ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 6, 2009 | ມີ 18 ຄຳເຫັນ ແລະ 0 trackback(s)

ດັ່ງທີ່ຫຼາຍໆ ທ່ານອາດຈະໄດ້ຊື້ຫຼືໄດ້ຍິນມາແລ້ວກ່ຽວກັບຫວຍກິລາຊີເກມ .. ເຊິ່ງຂ້າພະເຈົ້າເອງກໍໄດ້ຖືກບັງຄັບ .. ໂອຍ ບໍ່ແມ່ນ ຖືກຂໍໃຫ້ຊື້ຈຳນວນ 7 ໃບ ແຕ່ຂໍເພິ່ນຊື້ແຕ່ 6 ໃບສາ ເພາະມັນແພງເກີນ ໃບລະ 50,000 ກີບ ແຕ່ຈົນແລ້ວຈົນລອດ ທາງບ້ານເພິ່ນກໍມາຂໍໃຫ້ຊື້ຊຸກຍູ້ອີກໃບນຶ່ງເປັນ 7 ໃບພໍດີ ຮວມກັນແລ້ວ 350,000 ກີບ

alt

ດ້ານໜ້າຂອງຫວຍກິລາດັ່ງກ່າວ...

alt

ແລະນີ້ຄືດ້ານຫຼັງ... (ຄລິກເບິ່ງຮູບໃຫຍ່ໄດ້)

ວັນທີ 3 ເດືອນ 11 ເພິ່ນວ່າຜົນອອກ ແຕ່ລ່ວງເລີຍມາຮອດວັນທີ 6 ແລ້ວ ຂ້າພະເຈົ້າຈຶ່ງໄດ້ອ່ານຜົນອອກຂອງຫວຍດັ່ງກ່າວ

alt

ແລະນີ້ຄືຜົນອອກ!!! (ຄລິກເບິ່ງຮູບໃຫຍ່ໄດ້) ຫຼືເບິ່ງຮູບນີ້ http://img.laoupload.com/images/88836449895735510807.jpg

 

ໃຜຖືກຫວຍຊຸດນີ້ກໍບອກກັນແດ່ເດີ້ ເພື່ອຊິໄດ້ໄປຮ່ວມຍິນດີນຳ ອິອິ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 11, 2009 | ມີ 24 ຄຳເຫັນ ແລະ 0 trackback(s)

altວັນທີ 5 ສິງຫາທີ່ຜ່ານມາ ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ໃນການສຳປະທານພື້ນທີ່ໜອງຈັນຕອນເໜືອຂຶ້ນ ລະຫວ່າງອົງການປົກຄອງນະຄອນຫຼວງ ແລະບໍລິສັດ KPL ຈາກເກົາຫລີ ໂດຍຈັດຂຶ້ນທີ່ດອນຈັນພາເລດ. ເນື້ອໃນສຳຄັນແມ່ນທັງສອງຝ່າຍຕົກລົງກັນ ເພື່ອທີ່ຈະໃຫ້ມີການສຳຫຼວດພື້ນທີ່ ໜອງຈັນຕອນເໜືອ ເພື່ອທີ່ຈະເບິ່ງຄວາມເປັນໄປໄດ້ ໃນການສ້າງສວນສາທາລະນະ ເນື້ອທີ່ເຖິງ 5,5 ເຮັກຕາ ໂດຍທີ່ການສຳຫຼວດຄັ້ງນີ້ຈະໃຊ້ເວລາ 3 ເດືອນ. ເມື່ອສຳຫຼວດແລ້ວ ຫາກວ່າມີຄວາມເປັນໄປໄດ້ ກໍຈະມາເຊັນສັນຍາເພື່ອ ສຳປະທານພື້ນທີ່ດັ່ງກ່າວອີກຄັ້ງນຶ່ງຕື່ມ.

ສວນສາທາລະນະດັ່ງກ່າວນັ້ນ ຈະມີລັກສະນະທີ່ສວຍງາມ ມີໜອງນ້ຳ ຫ້ອງນ້ຳສາທາລະນະ ບ່ອນຈອດລົດສາທາລະນະ (ແຕ່ບໍ່ຮູ້ຊິເກັບເງິນບໍ່ ອິອິ) ສູນຂໍ້ມູນຂ່າວສາວ ຮ້ານຂາຍເຄື່ອງ ຮວມເຖິງບ່ອນຫຼິ້ນກິລາແລະອື່ນ ໆ ນຳອີກ. ຫາກວ່າ ໂຄງການນີ້ເກີດຂຶ້ນແທ້ ກໍແມ່ນທາງບໍລິສັດຈາກເກົາຫລີ ຈະມາລົງທຶນປູກສ້າງເປັນຈຳນວນເງິນເຖິງ 15 ລ້ານໂດລາສະຫະລັດ ໂດຍມີໄລຍະສຳປະທານ 50 ປີ ກ່ອນຈະຕົກເປັນຂອງລັດຖະບານລາວເຮົາ.

ຕາມແຫຼ່ງຂ່າວລະບຸວ່າ ໃນພິທີເຊັນບົດບັນທຶກຄັ້ງນີ້ ບໍລິສັດຈາກເກົາຫລີ ໄດ້ມອບເງິນຈຳນວນ 100,000 ໂດລາໃຫ້ກັບນະຄອນຫຼວງຯ ເພື່ອເປັນທຶນພັດທະນານະຄອນຫຼວງ ແລະຍັງຈະມອບໃຫ້ອີກ 900,000 ໂດລາ ໃນມື້ເຊັນສັນຍາສຳປະທານຄັ້ງຕໍໄປ ຮວມແລ້ວ 1,000,000 ໂດລາ.

alt

alt

ພາບແລະຂ່າວຈາກ VientianMai.net ຜ່ານທາງ Pnomsin.com
ຮຽບຮຽງໂດຍ au8ust

ຂຽນເມື່ອ ຂຽນເມື່ອ: ກ.ລ.. 6, 2009 | ມີ 37 ຄຳເຫັນ ແລະ 0 trackback(s)

ຫາກໍມີສາຍມາລາຍງານ ເລີຍຫາຮູ້ວ່າ ຕອນນີ້ປະເທດເຮົາທີ່ນະຄອນຫຼວງວຽງຈັນ ໄດ້ນຳລົດເມແບບໃໝ່ທີ່ເປັນລະບົບໄຟຟ້າມາແລ່ນຮັບສົ່ງຄົນໃນເມືອງແລ້ວ ເຊິ່ງລົດດັ່ງກ່າວເປັນລົດເມທີ່ໃຊ້ໄຟຟ້າເປັນພະລັງງານໃນການຂັບເຄື່ອນ ເຮັດໃຫ້ປະຢັດນ້ຳມັນ ແລະຊັບພະຍາກອນທຳມະຊາດ ພ້ອມທັງຫຼຸດຜ່ອນຄວັນພິດໃນອາກາດອີກ.

ລົດເມໄຟຟ້າ

ລົດເພິ່ນຕອນນີ້ແມ່ນທົດລອງແລ່ນໃນເສັ້ນທາງ ຕະຫຼາດຂົວດິນ - ດົງໂດກ ເຊິ່ງໃນເບື້ອງຕົ້ນນຳເຂົ້າມາຈາກຈີນຈຳນວນ 13 ຄັນ ຈຸດປະສົງຫຼັກແມ່ນເພື່ອຫຼຸດຜ່ອນຄວາມແອອັດໃນການສັນຈອນຕາມທ້ອງຖະໜົນ ຮວມເຖິງຫຼຸດຜ່ອນອຸປະຕິເຫດຕ່າງ ໆ ທີ່ເກີດຂຶ້ນອີກນຳ. ລົດເມດັ່ງກ່າວເປັນລົດເມຂະໜາດນ້ອຍມີ 10 ບ່ອນນັ່ງ  ສາມາດແລ່ນໄດ້ປະມານ 40km/ຊມ ເໝາະສຳລັບນັກຮຽນນັກສຶກສາທີ່ຕ້ອງການຄວາມສະດວກ ແລະປະຢັດເປັນຢ່າງຍິ່ງ ເນື່ອງຈາກຄ່າໂດຍສານພຽງ 1,500 ກີບເທົ່ານັ້ນ.

ສຳລັບເວລາທຳການແມ່ນ 6:20 AM ຈົນຮອດ 4:40 PM ທັງໝົດມີ 21 ຖ້ຽວຕໍ່ມື້ ເລີ່ມແລ່ນມາແລ້ວຕັ້ງແຕ່ທ້າຍເດືອນທີ່ຜ່ານມາ ຫຼາຍ ໆ ຄົນອາດຈະໄດ້ໄປລອງນັ່ງກັນມາແດ່ແລ້ວ ກໍມາເລົ່າໃຫ້ຟັງໄດ້ເນີ້.

ພາບແລະຂ່າວຈາກໜັງສືພິມວຽງຈັນໃໝ່

ຂຽນເມື່ອ ຂຽນເມື່ອ: ທ.ວ.. 22, 2008 | ມີ 19 ຄຳເຫັນ ແລະ 0 trackback(s)

        ລັດຖະບານຍີ່ປຸ່ນກຳລັງພິຈາລະນາການບັງຄັບ ຫ້າມນຳໂທລະສັບເຄື່ອນທີ່ໄປໂຮງຮຽນ ຫຼັງຈາກທີ່ເກີດມີເຫດວິວາດກ່ຽວກັບໂທລະສັບມືຖືຫຼາຍຂຶ້ນເລື້ອຍ ໆ ໂດຍສຳນັກງານສະຖິຕິຂອງລັດຖະບານຍີ່ປຸ່ນ ລາຍງານວ່າໃນປີ 2008 ເກີດເຫດວິວາດ ຫຼືບັນຫາຮ້າຍແຮງຕ່າງ ໆ ກ່ຽວກັບໂທລະສັບເຄື່ອນທີ່ເກືອບ 6,000 ກໍລະນີ ເພີ່ມຂຶ້ນຈາກປີ 2007 ກວ່າ 1,000 ກໍລະນີ ເຊັ່ນ ເມື່ອປີກາຍນີ້ນັກຮຽນຊາຍຄົນໜຶ່ງໃນແຂວງໂກເບ (神戸市) ໄດ້ຂ້າຕົວຕາຍໂດຍມີສາເຫດມາຈາກພາບເປືອຍຂອງລາວເອງ ທີ່ຖ່າຍຫຼິ້ນ ໆ ໂດຍໃຊ້ໂທລະສັບມືຖືແຕ່ພາຍຫຼັງຖືກນຳໄປເຜີຍແຜ່ທົ່ວໂຮງຮຽນ ເປັນເຫດໃຫ້ເກີດຄວາມອັບອາຍຈົນເປັນຜົນໃຫ້ຂ້າຕົວຕາຍໃນທີ່ສຸດ

 

        ທາງການຂອງຍີ່ປຸ່ນໄດ້ຕັ້ງກຸ່ມພິເສດຂຶ້ນມາເພື່ອສຶກສາບັນຫາດັ່ງກ່າວ ແລະໄດ້ໃຫ້ຂໍ້ສະເໜີວ່າ ຄວນປະກາດຫ້າມບໍ່ໃຫ້ນັກຮຽນນຳໂທລະສັບມືຖືໄປໂຮງຮຽນທົ່ວປະເທດ ໂດຍຂໍ້ສະເໜີດັ່ງກ່າວນີ້ ຈະຖືກສົ່ງໄປໃຫ້ນາຍົກລັດຖະມົນຕີພິຈາລະນາປະມາານຕົ້ນປີໜ້າທີ່ກຳລັງຈະມາຮອດນີ້ ຢ່າງໃດກໍ່ດີເນື່ອງຈາກນາຍົກລັດຖະມົນຕີຄົນປັດຈຸບັນມີສະຖານະພາບບໍ່ຄ່ອຍດີປານໃດໃນດ້ານການເມືອງ ຈຶ່ງຍັງບໍ່ເປັນທີ່ແນ່ນອນວ່າຂໍ້ສະເໜີດັ່ງກ່າວຈະໄດ້ຮັບການພິຈາລະນາໄວຫຼືບໍ່

 

        ເມື່ອເດືອນພຶດສະພາປີນີ້ ຜູ້ວ່າການແຂວງໂອຊະກະ (大阪府) ໄດ້ປະກາດຫ້າມບໍ່ໃຫ້ໃຊ້ໂທລະສັບມືຖືໃນໂຮງຮຽນໄປກ່ອນແລ້ວ ແຕ່ການກຽມປະກາດຫ້າມໂດຍລັດຖະບານໃນຄັ້ງນີ້ ຈະເປັນການຫ້າມນຳເຄື່ອງໂທລະສັບມືຖືໄປໃຊ້ໃນໂຮງຮຽນທົ່ວປະເທດ ເຊິ່ງກໍລະນີດຽວກັນນີ້ກໍ່ເກີດຂຶ້ນໃນນິວຢອກ (New York) ເຊັ່ນກັນ ເຮັດໃຫ້ຕ້ອງຂໍຄວາມຮ່ວມມືໃຫ້ບັນດາຮ້ານຄ້າຕ່າງ ໆ ຈັດຫາບ່ອນເກັບເຄື່ອງໂທລະສັບມືຖືໃຫ້ນັກຮຽນຝາກໄວ້ໄດ້ ໂດຍບໍ່ໃຫ້ໃຊ້ໃນໂຮງຮຽນ

 

ແຫຼ່ງຂ່າວ - Blognone

ແປ ແລະຮຽບຮຽນ - ຂພຈ :P

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 13, 2008 | ມີ 26 ຄຳເຫັນ ແລະ 0 trackback(s)
ລະດັບນ້ຳຈາກນ້ຳຄານສູງເທົ່າກັບຖະໜົນແລ້ວ



img.laoupload.com | ບໍລິການ ອັບໂຫລດຮູບ ຝາກຮູບ ດາວໂຫລດຮູບ ເກັບຮູບ ສົ່ງຮູບ ຮັກສາຮູບ ຟຣີ!!!! ສຳຫລັບຄົນລາວ ^o^ img.laoupload.com | ບໍລິການ ອັບໂຫລດຮູບ ຝາກຮູບ ດາວໂຫລດຮູບ ເກັບຮູບ ສົ່ງຮູບ ຮັກສາຮູບ ຟຣີ!!!! ສຳຫລັບຄົນລາວ ^o^ img.laoupload.com | ບໍລິການ ອັບໂຫລດຮູບ ຝາກຮູບ ດາວໂຫລດຮູບ ເກັບຮູບ ສົ່ງຮູບ ຮັກສາຮູບ ຟຣີ!!!! ສຳຫລັບຄົນລາວ ^o^ img.laoupload.com | ບໍລິການ ອັບໂຫລດຮູບ ຝາກຮູບ ດາວໂຫລດຮູບ ເກັບຮູບ ສົ່ງຮູບ ຮັກສາຮູບ ຟຣີ!!!! ສຳຫລັບຄົນລາວ ^o^ img.laoupload.com | ບໍລິການ ອັບໂຫລດຮູບ ຝາກຮູບ ດາວໂຫລດຮູບ ເກັບຮູບ ສົ່ງຮູບ ຮັກສາຮູບ ຟຣີ!!!! ສຳຫລັບຄົນລາວ ^o^


ວີດິໂອ http://laoupload.com/IVGM9UFKZCQ2/Video_067_.3gp.html