ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 25, 2012 | ມີ 9 ຄຳເຫັນ ແລະ 0 trackback(s)
ປະສົບການຈິງຕົວະຜີລົງເຮືອນ.
------------------------------------------------
- ເວ­ລາ ໑໕:໐໐ ­ໂມງ ໑໓ ມິ­ຖຸນາ ເປັນ­ກໍາ­ນົດ­ຕ້ອງເປີດ­ປະ­ຕູຫ້ອງ­ຂອງ­ທຸກໆ­ວັນ, ເພື່ອ­ຕ້ອນ­ຮັບ­ແຂກ­ຕາມ­ປົກກະ­ຕິ ເປີດ­ປະ­ຕູ­ໄປເຫັນ­ຄົນ­ນັ່ງເຕັມ­ສາລາ ­ໃນ­ນັ້ນ­ມີ­ຄົນ­ໜຶ່ງ­ຂຶ້ນມາ­ກ່ອນ ­ແລະ­ເວົ້າ­ວ່າ ຂ້າ­ນ້ອຍມາ­ແຕ່ບ່າຍ­ໂມງ ຈົວບອກ­ວ່າອາຈານ­ພັກ­ຜ່ອນ ໓ ­ໂມງ­ຈຶ່ງເປີດ­ປະ­ຕູ.
- ພຣະ­ອາຈານ­ດີໆ­ໆ­ໆ­ ມາ­ບໍ່­ຖືກເວ­ລາ ມັນກະ­ຕ້ອງ­ຖ້າ­ຫັ້ນ­ແລ້ວ, ມາຫຍັງ­ລະ­ ? (ເຂົາເຂົ້າມາ­ໃນ­ຫ້ອງ­ຂາບ­ລົງ ໓ ບາດ ­ແລ້ວເວົ້າ­ວ່າ)
- ພໍ່ອອກ­ຄົນ­ນັ້ນ­ວ່າ "­ໂອຍ....ເອົາ­ຄົນ­ຜີເຂົ້າ ມາ­ໃຫ້­ພຣະ­ອາຈານ­ໄລ່ອອກ­ໃຫ້­ແນ່ ­ໄປຫຼາຍ­ວັດ­ແລ້ວ ມັນກະ­ອອກ­ຢູ່ ­ແຕ່ມັນກະ­ກັບເຂົ້າມາ­ຄືນ, ຕອນເອົາມາ­ນີ້ມັນກະ­ເຂົ້າ­ອີກ ຂີ່­ລົດມາ­ນໍາ ເວົ້າ­ນໍາ­ຂ້າ­ນ້ອຍ­ຈ້ອຍໆ­ ວ່າ­ຊິ­ຂ້າ­ຊິ­ແກງ, ມັນ­ຫາ­ວ່າພວກ­ຂ້າ­ນ້ອຍ­ໄປເອົາ­ດິນ­ມັນ ­ແລະ­ລູກ­ມັນ­ລັກ­ຂາຍ­ດິນ­ລາວ, ພຣະ­ອາຈານເບ ບອກມາຫາພຣະ­ອາຈານ.
- ພຣະ­ອາຈານ­ວ່າ "ຜີ­ຢູ່­ໃສ­ສັງມາເກ່ງ­ແທ້ ?" ພໍ່ອອກ­ຜູ້­ພາມາບອກ­ວ່າ "ລາວບອກ­ວ່າເປັນ­ພໍ່­ຕູ້­ສົມ­ຫວັງ" ພຣະ­ອາຈານ­ຕິ­ຖະ­­ແຫຼງ "ຮວາຍ...ຜີອີ­ສັງ­ຄືມາ­ຊື­ຄື­ຄົນ­ແທ້ ?" ພໍ່ອອກ­ຄົນ­ນັ້ນ "ບອກ­ວ່າ ລາວກະ­­ແມ່ນ­ຄົນ­ນີ້­ແລ້ວ ຈັ່ງ­ຫາຕາຍ­ສອງ­ປີນີ້ ລາວກະ­ບໍໍ່­ໄດ້­ຕາຍ­ຢູ່­ຫັ້ນດອກ ຕາຍ­ຢູ່ບ້ານ­ດຸງ­ພີ້" ພຣະ­ອາຈານ­ກໍສອຍ "ເອົາວ໌ ຄືເປັນ­ຈັ່ງ­ຊັ້ນ" ພໍ່ອອກ­ຫັ້ນ­ຕີ­ຈັ່ງງ­ວ່າ "ລາວມາ­ໄລ່­ພວກ­ຂ້າ­ນ້ອຍ­ໜີ ຄັນ­ບໍ່­ໜີ­ຊິເອົາຕາຍ­ທັງ­ໝົດ" ເວົ້າເບິ່ງ­ນ່າ­ມັນເປັນ­ຈັ່ງ­ໃດມາ­ຈັ່ງ­ໃດ ພຣະ­ອາຈານ­ວ່າ ?.
- ພໍ່ອອກ­ວ່າ ຄືວ່າ­ຂ້າ­ນ້ອຍ­ນີ້ເປັນເຈົ້າຂອງ­ດິນ ­ໄດ້­ຊື້ດິນ­ກັບ­ຜູ້ຍິງ­ຄົນ­ໜຶ່ງ­ຢູ່ບ້ານ­ດຸງ ໖ ປີ­ແລ້ວ, ຊື້ດິນ­ຢູ່­ໃສ ? ຢູ່ບ້ານ­ໃໝ່­ສໍາ­ປັນນາ ­ແລ້ວ­ກໍ­ໃຫ້­ຜົວເມັຍ­ຄູ່ນີ້­ໄປເຝົ້າ, ບາດ­ແລ້ວ ສອງ­ທິດ­ທີ່­ແລ້ວ­ນີ້ ຈຶ່ງ­ຮູ້ວ່່າ­ວ່າ­ດິນ­ຕອນ­ນີ້ ເປັນ­ຂອງ­ພໍ່­ຕູ້­ສົມ­ຫວັງ, ລູກ­ລາວ­ລັກ­ຂາຍ ­ແລະ­ຂ້າ­ນ້ອຍ­ກໍ­ໂທ­ໄປຫາ­ຜູ້­ຂາຍ­ດິນ­ໃຫ້ ກໍບອກ­ວ່າ­ແມ່ນ­ຄວາມ­ຈິງ ­ແລະ­ພໍ່­ຕູ້­ສົມ­ຫວັງ­ນີ້ ກໍ­ແມ່ນ­ພໍ່­ຂອງ­ລາວ­ຈິງ.
- ພຣະ­ອາຈານ­ຈຶ່ງ­ຖາມ­ວ່າ "ດຽວ­ນີ້­ຄົນ­ທີ່­ຜີເຂົ້າ­ຢູ່­ໃສ ?" ເຂົາຕອບ­ວ່າ "ຢູ່­ລົດ" ຜີຍັງເຂົ້າ­ຢູ່ບໍ ? ເຂົາຕອບ­ວ່າ "ຕອນມາ­ນີ້ກະ­ເຂົ້າ ເວົ້າ­ນໍາ­ຂ້າ­ນ້ອຍ­ຢູ່ ບາດເຂົ້າມາ­ວັດ­ນີ້ ມັນກະ­ອອກ ສົງ­ໄສ­ຍັງ­ບໍ່­ທັນເມືອ" ພຣະ­ອາຈານ­ວ່າ "ຄັນ­ຊັ້ນ ­ໄປເອົາ­ຂຶ້ນມາເບິ່ງ", ພໍ່ອອກກະ­ອອກ­ຈາກ­ຫ້ອງ­ລົງ­ໄປຕະ­ລ່າງ ພຣະ­ອາຈານ­ກໍກັບເຂົ້າ­ຫ້ອງ ເຫິງເຕີບ­ຈຶ່ງອອກ ມາຈາກ­ຫ້ອງ ພວກເຂົາ­ນັ່ງ­ຢູ່­ໃນ­ຫ້ອງ ຄົນ­ທີ່ອ້າງ­ວ່າເຈົ້າຂອງ­ດິນ­ນັ່ງ­ຢູ່ອີກ­ບ່ອນ­ໜຶ່ງ ­ແລະ­ມີຍິງ­ຄົນ­ໜຶ່ງ­ມີ­ຮ່າງກາຍ­ສີດໍາ ­ໄຮ້­ສະ­ຕິ ນອນ­ຢູ່­ໃນ­ຕັກ­ຂອງ­ຜູ້ ຊາຍ­ຄົນ­ໜຶ່ງ­ອ່າວ­ໜຸ່ມ ພຣະ­ອາຈານ­ກັບອອກມາຈາກ­ຫ້ອງ­ນັ່ງ­ທີ່ອາສະ­ນະ­ເໝືອນເດີມ­ແລ້ວ­ຖາມ­ວ່າ "­ໃສ­ຜີ ?" ຄົນ­ທີ່ອ້າງ­ວ່າເຈົ້າຂອງ­ດິນບອກ­ວ່າ "ຫັ້ນເດ ຂ້າ­ນ້ອຍ", ພຣະ­ອາຈານ­ຫຼຽວເບິ່ງ­ຜູ້ຍິງ­ຄົນ­ນັ້ນ­ແລ້ວ ຈຶ່ງ­ຖາມ­ວ່າ "ຜີອີ­ສັງ ຄື­ສະ­ພາບເປັນ­ຮ້າຍ­ແທ້", ຍິງ­ຄົນ­ນັ້ນນອນເສີຍ ທໍາເໝືອນ­ບໍ່­ຮູ້­ສຶກ­ຕົວ­ກໍເລີຍ­ຖາມ­ອີກ­ວ່າ "­ແມ່ອອກ ເຈົ້າເປັນ­ຫຍັງ ?" ຍິງ­ຄົນ­ນັ້ນ ຕົນ­ຕົວເໝືອນ­ກັບ­ວ່າ­ໄຮ້ວິນຍານ­ແຕ່­ແປກ­ກົງ­ທີ່ວ່າ "ລິ່ວ­ຕາເຫຼືອກ­ຕາດຽວມາເບິ່ງ­ພຣະ­ອາຈານ" ອາຕະ­ມາ­ກໍ ເວົ້າ­ໃສ­ວ່າ "ຮື...ຊິມາເຫຼືອ ຕາ­ໃສ່ອາຈານ­ແບບ­ນັ້ນ" ­ແມ່ຍິງ­ຄົນ­ນັ້ນ­ລຸກ­ປຸບ­ປັບ­ຂຶ້ນເໝືອນ­ມີ­ແຮງ ມື­ຕາ­ຢ່າງ­ບໍ່­ພັບ ບໍ່ວ່າຫຍັງ ?
- ພຣະ­ອາຈານ "­ແນະ­ລຸກ­ແລ້ວ ຄື­ແຂງ­ແຮງ­ແທ້ ເຈົ້າເປັນ­ຫຍັງ­ແມ່­ຕູ້" ພໍ່ອອກ­ທີ່ອ້າງ­ວ່າ ເປັນເຈົ້າຂອງ­ດິນ­ຊິບ­ໃສ່­ຫູອາຈານ­ຄ່ອຍໆ­ ວ່າ­ບໍ່­ແມ່ນ­ແມ່­ຕູ້ ພໍ່­ຕູ້, ຜີ­ຜູ້­ຊາຍ ພຣະ­ອາຈານ" ພຣະ­ອາຈານ "ຮືມ໌ ຢ່າປາກ", ­ແລ້ວ­ຖາມ­ຍິງ­ທີ່­ຖືກ­ຜີເຂົາ ຄົນ­ນັ້ນ­ອີກ, "­ແມ່­ຕູ້ເຈົ້າເປັນ­ອີ­ສັງ ?" ຍິງ­ຄົນ­ນັ້ນເວົ້າ­ຂຶ້ນ­ວ່າ "ຂ້າ­ນ້ອຍ­ບໍ່­ແມ່ນ­ພໍ່­ຕູ້ ທັງ­ຍົກ­ມື­ຊີ້ ­ໃສ່­ໂຕເຂົາເອງ" ພຣະ­ອາຈານ­ກໍເວົ້າ­ວ່າ "ຜີບ້າ ເປັນ­ຜຸ້ຍິງ­ແທ້ໆ­ໆ­ ເປັນ­ຫຍັງ­ຄືວ່າ ພໍ່­ຕູ້ ບໍ່­ແມ່ນ­ຜີບ້າ­ແລ້ວ­ບໍນີ້" ຜູ້ຍິງ­ທີ່­ຖືກ­ຜີເຂົ້າ ກໍເວົ້າ­ວ່າ "ຂ້າ­ນ້ອຍເປັນ­ຜູ້­ຊາຍ", ພຣະ­ອາຈານ­ຈຶ່ງ­ວ່າ "ເອີໆ­ໆ­ໆ­ ຜູ້­ຊາຍກະ­ຜູ້­ຊາຍ ວ່າ­ແຕ່ວ່າເຈົ້າ­ຫັ້ນ­ຊື­ຫຍັງ ?" ຜູ້ຍິງ­ຄົນ­ນັ້ນເວົ້າ­ວ່າ "ຂ້າ­ນ້ອຍ­ຊື່­ພໍ່­ຕູ້­ສົມ­ຫວັງ" ຢູ່ບ້ານ­ໃດ ? ຢູ່ບ້ານ­ໃໝ່­ສໍາ­ປັນນາ, ເປັນ­ຫຍັງ ຈຶ່ງມາເຂົ້າເຂົາ­ນີ້, "ຂ້າ­ນ້ອຍ­ແທ້­ຫັ້ນ­ຢູ່­ສະ­ຫວັນ­ພຸ້ນ, ມາ­ນໍາ­ລູກ­ນ້ອງ­ຫົກ­ຄົນ, ມາຕາມ­ລູກ" ພຣະ­ອາຈານ "ຕາມ­ຢູ່­ໃສ ? ­ໃຜ­ລູກເຈົ້າ, "ຜີກະ­­ໄລ່­ຊື່­ລູກ ອອກມາ­ທັງ­ໝົດ ­ແລ້ວເຂົາ­ກໍຊີ້­ໃສ່ຍິງ­ຄົນ­ທີ່­ຖືກ­ຜີເຂົ້າ­ຫັ້ນ­ອີກ­ວ່າ "ນີ້ກະ­­ແມ່ນ"
- ພຣະ­ອາຈານ "ຄົນ­ທີ່ນອນ­ຢູ່ນີ້ ກໍ­ແມ່ນ­ລູກເຂົ້າ­ແມ່ນ­ບໍ ?" ເວົ້າສຽງ­ແຂງ "­ໂດຍ...­ແມ່ນ­ລູກ­ຂ້າ­ນ້ອຍ ຫັ້ນ­ແລ້ວ, ມັນ­ໜີມາເຫິງ­ແລ້ວ ຊິມາເອົາ­ມັນເມືອ, ຄັນ­ມັນ­ບໍ່ເມືອ ຊະ­ເອົາ­ໃຫ້­ຕາຍ".
- ພຣະ­ອາຈານເວົ້າ­ວ່າ "ບ້ະ­ໆ­ໆ­ໆ­ໆ­ ພໍ່­ຕູ້ວ່າເປັນ­ພໍ່­ຕູ້­ສົມ­ຫວັງເຈົ້າຂອງ­ດິບ້ານ­ໃໝ່­ແມ່ນ­ບໍ ?" ເຂົາຕອບ­ວ່າ­ແມ່ນ­ແລ້ວ "ລູກເຂົາເຈົ້າ ເຂົາເອົາ­ດິນເຈົ້າ­ໄປຂາຍ­ແມ່ນ­ບໍ ?" ເຂົາຕອບ­ວ່າ "­ແມ່່ນ­ແລ້ວ...­ໂຢວ໌ ຊິ­ຖາມ­ອີ­ສັງ­ຫຼາຍ­ແທ້ ເວົ້າເທົ່າ­ນີ້ກະ­ຮູ້­ຕວາ", ພຣະ­ອາຈານ "ຢາກ­ຮູ້, ­ແຕ່­ຄວາມ­ຈິງ­ແລ້ວ ຍິງ­ຄົນ­ນີ້ ບໍ່­ແມ່ນ­ລູກ­ຂອງເຈົ້າ ເຂົາເປັນ ພຽງ­ຄົນເຝົ້າສວນ­ໃຫ້ເຖົ້າ­ແກ່ ຊື໋ໆ­ໆ­ໆ­ໆ­ ເຈົ້າ­ກໍາ­ລັງ­ຕົວະ­ພຣະ­ອາຈານ­ແມ່ນ­ບໍລະ­ ?" ເຂົາເວົ້າສຽງ­ອ່ອນໆ­ລົງ­ແລ້ວ ຫຼຽວ­ໜີ­ໄປທາງ­ອື່ນໆ­ ບໍ່­ສູ້­ໜ້າເໝືອນເກົ່າ" ອາຈານ ຈຶ່ງເວົ້າ­ອີກ­ວ່າ "ຫຼຽວມາທາງ­ນີ້ ເບິ່ງເປັນ­ຫຍັງ­ບໍ່­ພັບ­ຕາລະ­ ຫຼຽວມາ" ເຂົາ­ກໍກົ້ມ­ໜ້າ­ບໍ່­ປາກເໝືອນເກົ່າ ທໍາ­ທ່າ­ຢ້ານໆ­ ເຮັດ­ຕາເຫຼືອກໆ­ ­ແຕ່ບໍ່­ພັບ­ຕາ ຈຶ່ງເວົ້າ­ໃຫ້ເຂົາ­ວ່າ "ເຈົ້າ­ວ່າເຈົ້າ­ຮັກ­ລູກ­ຂອງເຈົ້າ­ແມ່ນ­ບໍ ?" ເຂົາຕອບ­ວ່າ "­ໂດຍ...ຮັກເຂົາ­ຫັ້ນ­ແລ້ວ ຮັກ­ຜູ້ນີ້ນີ້­ແຫຼ້ວ­ຫຼາຍ ຢ້ານເຂົາ­ທຸກເຂົາຍາກ ບໍ່ມີອັນ­ຢູ່ອັນ­ກິນ ­ໃຫ້ເຂົາ­ກັບ­ບ້ານເມືອງ­ຄືນ" ອາຕະ­ມາ­ວ່າ "ພໍ່­ຕູ້ ເຈົ້າ­ຫັ້ນ­ຄິດ­ຜິດ­ແລ້ວ ເຈົ້າ­ວ່າເຈົ້າ­ຮັກ­ລູກເຈົ້າ ­ແຕ່ເຈົ້າມາ­ຢູ່­ໃນ­ຮ່າງ­ຂອງເຂົາ ­ແລ້ວ­ວິນຍານ­ຂອງເຂົາ­ຊິເປັນ­ຈັ່ງ­ໃດ­ລະ­ ອັນ­ນີ້ເຂົາ­ວ່າເຈົ້າ­ບໍ່­ຮັກ­ລູກ­ແລ້ວ ເຈົ້າ­ຍັງບຽດບຽນເຂົາ­ອີກ ບາບ­ຕົກນະ­ຣົກ­ໝົກ­ໄໝ້, ມີ­ພໍ່­ຄົນ­ໃດ­ຮັກ­ລູກ ­ແຕ່­ທໍຣະ­ມານ­ລູກ­ແບບ­ນີ້" ເຂົາ­ກົ້ມ­ໜ້າ ບໍ່­ປາກ­ຍັງ­ອາຕະ­ມາ­ຈຶ່ງ­ຖາມເຂົາ­ວ່າ "ຕອນເປັນມະ­ນຸດ ຫັ້ນເຄີຍເຂົ້າ­ວັດ­ຟັງ­ທັມ­ບໍ ?" ເຂົາຕອບ­ວ່າ "ບໍ່ເຄີຍ" ອາຕະ­ມາຖາມ­ວ່າ "ເປັນ­ຫຍັງ­ບໍ່ເຄີຍ" ເຂົາຕອບ­ວ່າ "ເຂົ້າສາສນາ­ອື່ນ(ບອກ­ຊື່­ສາສນາ), ອາຕະ­ມາ ຈຶ່ງບອກເຂົາ­ວ່າ "ນັ້ນ­ແລ້ວ....ເປັນ­ຫຍັງເຈົ້າ­ຈຶ່ງ­ວ່າ ລູກ­ບໍ່ເຮັດ­ບຸນ­ໃຫ້­ລະ­ ຂອງ­ຕອນ­ມີ­ຊີວິດເຈົ້າ­ບໍ່­ພາເຂົາເຮັດ­ບຸນ ບາດເຈົ້າຕາຍ­ແລ້ວ ເຂົາ­ກໍບໍ່­ຈັກ­ຊິເຮັດ­ບຸນ­ໃຫ້ເຈົ້າ­ຫັ້ນ­ແລ້ວ" ເຫິງເຕີບ ເຂົາ­ກໍບໍ່­ຕອບ­ຫຍັງ ກະ­ເລີຍບອກເຂົາ­ວ່າ "ນັ້ນ­ແລ້ວ ຕອນ­ມີ­ຊິວິດເປັນ­ຄົນເປັນ­ຄົນ­ທິດ­ຖີ ເຫັນ­ຜິດ ຢູ່­ໃນ­ປະ­ເທດ­ພຸດ­ທະ­ສາສນາ­ແທ້ໆ­ ຍັງ­ບໍສວຍ­ໂອກາດ­ສ້າງ­ບຸນ­ໃສ່­ໂຕ ຕາຍ­ໄປ­ແລ້ວ ກໍເປັນອະ­ສຸຣະ­ກາຍ­ຈັ່ງ­ຊີ້" ເຂົາ­ກໍບໍ່ວ່າຫຍັງ ນັ່ງ­ກົ້ມ­ໜ້າ ­ແລະ­ເຫັນ­ນໍ້າຕາຂອງເຂົາອອກ"
- ອາຕະ­ມາ­ຢ້ານ­ຍິງ­ຄົນ­ນັ້ນເມື່ອຍ­ຈຶ່ງ­ຖາມເຂົາ­ວ່າ "ພໍ່­ຕູ້ ເຈົ້າ­ຊິອອກ­ຈາກ­ຍິງ­ຄົນ­ນີ້ບໍ ?" ເຂົາຕອບ­ວ່າ "ບໍ່ອອກ ຊິ­ໄປ­ແກ້­ແຄ້ນ­ພວກ­ລູກເນ­ຣະ­ຄຸນ­ກ່ອນ" ອາຕະ­ມາ­ວ່າ "ຍັງບອກ­ແລ້ວ­ວ່າ ການ­ທີ່ເຈົ້າເປັນ­ຜີນັ້ນ­ມັນກະ­ບາບ­ພໍ­ແຮງ­ແລ້ວ ເຈົ້າ­ຍັງ­ຊິ­ໄປ­ຂ້າ­ຄົນ­ອີກ­ມັນບາບ­ໜັກ ຕົກນະ­ຣົກ­ໝົກ­ໄໝ້, ເຈົ້າຢາກເປັນ­ຜີ­ຢູ່­ຈັ່ງ­ຊີ້ບໍ ?" ເຂົາຕອບ­ວ່າ "ບໍ່...­ໃຜບອກ­ວ່າເປັນ­ຜີດີ" ອາຕະ­ມາ­ຫົວ­ຂ­ວັນ "ຮ່າໆ­ໆ­ໆ­ໆ­ໆ­ໆ­ໆ­ໆ­ໆ­ໆ­ໆ­ໆ­ໆ­ໆ­ໆ­ໆ­, ກະ­ບໍ່­ໃຜບອກ­ວ່າ­ຜີດີ, ຈໍາພວກ­ຜີ, ພວກອະ­ສຸຣະ­ກາຍ­ນີ້ ມັກບາບ­ຍິ່ງກ­ວ່າ ເປັນ­ສັດ­ອີກ, ເປັນ­ຫຍັງເຈົ້າ­ຈຶ່ງ­ບໍ່ອອກ­ຈາກ­ແມ່ອອກ­ຄົນ­ນີ້ ­ຊັ້ນ­ນ່າ" ເຂົາຕອບ­ວ່າ "ມາ­ນໍາເອົາ­ມັນເມືອ ຍັງ­ວ່າ" ອາຕະ­ມາ­ວ່າ "ຊິເອົາເຂົາເມືອ ມັນ­ຊິມີ­ປະ­­ໂຫຍດ­ຫຍັງ, ­ໃນ­ຂະ­ນະ­ເຈົ້າກະ­ຍັງເປັນ­ຜີ­ຢູ່ ເອົາ­ຕົວ­ບໍ່­ລອດ­ແລ້ວ ຍັງເປັນ­ຫ່ວງ­ຄົນ­ອື່ນ­ອີກ ຮ່າໆ­ໆ­ໆ­ໆ­ໆ­ໆ­ ອາຈານ­ງຶດ­ຜີບ້າ­ດັ່ງເຈົ້າ".
- ຜູ້ຍິງ­ຄົນ­ນັ້ນ­ນໍ້າຕາອອກ ຫຼາຍເຕີບ ຈຶ່ງ­ຖາມເຂົາ­ວ່າ "ເປັນ­ຫຍັງ­ຈຶ່ງ­ຮ້ອງ­ໃຫ້­ລະ­ ".­ໂອຍ....ຢ່າ­ຊູຖາມ­ຫຼາຍ­ທ້ອນ" ອາຕະ­ມາ­ວ່າ "ບໍ່­ຖາມ­ຈັ່ງ­ໃດ ທໍາ­ອຶດ­ຄືມາເວົ້າສຽງ­ແຂງ ບາດ­ນີ້ ຄືວ່າມາກ­ນໍ້າຕາອອກ" ເຂົາເວົ້າ­ທັງ­ໃຫ້­ພ້ອມ­ວ່າ "­ແນວ­ມັນເສັຍ­ໃຈເວີຍ....ຕອນເປັນ­ຄົນ­ບໍ່­ ໄດ້ເຮັດ­ບຸນ ບໍ່ເຊື່ອ­ພຸດ­ທະ­ສາສນາ­ນໍາເຂົາ ຄົນມາຊວນ­ໄປເຮັດ­ບຸນກະ­ ບໍ່­ໄດ້ເຮັດ­ນໍາເຂົາ, ສວນ­ບັກ­ໃຫຍ່ນາກະ­ຫຼາຍ ກໍບໍ່­ໄດ້­ໃຊ້­ຫຍັງ­ລູກ­ມັນ­ຫຼັກ­ມັນ­ໂລບເອົາ.....ກີບດຽວກະ­ບໍ່­ແບ່ງ".
- ອາຕະ­ມາ­ວ່າ "ເອີ.....ມາ­ຈົ່ມເສັຍ­ໃຈຕອ­ນີ້ມັນກາ­ຊ້າເກີນ­ແລ້ວ­ພໍ່­ຕູ້ເອີຍໆ­ໆ­ໆ­ ອັນ­ດິນ­ອັນນາ­ນັ້ນ ເຈົ້າ­ຊິ­ຫວງ­ໄວ້ເຮັດ­ຫຍັງ ເຈົ້າຕາຍ­ແລ້ວ­ມັນກະ­ເປັນ­ຂອງ­ຄົນ­ອື່ນໆ­, ມັນເປັນ­ທໍາມະ­ດາຂອງ­ໂລກ ເອົາ­ຈັ່ງ­ຊີ້ເວົ້າຫຼາຍເຈົ້າກະ­ເສັຍ­ໃຈ­ລ້າ ­ໃຫ້ເຈົ້າອອກ­ຈາກ­ຍິງ­ຄົນ­ນີ້ກ່ອນ, ­ແລ້ວ­ຊິບອກ­ໃຫ້­ລູກ­ຂອງເຈົ້າເຮັກ­ບຸນ­ໃຫ້­ໄດ້ບໍ".
- ຍິງ­ຄົນ­ທີ່­ຖືກ­ຜີເຂົ້າ­ກໍເງີຍ­ໜ້າ­ຂຶ້ນ ເບິ່ງເພດານ ­ແລະ­ຫຼຽວ­ໄປ­ທົ່ວ­ຫ້ອງ ­ແລ້ວ­ກໍຈົ່ມ­ຄ່ອຍໆ­ໆ­ "­ໂອ...ຈັ່ງ­ແມ່ນງາມເນາະ­ວັດ­ອາຈານ ­ໂອຍ ຜ້າ­ກັ້ງງາມເນາະ­" ເຂົາຫຼຽວ­ໄປ ເບິ່ງ­ພຣະ­ພຸດ­ທະ­ຮູບ­ແລ້ວ­ຂາບ­ລົງ ໓ ຄັ້ງ­ແລ້ວ, ­ແລ້ວເວົ້າ­ຄ່ອຍໆ­ ພຣະ­ພຸດ­ທະ­ເຈົ້າ­ຈັ່ງ­ແມ່ນງາມໆ­ໆ­ໆ­ໆ­ ອາຈານບອກເຂົາເຮັດ­ບຸນ­ໃຫ້­ຂ້າ­ນ້ອຍ­ແນ່ເດີ.....ເຂົາເງິຍ­ຂຶ້ນ­ແລ້ວ­ກໍຫງາຍເງີກ ­ໄປ­ລົ້ມ­ໃສ່­ຕັກ­ຊາຍ­ຄົນ­ທີ່ອຸ້ມເຂົາ­ຢູ່­ທາງ­ຫຼັງ ມິດ­ໄປເໝືອນ­ຮ່າງ­ໄຮ້ວິນຍານ, ຊາຍ­ຄົນ­ອຸ້ມເຂົາ­ຫັ້ນ­ກໍເອົາ­ນໍ້າ ­ໃນ­ຈອກ­ອົມ­ພູດໆ­ ­ໃສ່­ໜ້າ­ຍິງ­ຄົນ­ນັ້ນ­ສອງ-ສາມ­ຄັ້ງ ຈຶ່ງ­ມຶນ­ຕາ­ລຸກ­ຂຶ້ນ ເໝືອນ­ຄົນ­ບໍ່ເປັນ­ຫຍັງ ? ຖາມ­ຍິງ­ຄົນ­ນັ້ນ ­ໄດ້­ຄວາມ­ຈົນ­ໃຫ້­ແນ່­ໃຈ­ວ່າ ເປັນ­ຍິງ­ຄົນ­ນັ້ນ­ແລ້ວ ອາຕະ­ມາ­ຈຶ່ງເອົາ­ຝ້າຍ­ທີ່ກຽມ­ໄວ້­ໄປ­ຜູກ­ແຂນເຂົາ ­ໃຫ້ນໍ້າ­ມົນເຂົາ­ກິນ­ແລ້ວ­ຈຶ່ງ­ຖາມເລື່ອງ­ອື່ນ­ຕໍ່. (ຮຽບຮ້ອຍກັບມາເຂົ້າຄືນບໍ່ໄດ້ແນ່ນອນ)

- ເວົ້າ­ລັດເອົາເລື່ອງ­ຈຶງ­ຈາກ­ຍິງ­ຄົນ­ນີ້.
- ­ແມ່ອອກ ຊື່­ຫຍັງ ເຂົາຕອບ­ວ່າ "ຊື່......." ຢູ່ບ້ານ­ໃດດຽວ­ນີ້ "ເຝົ້າສວນ­ໃຫ້ເຖົ້າ­ແກ່ນີ້(ຊີ້­ໃສ່ເຖົ້າ­ແກ່­ຄົນ­ພາມາ)ຢູ່ບ້ານ­ໃໝ່", ຢູ່ກັບ­ໃຜ ? ເຂົາຕອບ­ວ່າ ຢູ່ກັບ­ຜົວ, ຖາມ­ວ່າ "­ໃສ­ຜົວ" ເຂົາ­ຊີ້­ໃສ່­ຄົນ­ທີ່ນັ່ງເບື້ອງ­ຫຼັງ ທີ່ອຸ້ມເຂົາ­ຂຶ້ນມາຕອນ­ຜີເຂົ້າ, ­ແລະ­ກັບ­ລູກ, ຖາມເຂົາ­ວ່າ "­ໃສ­ລູກ" ຜູ້­ຊາຍ­ຄົນ­ນັ້ນ­ກໍ­ໄປເອົາ­ລູກ ທີ່­ຢູ່­ລຸ່ມ­ຂຶ້ນມາ, ໔ ຄົນ­ຍັງ­ນ້ອຍໆ­ຢູ່; ບ້ານ­ຢູ່­ໃສ ? ຕອບ­ວ່າ "ຢູ່ບ້ານ.....ເມືອງ....­ແຂວງ­ສະ­ຫວັນ".
- ຂໍຖາມ­ແນ່ວ່າ ຜີເຂົ້າ­ແມ່ອອກ­ຫັ້ນ­ຮູ້­ຈັກ­ບໍ ? ເຂົາຕອບ­ວ່າ­ກ່ອນເຂົ້າ­ຮູ້­ຈັກ ເພາະ­ເຫັນເປັນ­ໂຕ ­ແລະ­ເຂົ້າຫຼາຍເທື່ອ­ແລ້ວ, ອາຕະ­ມາ­ວ່າ "ຮ່ວຍ" ­ແມ່ນ­ບໍພໍ່ອອກ "ທັງເຖົ້າ­ແກ່­ທັງ­ຜົວກະ­ຕອບ­ວ່າ­ແມ່ນ ອາ­ທິດ­ນີ້ເຂົ້າ­ທຸກ­ວັນ"
- ເອົາ­ຈັ່ງ­ຊີ້ ຕອນ­ຕູ້­ສົມ­ຫວັງ ຜີ­ທີ່ເຂົ້າ­ແມ່ອອກ­ນີ້ຍັງ­ມີ­ຊິວິດ­ຢູ່ ຫັ້ນເຄີຍເຫັນ­ລາວ­ບໍ ? ­ແມ່ອອກ­ຕອບ­ວ່າ­ບໍ່ເຄີຍເຫັນ, ຮູ້­ແຕ່ເຖົ້າ­ແກ່ວ່າເປັນເຈົ້າຂອງ­ດິນ ­ແລະ­ຈັ່ງ­ຫາຕາຍ ເມື່ອ­ສອງ­ປີນີ້, ເຄີຍເຫັນ­ແຕ່­ຕອນເປັນ­ວິນຍານ­ນີ້, ອາຕະ­ມາ­ວ່າເຫັນ­ຕອນ­ໃດ ? ເຫັນ­ຕອນ­ສອງ­ສາມເດືອນມາ­ແລ້ວ, ຢູ່ເຮືອນ­ຫັ້ນກະ­ມີ­ສຽງ­ດັງໆ­ ເໝືອນ­ກັບ­ມີ­ຄົນ ທັງກາງເວັນກາງ­ຄືນ(ໝາຍເຖິງເຮືອນ­ທີ່­ສ່ວນ ເຊິ່ງເປັນເຮືອນເກົ່າຂອງ­ພໍ່­ຕູ້­ສົມ­ຫວັງ) ­ແລ້ວເຫັນ­ຕອນເປັນ­ວິນຍານ­ນັ້ນ ເຫັນ­ຕອນ­ໃດ ?
- ­ແມ່ອອກເລົ່າ­ວ່າ "ເຫັນ­ຕອນ­ທໍາ­ອິດ ເຫັນ­ຕອນ­ໄປ­ໄຫວ້­ຫໍຜີ, ­ແມ່ອອກ­ໄຫວ້­ຫໍຜີ­ຊັ້ນ­ບໍ ? ເຖົ້າ­ແກ່ວ່າ­ໃຫ້ບູຊາ­ທຸກ­ວັນ­ສິນ ກະ­ເລີຍ­ໄຫວ້, ເຫັນ­ຈັ່ງ­ໃດ ? ລາວມາ­ຫົວ­ໃສ່, ­ແລ້ວ­ຕໍ່ມາກະ­ເຫັນເລື້ອຍໆ­ ເຫັນ­ທີ່ກ້ອງ­ລ່າງ, ເຫັນ­ຢູ່­ຫົວ­ຂັ້ນ­ໃດ, ຕໍ່ມາຫາເຫັນ­ທີ່ເຮືອນ­ຕອນ­ກິນເຂົ້າ, ຈາກ­ນັ້ນ­ຜີກະ­ເຂົ້າ­ຂ້າ­ນ້ອຍເລີຍ.
- ອາຕະ­ມາ­ວ່າ "­ໂອ....­ແປກ" ຕອນ­ມັນ­ຊິເຂົ້າ­ທໍາເປັນ­ຈັ່ງ­ໃດ ? ວັນ­ນັ້ນ ກໍາ­ລັງ­ກິນເຂົ້າ­ຢູ່ ຜີກະ­ມາ­ຫົວ­ໃສ່­ໜ້າ­ປັກ­ຕູ ­ແລ້ວເວົ້າ­ວ່າ ກິນ­ຜູ້ດຽວ­ບໍ່­ແບ່ງ­ກັນ­ກິນເນາະ­ ຂ້າ­ນ້ອຍກະ­ຍື້ນ­ໃຫ້ເຂົາ ວ່າເອົາໆ­ກິນກະ­ກິນ ເຂົາ­ຍື່ນ­ມືມາ­ຮັບ­ຂອງ­ກິນ ມື­ຂ້າ­ນ້ອຍກະ­ມຶນເລີຍ, ຖາມ­ຜົວເຂົາ­ວ່າ "ບໍ່ອອກເຫັນ­ບໍ ?" ຜົວເຂົາກະ­ຢືນການ­ວ່າ­ແມ່ນ ­ແລະ­ເຫັນ. ທີ່­ສໍາ­ຄັນ ຄອບ­ຄົວ­ຍິງ­ຄົນ­ນີ້ ຖາມ­ແລ້ວ­ວ່າ "ບໍ່ມັກເຂົ້າ­ວັດເລີຍ ເຂົາ­ອ້າງ­ວ່າເຂົາ­ທຸກ".
- ນີ້­ແລ້ວ ທ່ານ­ຜູ້ອ່ານ "ການ­ທີ່ເປັນ­ຄົນ­ແລ້ວ ບໍ່­ຖື­ສາສນາ ມັນກະ­ເປັນ­ແນວ­ນີ້ ນອກ­ຈາກ­ນັ້ນ­ແລ້ວ ຍັງ­ໄຫວ້­ສານ­ພຣະ­ພູມ­ອີກ ຜີ­ພວກ­ນີ້­ແລ້ວ ຊິມາ­ຢູ່­ໃນ­ຮ້ານ­ພຣະ­ພູມ ຂອງ­ທ່ານ ­ແລ້ວ­ອ່ານເລື່ອງ­ນີ້­ແລ້ວ ຈະ­ເຫັນເປັນ­ຈິງເລີຍ­ວ່າ ຜີບໍ່ເຄີຍ­ໃຫ້­ຄຸນ­ໃຜເລີຍ.
- ວັນ­ຕໍ່ມາ ອາຈານເບ ນິມົນ­ໃຫ້­ໄປ­ສູດ­ຖອດ ທີ່­ສວນ­ນັ້ນ­ບໍ່­ໄດ້­ໄປ ເພາະ­ວ່າຄາວຽກ­ທັງ­ວັນ ຈຶ່ງ­ໃຫ້ນິມົນ­ວັດ­ອື່ນ, ວັນ­ທີ ໑໗ ອາຈານເບ­ວັດນາ­ໄຊ ­ໂທມາ­ຂໍຄາຖາ­ກັນ­ຜີ ­ໃຫ້­ຜູ້ຍິງ­ຄົນ­ນັ້ນ ເຂົາບອກ­ວ່າເຊົາ­ແລ້ວ ­ແຕ່­ຢ້ານ­ມັນມາ­ອີກ ຕອນ­ນັ້ນ­ກໍ­ໃຫ້­ຄາຖາເຂົາ­ໄປ ຄື­ຊິເຊົາ­ແລ້ວ ເພາະ­ບໍ່ຍິນ­ຂ່າວ­ຫຍັງ­ອີກ.


Delicious Digg Fark Twitter