັນ
ເຮັດໃຫ້ໜຸ່ມສາວຮູ້ສຶກວ່າແມ່ນແຕ່ພໍ່ແມ່ທີ່ສົ່ງຮ່ຳສົ່ງຮຽນ ຍັງບໍ່ອາດທົດແທນບາງສິ່ງບາງຢ່າງທີ່ເຂົາຂາດຫາຍ
ໄວຣຸ່ນ ສ່ວນໃຫຍ່ກໍ່ພາກັນມີຊູ້ມີແຟນກັນໝົດ ໃຜບໍ່ມີນຳເຂົາກະຖືວ່າ ເຊີຍໆ ແຕ່ວ່າທີ່ຜ່ານມານັ້ນຕາມທີ່ເຄີຍເຫັນ
ກໍ່ຫາກມີຜູ້ທີ່ສົມຫວັງ ໄດ້ຢູ່ນຳກັນ ກໍລະນີນັ້ນຍ້ອນໜຸ່ມສາວເຂົ້າກັນໄດ້ ເປັນຮັກທີ່ແທ້ຈິງ ບໍ່ແມ່ນມາຍາ
ແຕ່ບໍ່ຄ່ອຍຈະມີໃຫ້ເຫັນແລ້ວ ສ່ວນຫຼາຍຄົນສະໄໝນີ້ຄົບກັນເພື່ອຄວາມມ່ວນຊື່ນ ເພື່ອບໍ່ໃຫ້ຕົນເອງຕ້ອງທົນເຫງົາ
ທັ້ງທີ່ຄົນອື່ນເຂົາມີຄູ່ ຄິດແລ້ວກໍ່ໜ້າສົງສານ ຊອກຫາທາງຫຼີກລ່ຽງບັນຫານີ້ຍາກທີ່ສຸດ
ຄວາມຮັກຂອງໜຸ່ມສາວເກີດຂຶ້ນຕັ້ງແຕ່ຢູ່ມັດທະຍົມ ຕັ້ງແຕ່ມໍຕົ້ນກະຍັງມີ ຜູ້ຍິງບາງຄົນບໍ່ຈົບມໍ3 ກໍ່ຕ້ອງອອກເອົາຜົວ
ອັນນັ້ນກໍ່ຍ້ອນຄວາມງາມ ແລະ ນິໄສສະເພາະຕົວຂອງບຸກຄົນ
ແຕ່ສ່ວນຫຼາຍຜູ້ຍິງໜ້າຕາດີໆ ຈະມີແຟນໄວກວ່າໝູ່ ເພາະວ່າມີຄົນສົນໃຈຫຼາຍ
ແລະ ທີ່ເຫັນຈະເປັນໝູ່ຣຸ້ນດຽວກັນ ຫຼື ເປັນຣຸ້ນຜູ້ເຖົ້າທີ່ມີເງິນຫຼາຍ ຈ່ອງດຶງເອົາສາວຂຶ້ນໃໝ່ຕ້ອງເສຍຄວາມບໍລິສຸດ
ຜູ້ທີ່ເຄີຍຜ່ານແລ້ວຈະຖືເປັນເລື່ອງທຳມະດາ ຈຶ່ງລະເລີຍຮີດຄອງປະເພນີອັນດີງາມ ທີ່ປູ່ຍ່າຕາຍາຍເຄີຍສັ່ງສອນມາ
ມັກຮັກກັນກໍ່ຢູ່ນຳກັນເລີຍ ໂດຍທີ່ບໍ່ແມ່ທັງສອງຝ່າຍກໍ່ບໍ່ໄດ້ເຫັນດີເຫັນພ້ອມປານໃດ
ພໍ່ແມ່ບາງຄົນກໍ່ຫ້າມເດັດຫ້າມຂາດ ແຕ່ບາງຄົນກໍ່ໄດ້ແຕ່ທຳໃຈ ແລະ ເຕືອນລູກຕົນເອງ ຢ່າເຮັດໃຫ້ມີບັນຫາພາຍຫຼັງ
ພໍ່ແມ່ເຝົ້າເບິ່ງດ້ວຍໃຈທີ່ເປັນຫ່ວງ ຄວາມຮັກຂອງໜຸ່ມສາວບໍ່ມີໃຜຫ້າມໄດ້
ເພາະວ່າມັນເປັນກົດເກນຂອງທຳມະຊາດ ເມື່ອເຖິງເວລາອັນຄວນ
ໜຸ່ມສາວຈະເລີ່ມມີຄວາມສົນໃຈເຊິ່ງກັນ ແລະ ກັນ. ມັກຮັກກັນໃນທີ່ສຸດ
ຜູ້ໃດໜ້າຕາບໍ່ຄ່ອຍດີ ກໍ່ບໍ່ຢາກໝັ້ນໃຈໃນໂຕເອງປານໃດ ຈຸດເລີ່ມຕົ້ນຄວາມສົນໃຈ ຂອງຜູ້ທີ່ບໍ່ເຄີຍມີຄວາມຮັກ
ໜ້າຕາຕ້ອງມາກ່ອນສະເໝີ ຜູ້ທີ່ເຄີຍເຈັບຈາກຄວາມຮັກມາແລ້ວຈະເບິ່ງຄວາມດີຂອງຄົນຮັກຫຼາຍກວ່າ
ຍ້ອນຖານະຄອບຄົວເອື້ອອຳນວຍໃຫ້ລູກມີເວລາຫຼິ້ນ ກິນຕາມໃຈ ແທນທີ່ຈະເປັນການຮຽນ
ແຕ່ບາງສ່ວນຄອບຄົວທຸກຍາກ ສະນັ້ນ, ບາງຄົນບໍ່ມີຄວາມຮັກໃນໄວຮຽນ ຫຼື ຈະມີກໍ່ເປັນຮັກຂ້າງດຽວ
ຮັກຂ້າງດຽວ ຫຼື ຂາດຄວາມຮັກ ມັນທໍລະມານສ່ຳໃດ ຜູ້ທີ່ເຄີຍປະສົບພົບພໍ້ຄົງຈະຮູ້ດີ
ເຄີຍຖາມນັກຮຽນຊາຍຜູ້ໜຶ່ງທີ່ອອກໂຮງຮຽນຍ້ອນຄວາມທຸກຍາກ, ເວລາກິນເຫຼົ້ານຳກັນ ເຂົາເລົ່າວ່າ ສາວໆສະໄໝນີ້
ເຂົາບໍ່ສົນໃຈປະຊາຊົນ ເຂົາສົນໃຈແຕ່ຜູ້ມີວຽກເຮັດງານທຳ
"ຂ້ອຍຈຶ່ງເວົ້າວ່າ ຄວາມຮັກຂອງພໍ່ແມ່ບໍ່ອາດແທນໄດ້"
ໝູ່ພາກັນມີແຟນໝົດ ຕົນເອງບໍ່ມີເປັນແນວໃດ ເລື່ອງນີ້ກໍ່ມີຜົນຕໍ່ດ້ານຄວາມຄິດ
ເຮັດໃຫ້ຄົນເກີດໂລກຊຶມເສົ້າ ກໍ່ເຮັດໃຫ້ການຮຽນບໍ່ໄດ້ຮັບຜົນດີ
ສ່ວນຜູ້ທີ່ມີຄວາມຮັກກໍ່ຕ້ອງຄອຍເອົາອົກເອົາໃຈແຕ່ຄົນຮັກ ພາກັນໄປຫຼິ້ນໄປທ່ຽວຈົນບໍ່ສົນຮອດຮ່ຳຮອດຮຽນກໍ່ມີ
ບາງຄົນກໍ່ມີລູກຂຶ້ນມາ ບໍ່ກ້າຮອດບອກພໍ່ບອກແມ່ ຕັດສິນໃຈດ້ວຍຕົນເອງ
ໄປຫາຄລີນິກເຖື່ອນແກ້ໄຂບັນຫາໃຫ້
ຄິດໄປແລ້ວກໍ່ຈັກແນວໃດ ສະໄໝນີ້ວິທະຍາສາດກ້າວໜ້າ ຄົນເຮົາລະເກືອບບໍ່ຢ້ານຫຍັງເລີຍ
"ຕາມຄວາມຄິດຂອງຂ້ອຍແລ້ວ ການທີ່ຈະມີຄວາມຮັກໃນໄວຮຽນນັ້ນກໍ່ເປັນເລື່ອງທີ່ດີ ແຕ່ຕ້ອງປະຕິບັດໃຫ້ຖືກ
ບໍ່ສ້າງປັນຫາ ບໍ່ໃຫ້ສັງຄົມປະນາມ ບໍ່ໃຫ້ມີຜົນກະທົບຕໍ່ການຮຽນ ເຊິ່ງການຮຽນນັ້ນຄວນເອົາໃຈໃສ່ເປັນຕົ້ນຕໍ
ເພາະເປັນຄວາມຫວັງຂອງພໍ່ແມ່ ແລະ ອະນາຄົດຂອງຕົນເອງ. ຄວາມຮັກຊ່ວຍໃຫ້ກຳລັງໃຈເໝືອນກັບວ່າ
ໃຫ້ເຮົາມີຄວາມຫວັງເພີ່ມຂຶ້ນ, ການວາງແຜນໃນອະນາຄົດ ເປັນເຫດໃຫ້ເຮົາຕ້ອງສູ້ເພື່ອໄປເຖິງຈຸດໝາຍປາຍທາງ"
"ເວລາຜ່ານໄປບໍ່ອາດຫວນກັບຄືນ ການກະທຳຂອງເຮົາບໍ່ອາດແກ້ຄືນໄດ້
ຄິດໃຫ້ດີກ່ອນຕັດສິນໃຈ ຄວບຄຸມອາຣົມດ້ວຍປັນຍາ"