ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 10, 2009 | ມີ 7 ຄຳເຫັນ ແລະ 0 trackback(s)

I. ການລິເລີ້ມໃຊ້ຢາເສບຕິດ

ອ໑. ເລີ້ມໃຊ້ຕອນອາຍຸ 15 ປີ ໃຊ້ນຳກັນ06ຄົນ (5500ກີບ/01ເມັດ) ພາກັນເກັບເງິນກັນເພື່ອຊື້ມາລອງ ຍ້ອນວ່າໄປຫຼີ້ນນຳໝູ່ ແລ້ວເຂົາເຈົ້າມາເສບຢູ່ໄກ້ໆ ຮູ້ສຶກວ່າມີກິ່ນຫອມເລີຍຢາກລອງຫຼີ້ນໆ, ຊ່ວງນັ້ນຂໍເງິນແມ່ໄດ້ງ່າຍເລີຍມີເງິນໄປຊື້ຢາອີກເສບ ຫຼາຍຄັ້ງ

ແລ້ວຕິດເລີຍ, ໃຊ້ຢາຄັ້ງທຳອິດແມ່ນໃຊ້ວິທີສູບຫຼັງຈາກສູບແລ້ວແມ່ນບໍ່ຢາກກິນເຂົ້າມາ ແຕ່ນອນ.

ອອ໑. ສູບຕອນອາຍຸ 15 ປີ ສູບນຳກັນ 3 ຄົນ ສູບຢູ່ໃນວັດ ມີຈົວ 01 ຄົນ ແລະ ສັງຂະ ລີວັດ 01 ຄົນ ຕອນນັ້ນຕົວເອງປັນສັງຄະລີວັດທຳອິດຕົນເອງກໍ່ບໍ່ຢາກສູບແຕ່ໝູ່ເຂົາປິດປະ ຕູບໍ່ໃຫ້ອອກໝູ່ເປັນຜູ້ພາສູບ ສູບ 3ເ ມັດນຳກັນ ທຳອິດກໍ່ຮູ້ສຶກວ່າມັນຫອມ ແລະ ຄືວ່າຄັກມ່ວນ ສູບຫຼາຍຄັ້ງເລີຍຕິດ ຕອນເລີ້ມສູບແມ່ນ12000ກີບ/01ເມັດ (ປີ2004) ຕໍ່ຈາກ

ນັ້ນມາກໍ່ອອກ ຈາການເປັນສັງຄະລີວັດ ໄປເຮັດວຽກກຳມະກອນເພື່ອຫາເງິນມາຊື້ຢາ

II. ວິທີການໃຊ້ຢາບ້າ

ອ໒.ນ້ອງຄິດວ່າໃຊ້ທຸກຕອນຖ້າມີເງິນຊື້ ແລະ ໃນເວລາທີເຮົາໄປຫຼີ້ນໃຊ້ແລ້ວ ຮູ້ສຶກມ່ວນ ຫຼາຍຂືນ,ຊ້ວງເທດສະການຈະພາກັນໃຊ້

ຫຼາຍເພາະວ່າໄດ້ກິນເຫຼົາ ແລະ ພົບໝູ່ຫຼາຍ ຄົນເລີຍ ຢາກຫຼີ້ນເຮັດໃຫ້ບັນຍາກາດຂອງປີໃໝ່ ມ່ວນຂື້ນສຳລັບປະເພດຢາບ້າແມ່ນຈະ

ມັກໃຊ້ ໂຕສີແດງຊ້ຳ(ເມັດນ້ອຍຢາມັນແຮງຫຼີ້ນ ແລ້ວ ມ່ວນ)ພ້ອມກັບຟັງເພັງລອກ (ລອກຮັດຄໍ) ຟັງເພັງ ແຮງໆແລ້ວນອນ ໃນນະຄອນຫຼວງວຽງຈັນຈະມີກຸ່ມແກ້ງຫຼາຍຢູ່ຕາຮ້ານແປງລົດຮ້ານຕີສະໜຸກແລະເວລາໄປຫຼີ້ນໄປທ່ຽວກໍ່ຈະຈັບກຸ່ມແກ້ງກັນຫຼັງ

ຈາກກັບແຕ່ທ່ຽວກະຊວນກັນມາຈຸ້ມຢູ່ແຖວບ້ານແລ້ວໃຊ້ຢາບ້ານຳກັນ,ຖ້າມີໝູ່ຜູ້ເຂົາມີເງິນເຮົາກໍ່ຊວນເຂົາມາລອງໃຊ້ຢາອາໃສເອົາ

ເງິນເຂົາຊື້(ຄົນມີເງິນຂໍນຳແມ່ໄດ້ງາຍກໍ່ເລີຍເຮັດໃຫ້ເຂົາມີເງິນພຽງພໍທີ່ຈະຊື້ຢາ)ແລະໄວລຸ້ນພວກມີເງິນຈຳນວນໜຶ່ງຍັງມີປຶນໄວ້ຕິດ

ຕົວ(ມີປະມານ30%)ເວລາເຂົາໄປທ່ຽວເຂົ້າເທັກກໍ່ອາໃສວ່າຮູ້ຈັກຜູ້ເຝົ້າປະຕູກໍ່ສາມາດນຳປຶນເຂົ້າໄປນຳໄດ້ຖາຫາກມີບັນຫາ ຫຍັງກໍ່ຈະໂຊປຶນເພື່ອຄົ່ມຄູ່ຄົນອື່ນແຕ່ຖ້າໄດ້ຈົກເອົາອກມາແມ່ນຕ້ອງຍິງແຕ່ສ່ວນຫຼາຍເຂົາຈະຍິງຂາ,ເຂົາເຈົ້າກໍ່ຈະມັກສັກລາຍພ້ອມ

ເພື່ອຍາກໃຫ້ໝູ່ຮູ້ວ່າເກັ່ງ(ເກົາ)ກ້າເຮັດກ້າທຳສາມາດເປັນຫົວໜ້າມີອຳນາດສາມາດສັ່ງຄົນອື່ນໄດ້ແລະກໍ່ມີໝູ່ຫຼາຍຄົນ. ນອກຈາກ

ຢາບ້າແລ້ວຍັງມີຜົງຂາວ, ຢາອີ, 99, ເຂດໄຊເສດຖາຢາອີຈະລະບາດໃນຊ່ວງປີ 1999, ສ່ວນຟີ່ນກັບກັນຊາສ່ວນຫຼາຍແມ່ນພວນ

ພື້ນຖານມາແຕ່ໄກ, ໂຄແຄນແມ່ນ ຄົນທົ່ວ ໄປບໍ່ນິຍົມຍ້ອນລາຄາມັນຈະແພງ ສ່ວນຫຼາຍມີແຕ່ພວມີເງິນ, ຢູ່ບ້ານເຮົາແມ່ນນິຍົມກັນໃຊ້ ຢາບ້າເພາະຫາຊື້ໄດ້ງ່າຍແລະກໍ່ວິທີການໃຊ້ໄດ້ງ່າຍໃຊ້ແລ້ວຮູ້ສຶກວ່າອາລົມດີ.

ອອ໒. ໃນເມືອຢາກຮູ້ຢາກລອງຈຶ່ງເສບຢາ ເພື່ອໃຫ້ຊີວິດແມ່ນຂື້ນເມື່ອເສບແລ້ວກໍ່ຫາ ທາງອອກໄປ ທ່ຽວຖ້າບ່ອນໃດມີການພະນັ້ນ ມັກຈະໄປບ່ອນນັ້ນຫຼາຍກວ່າເພາະສົມມຸດວ່າມີເງີນ 50000 ກີບ ຈະເອົາໄປຊື້ຢາ 25000 ແລ້ວ ຈົ່ງໄວ້25000 ເພື່ອເອົາເງິນນີ້

ເຮັດທຶນໃນການຫຼີ້ນ ພະນັນເອົາ ເງິນມາຊື້ຢາຕໍ່ອີກຖ້າ ໄດ້ເງິນມາກໍ່ຈະແບ່ງເງິນເຄິ່ງໜຶ່ງຈະເອົາໄປ ຊື້ຢາອີກຖ້າມີເງິນຈະເສບຢາ ໝົດມື້ເລີຍກະໄດ້ຈະຮູ້ສຶກວ່າມ່ວນກັບການຫາເງິນແບບນີ້,ປະຈຸບັນ ໄວ້ລຸ້ນຄິດວ່າ (ຢາເສບຕິດຖື ເປັນເລື້ອງທຳມະຊາດ) ຕົວຢ່າງ:ມີໝູ່ຄົນໜື່ງຄອບຄົວກໍ່ບໍ່ມີເງິນ ກ່ອນອື່ນຈະຫາເອົາເຄື່ອງຢູ່ໃນ ເຮືອນໄປຂາຍກ່ອນຖ້າໝົດອັນຂາຍແລ້ວຈຶ່ງອອກໄປຫາລັກ ບ່ອນອື່ນ ໄປຫາລັກເຄື່ອງເພື່ອເອົາ ເງິນໄປຊື້ຢາຖ້າເງິນໝົດກໍ່ຈະໄປຫາລັກບອນອື່ນຕໍ່ ອີກ.ໃນຄວາມຄິດເຂົາຕອນນັ້ນມີແຕ່ເງິນຢ່າງດຽວບໍ່

ຢ້ານຫຍັງທັງນັ້ນ. ໃນກໍລະນີທີ່ອອກໄປຫຼີ້ນຕາມງານ ເທດສະການຈະເອົາອາວຸດຕິດໂຕໄປນຳເຊັ່ນວ່າ: ພ້າ, ງ້າວ, ຈະເອົາຕິດຕົວໄປນຳເພື່ອປ້ອງກັນຕົວ. ຜ່ານມາຍັງເຄີຍໃຊ້ຟີນນ ຈະເອົາມາປະສົມກັບຢາສູນ.

ອອອ໒. ການໃຊ້ຢາເສບຕິດແມ່ນຂືນກັບສະພາບເວດລ້ອມ ແລະ ເງິນທີ່ມີຢູ່ຖ້າ ບໍ່ມີເງິນກະບໍ່ສູບ, ສຳລັບນ້ອງເອງຟີ່ນແມ່ນ

ບໍ່ເຄີຍໃຊ້. ອອອອ໒.ໃນຕອນນັ້ນແມ່ນ ມີບັນຫາທາງຄອບຄົວ ເລີຍມັກອອກໄປຫຼີ້ນກັບໝູ່ ໝູ່ເລີຍຊວນ ໃຊ້ຢານ້ອງເອງ ກໍ່ບໍ່ຮູ້ມາກ່ອນວ່າເສບຢາເຮັດແນວໃດໄດ້ຢິນແຕ່ເຂົາວ່າ (ກັບໄຟລອຍ) ລອງໃຊ້ ແລ້ວຮູ້ສຶກວ່າມັນຫອມກໍ່ເລີຍຕິດ ຈຶ່ງຫາສາ

ເຫດຕົວະແມ່ ເພື່ອເອົາເງິນມາຊື້ຢາ, ຜ່ານມາກໍ່ເຄີຍລອງສູບຊາ ຕອນນັ້ນຮູ້ສຶກວ່າມ່ວນ ສູບແລ້ວມີແຕ່ຢາກຫົວຄືວ່າເຮັດຫຍັງ

ກໍ່ມ່ວນ.

III. ພວກເຮົາຢາກຖາມ ຄວາມຄິດເຫັນນ້ອງ ກ່ຽວກັບອິດທິຜົນຂອງຢາບ້າ ແລະ ກິດຈະກຳປະເພດອື່ນໆ

ອ໓. ຫຼັງກິນເຫົ້າໃຊ້ຢາແລ້ວຄິດຢາກໄປຫາສາວກໍ່ຕ້ອງໄປຖ້າບໍ່ໄປກໍ່ບໍ່ໄດ້ອາລົມບໍ່ດີເວລາໃຊ້ຢາ ແລ້ວ 2-3 ເມັດເວລາມີເພດສຳ

ພັນຈະໃຊ້ເວລາດົນ ກ່ວາປົກກະຕິຈະແກ່ອາລົມຍາວຂື້ນ ມັນຈະຄັກແຕສາມາດມີເພດສຳພັນໄດ້ຄັ້ງດຽວ ແລະ ເຄີຍໃຊ້ຢາເພື່ອມີ

ເພດສຳພັນກັບສາວ ຈະເອົາໃຫ້ສາວ 2-3 ເມັດກໍ່ສາມາດແລກປ່ຽນກັບການມີເພດສຳພັນໄດ້ ແຕ່ກ່ອນຈະແລກຢາສາວ ໄດ້ຕ້ອງເວົ້າລົມກັນກ່ອນແບບເວົ້າແທ້ ແກມຈິງສຳຄັນຕ້ອງສັງເກດ ( ຕາປະສານຕາມັນຈຶ່ງເຖິງໃຈ )

ອອ໓. ເວລາໃຊ້ຢາແລ້ວ1-2 ເມັດຈະມີຄວາມຕ້ອງກາທາງເພດເພີ້ມຂື້ນ ນອນກັບສາວ ຈະໃຊ້ເວ ລາຍາວຂື້ນເພາະ

sprum ນານອອກ ແຕ່ສາມາດມີໄດ້ຄັ້ງດຽວ ຖ້າມີເພດ ສຳພັນອີກຈະເຮັດໃຫ້ ເຈັບອະໄວຍະວະເພດຖ້າມີອີກໄດ້ ກໍ່ຈະ

ເມື່ອຍຫຼາຍໂພດ ເຂົ້າວ່າ (ຈົນແຜ່ນດິນເຫຼືອງ) ຖ້າໃຊ້ ຫຼາຍ 7-10 ເມັດແມ່ນຈະເຮັດໃຫ້ຄວາມຕ້ອງການທາງເພດຫຼຸດລົງ

ແຕ່ຖ້າແມ່ຍິງໃຊ້ຈະເຮັດໃຫ້ ຄວາມຕ້ອງການເພີ້ມຂື້ນ.

ອອອ໓. ຖ້າໃຊ້ຢາແລ້ວເວລາມີເພດສຳພັນຈະມ່ວນເພາະມັນໃຊ້ເວລາດົນຈິ່ງສຳເລັດຄວາມໃຄ້ ສາມາດມີເພດສຳພັນໄດ້ 02

ຄັ້ງ, ຖ້າເຮົາມີຢາສາມາດເລືອກຄູ່ນອນໄດ້ສ່ວນຫຼາຍແມ່ຍິງ ຜູ້ໃຊ້ຢາຈະເອົາຢາແລກກັບການໃຫ້ມີເພດສຳພັນນຳໄດ ເອົາ

3-4 ເມັດ ແລະ ກໍ່ມີຫຼາຍຄົນທີ່ ຍອມມີເພດສຳພັນນຳ ເພື່ອແລກກັບຢາໃນເວລາໃຊ້ຢາກໍ່ຈະບໍ່ສົນປານໃດ ກັບການໃສ່ຖົງ

ຢາງອານະໄມ 50% . IV. ການພົວພັນກັບຊຸມຊົນ

ອ໔. ເວລາທີ່ຕົວເອງຕິດຢາເສບຕິດ ແລ້ວຈະບໍ່ຢາບຢູ່ກັບພໍ່ແມ່ປານໃດ ເພາະຕົນເອງ ຮູ້ສຶກຍ້ານ ວ່າພໍ່ແມ່ຈະຮູ້ວ່າໃຊ້ຢາ ແລະ ເວລານັ່ງກິນເຂົ້າພໍ່ເມບອກສອນຟັງແລ້ວ ກໍ່ຮູ້ສຶກ ວ່າມັນບໍ່ມ່ວນ ເຮັດໃຫ້ໃຈຮ້າຍເລີຍເຮັດໃຫ້ບໍ່ຢາກ ຢູ່ກັບພໍ່ແມ່, ຕາມຄວາມ

ຈິງແລ້ວ ຕອນທຳ ອິດກໍ່ບໍ່ຢາກສັກ ລາຍແຕ່ມື້ນັ້ນເມົາ ໝູ່ກໍ່ເລືຍສັກໃຫ້

ອອ໔. ເວລາຕິດຢາແລ້ວຮູ້ສຶກວ່າ ຄອບຄົວແບ່ງແຍກແຕ່ຄວາມຈິງແລ້ວ ເພິ່ນກໍ່ບໍ່ໄດ້ ເປັນແນວນັ້ນ ແຕ່ສີ່ງທີບໍ່ມັກທີ່ສຸດແມ່ນ

ພໍ່ແມ່ເວົ້າສອນ ລຳໄລຢູ່ທຸກມື້ເວລານັ່ງກິນເຂົ້າຢູ່ ກໍ່ຍັງ ເວົ້າເຮັດໃຫ້ໃຈ ຮ້າຍກິນເຂົ້າບໍ່ເຊບ ເພາະໄວລຸ້ນດຽວນີ້ຕອ້ງການເວົ້າແບບ

ເປີດໃຈ ເວົ້າດີ້ໆນັດມື້ ລວມຄອບຄົວ ລະເວົ້າໂລດ ບໍ່ຕ້ອງເວົ້າຕະຫຼອດຫຼາຍເທື່ອ. ໃນການສັກລາຍແມ່ນເພື່ອຄວາມແທ້ ເປັນລູກ ຜູ້ຊາຍແຕ່ສັງຄົມກໍ່ເບິ່ງເຮົາວ່າເປັນຄົນບໍ່ດີ ທັງໆທີ່ຄົນບໍ່ສັກລາຍເປັນຄົນບໍ່ດີກໍ່ມີຫຼາຍຄົນ, ຊຸມຊົນຈະເບິ່ງແບບດູຖູກລັງກຽດບໍ່ໃຫ້

ຄວາມເປັນມິດ ເຖິງວ່າເຮົາຈະເຊົາໃຊ້ຢາແລ້ວ ແລະ ບໍ່ໄດ້ໄປລັກເຄື່ອງໃຜ ແຕ່ເວລາມີເຄື່ອງເສຍກໍ່ຈະມັກຫາວ່າເຮົາເປັນຄົນລັກ ແລະ

ກໍ່ເບິ່ງວ່າເຮົາບໍ່ດີ, ຖ້າສັງຄົມຍອມຮັບເບິ່ງເຂົາໃນແງ່ມູມທີ່ດີແດ່ ໃຫ້ໂອກາດເຂົາ ໃຫ້ຄວາມ ເຊື່ອໝັນກໍ່ເຮັດໃກ້ເຂົາ ຢາກປັບຕົວເປັນ

ຄົນດີໄດ້

. ຂຽນຈາກຄົນທີ່ເຄີຍຕິດຢາ

 

Delicious Digg Fark Twitter