ເປັນນິຍາຍແນວເລິກລັບສະຫຍອງຂວັນທີ່ຂ້າພະເຈົ້າມັກອ່ານເອງແຫຼະ
ບັງເອີນວ່າໄປເຫັນມາຢູ່ເວັບໆຫນຶ່ງ
ເນື້ອເລື່ອງມັນຫນ້າສົນໃຈດີ ມີໃຫ້ລຸ້ນຕະຫຼອດ
ກໍເລີຍຢາກເອົາມາແປໃຫ້ເພື່ອນໆອ່ານນຳ ໃຜທີ່ເຄີຍອ່ານແລ້ວກໍອ່ານຕື່ມອີກໃນເວີຊັ່ນພາສາລາວ
ຜູ້ແຕ່ງເລື່ອງນີ້ໃຊ້ນາມປາກກາວ່າ vicvic
-----------------------------------------------------------------
--- ບົດນຳ --
" ໂຕຮູ້ບໍ່ ວ່າເຮົາກຳລັງຈະຕາຍ"
ໂທຄິໂກະຢືນຊຶງທັນທີ ທີ່ຫມູ່ຮັກເວົ້າອອກມາແນວນີ້
"ຮຶ... ໂຕເປັນພະຍາດຮ້າຍແຮງຫຍັງ ບອກມາດຽວນີ້... ເອະ! ໂຕຕົວະເຮົາແມ່ນບໍ່ນິ ໂອ້ຍ... ຕົວະມາໄດ້ເນາະ"
ໂທຄິໂກະພໍຮູ້ໂຕວ່າຖືກຫມູ່ສະນິດຕົ້ມ ກໍເລີ່ມໄລ່ຕີຫມູ່
ທັງສອງສາວແລ່ນໄລ່ກັນໄປມາ
"ໂມໂມ!!...ກັບມາດຽວນີ້" ໂທຄິໂກະຮ້ອງຫມູ່
ໂມໂມຫັນມາຍິ້ມໃຫ້ໂທຄິໂກະໂດຍບໍ່ໄດ້ເວົ້າຫຍັງແລ້ວກໍຍ່າງອອກໄປຈາກຫ້ອງຮຽນ
'ບາງເທື່ອ ໂມໂມກໍມັກເຮັດສີຫນ້າແປກໆ' ໂທຄິໂກະຄິດ
....ແຕ່ຈະມີໃຜຮູ້ ວ່ານີ້ເປັນຈຸດເລີ່ມຕົ້ນຂອງໂຣກຕິດຕໍ່ທີ່ຈະແຜ່ລາມໄປເຖິງທຸກຄົນທີ່ກ່ຽວຂ້ອງ....
----------------------
--- ບົດທີ່1: ໂຣກຕິດຕໍ່ຂອງຄວາມຕາຍ ---
ເຊົ້າມື້ຕໍ່ມາ ທົ່ວໂຮງຮຽນມີແຕ່ສຽງວົນແຊວ ເທົ່າທີ່ຈັບໃຈຄວາມໄດ້ ເຂົາເຈົ້າກຳລັງເວົ້າເຖິງເລື່ອງດຽວກັນຢູ່
" ໂທຄິໂກະ!" ຊູເຮ ຊາຍຫນຸ່ມທີ່ຈັດວ່າເປັນຄົນຫນ້າຕາດີຄົນຫນຶ່ງໃນໂຮງຮຽນ ຂ້ອຍກັບລາວຮຽນຢູ່ຫ້ອງດຽວກັນ ກຳລັງເອິ້ນຂ້ອຍ
" ເຈົ້າ... ຮູ້ຂ່າວລະບໍ? "
" ຂ່າວຫຍັງ? ຖ້າເປັນຂ່າວພວກໂຈນປຸ້ນຈີ້,ລົດຕຳຄົນຕາຍຫຍັງນິ ຂ້ອຍບໍ່ຢາກຟັງແລ້ວເດີ້ ບໍ່ຮູ້ເປັນຫຍັງ ຟັງຂ່າວພວກນີ້ແລ້ວ
ມັນຫງຸດຫງິດນະ" ຂ້ອຍຈົ່ມ
"ຄືວ່າ... ໂມໂມຕາຍແລ້ວ "
ສຸດສຽງຂອງຊູເຮ ຂ້ອຍຮູ້ສຶກວ່າໂລກມັນຂຶ້ນສູງ ແລ້ວກຳລັງດິ່ງລົງສູ່ພື້ນດິນພາຍໃນວູບດຽວ
ຄວາມມືດແຜ່ກະຈາຍໄປທົ່ວຮ່າງກາຍ .... ຂ້ອຍເກືອບຈະເປັນວິນ
"ເຈົ້າ...ຕົວະຂ້ອຍແມ່ນບໍ່?" ຕອນນີ້ປາກ ແລະ ມືເລີ່ມສັ່ນ
" ບໍ່... ມັນແມ່ນເລື່ອງແທ້ ແລະຕອນນີ້ ມີທະນາຍທີ່ຕ້ອງການສືບສວນເລື່ອງການຕາຍຂອງໂມໂມ ເພາະເຂົາເຈົ້າວ່າມັນບໍ່ຄ່ອຍເປັນທຳມະ
ຊາດ ປະມານວ່າ ການຂ້າໂຕຕາຍຂອງໂມໂມ ມັນບໍ່ມີແຮງຈູງໃຈຫຍັງເລີຍ"
"ໂມໂມບໍ່ມີທາງຂ້າໂຕຕາຍ! ລາວເປັນຄົນມັກມ່ວນຈະຕາຍໄປ ມື້ວານນີ້ຂ້ອຍຍັງລົມກັບລາວ ຫຼິ້ນກັບລາວຢູ່ເລີຍ"
ແຕ່ພໍເວົ້າເຖິງເລື່ອງມື້ວານນີ້ ຂ້ອຍກໍນຶກເຖິງເລື່ອງຄຳເວົ້າຂອງໂມໂມທັນທີ
'ໂຕຮູ້ບໍ່ ວ່າເຮົາກຳລັງຈະຕາຍ' ຂ້ອຍຄຶດ
ຊູເຮແນມເບິ່ງຂ້ອຍ ທີ່ຢູ່ໆກໍມິດໄປ
" ໂທຄິໂກະ..... ຫຼືວ່າເຈົ້າຈະຮູ້ຫຍັງ?"
ຂ້ອຍຄວນບອກລາວດີບໍ່ ກ່ຽວກັບສິ່ງທີ່ໂມໂມເວົ້າກັບຂ້ອຍ ແຕ່ເລື່ອງມັນໃຫຍ່ຂະຫນາດນີ້ ຂ້ອຍຕ້ອງການຫາທີ່ປຶກສາແລ້ວລະ
"ຊູເຮ...ທີ່ຈິງແລ້ວ ມື້ວານໂມໂມລາວ...ຮື~~~"
ຂ້ອຍພະຍາຍາມຈະບອກເລື່ອງນັ້ນກັບຊູເຮ ແຕ່ນ້ຳຕາກໍໄຫຼອອກມາກ່ອນ
ເວລາຜ່ານໄປເກືອບຊົ່ວໂມງ ຂ້ອຍຈຶ່ງສາມາດເຊົາໄຫ້ໄດ້ແລະຕອນນີ້ກໍໄດ້ເວລາຂຶ້ນຫ້ອງແລ້ວ
ແຕ່ຂ້ອຍບໍ່ຢາກໄປນັ່ງບ່ອນທີ່ບໍ່ມີໂມໂມນັ່ງທາງຂ້າງອີກແລ້ວ ຂ້ອຍເລີຍຍ້າຍໄປນັ່ງບ່ອນໃຫມ່ ຊູເຮກໍນຳຂ້ອຍມາພ້ອມ
"ຂໍຖາມແດ່ຊູເຮ ໂມໂມຕາຍແນວໃດ?" ພໍດີຄິດຂຶ້ນມາໄດ້ ເລີຍຖາມໄປ
" ໂມໂມໂດດຕຶກຕາຍ ແລ້ວຕອນທີ່ລາວຕົກຕຶກລົງມາ ມີລົດຄັນຫນຶ່ງຂັບມາພໍດີ ເລີຍເຮັດໃຫ້ລົດຄັນນັ້ນຢຽບທັບໂມໂມຈົນ..."
" ພໍແລ້ວ ພໍໆໆ..." ຂ້ອຍບໍ່ຢາກຄິດພາບຕາມ
ແມ່ນແຕ່ຮ່າງກາຍຂອງໂມໂມ ກໍບໍ່ເຫຼືອໄວ້ເລີຍຫວາ ຄົນເຮົາຫາຍໄປໄດ້ຢ່າງງ່າຍດາຍແນວນີ້ເລີຍຫວາ
' ຄິຣາຊາກິ ໂທຄິໂກະ ກັບ ອິຄາຣິ ຊູເຮ ຂໍໃຫ້ທັງສອງມາທີ່ຫ້ອງຂອງທ່ານຜູ້ອຳນວຍການໂດຍດ່ວນ'
ຢູ່ດີໆກໍມີສຽງປະກາດເອິ້ນເຮົາສອງຄົນໄປພົບ
ເມື່ອມາເຖິງຫ້ອງຂອງທ່ານຜູ້ອຳນວຍການ
" ເຊີນນັ່ງໄດ້" ທ່ານຜູ້ອຳນວຍການເຊີນຂ້ອຍກັບຊູເຮນັ່ງ
ຫ້ອງຂອງຜູ້ອຳນວຍການນັ້ນກ້ວາງຂວາງ ທີ່ໃນເວລານີ້ມີທັງທະນາຍຄວາມ, ຕຳຫຼວດ ແລະ ພໍ່ແມ່ຂອງໂມໂມຢູ່ນຳ
" ພວກເຈົ້າຄົງຈະຮູ້ຂ່າວຂອງໂມໂມແລ້ວ"
" ໂດຍ" ຂ້ອຍກັບຊູເຮຕອບພ້ອມກັນ
ຂ້ອຍແນມເບິ່ງຫນ້າຂອງພໍ່ແມ່ໂມໂມແລ້ວ ນ້ຳຕາກໍໄຫຼອອກມາອີກຮອບ, ຕອນນີ້ບັນຍາກາດໃນຫ້ອງຈັ່ງແມ່ນຫົດຫູ່
" ຂໍໂທດທີ່ຂັດຈັງຫວະ... ໂທຄິໂກະ ເຈົ້າແມ່ນຫມູ່ສະນິດຂອງໂມໂມແມ່ນບໍ່?" ທະນາຍຄວາມຖາມຂຶ້ນ
" ແມ່ນແລ້ວ" ຂ້ອຍຕອບ
" ຂ້ອຍເປັນທະນາຍຄວາມກ່ຽວກັບເລື່ອງນີ້ ຂ້ອຍຊື່ ໂທໂຍມະ ວາກະ"
" ອືມ ຍິນດີທີ່ໄດ້ຮູ້ຈັກ"
" ຂ້ອຍຂໍຖາມຄຳຖາມຫນຶ່ງເດີ້ ຂໍໃຫ້ພວກເຈົ້າທັງສອງຕອບມາຕາມຄວາມຈິງ"
" ໂດຍ"
ຂ້ອຍສົງໄສຢູ່ວ່າ ທະນາຍຄວາມເອິ້ນຊູເຮມານຳເຮັດຫຍັງ ເພາະຫມູ່ສະນິດຂອງໂມໂມ ມີແຕ່ຂ້ອຍຄົນດຽວເທົ່ານັ້ນ
ທະນາຍຄວາມວາກະໄດ້ຈັບເອົາເຈ້ຍນ້ອຍໆແຜ່ນຫນຶ່ງ ທີ່ຄາດວ່າຫນ້າຈະຈີກອອກມາຈາກປື້ມຂຽນທົ່ວໄປ
ໃນເຈ້ຍໃບນັ້ນມີລາຍມືຂອງໂມໂມຂຽນໄວ້ວ່າ
....ໂຣກຕິດຕໍ່ຂອງຄວາມຕາຍ....
-----------------------
ອັບເດດຄັ້ງທີ່3
ມັນແມ່ນຫຍັງຫວະ!! ບໍ່ເຫັນເຂົ້າໃຈ
ທະນາຍວາກະເອົາຫຍັງມາໃຫ້ຂ້ອຍເເບິ່ງ ບໍ່ຕະລົກໄດ໊ ແລະ ຊູເຮເອງກະຄືຊິຄຶດຄືກັນກັບຂ້ອຍ
"ແມ່ນເຈົ້າເອົາຫຍັງມາໃຫ້ຂ້ອຍເບິ່ງນິ! ມັນແມ່ນເຈ້ຍຫຍັງ?" ຊູເຮເວົ້າຂຶ້ນກ່ອນ
"ມັນແມ່ນລາຍມືຂອງໂມໂມ" ຂ້ອຍເວົ້າອອກໄປ
"ແຕ່ເປັນຫຍງລາວຈຶ່ງຂຽນຂໍ້ຄວາມແບບນີ້?"
ພໍ່ແມ່ຂອງໂມໂມ ຮ້ອງໄຫ້ຂຶ້ນມາອີກ ເບິ່ງຊົງທະນາຍວາກະຫນ້າຈະເອົາໄປທຽບກັບລາຍມືຂອງໂມໂມມາກ່ອນແລ້ວ
ຄ່ອຍເອົາມາໃຫ້ຂ້ອຍເບິ່ງ, ລາວເອົາມາໃຫ້ຂ້ອຍເບິ່ງອີກເຮັດຫຍັງ
ແລະ ເລື່ອງນີ້ມັນບໍ່ກ່ຽວກັບຊູເຮເລີຍ ເປັນຫຍັງຕ້ອງດຶງເອົາຊູເຮມາພົວພັນນຳ
"ຂ້ອຍຮູ້ແລ້ວ ວ່າແມ່ນລາຍມືຂອງໂມໂມ, ຂ້ອຍຢາກຖາມເລື່ອງນີ້ກັບເຈົ້າຫັ້ນແຫຼະ ຂໍ້ຄວາມໃນເຈ້ຍ
ນີ້ມັນຫມາຍຄວາມວ່າແນວໃດ?"
"ຂ້ອຍບໍ່ຮູ້"
"ເຈົ້າແມ່ນຫມູ່ສະນິດຂອງໂມໂມບໍ່ແມ່ນຫວະ!"
"ຂ້ອຍບໍ່ຮູ້ອີ່ຫຼີ ເປັນຫຍັງເຈົ້າຕ້ອງເວົ້າແບບນີ້, ຂ້ອຍແມ່ນຫມູ່ສະນິດກັບລາວ ແລະ ຕອນນີ້ຂ້ອຍກະກຳລັງ
ເສຍໃຈກັບເລື່ອງນີ້ຢູ່ ເຈົ້າບໍ່ເຫັນຫວາ!" ເວົ້າຈົບ ຂ້ອຍກໍໄຫ້ຂຶ້ນມາອີກ
ທະນາຍວາກະເຮັດສີຫນ້າອ່ອ່ນລົງ
"ຂໍໂທດ ຂ້ອຍກະພຽງສອບຖາມໄປຕາມເລື່ອງຊື່ໆ ຈັ່ງໃດກະຂໍຖາມຕໍ່ເລີຍເດີ້" ທະນາຍວາກະຫັນໄປຖາມຊູເຮ
"ແລ້ວເຈົ້າເດ... ຮູ້ຫຍັງກ່ຽວກັບຂໍ້ຄວາມນີ້ບໍ່?"
"ບໍ່......." ຊູເຮເກືອບຈະຕອບໃນທັນທີ ແຕ່ກະຄືກັບວ່າຄິດຫັງອອກກ່ອນ
"ບໍ່.... ຂ້ອຍບໍ່ແນ່ໃຈ"
ຂ້ອຍຕົກໃຈ ແລະ ຫຼຽວໄປເບິ່ງຫນ້າລາວ, ຊູເຮຮູ້ຫຍັງ
ທຸກຄົນໃນຫ້ອງມີສີຫນ້າຕົກໃຈ
"ມື້ວານ ລາວເວົ້າກັບຂ້ອຍວ່າ... ເຈົ້າຮູ້ບໍ່ ວ່າຂ້ອຍກຳລັງຈະຕາຍ..."
ເຫ!... ຄຳເວົ້ານັ້ນ ຂ້ອຍໄດ້ຍິນໂມໂມເວົ້າຄືກັນ ແຕ່ບໍ່ຄິດວ່າໂມໂມຈະໄປເວົ້າກັບຊູເຮພ້ອມ
"ໂມໂມເວົ້າແບບນັ້ນກັບຂ້ອຍຄືກັນ" ຂ້ອຍເວົ້າເສີມຂຶ້ນ
"ແລ້ວເປັນຫຍັງບໍ່ບອກແຕ່ທຳອິດ" ທະນາຍວາກະຕິ
"ຂໍໂທດ ຂ້ອຍຄິດວ່າໂມໂມເວົ້າຫຼິ້ນຊື່ໆ"
"ຂ້ອຍກະຄິດວ່າລາວເວົ້າຫຼິ້ນຄືກັນ" ຊູເຮເວົ້າຕື່ມ
"ແລ້ວມີຫຍັງແປກໆ ກ່ຽວກັບໂມໂມອີກບໍ່?"
"ບໍ່ມີແລ້ວ" ຂ້ອຍຕອບ
"ອືມ ຂອບໃຈທີ່ໃຫ້ຄວາມຮ່ວມມື ຈັ່ງໃດກະຕ້ອງໄດ້ຮ້ອງພວກເຈົ້າມາລົມອີກ ເມື່ອຮອດເວລານັ້ນ
ຕ້ອງຂໍລົບກວນພວກກເຈົ້າອີກຄັ້ງ"
ທະນາຍຄວາມຕັດບົດໄປ ແລ້ວຍ່າງໄປເວົ້າຫຍັງກັບພໍ່ແມ່ໂມໂມບຸ
ຫຼັງຈາກນັ້ນ ຜູ້ອຳນວຍການກໍໃຫ້ຂ້ອຍກັບຊູເຮກັບໄປຂຶ້ນຫ້ອງຕາມປົກກະຕິ
ລະຫວ່າງທີ່ຍ່າງໄປຫ້ອງຮຽນ ຊູເຮຈະເຫຼືອບເບິ່ງຂ້ອຍຕະຫຼອດ ຄືກັບວ່າລາວກຳລັງຄິດເລື່ອງຫຍັງຢູ່
"ໂທຄິໂກະ"
"ຫືມ?"
"ທະນາຍຄົນນັ້ນຕ້ອງສົງໄສພວກເຮົາແຫຼະ"
"ເປັນຫຍັງເຈົ້າຄືຄິດແນວນັ້ນ.... ວ່າແຕ່ ເຈົ້າເຂົ້າມາກ່ຽວຂ້ອງກັບເລື່ອງນີ້ໄດ້ຈັ່ງໃດ?"
"ຂ້ອຍເປັນຄົນທຳອິດ ທີ່ພົບເຫັນສົບຂອງໂມໂມ, ທີ່ຈິງແລ້ວຂ້ອຍ......." ສຽງຂອງຊູເຮຫາຍໄປໃນລຳຄໍ
"ວ່າຫຍັງເກາະ? ຂ້ອຍບໍ່ໄດ້ຍິນ"
"ລົດຄັນທີ່ຢຽບໂມໂມນະ ທີ່ຈິງແລ້ວ ແມ່ນລົດຂອງຂ້ອຍເອງ..."
ຊູເຮຫນ້າຈືດກ່ອນຈະຕອບ ລາວຕ້ອງມີຄວາມຊົງຈຳອັນບໍ່ດີກ່ຽວກັບເຫດການນີ້ຢ່າງແນ່ນອນ
"ເຈົ້າ... ຮູ້ບໍ່ວ່າ ໂມໂມຍິ້ມມາທາງຂ້ອຍ ໃນຊ່ວງທີ່ຕົກລົງມາ ຂ້ອຍຄິດເຫັນຕອນນັ້ນແລ້ວ ມັນເປັນຕາຢ້ານ"
ເວົ້າຈົບປະໂຫຍກນີ້ ຊູເຮກໍຢືນໂຕແຂງທັນທີຄົນຍ່າງຜ່ານໄປມາເລີ່ມມີສຽງແຊວໆຂຶ້ນມາເລື້ອຍໆ
ອາດຈະເປັນຍ້ອນວ່າ ໃນເວລານີ້ ຂ້ອຍກັບຊູເຮກຳລັງຢືນລົມກັນດ້ວຍທ່າທີແປກໆຢູ່ທີ່ທາງຍ່າງ
ເພາະວ່າຊູເຮແມ່ນຄົນດັງຂອງໂຮງຮຽນ ເລີຍເຮັດໃຫ້ມີຄົນສົນໃຈລາວຫຼາຍ
ແຕ່ຕອນນີ້ສິ່ງທີ່ຂ້ອຍຢ້ານແມ່ນສິ່ງທີ່ຊູເຮກຳລັງເວົ້າຂຶ້ນມາ
"ເຈົ້າໄດ້ບອກເລື່ອງນີ້ກັບທະນາຍວາກະບໍ່?"
"ບອກແລ້ວ, ລາວວ່າຂ້ອຍຕາຝາດ ເພາະຄົນທີ່ຕົກຕຶກລົງມາດ້ວຍຄວາມໄວສູງແບບນັ້ນ ບໍ່ມີທາງທີ່ຈະສັງເກດໄດ້ທັນ
ແລະທີ່ສຳຄັນ ຕອນນັ້ນຂ້ອຍກະກຳລັງຢູ່ໃນຊ່ວງຕົກໃຈ ບໍ່ຫນ້າຈະເບິ່ງທັນ... ແຕ່ວ່າຂ້ອຍຫມັ້ນໃຈ ຂ້ອຍເຫັນໂມໂມ
ຍິ້ມໃຫ້ຂ້ອຍອີ່ຫຼີ ແຖມຍັງຄືກັບວ່າໂມໂມກຳລັງເວົ້າຫຍັງອອກມາ..."
"ແລ້ວມັນເຮັດໃຫ້ເຈົ້າຄິດວ່າ ທະນາຍວາກະສົງໄສວ່າເຈົ້າເປັນຄົນຂ້າໂມໂມຊັ້ນຫວາ...ເຖິງຕອນນັ້ນເຈົ້າບໍ່ຂັບລົດ
ຜ່ານມາ ແຕ່ໂມໂມກະໂດດລົງມາຢູ່ດີ"
"ບໍ່ໆ.... ມັນຄົນລະເລື່ອງກັນ ຕັ້ງແຕ່ຖືກສອບປາກຄຳແຕ່ທຳອິດ ຕຳຫຼວດໄດ້ສະຫຼຸບອອກມາແລ້ວ ວ່າມັນເປັນການ
ຂ້າໂຕຕາຍ ແຕ່ພໍ່ແມ່ຂອງໂມໂມບໍ່ເຊື່ອ ວ່າລູກສາວຂອງຕົນຂ້າໂຕຕາຍ ເລີຍຈ້າງໃຫ້ທະນາຍມາສືບສວນພວກເຮົານີ້ເດ່"
ພໍແຕ່ຊູເຮເວົ້າຈົບ ຂ້ອຍກໍຮູ້ສຶກບໍ່ດີຂຶ້ນມາທັນທີ, ຮູ້ສຶກຜິດຫວັງ ທີ່ຖືກຕົກເປັນຜູ້ຕ້ອງສົງໄສ
ເມື່ອເຂົ້າມາໃນຫ້ອງກໍພົບວ່າ ໂຕະຮຽນຂອງໂມໂມທີ່ເຄີຍຢູ່ຂ້າງໆຂ້ອຍ ໄດ້ຖືກຍົກອອກໄປແລ້ວ ມັນຄືກັບແຮ່ງເປັນການຊ້ຳເຕີມ
ວ່າໂມໂມໄດ້ຫາຍໄປຈາກໂລກນີ້ຢ່າງແທ້ຈິງ ຫມູ້ທຸກຄົນໃນຫ້ອງຕ່າງກໍພາກັນແນມເບິ່ງຂ້ອຍຢ່າງເຫັນໃຈ
ຂ້ອຍໄດ້ແຕ່ພະຍາຍາມຝືນຍິ້ມໄປໃຫ້ທຸກຄົນ
ຄຣືດດດດດດດດ---------- ຢູ່ດີໆ ຊູເຮກໍຫຍັບໂຕະຂອງລາວ ມາແທນທີ່ຂອງໂມໂມ
ຖ້າເປັນປົກກະຕິຫມູ່ເພື່ອນໃນຫ້ອງຕ້ອງພາກັນເວົ້າເຍີ້ຍໃຫ້ຂ້ອຍກັບລາວແນ່ນອນ
ແຕ່ໃນສະຖານະການແບບນີ້ ບໍ່ມີໃຜກ້າເວົ້າຫຍັງອອກມາເລີຍ
ແລ້ວຊົ່ວໂມງຂອງການຮຽນກໍເປັນໄປຕາມປົກກະຕິ ແຕ່ຂ້ອຍບໍ່ມີກະຈິດກະໃຈຮຽນດອກ
ຂ້ອຍຢາກຮູ້ເລື່ອງການຕາຍຂອງໂມໂມຫຼາຍກ່ວາ ເພາະມັນມີປິດສະຫນາຢ່າງຫຼວງຫຼາຍ
ທີ່ຍັງຫາຄຳຕອບບໍ່ໄດ້. ເປັນຫຍງໂມໂມຈຶ່ງຂ້າໂຕຕາຍ? ລາວຂ້າໂຕຕາຍໄປເພື່ອຫຍັງ?
ຫຼືຖ້າມີຄົນຂ້າລາວ ແລ້ວຄົນນັ້ນແມ່ນໃຜ?
ໃນຕອນທີ່ກຳລັງຄິດໄປເລື້ອຍໆ ຊູເຮກໍຍື່ນເຈ້ຍໃບຫນຶ່ງມາໃຫ້ຂ້ອຍ
-ຂ້ອຍຢາກຮູ້ເລື່ອງໂຣກຕິດຕໍ່ຂອງຄວາມຕາຍ ເລີກຮຽນແລ້ວວ່າງບໍ່? ໄປນຳຂ້ອຍແດ່.-
-ເລີກຮຽນ-
"ໂທຄິໂກະ...ກ່ຽວກັບເລື່ອງຂອງໂມໂມ ເຈົ້າໄດ້ບອກທະນາຍວາກະໄປຫມົດທຸກເລື່ອງເລີຍບໍ່?"
"ບອກຫມົດແລ້ວ...ເຈົ້າເດ?"
"ຂ້ອຍກະຄືກັນ"
"ແລ້ວເຮົາຈະເຮັດແນວໃດຕໍ່ໄປ ເຮົາຈະສາມາດຮູ້ເລື່ອງຂອງໂຣກຕິດຕໍ່ຂອງຄວາມຕາຍໄດ້ແນວໃດ?"
"ກາວ່າຢູ່... ເຮົາສອງຄົນບໍ່ຮູ້ຫຍັງເລີຍ, ແຕ່ຂ້ອຍກະຍັງຢາກຮູ້ອີ່ຫຼີວ່າມັນຫມາຍເຖິງຫຍັງກັນແທ້!"
ຂ້ອຍຮູ້ສຶກວ່າຕອນນີ້ກຳລັງງົມເຂັມໃນມະຫາສະຫມຸດ ເພາະຕອນນີ້ຂ້ອຍຄຶດຫຍັງບໍ່ອອກເລີຍ
ເບິ່ງຄືວ່າ ໂມໂມຕັ້ງໃຈຖິ້ມຂໍ້ຄວາມນັ້ນໄວ້ ເພື່ອໃຫ້ພວກເຮົາຊອກຫາອີ່ຫຍັງຈັກຢ່າງນິແຫຼະ
"ເຈົ້າຄິດວ່າກ່ອນຕາຍ ໂມໂມລາວມີທ່າທີແປກໆໄປບໍ່?" ຊູເຮຖາມຂ້ອຍ
"ຖ້າວ່າແປກກະແປກບ່ອນປະໂຫຍກນັ້ນຫັ້ນລະ ລາວບໍ່ພຽງແຕ່ເວົ້າກັບຂ້ອຍ,ແຕ່ລາວຍັງເວົ້າກັບເຈົ້າພ້ອມ"
"ເຈົ້າໄປລົມກັບໂມໂມຕອນໃດ?" ຂ້ອຍຖາມ
"ມື້ວານນີ້..."
ມື້ດຽວກັບຂ້ອຍເລີຍ ບາງເທື່ອຂ້ອຍກະຄິດວ່າ ໂມໂມອາດຈະແອບຮັກຊຸເຮຢູ່ກໍເປັນໄດ້
"ແລ້ວເຈົ້າເຄີຍລົມກັບລາວແບບສະນິດສະຫນົມບໍ່?"
"ບໍ່, ປົກກະຕິກໍຈະລົມກັນແບບທຳມະດາ ທັກທາຍກັນຕາມປະສາຄົນຮູ້ຈັກທົ່ວໄປເທົ່ານັ້ນ"
"ມີການກະທຳຫຍັງທີ່ພວກເຮົາເຮັດແລ້ວ ມັນຈະເຊື່ອມໂຢງເຂົ້າກັບຄວາມຕາຍແດ່ຫວະ!" ຂ້ອຍເວົ້າກັບໂຕເອງ
ແລ້ວບາງສິ່ງບາງຢ່າງກໍຂຶ້ນມາໃນສະຫມອງ ພ້ອມກັບຊູເຮ ພວກເຮົາຮ້ອງອອກມາພ້ອມກັນໃນທັນທີ
"Funny dead duck!"
-----------------------------------
(ຕິດຕາມຕອນຕໍ່ໄປ)
ຈົບໄປແລ້ວກັບຕອນທີ່1
ມີຄຳຖາມມາຖາມ:
ເຈົ້າຄິດວ່າການຕາຍຂອງໂມໂມມັນມີຄົນວາງແຜນ ຫຼືວ່າ ມັນກ່ຽວກັບສິ່ງທີ່ຈັບຕ້ອງບໍ່ໄດ້?
ຖິ້ມປິດສະຫນາໄວ້ໃຫ້ໄປຄຶດ 555 ແລ້ວຈະມາລົງຕອນທີ່2ໃຫ້
(ມັນກະມີຄົນອ່ານຢູ່ຫວານິ???)