ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 30, 2012 | ມີ 9 ຄຳເຫັນ ແລະ 0 trackback(s)

 ... ຄົນເຮົາບໍ່ວ່າຈະຢູ່ທີ່ໃດ ສັງຄົມໃດກໍ່ຕາມ ຍ່ອມມີການກະທົບກະແທກກັນເປັນທຳມະດາ ແລະຜົນຂອງການກະທົບກະແທກກັນ ຍ່ອມເຮັດໃຫ້ຄູ່ກໍລະນີເກີດຄວາມບໍ່ພໍໃຈ ໂກດແຄ້ນ ແລະກາຍມາເປັນສັດຕູກັນໃນທີ່ສຸດ ຫາກເປັນເຊັ່ນນີ້ທັງສອງຝ່າຍຍ່ອມເກີດການອາຄາດ ພະຍາບາດກັນແນ່ນອນ ແຕ່ຫາກທັງສອງຝ່າຍຮູ້ຈັກ " ຂໍໂທດ ແລະໃຫ້ອະໄພ " ຄວາມໂກດແຄ້ນເຫຼົ່ານີ້ຍ່ອມໝົດໄປ

.... ຄຳວ່າ " ຂໍໂທດແລະໃຫ້ອະໄພ " ເປັນສິ່ງທີ່ເຮັດຍາກ ເພາະມັນຕ້ອງມາຈາກການໃຫ້ອະໄພແບບບໍ່ມີເງື່ອນໄຂ ຫຼື ຂໍ້ແມ້ໃດໆ ບາງຄົນອາດຈະບອກວ່າຫາກຂໍໂທດແລະໃຫ້ອະໄພ ຈະເປັນການເສຍສັກສີ ຫຼື ກາຍເປັນຜູ້ແພ້

... ແຕ່ທີ່ຈິງແລ້ວມັນບໍ່ແມ່ນແນວນັ້ນ ຖ້າເຮົາຮູ້ຈັກໃຫ້ອະໄພແລະຂໍໂທດ ເຮົາຈະເປັນຜູ້ຊະນະຕ່າງຫາກ ຊະນະໃນທີ່ນີ້ກໍ່ຄືຊະນະຕົວເອງ ແລະເປັນຜູ້ກ້າຫານ ທີ່ເຮົາຍອມຮັບຄວາມຜິດນັ້ນໄດ້ ແລ້ວກໍ່ຍອມຂໍໂທດໃນສິ່ງທີ່ເຮົາເຮັດລົງໄປ.

.... ການກ່າວຄືຂໍໂທດບໍ່ແມ່ນສິ່ງທີ່ໜ້າລະອາຍ ເພາະການສະແດງຄວາມກ້າຫານຮັບຜິດຊອບ ຍອມຮັບຄວາມຜິດພາດຂອງຕົນ ກົງກັນຂ້າມຫາກເຮັດຜິດແລ້ວບໍ່ຍອມຮັບຄວາມຈິງ ເພື່ອຫວັງປິດບັງບໍ່ໃຫ້ໃຜຮູ້ ມັນເປັນພຶດຕິກຳທີ່ໜ້າລະອາຍ... ດັ່ງນັ້ນຈິ່ງຈຳເປັນຕ້ອງຂໍໂທດທຸກຄັ້ງ ເມື່ອຕົນເອງໄດ້ທຳຜິດ.

Delicious Digg Fark Twitter