ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 19, 2013 | ມີ 4 ຄຳເຫັນ ແລະ 0 trackback(s)

ມື້ກີ້ເບິ່ງຂ່າວມາ ເຂົາເຈົ້າເວົ້າເລື່ອງອຸປະຕິເຫດທາງລົດ ເພິ່ນບອກວ່າ:
ຄວາມໄວ 60km/h ແຮງຊົນເທົ່າກັບຕົກຈາກບ່ອນສູງ 14 ແມັດຫຼືຕຶກສູງ 5 ຊັ້ນ
ຄວາມໄວ 80km/h ແຮງຊົນເທົ່າກັບຕົກຈາກບ່ອນສູງ 25 ແມັດຫຼືຕຶກສູງ 8 ຊັ້ນ
ຄວາມໄວ 100km/h ແຮງຊົນເທົ່າກັບຕົກຈາກບ່ອນສູງ 39 ແມັດຫຼືຕຶກສູງ 13 ຊັ້ນ
ຄວາມໄວ 120km/h ແຮງຊົນເທົ່າກັບຕົກຈາກບ່ອນສູງ 56 ແມັດຫຼືຕຶກສູງ 19 ຊັ້ນ

ມະນຸດໃຊ້ເວລາ 0.75 ວິນາທີໃນການຢຽບເບຣກໄດ້ຢ່າງມີປະສິດທິພາບ ໄລຍະເວລາທີ່ເສຍໄປນີ້ເອີ້ນວ່າ “ໄລຍະເວລາຂອງປະຕິກິລິຍາຕອບສະໜອງ” ເຊິ່ງຈະປ່ຽນໄປຕາມບຸກຄົນ ຄວາມໄວລົດ ແລະຮ່າງກາຍ ຫຼືສະໝອງໃນຂະນະນັ້ນໆ (ເຊັ່ນ: ອ່ອນເພຍ, ເມື່ອຍ ຫຼືມຶນເມົາຈາກລິດຢາ ຫຼືເຫຼົ້າ) ເຮັດໃຫ້ປະສິດທິພາບການຕອບສະໜອງເສຍໄປ

ສູດຄຳນວນແມ່ນ ຄວາມໄວ + ປະຕິກິລິຍາຕອບສະໜອງຕ່ຳ (ເຫຼົ້າ, ເຫງົານອນ, ໂທລະສັບ) = ຊີວິດສັ້ນ :(

ສະນັ້ນ ຫຼຸດຄວາມໄວ = ຫຼຸດຄວາມສ່ຽງ

Delicious Digg Fark Twitter