
ຂຽນເມື່ອ: ຕ.ລ.. 1, 2011
| ມີ
9 ຄຳເຫັນ
ແລະ
0 trackback(s)
ຂ້າພະເຈົ້າເຄີຍຍິນການປຽບທຽບລະຫວ່າງ ດາວ ກັບ ດິນ ທີ່ວ່າດາວຢູ່ສູງ ແລະ ດິນຢູ່ຕ່ຳນັ້ນ
ຖ້າເບິ່ງຕາມການສັງເກດເວລາເຮົາຢືນຢູ່ບ່ອນໂລ່ງແຈ້ງ ເຫັນດາວຢູ່ເທິງຟ້າ ເກີນກວ່າຈະເອື້ອມເຖິງນັ້ນ
ກໍ່ຮູ້ສຶກໄດ້ວ່າ ຂ້າພະເຈົ້າບໍ່ມີປັນຍາ ແລະ ຄວາມສາມາດພໍ ທີ່ຈະດຶງເອົາດາວທີ່ສ່ອງແສງປະກາຍສວຍງາມ ໃຫ້ມາຢູ່ໃນກຳມືໄດ້
ດາວຢູ່ສູງອີ່ຫຼີ.
ແຕ່ຖ້າເບິ່ງໃນແງ່ໜຶ່ງ ທີ່ເຮົາເອີ້ນວ່າ “ໂລກ” ກັບເປັນພຽງບໍລິວານຂອງດວງອາທິດ ຄືກັບດາວເຄາະທີ່ເອີ້ນຊື່ຕ່າງກັນເຊັ່ນ:
ດາວພຸດ, ດາວພະຫັດ, ດາວສຸກ, ດາວເສົາ...
Earth ( ໜ່ວຍໂລກ) ກໍ່ເປັນດາວດວງໜຶ່ງຄືກັນ ແລ້ວຖ້າຈະເວັ້າວ່າ ຄົນເຮົາຢືນຢູ່ເທິງໜ່ວຍໂລກ ຫຼື ຄົນເຮົາຢືນຢູ່ເທິງດາວໂລກ
ກໍ່ເວົ້າໄດ້ ອິອິ
* ທ່ານຄິດວ່າ ມີຄ່າຕ້ອຍຕ່ຳພຽງດິນ ແລ້ວດິນມີຄ່າສ່ຳໃດ ທ່ານເຄີຍຄິດບໍ່. ມີຈັກຄົນທີ່ຕັ້ງເຮືອນຢູ່ເທິງເມກເຝື້ອ, ມີຈັກຄົນທີ່ໃຊ້ຊີວິດຢູ່ໃນນ້ຳ(ບໍ່ແມ່ນເທິງໜ້ານ້ຳ) ແລ້ວພື້ນນ້ຳແມ່ນດິນຫຼືບໍ່.
ຂ້າພະເຈົ້າເຂົ້າໃຈດີ ຄຳເວົ້າທີ່ວ່າ ດາວຢູ່ສູງກວ່າດິນ ເປັນພຽງການປຽບທຽບຊົນຊົັ້ນໃນສັງຄົມມະນຸດ ສ່ວນສັງຄົມສັດຊະນິດອື່ນບໍ່ໄດ້ມີການປຽບທຽບ.
ຮາຮາຮາ ເວົ້າໄປເວົ້າມາ ໂຕເອງຍັງງົງຊ້ຳບັດນີ
