ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 3, 2013 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

ແຕ່ງເພງ " ຊີວິດເດັກເສີບ "

  •  ຊີວິດຂອງຂ້າ................................ ເກີດມາສູ້ງານແລກເງິນ

ຈະຕ້ອງປະເຊີນ.......................................... ກັບບັນຫາທີ່ ສາລະພັດ

ໄປວຽກບໍ່ທັນ............................................. ມີບາງວັນກໍ່ຖືກຕັກເຕືອນ

ບາງວັນຖືກຕັດເງິນເດືອນ....................... ເຄື່ອງກໍ່ເປື້ອນ ໃສ່ຊຸດເກົ່າໆ

  • ເຮືອນເຊົ່າເຂົ້າຊື້........................... ບໍ່ຄືຄົນເຂົາລວຍລ່ຳ

ເຮັດວຽກແຕ່ເຊົ້າຈົນຄ່ຳ.......................... ຈ່າຍຄ່ານ້ຳ ຄ່າໄຟ ຫ້ອງເຊົ່າ

ຄວາມຮູ້ບໍ່ມີ............................................. ຫາງານດີໆມັນຍາກເດີ້ສາວ

ຕ້ອງກາຍເປັນເດັກເສີບເຂົາ.................. ຕ້ອງທົນເອົາກັບສຽງຈົ່ມວ່າ

  • ຍາມແຂກເຂົ້າຮ້ານ.................. ເຮົານັ້ນວິ່ງເຕັ້ນເຕັມທີ່

ເສີບອາຫານ ເຫຼົ້າເບຍ ຈອນນີ.............. ວິສກີ ເບຍລາວ ໂຊດາ

ເຂົາເປັນຄົນກີນ................................... ອາຫານຍຸພີນກີນກັບສຸລາ

ທາງເຮົາກີນແຕ່ນ້ຳລ້າ......................... ແລ້ວກັບມາມ້ຽນຖ້ວຍມ້ຽນຈານ

  • ເຖິງຍາມເຊັກບີນ................... ໃບບີນເປັນເງິນກ້ອນໃຫຍ່

ເຂົາຈົກເງິນຈ່າຍ.................................. ເຮົານັ້ນຈົນຕົກຕະລຶງ

ເງິນເດືອນຂອງເຮົາ............................. ທຽບກັບຄາບເຂົ້າເຂົາ ບໍ່ໄດ້ເຄິ່ງໜຶ່ງ

ຈົນເຮົາຢືນຊຶງຕັ້ງເຫິງ........................ ໄດ້ແຕ່ແນມເບີ່ງ ເງິນເຂົາກ້ອນໃຫຍ່.

      =>  ນີ້ລະຊີວິດຂອງຄົນທີ່ມີຄວາມຮູ້ຕ່ຳ ເຖິງຈະເຮັດວຽກແຕ່ເຊົ້າຈົນຄ່ຳເງິນກະຍັງບໍ່ພໍຈ່າຍ ໃຜເດນໍຈະມາເຫັນໃຈ ຂໍຝາກໆໄປຍັງບັນດານ້ອງໆ ອ້າຍໆ ຫຼື ມິດສະຫາຍດ້ວຍກັນ ຈົ່ງພະຍາຍາມຮຽນໃຫ້ເກັ່ງແລະໃຫ້ຈົບ ຊີວິດກໍ່ຈະໄດ້ມີຄ່າກວ່ານີ້ ເມື່ອມີການສຶກສາສູງສິໄປຫາງານດີໆນັ້ນມັນບໍ່ຍາກດອກທ່ານເອີຍ ຂພຈ ຕອນນີ້ກໍ່ອົດທົນຊົນສູ້ກັບຊີວິດອີຫຼີ ໂດຍເຮັດວຽກທຸກຢ່າງເພື່ອໃຫ້ໄດ້ເງິນມາ (ຍົກເວັ້ນສິ່ງທີ່ຜິດກົດໝາຍແລະວັດທະນະທຳ) ໂດຍບໍ່ຄຳນຶງເຖິງໜ້າຕາ ກຽດ ສັກສີ ຂໍພຽງມີເງິນໃຫ້ແລ້ວພໍ ຄິດແຕ່ວ່າຍາມທຸກຍາມຍາກ ບໍ່ມີໃຜຮູ້ຈັກເຮົາດ໋ອກ ຖ້າຮູ້ກໍ່ຕອນເຮົາຮັ່ງມີພຸ້ນລະ ແລ້ວເຮົາສິໄປແຄຫຍັງກັບກຽດ ສັກສີ ເມື່ອບໍ່ມີຄົນຮູ້ຈັກ ຢ່າພາກັນໄປອາຍເລີຍ ຈົ່ງອົດທົນຕໍ່ສູ້ກັບມັນເພື່ອວັນໜຶ່ງຂ້າງໜ້າ... 

               ..... ຂໍຝາກຮ້ານຂອງເຮົາແດ່ເດີ້ ຮ້ານອາຫານສະບາຍດີ ຊາບູ ຊາບູ ຕັ້ງຢູ່ຖະໜົນສາມແສນໄທ ບ້ານຫາຍໂສກ ເມືອງຈັນທະບູລີ ຮ້ານຂອງເຮົາຕິດກັບວັດບາງລອງຫັ້ນລະ ຫາກໄດ້ໄປໄດ້ມາກໍ່ພາກັນໄປແວ່ອຸດໜູນຊ່ອຍແນ່ເດີ້ ແລະນີ້ເຟດຂອງຮ້ານ  www.facebook.com/SabaideeShabuShabu

ຂຽນເມື່ອ ຂຽນເມື່ອ: ມ.ສ.. 10, 2012 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ
  •     ນ້ອງຈາກບ້ານມາ                ທົ່ງນາບ້ານເຮົາງຽບເຫງົາ

ແຕ່ກ່ອນມີອ້າຍແລະເຈົ້າ                    ເຄີຍຢອກເຢົ້າ   ກັນຫຼີ້ນທົ່ງນາ

ກ່ອນໄປສຶກສາ                               ນ້ອງໃຫ້ສັນຍາ   ບໍ່ລືມບ້ານປ່າ

ຍາມແລງລົງມາ                              ຕາເວັນຫຼັບຟ້າ   ຄິດຮອດນ້ອງສາວ.

  •     ນ້ອງເຂົ້າມ.ຊ                      ເປັນຈັ່ງໃດນໍ   ນາລີ

ຈາກຖິ່ນບ້ານເຮົາຫຼາຍປີ                    ມິດຈີ່ລີ່   ບໍ່ຮູ້ຂ່າວຄາວ

ສະບາຍດີຢູ່ບໍ                                 ນ້ອງສາວມ.ຊ   ຢ່າລືມແຟນເກົ່າ

ຢ່າລືມອາຫານບ້ານເຮົາ                    ແຈ່ວປາເຕົາ   ພັນຜັກກະໂດນ.

  •     ຫາກມີເວລາ                       ຫວນນ້ອງຄືນມາ   ເຢືອນຖິ່ນເກົ່າ

ຊຸມພໍ່ເຖົ້າແມ່ເຖົ້າ                              ຍັງລໍຄອຍເຈົ້າ   ຢູ່ທຸກຄົນ

ຢ່າໄປລັບໄປລາ                               ຕາມສັນຍາ   ວ່າສິບໍ່ດົນ

ພີ່ນ້ອງປ້ອງປາຍທຸກຄົນ                     ຄອງຄອຍໜ້າມົນ   ດ້ວຍຄວາມຫ່ວງໃຍ.

  •     ຈົບການສຶກສາ                    ໄດ້ປະຣີນຍາ   ຄືນຖິ່ນຖານ

ຢ່າລືມເດີ້ຄຳສາບານ                        ຄືນຖີ່ນຖານບ້ານເກີດເຮົາໄດ໋

ຢ່າເຫັນແກ່ເງິນເບ້ຍ                          ຢ້ານແຕ່ອາເສ່ຍ   ມາລໍ້ເອົາໃຈ

ຕົວະກີນຈົນຮອດພາຍໃນ                   ແລ້ວຖີ້ມນ້ອງໄປ   ອ້າຍເປັນຫ່ວງນຳ.

=> ຂໍມອບເພງນີ້ໃຫ້ແກ່ທຸກໆຄົນ ທີ່ໜີຈາກບ້ານເກີດເມືອງນອນມາເພື່ອການສຶກສາ ຫາກມີເວລາກໍ່ຄວນກັບໄປຖີ່ນຖານບ້ານເກີດຂອງຕົວເອງແດ່ເດີ້ ຍັງມີຫຼາຍໆຄົນທີ່ກຳລັງລໍຄອຍເຈົ້າຢູ່ ມີຫຍັງກະສົ່ງຂ່າວຄາວໃຫ້ທາງບ້ານຂະເຈົ້າຮັບຮູ້ນຳ ຂະເຈົ້າເປັນຫ່ວງຢ້ານວ່າມາຮຽນລະຕິດແນວບໍ່ດີ ສິເຮັດຫຍັງກໍ່ຄວນຄິດໃຫ້ດີໆ ເພາະເຈົ້າຍັງມີຫຼາຍໆຄົນ ທີ່ຄິດຮອດແລະລໍຖ້າເຈົ້າຢູ່ທາງບ້ານ....


ຂຽນເມື່ອ ຂຽນເມື່ອ: ກ.ພ.. 26, 2012 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ
  • ຕ່າງຄົນຕ່າງມາ .....................ຈາກຖີ່ນຖານບ້ານໄກ

ກ້າວເຂົ້າສູ່   ມະຫາໄລ ......................ຕາມຄວາມຫວັງໄວ້   ທີ່ໃຈໄຝ່ຝັນ

ໄດ້ມາວັນໜຶ່ງ ....................................ພົບຍິງຄົນໜຶ່ງ   ທີ່ຊື່ໄພວັນ

ຄືດັ່ງ   ຟ້າສະຫວັນ ............................ເປີດເສັ້ນທາງ   ໃຫ້ເຮົາມາຮັກກັນ.

  • ອ້າຍມາສຶກສາ .........................ຕໍ່ປະຣີນຍາ   ສາຍຄູການເມືອງ

ພົບຍິງທີ່ງາມກະເດືອງ ........................ສາຍຄູການເມືອງ   ທີ່ຊື່ໄພວັນ

ທັງອ້າຍແລະນ້ອງ ...............................ສ້າງຄວາມປອງດອງ   ເຊື່ອມສາຍສຳພັນ

ດ້ວຍຄວາມ   ຕັ້ງໃຈບາກບັ່ນ ................ສູ່ຄວາມໄຝ່ຝັນ   ໃຫ້ເຖິງຈຸດໝາຍ.

  • ເປີດເທີມໃໝ່ ............................ແຕ່ຫົວໃຈອ້າຍຍັງຮັກໝັ້ນ

ຮັກແຕ່ນ້ອງຈອມຂວັນ .........................ບໍ່ມີວັນຈະ   ເຊື່ອມຄາຍ

ເສັ້ນທາງຮັກເຮົາ .................................ແສນຍຶດຍາວ   ຢັ້ງຢາຍ

ນ້ອງເອີຍ   ຢ່າພ້າວເບື່ອໜ່າຍ ..............ອ້າຍຮັກເຈົ້າຫຼາຍ   ຊົ່ວຊີວິດນີ້.

  • ນັບມື້ນັບວັນ ..............................ຢາກເຫັນພາຂວັນ   ຂອງວັນວິວາ

ການຮຽນຂອງເຮົານີ້ໜາ ......................ຍັງມີພາ   ລະໜ້າທີ່

ຈົບການສຶກສາ ....................................ງານວິວາ   ຂອງເຮົາຄົງມີ

ຍອມຮັບວ່າຮັກນ້ອງອີຫຼີ .......................ສາບານໄດ້ຄົນດີ   ອ້າຍຮັກເຈົ້າຫຼາຍ.

ຂຽນເມື່ອ ຂຽນເມື່ອ: ກ.ພ.. 6, 2012 | ມີ 18 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

 


ຫຼັການແຕ່ງເພງມີຢູ່ສອງຫຼັກການ ແຕ່ຂພຈຈະຂໍຍົກເອົາພຽງຫຼັກການດຽວ ມາເປັນຕົວຢ່າງແກ່ພວກທ່ານ ຜິດຖືກແນວໃດກະໃຫ້ຄຳຕຳນິຕິຊົມແນ່ ຂພຈຂໍນ້ອມຮັບເອົາຄຳຕຳນິຕິຊົມຂອງພວກທ່ານ ດ້ວຍຄວາມເຕັມໃຈ....

ຕົວຢ່າງ2 : ແຕ່ງເພງກ້ຽວສາວອຸດົມໄຊ

  • ເມື່ອເດືອນຕຸລາ                                      ລົມໜາວພັດມາ  ຫອມກີ່ນດອກໄມ້

ຄິດຮອດແຕ່ໜ້າຈອມໃຈ                                    ສາວອຸດົມໄຊ  ເຂດແຄວ້ນແດນເໜືອ

ສາວງາມ  ດັ່ງເມືອງສະຫວັນ                              ມາເຫັນນ້ອງນັ້ນ  ບໍ່ຢາກຈາກເມືອ

ເຈົ້າງາມແທ້ນໍ  ສາວເໜືອ                                    ໂອ໋ສາວເມືອງເໜືອ  ດີນແດນໝໍ່ຂົມ.

  • ສາວເມືອງຮຸນເມືອງແບ່ງ                          ອ້າຍນີ້ລັກແຍງນ້ອງຢູ່ບໍ່ຫາຍ

ຄິດຮອດນ້ອງຢູ່ຫຼາຍ  ໆ                                     ຢ່າພ້າວເບື່ອໜ່າຍ  ອ້າຍເດີຕາກົມ

ສາວນາແກ້ວນາໝໍ້                                             ນ້ອງຮູ້ບໍ່ນໍ  ອ້າຍຄິດຮອດໜ້າມົນ

ຄິດຮອດແກງໜໍ່ໄລ່ໜໍ່ຂົມ                                    ເຮົາເຄີຍນັ່ງລົມ  ກີນນຳກັນແຊບຫຼາຍ.

  • ໂອ໋ສາວເມືອງໄຊ                                       ນ້ອງມີນ້ຳໃ  ໂອບເອື້ອອາລີ

ນ້ຳໃຈນ້ອງດີແສນ ດີ                                            ມີໄມຕຣີ  ຍີ້ມແຍ້ມຕໍ່ຊາຍ

ສອງເຮົາພາກັນທ່ຽວຊົມ                                      ເຂດແຄ້ນອຸດົມ  ລ້ອງຫ້ວຍລະຮາ

ທ່ຽວນ້ຳຕົກຕາດເດືອນ ຫ້າ                                  ຝາກຮັກສັນຍາ  ດ້ວຍສອງໃຈເຮົານັ້ນ.

  • ນ້ອງຊ່າງງາມບາດໃຈ                                 ໂອ໋ສາວເມືອງໄຊ  ໃຜຈະມາທຽບເທົ່າ

ນ້ອງງາມແທ້ນໍນົງເຍົາ                                          ຢ່າພ້າວແຕ່ງງານ  ເດີແຈ່ມຈັນ

ອ້າຍຈາກນ້ອງລົງມາ                                            ຝາກຮັກສັນຍາ  ຄືນສູ່ວຽງຈັນ

ແຕ່ໃຈຄິດຮອດຈອມຂວັນ                                     ອ້າຍບ່າວວຽງຈັນ  ກັບດ້ວຍຄວາມຫ່ວງຫາ.

ລອງເອົາໄປຫັດແຕ່ງເບີ່ງເດີ ຂພຈກະກຳລັງຫັດແຕ່ງຄືກັນ ຍັງບໍ່ທັນເຂົ້າໃຈຫຼັກການປານໃດເທື່ອ ມີຫຍັງລະກະເພີ່ມເຕີມຊ່ອຍກັນ ແລະສຶກສາໄປນຳກັນ.. ຂອບໃຈ...

ຂຽນເມື່ອ ຂຽນເມື່ອ: ມ.ກ.. 30, 2012 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ