ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 15, 2010 | ມີ 16 ຄຳເຫັນ ແລະ 0 trackback(s)

-ອັກສອນທ້າຍຊື່ຕົວ A J S

        ສຳລັບຄົນທີ່ມີຕົວອັກສອນທ້າຍຊື່ເປັນຕົວ ເອ ເຈ ແລະ ເອດສ ນັ້ນມັກເປັນຄົນທີ່ຫຼົງໄຫຼໃນອິດສະຫຼະເສລີພາບຫຼາຍ ບໍ່ແມ່ນຄົນເກັບໂຕ ທັງຍັງມັກການສະແດງອອກຈົນເບິ່ງຟຸ່ມເຟື່ອຍ ສຳລັບການເຮັດວຽກມັກເຮັດວຽກທີ່ໄດ້ເປັນຫົວໜ້າໂຕເອງແນວໃດກໍ່ຕາມເພາະວ່າເປັນຄົນທີ່ຢຶດໝັ້ນໃນຄວາມຄິດຂອງໂຕເອງຫຼາຍເປັນຢ່າງຍິ່ງ ໂດຍບໍ່ປ່ຽນໃຈແປງງ່າຍໆ ແລະ ບໍ່ຍອມປະນີປະນອມໃດໆເລີຍແຕ່ກໍ່ເປັນຜູ້ທີ່ຊື່ສັດຕໍ່ຄວາມຕ້ອງການຂອງຕົນທັງຍັງເປັນຄົນທີ່ມີອາລົມສະໜຸກສະໜານ ແລະ ຈິງໃຈຕໍ່ທຸກຄົນທີ່ຄົບຫາເປັນໝູ່.

-ອັກສອນທ້າຍຊື່ຕົວ B K T

      ສຳລັບຄົນທີ່ມີຕົວອັກສອນທ້າຍຊື່ເປັນຕົວ ບີ ເຄ ທີ ນັ້ນອຸປະນິໄສມັກເປັນຄົນທີ່ເອົາແຕ່ອາລົມເປັນໃຫຍ່ຈິ່ງມັກຫວັ່ນໄຫວປວນແປໄດ້ໂດຍງ່າຍຕາມກະແສຄວາມຕ້ອງການຂອງຄົນສ່ວນໃຫຍ່ ຫຼື ບຸກຄົນທີ່ມີອິດທິພົນເໜືອກວ່າ ແຕ່ໃນຂະນະດຽວກັນກໍ່ເປັນຄົນທີ່ຮູ້ສຶກອ່ອນໄຫວ ລວມໄປເຖິງການມັກສົງສານ ແລະ ເຂົ້າຂ້າງໂຕເອງອີກດ້ວຍ ທັງຍັງບໍ່ແມ່ນຄົນທີ່ມີຄວາມອົດທົນຕໍ່ສິ່ງໃດໆເລີຍ ແລະ ມັກມີຄວາມຝັງໃນໃຈເລື່ອງຮ້າຍໆຈາກອະດີດ.

- ອັກສອນທ້າຍຊື່ຕົວ C L U

       ສຳລັບຄົນທີ່ມີຕົວອັກສອນທ້າຍຊື່ເປັນຕົວ ຊີ ແອວລ໌ ແລະ ຢູນັ້ນຈະເປັນຄົນທີ່ຢູ່ເສີຍໆບໍ່ຄ່ອຍເປັນ ມັກກະຕືລືລົ້ນສົນອົກສົນໃຈເລື່ອງນັ້ນເລື່ອງນີ້ຢູ່ສະເໝີ ແຕ່ຈະສົນໃຈຍັງບໍ່ຄ່ອຍດົນ ແລະ ມັກເຮັດວຽກບໍ່ຄ່ອຍສຳເລັດ ຫາກບໍ່ມີຄົນມາຊ່ວຍແນວໃດກໍ່ຕາມເພາະມີຄວາມເປັນນັກທິດສະດີຫຼາຍກວ່ານັກປະຕິບັດ ແລະ ຍັງເປັນຄົນທີ່ມັກການສະແດງອອກ ໂດຍສະເພາະໃນເລື່ອງຄວາມຄິດຈະໃຫ້ຄວາມສົນໃຈໃນໂຕບຸກຄົນທີ່ມີຄວາມສາມາດ, ເກັ່ງຈົນເປັນທີ່ຍອມຮັບໃນວົງກ້ວາງ ແລະ ມັກໃນການຕິດຕໍ່ພົບປະຜູ້ຄົນ.

-ອັກສອນທ້າຍຊື່ຕົວ D M V

      ສຳລັບຄົນທີ່ມີຕົວອັກສອນທ້າຍຊື່ເປັນຕົວ ດີ ເອັມ ແລະ ວີ ນັ້ນຈະເປັນຄົນທີ່ມີຄວາມເຂັ້ມແຂງ ແລະ ອົດທົນທີ່ໂດດເດັ່ນຫຼາຍ ມັກເຮັດໂຕງ່າຍໆຕິດດິນ ແລະ ບໍ່ເປັນບັນຫາສຳລັບໃຜ ແລະ ມັກຈະເປັນທີ່ເພີ່ງພາຂອງຄົນໃກ້ຊິດເປັນຜູ້ຝຫ້ທີ່ດີສຳລັບຄົນທີ່ຕ້ອງການຄວາມຊ່ວຍເຫຼືອຈິງຈັງ.ແຕ່ຈະບໍ່ມີຄວາມອົດທົນກັບຄົນທີ່ບໍ່ເຮັດອັນໃດນອກຈາກເອົາແຕ່ຂໍຮ້ອງທັງຍັງຫ້ຄວາມສຳຄັນການເຮັດວຽກ ແລະ ສິ່ງເປັນສາລະຕໍ່ຊີວິດ ນອກຈານີ້ຍັງເປັນຄົນທີ່ຮັກຄວາມຊື່ສັດຫຼາຍ ຈະເຮັດທຸກເລື່ອງທີ່ກົງໄປກົງມາ.

-ອັກສອນທ້າຍຊື່ຕົວ E N W

      ສຳລັບຄົນທີ່ມີຕົວອັກສອນທ້າຍຊື່ເປັນຕົວ ອີ ເອັນ ແລະ ດັບເບິນຢູນັ້ນ ຈະເປັນຄົນທີ່ມັກຄວາມທັນສະໄໝຫຼາຍ ແລະ  ມັກຈະທົນກົດເກນເກົ່າໆທີ່ເຫັນວ່າຄ້າຍຄືສຳລັບໂຕເອງບໍ່ໄດ້ເລີຍ ທັງຍັງເປັນຄົນທີ່ມັກການປ່ຽນແປງຫຼາຍ ຈະບໍ່ຍອມຍືດໝັ້ນ ຫຼື ເຂັ້ມງວດຢູ່ກັບສິ່ງໃດສິ່ງໜຶ່ງໄດ້ ແລະຍັງບໍ່ແມ່ນຄົນທີ່ມີລະບຽບແບບແຜນອັນໃດຫຼາຍທັງຍັງບໍ່ມີຄວາມລະມັດລະວັງໃນການໃຊ້ຊີວິດອີກດ້ວຍ ນອກຈາກນີ້ໃເລື່ອງຂອງຄວາມຄິດກໍ່ມັກຈະຂັດແຍ່ງຄົນທົ່ວໄປ ເບິ່ງເປັນຄົນດື້ດ້ານ ໃນສາຍຕາຂອງຄົນອ້ອມຂ້າງ.

-ອັກສອນທ້າຍຊື່ຕົວ F O X

      ສຳລັບຄົນທີ່ມີຕົວອັກສອນທ້າຍຊື່ເປັນຕົວ ເອຟ໌ ໂອ ແລະ ເອັກຊ໌ ນ້ັນຈະເປັນຄົນທີ່ມີຄວາມອ່ອນໂຍນ ໂອບເອື້ອອາລີ ແລະ ມັກມີສະເໜ່ຕໍ່ຄົນໃກ້ໂຕສະເໝີ ັທງຍັງເປົນຄົນທີ່ນິຍົມໃນສິ່ງທີ່ງາມ ອ່ອນຫວານ ຈິ່ງມັກຈະເປືອງເວລາກັບໄປກັບມາກັບການສັນຫາຢ່າງລະເລັກລະໜ້ອຍໃຫ້ຕົນເອງຢູ່ສະເໝີ ໂດຍສະເພາະໃນເລື່ອງຂອງການແຕ່ງໂຕ ເຊິ່ງເປັນສິີ່ງທີ່ເຮັດໃຫ້ຈິດໃຈມີຄວາມສຸກຫຼາຍ ທັງຍັງນິຍົມຊົມຊອບໃຫ້ຄົນອ້ອມຂ້າງໄດ້ສຳຜັດໃກ້ຊິດກັບສິ່ງທີ່ງາມ ບໍ່ວ່າຈະເປັນເລື່ອງສິລະປະ ຫຼື ເຄື່ອງໃຊ້ຕ່າງໆ.

-ອັກສອນທ້າຍຊື່ຕົວ G P Y

      ສຳລັບຄົນທີ່ມີຕົວອັກສອນທ້າຍຊື່ເປັນຕົວ ຈີ ພີ ແລະ ວາຍນັ້ນມັກຈະເປັນຄົນທີ່ນິຍົມໃນຄວາມຈິງທີ່ກົງໄປກົງມາ ແລະ ຊັດເຈນມັກເຮັດວຽກທີ່ມີເຫດຜົນຈິງຈັງ ທັງເປັນຄົນທີ່ມີຄວາມລະອຽດຖີ່ຖ້ວນຫຼາຍໃນໜ້າທີ່ຮັບຜິດຊອບ. ນອກຈາກນີ້ຍັງເປັນຄົນທີ່ເປີດເຜີຍ ໃຈຮ້ອນ ມັກສະແດງ ອອກ ບໍ່ມັກເວົ້າ ເປົນຄົນທີ່ມີຄວາມໂດດເດັ່ນໃນໂຕເອງ ໂດຍທຳມະຊາດ ເປັນຄົນມັກແຕ່ງໂຕ ແລະ ມີລົດສະນິຍົມທີ່ດີໃນການເລືອກຂອງໃຊໃຫ້ກັບຕົນເອງໂດຍບໍ່ຈຳເປັນຕ້ອງມີລາຄາແພງສະເໝີໄປ.

-ອັກສອນທ້າຍຊື່ຕົວ  H Q Z

       ສຳລັບຄົນທີ່ມີຕົວອັກສອນທ້າຍຊື່ເປັນຕົວ ເອຈ໌ ຄິວ ແລະ ແຊດ ນັ້ນຈະມີຄວາມອົດທົນສູງບໍ່ເປັນຄົນໃຈຮ້ອນໃນການກະທຳໃດໆ ການຄິດການຕັດສິດໃຈ ຈະຂ້ອນຂ້າງຊັກຊ້າ ແຕ່ວ່າກໍ່ສຸຂຸມຮອບຄອບ ແລະ ຜ່ານການວາງແຜນທີ່ດີ ບໍ່ມັກຊີວິດທີ່ສ່ຽງໄພ ແລະ ບໍ່ມີຄວາມໝັ້ນຄົງ ທັງເປັນຄົນທີ່ເຄັ່ງຄັດຕໍ່ລະບຽບກົດເກນຂອງສັງຄົມເປັນຢ່າງຍິ່ງ.  ຂ້ອນຂ້າງຈະປິກກັ້ນໂຕເອງຕໍ່ຄວາມສະໜຸກສະໜານໃນຄວາມຄິດຂອງຄົນທົ່ວໄປ ແຕ່ຮັກສາຄວາມສະຫງົບ ແະລ ຮັກຊີວິດສ່ວນໂຕທີ່ບໍ່ມີຄົນເຂົ້າມາວຸ້ນວາຍ.

-ອັກສອນທ້າຍຊື່ຕົວ I R

       ສຳລັບຄົນທີ່ມີຕົວອັນສອນທ້າຍຊື່ເປັນຕົວ ໄອ ອາຣ໌ ນັ້ນຈະເປັນຄົນທີ່ມີຄວາມມານະພະຍາຍາມສູງ ແລະ ເບິ່ງຄົນທຸກຄົນໃນແງ່ດີຈະບໍ່ມີອະຄະຕິ ຫຼື ຄິດຮ້າຍກັບຜູ້ໃດທັງສິ້ນແຕ່ໃນຂະນະດຽວກັນກໍ່ເປັນຄົນທີ່ມີຄວາມເປັນໂຕເອງຫຼາຍ ຈະຊັດເຈນ ແລະ ກົງໄປກົງມາກັບຄວາມມັກຫຼືບໍ່ມັກຂອງຕົນເອງ ບໍ່ມີລັກສະນະຂອງຄົນທີ່ລັງເລ ຫຼື ຕັດສິນໃຈບໍ່ໄດ້ໃຫ້ເຫັນເລີຍຈະເບິ່ງເປັນຄົນໝົ້ນໄປບໍ່ຟັງເຫດຟັງຜົນ ກັບ ສິ່ງທີ່ຕົນຄິດ ແລະ ເຊື່ອທີ່ຈະບໍ່ຍອມປ່ຽນແປງ ທັງຍັງມີຫຼັກການ ແລະ ເຫດຜົນສຳລັບການກະທຳຂອງຕົວເອງສະເໝີ.


 

 

Delicious Digg Fark Twitter