ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 22, 2013 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

Facebook

ໃຊ້ເວລາບໍ່ໜ້ອຍ                      ເພື່ອ Enjoy ທັງວັນ

ວຽກງານການບໍ່ຫວັ່ນ                ຫຼີ້ນໃຫ້ມັນຄາຍເສົ້າ

ເອົາເລື່ອງເກົ່າມາເວົ້າ            ເພື່ອຂໍ Share ຂໍ Like

ຫຼາຍປານໃດບໍ່ວ່າ                      ປານກັບວ່າມີແຮງ

ທັງຕັດຕໍ່ແຕ່ງພາບ                      Image  Video

ທັງໂຊ ແບ໊ວ ຂອງດີ                    ວ່າມີດີກວ່າເພີ່ນ

ນຸ່ງກະເທີນສັ້ນໆ                  ບ່ອນສຳຄັນໂຊສຽວ

ທັງກ້ຽວຄໍກອດເພື່ອນ        ຊວນເພື່ອນມາໂຊແຈມ

ກ່ອນຈະກິນກັບແກ້ມ         ຕ້ອງ Up ຮູບໂຊອວດ

ຈັບກວດເບຍຍົກນຳ          ພ້ອມທັງຍົກຈອກເຫຼົ້າ

ບາງຄົນເມົາໝົດທ່າ               ກໍ່ເອົາມາ Up ຂື້ນ

ໃຫ້ຜູ້ອື່ນຮັບຮູ້                        ວ່າຈຸເພີ່ນເມົາໆ

ບາງຄົນ,   up ຮູບແຟນຂື້ນ   ພ້ອມທັງຈູບໂຊຫວານ

ໂຊຮູບແຫວນແຕ່ງງານ              ຢ້ານຄົນອື່ນບໍ່ຮູ້

ບາງຄົນເຫງົາຂາດຄູ່           Add ຫາໝູ່ມາກ່າວ
ບາງຄົນຂາວປານແປ້ງ   ກໍ່ຍັງແກ້ງວ່າດຳ   ທ່ານເອີຍ

ໂດຍ:  ອາໄຊ

Delicious Digg Fark Twitter