ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 27, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

ມີຄູ່ບ່າວສາວຄູ່ໜື່ງໃດ້ໄປຈັດງານແຕ່ງງານຢູ່ທີ່່ໂບດແຫ່ງໜື່ງໂດຍມີບາດຫຼວງເປັນຜູ້ເຮັດພິທີໃຫ້, ເມື່ອເຮັດພິທີ່ແລ້ວແລ້ວເຈົ້າບາວກໍ່ໃດ້ຖາມບາດຫຼວງວ່າ : ຄ່າໃຊ້ຈ່າຍທັງໝົດໃນງານນີ້

ເທົ່າໃດ?  ບາດຫຼວງຕອບວ່າ: ແລ້ວແຕ່ຄວາມງາມຂອງເຈົ້າສາວ ຖ້າງາມຫຼາຍກໍ່ໃຫ້ຫຼາຍຖ້າງາມໜ້ອຍກໍໃຫ້ໜ້ອຍ.

ຈາກນັ້ນເຈົ້າບ່າວກໍຊອກຫາກະເປົາເງີນຢູ່ບົດໜື່່່່່ງ ແລ້ວຈີ່ງຈົກເງີນໃບ 500 ກີບ ໃຫ້ບາດຫຼວງ,

ບາດຫຼວງແປກໃຈແລ້ວຖາມວ່າ: ເປັນຫຍັງທ່ານຈີ່ງດຸຖູກຄວາມງາມຂອງເຈົ້າສາວຂອງທ່ານແບບນີ້

ເວົ້າແລ້ວບາດຫຼວງກໍ່ເປີດຜ້າຄູມໜ້າເຈົ້າສາວເບີ່ງ  ທັນໃດນັ້ນ ບາດຫຼວງກໍ່ທອນເງີນໃຫ້ກັບເຈົ້າບ່າວຄືນອິກ  300

Delicious Digg Fark Twitter