ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 3, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

ນັກວິທະຍາສາດໄດ້ສຶກສາພົບວ່າການຫຼິ້ນອິນເຕີເນັດ ເປັນຫົນທາງຊ່ວຍປ້ອງກັນຜູ້ສູງອາຍຸບໍ່ໃຫ້ສະຕິປັນຍາເສື່ອມຖອຍລົງໄປໄດ້ທາງໜຶ່ງ. ສາສະດາຈານ ດຣ. ແກຣີ ສະມອນ ອາຈານຂອງສະຖາບັນປະສາວິທະຍາຊີເມນ ມະຫາວິທະຍາໄລ ແຄລີຟໍເນຍທີ່ສະຫະລັດເວົ້າວ່າເຮົາສາມາດຈະສອນຜູ້ສູງອາຍຸໃຫ້ຮູ້ຈັກລູກຫຼິ້ນເທັກໂນໂລຢີໃໝ່ໆເພາະເຄີຍພົບມາແລ້ວວ່າແມ່ນແຕ່ຜູ້ບໍ່ຄຸນເຄີຍມາກ່ອນຝຶກພຽງອາທິດດຽວກໍ່ປະກົດວ່າ ບໍລິເວນສະໝອງມີໜ້າທີ່ກ່ຽວກັບການຕັດສິນໃຈອັນເປັນສະໝອງຂອງຄວາມຄິດມີຄວາມຄຶກຄື້ນຂຶ້ນຫຼາຍເຊິ່ງມັນກໍ່ມີເຫດຜົນເພາະເມື່ອເຮົາກຳລັງຄົ້ນຫາທາງອອນລາຍຢູ່ນັ້ນ ຈຳເປັນຕ້ອງໃຊ້ການຕັດສິນໃຈຫຼາຍ. ບັນດາຜູ້ຊ່ຽວຊານປັດຈຸບັນພາກັນຫັນມາຢຶດຖືວ່າ “ສະຕິປັນຍາຂອງຄົນເຮົານັ້ນຖ້າຫາກບໍ່ໃຊ້ມັນກໍ່ສູນມັນໄປລ້າໆ” ດຣ.ແກຣີ ກັບຄະນະໄດ້ສຶກສາກັບຜູ້ສູງອາຍຸລະຫວ່າງ 55-78 ປີ ທີ່ຍັງມີສະຕິໃຫ້ຫັນມາຫຼິ້ນອິນເຕີເນັດ ໃນຂະນະທີ່ໄດ້ກວດວັດຄື້ນໄຟຟ້າສະໝອງໄປນຳ ມື້ລະ 1 ຊມ ຕິດກັນ 7 ມື້ ແລະ ປະກົດຜົນລັບວ່າ “ ໂດຍພື້ນຖານແລ້ວ ຜູ້ທີ່ເຄີຍຫຼິ້ນມາກ່ອນນັ້ນ ສະໝອງຂອງພວກເຂົາໄດ້ສະແດງໃຫ້ເຫັນວ່າ ມີຄວາມເຄື່ອນໄຫວຂຶ້ນຂະໜາດຫຼາຍອີກດ້ວຍ ສ່ວນຜູ້ທີ່ຫາກໍ່ມາຫຼິ້ນເຊິ່ງເມື່ອກັບໄປເຮືອນ ຍັງໄປຝຶກຝົນຕໍ່ກໍ່ປະກົດວ່າສາມາດໄລ່ທັນຄົນທີ່ເຄີຍຫຼິ້ນມາກ່ອນໄດ້ເລີຍ ” .

Delicious Digg Fark Twitter