ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 15, 2010 | ມີ 3 ຄຳເຫັນ ແລະ 0 trackback(s)

                  ຜົນການວິໄຈໃໝ່ໃນສະຫະລັດອາເມລິກາ ສັນນິຖານວ່າ ຄວາມເຫງົາເຮັດໃຫ້ສ່ຽງຕໍ່ການເປັນໂຣກມະເຮັງຫຼາຍຂຶ້ນ ແລະ ເຮັດໃຫ້ມະເຮັງທີ່ເປັນຢູ່ລຸກລາມຍິ່ງຂຶ້ນ.
ນັກວິໄຈຈາກມະຫາວິທະຍາໄລເຢວຮ່ວມກັນກັບນັກວິໄຈມະຫາວິທະຍາໄລຊິກາໂກໄດ້ສຶກສາພົບວ່າ ໜູທົດລອງທີ່ຖຶກກັກຂັງໄວ້ໂຕດຽວເປັນມະເຮັງ ຫຼາຍກວ່າໜູ່ທີ່ຢູ່ເປັນກຸ່ມ ແລະ ເປັນ ມະເຮັງຊະນິດຮ້າຍແຮງກວ່າ. ການວິໄຈໄດ້ລະບຸວ່າ ຄວາມເຄັ່ງຕຶງ ອາດຈະມີຜົນເຊັ່ນດຽວກັນກັບມະນຸດເຮົາ. ວົງການແພດໝໍເພີ່ນຮູ້ດີຢູ່ແລ້ວວ່າ ຜູ້ປ່ວຍມະເຮັງທີຊຶມເສົ້າມັກມີອັດຕາລອດຊີວິດໜ້ອຍ ແລະ ເຄີຍມີການວິໄຈພົບວ່າ ກຳລັງໃຈຊ່ວຍໃຫ້ຜູ້ປ່ວຍມະເຮັງເຕົ້ານົມມີສຸຂະພາບດີຂຶ້ນ.
                  ຜົນການວິໄຈຫຼ້າສຸດ ພົບວ່າຄວາມໂດດດ່ຽວ, ຄວາມເຄັ່ງຄຽດເຮັດໃຫ້ໜູທົດລອງ ສ່ຽງທີ່ຈະເປັນມະເຮັງເຕົ້ານົມເພີ່ມຂຶ້ນເຖິງ 3 ເທົ່າຕົວ. ໜູທີ່ຖືກແຍກຂັງມີຈຳນວນເນື້ອງອກຫຼາຍກວ່າ 84 ເທົ່າ ເມື່ອທຽກກັບໜູ່ທີ່ຢູ່ເປັນກຸ່ມ ແລະ ເປັນເນື້ອງອກທີ່ສ່ຽງຕໍ່ການລຸກລາມ. ນອກຈາກນີ້ຍັງມີຮໍໂມນຄວາມເຄັ່ງຄຽດສູງກວ່າ.ມູນນິທຶວິໄຈມະເຮັງປະເທດອັງກິດ ເຫັນວ່າຜົນການວິໄຈນີ້ໄດ້ຈາກການສຶກສາທົດລອງ, ແຕ່ການສຶກສາກັບມະນຸດໂດຍທົ່ວໄປຍັງບໍ່ພົບວ່າ ຄວາມເຄັ່ງຄຽດມີຄວາມສຳພັນໂດຍກົງກັບະເຮັງເຕົ້ານົມ, ແຕ່ກໍ່ອາດເປັນໄປໄດ້ວ່າ ສະຖານະການຄວາມເຄັ່ງຕຶງ ອາດມີຜົນທາງອ້ອມ ເພາະມັນອາດເຮັດໃຫ້ຄົນໃຊ້ຊີວິດບໍ່ເປັນປະໂຫຍດຕໍ່ສຸຂະພາບ,ເພີ່ມຄວາມສ່ຽງຕໍ່ການເປັນມະເຮັງ ເຊັ່ນ:ກິນຫຼາຍຈົນເກີນໄປ ດື່ມຂອງມືນເມົາຫຼາຍເກີນໄປ ແລະ ສູບຢາ.

 

Delicious Digg Fark Twitter