ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ຊິເລີກ ຫລື ຊິ ຮັກຕໍ່ໄປ
ສ້າງເມື່ອ ສ.ຫ.. 1, 2009 51 ຄົນໂຫວດ, 57 ຄຳເຫັນ, ອ່ານ 665 ເທື່ອ
ນີ້ແມ່ນຄັ້ງທຳອິດທີ່ຂ້າພະເຈົ້າຂຽນແບບສຳຫລວດໃນພັນລາວ.ຄອມ ມີຫມູ່ຜູ້ຫນຶ່ງໂທມາຫາ ແລ້ວບອກວ່າຊິມາຫາມຊິລົມນຳເລື່ອງມີຢູ່ວ່າ:

ຕອນນີ້ຫມູ່ຂ້ອຍຊິເປັນຄົນໂງກັບຄວາມຮັກແລ້ວ ເຂົາເລົ່າວ່າ ເຂົາກັບແຟນຄົບກັນມາໄດ້ປີປາຍແລ້ວ ເວລາຜ່ານມາຫມູ່ຂ້ອຍຈະເປັນຜູ້ຝາຍເອົາໃຈໃສ່ຕະຫລອດເຊັ່ນ ໄປຮັບໄປສົ່ງໂຮງຮຽນ, ເຫັນເສື້ອງາມໆກໍ່ຊື້ໃຫ້ ເຫັນຫຍັງດີດີກໍ່ຍາກໃຫ້ ສະຫລຸບແລ້ວເຮັດໄດ້ທຸກຍ່າງເຖິ່ງວ່າຈະຕາຍກໍ່ຍ້ອມ ແຕ່ແຟນຂອງລາວມັກຈະເປັນຄົນເມີນເສີຍ ເວລາມີບັນຫາຫຍັງຖາມກັນປຶກສາກັນກໍ່ບໍ່ຍາກເວົ້ານຳ ແຕ່ວ່າທັງສອງຄົນກໍ່ຮັກກັນ

ລາວປຶກສາຂ້ອຍວ່າຊິຢຸດ ຫລື ຊິດຳເນີນການຕໍ່ໄປ
ຫມູ່ຂ້ອຍເປັນຜູ້ຊາຍ ແລະ ລາວກັບຄອບຄົວຂອງແຟນລາວກໍ່ສະຫນິດສະຫນົມກັນດີເປັນຕົ້ນແມ່ນກັບເອື້ອຍ, ກັບພໍ່ ແລະ ແມ່ ຂອງແຟນລາວ

ຫມູ່ຄູ່ກະລຸນາໃຫ້ຄອມເມນລາວແດ່ ຂອບໃຈ