ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ບອກຫຼືບໍ່ບອກ
ສ້າງເມື່ອ ມ.ສ.. 10, 2009 27 ຄົນໂຫວດ, 20 ຄຳເຫັນ, ອ່ານ 444 ເທື່ອ
ມື້ນີ້ໃນຊົ່ວໂມງຮຽນຂອງຂ້ອຍອາຈານສອນເເບບບໍ່ເຄັ່ງຄຽດປານໃດໃນຊົ່ວໂມງທີ່໒ຂອງການຮຽນອາຈານເລີຍຫຼິ້ນເກມຖາມຕອບໂດຍມີກະຕິກາທີ່ວ່າໃຜເລືອກເບີໃດຕ້ອງຕອບຄຳຖາມໃນເບີນັ້ນເເລະຄຳຖາມທີ່ຂ້ອຍຖືກກໍ່ມີຢູ່ວ່າ:ສົມມຸດເຈົ້າເຮັດວຽກເປັນພະນັກງານຂາຍເຄື່ອງໃນຮ້ານໃດໜຶ່ງເເລະມີມື້ໜື່ງບັງເອີນເຈົ້າເຫັນພະນັກງານທີ່ເຮັດວຽກນຳເຈົ້າລັກເຄື່ອງໃນຮ້ານ,ເຈົ້າຈະນຳເລື່ອງນີ້ໄປບອກຫົວໜ້າເຈົ້າຫຼືບໍ່?ສົມມຸດໝູ່ເພື່ອນ,ອ້າຍ,ເອື້ອຍ,ນ້ອງຢູ່ໃນກໍລະນີຄືຂ້າງເທິງນັ້ນເດໝູ່ເພື່ອນ,ອ້າຍ,ເອື້ອຍ,ນ້ອງຊິບອກຫຼືບໍ່ບອກດີ