ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 31, 2010 | ມີ 13 ຄຳເຫັນ ແລະ 0 trackback(s)

ຂ້າພະເຈົ້າຄິດວ່າການສ້າງທາງລົດໄຟມາສູ່ບ້ານເຮົາເປັນເລື່ອງທີ່ດີ,ຖ້າເປັນດັ່ງທີ່ທາງຜູ້ໃຫຍ່ເພີ່ນເວົ້າກັນຢູ່ໃນສະພາ, ຂ້າພະເຈົ້າໃນນາມຂອງຄົນລາວຜູ້ໜື່ງແມ່ນມີຄວາມເຫັນດີເຫັນພ້ອມນຳພັກ-ລັດຖະບານເຮົາ ແຕ່ສີ່ງທີ່ຂ້າພະເຈົ້າເປັນຫ່ວງແມ່ນ:

  1. ການສ້າງແນ່ນອນຕ້ອງແມ່ນໄດ້ໃຊ້ທືນອັນມະຫາສານ,ເຮົາຈະເອົາເງີນຢູ່ໃສມານອກຈາກກູ້ຢືມຈາກຕ່າງປະເທດ,ເຮົາກູ້ຢືມມາແລ້ວເຮົາຈະໃຊ້ແທນຄືນເຂົາຮູບແບບໃດ?ອັນນີ້ຄືວ່າຍັງບໍ່ທັນໄດ້ຍີນຜູ້ໃຫຍ່ເພີ່ນເວົ້າວ່າກັນຈັ່ງໃດ ໃນກອງປະຊຸມສະພາ, ຫືຼວ່າມີຄົນໃດທີ່ຮູ້ກະລຸນາບອກແດ່.
  2. ເລື່ອງມາດຕະຖານການສ້າງເດ,ເພີ່ນເວົ້າວ່າໄດ້ມາດຕະຖານສາກົນແລ້ວຈະໄດ້ແທ້ບໍ່?ໃນຄວາມໄວຂອງລົດ 200 ກິໂລແມັດຕໍ່ຊົ່ວໂມງບໍ່ແມ່ນຄວາມໄວປົກກະຕິທຳມະດາເນາະ,ສະນັ້ນຂ້າພະເຈົ້າຈື່ງຮຽກຮ້ອງໃຫ້ບັນດານັກວິຊາການທັງຝ່າຍລາວແລະ ຈີນຕ້ອງໄດ້ເອົາໃຈໃສ່ແທ້ໆເລື່ອງຄວາມຮັບປະກັນໃນການສ້າງລາງລົດໄຟ.
  3. ສ້າງຂືນມາໄດ້ແລ້ວ,ເປີດໃຫ້ນຳໃຊແລ້ວ ຍັງມີການບຳລຸງຮັກສາເສັ້ນທາງເດ ລວມໄປເຖິງການວາງກຳລັງໃສ່ແນວເສັ້ນທາງເພື່ອປ້ອງກັນລາງລົດໄຟເດ ໄລຍະທາງ 421 ກິໂລແມັດ ຕ້ອງໄດ້ນຳໃຊ້ງົບປະມານອີກ ໃນແຕ່ລະເດືອນ,ໃຊ້ກຳລັງຈັກຄົນ,ໃຊ້ງົບປະມານເທົ່າໃດຕໍ່ໜື່ງຄົນແລະ ນອກຈາກນັ້ນຢ່າງນ້ອຍກໍ່ຕ້ອງມີສີ່ງອຳນວຍຄວາມສະດວກອື່ນໆອີກເຊັ່ນ:ທີ່ພັກອາໄສ,ໄຟຟາ້,     ນຳ້ໃຊ້,ອາຫານການກິນ,ພາຫະນະຮັບໃຊ້ ທີ່ຈຳເປັນອື່ນໆອີກຕ້ອງຄົບສຸດແຕ່ຫຼວງນຳ້ທາຈົນຮອດນະຄອນຫຼວງແລະມີລັກສະນະຖາວອນອີກເພາະວ່າໂຄງການນີ້ບໍ່ແມ່ນເຮັດໃຊ້ມື້ນີ້ມື້ອື່ນແລ້ວເຊົ່າເນາະ,ອີກສີ່ງສຳຄັນຢ່າງໜື່ງກໍ່ຄືແນວເສັ້ນທາງລົດໄຟສ່ວນຫຼວງຫຼາຍແລ້ວແມ່ນຜ່ານກາງປ່າກາງດົງ,ຂ້າພະເຈົ້າໄດ້ຍີນສຽງປະຊາຊົນເວົ້າແວ່ວໆເຂົ້າຫູວ່າ: ສ້າງແລ້ວກໍ່ບໍ່ກ້າຂື້ນຂີ່ເພາະມັນໄວໂພດຢ້ານວ່າຊັ້ນເດ໋,ມີຄົນຖາມຂື້ນອີກວ່າຢ້ານຫຍັງ?, ກະຢ້ານເສັ້ນທາງນັ້ນແລະບໍ່ໄດ້ຮັບມາດຕະຖານ,ຢ້ານມີໄມ້ລົ້ມຂວາງເສັ້ນທາງ,ຢ້ານພວກກຸ່ມຄົນບໍ່ດີມາເຮັດແນວບໍ່ດີໃສ່ເສັ້ນທາງລົດໄຟ,ຢ້ານອັນສຸດທ້າຍແມ່ນຢ້ານລົດໄຟຕົກລາງຄືຢູ່ຕ່າງປະເທດວ່າຊັ້ນເດ໋.
  4. ສ້າງສຳເລັດແລ້ວຈະມີຄົນມາໃຊ້ບໍ່ລິການແທ້ບໍ່, ຖ້າປະຊາຊົນລາວໝົດທຸກຄົນຢ້ານຄືກັນກັບປະຊາຊົນຜູ້ນັ້ນແທ້ເດແມ່ນໃຜຈະມາໃຊ້ບໍລິການ,ຖ້າຂົນສົ່ງສິນຄ້າຈະຂົນສົ່ງສິນຄ້າຊະນິດໃດ?ມີຫາງສຽງປະຊາຊົນບາງຄົນພັດເວົ້າວ່າ:ມີລົດໄຟຄວາມໄວສູງແຖມທັງໃຫຍ່ທັງຍາວ,ເຂົາສິຂົນເອົາຫຍັງແນ໊ະຂອງເຮົາໄປຕື່ມອີກ,ມີບາງຄົນພັດວ່າແຫ່ງໃສ່ໄດ້ຫຼາຍແລະກະໄປໄວມາ ໄວອີກໄດ໋ຫັ່ນ!. ສະນັ້ນເຮົາຈະເຮັດຈັ່ງໃດເພື່ອສ້າງຄວາມໝັ້ນໃຈໃຫ້ກັບພໍ່ແມ່ພີ່ນ້ອງປະຊາຊົນເຫົ່ຼານັ້ນ ນີ້ແມ່ນບັນຫາຂອງພາກລັດຖະບານ ຈະຕ້ອງໄດ້ຊ່ວຍກັນຄິດແລະແກ້ໄຂ ຢ່າງລະອຽດຮອບຄອບທີ່ສຸດຈະມະລຸ້ມມະລ້ວຍບໍ່ໄດ້ເນາະ.
  5. ເຮົາຜະລິດຫຍັງໄດ້ແລ້ວແດ່? ພໍທີ່ຈະເປັນສິນຄ້າຂົນສົ່ງໄປຂາຍຢູ່ຕ່າງປະເທດ.ບໍ່ແມ່ນຂົນສົ່ງຊັບພະຍາກອນທຳມະຊາດອອກ ໄປໃຫ້ຈີນທັງໄວແລະຫຼາຍບໍ່?ຄືກັບຫາງສຽງຂອງປະຊາຊົນທີ່ໄດ້ກ່າວໃນຂໍ້ສີ່ວ່າແທ້ບໍ່?.ສຸດທ້າຍຂ້າພະເຈົ້າແມ່ນຂໍພາກຂໍ້ຄິດເຫົ່ຼານີ້ໃຫ້ກັບພາກສ່ວນທີ່ກ່ຽວຂ້ອງທຸກພາກສ່ວນຄົ້ນຄິດຕຶກຕອງຢ່າງລະອຽດຮອບຄອບສຸມ                    ທຸກສະຕິປັນຍາໃສ່ໃນການແກ້ໄຂບັນຫາເຫົ່ຼານັ້ນໃຫ້ໝົດໄປແນະ.

                                                                                                                                     ຂອບໃຈ

Delicious Digg Fark Twitter