ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 26, 2014 | ມີ 6 ຄຳເຫັນ ແລະ 0 trackback(s)

ວັນ ຮາໂລວີນ ແມ່ນວັນສະເຫຼີມສະຫຼອງໃນທຸກຄືນວັນທີ 31 ຕຸລາຂອງແຕ່ລະປີ ໂດຍນິຍົມຈັດກັນປະເທດແຖບຕາເວັນຕົກເປັນສ່ວນໃຫຍ່. ບ້ານເຮືອນຈະມີການປະດັບປະດາແສງໄຟ ແລະໃຊ້ໝາກຟັກເປັນໂຄມໄຟ ເອີ້ນວ່າ ແຈັກ ໂອ ແລນເທີນ ຫຼື jack-o’-lantern ເຊິ່ງເດັກນ້ອຍຈະພາກັນແຕ່ງໂຕເປັນພູດຜີແບບຕ່າງໆ ເພື່ອອອກໄປສະຫຼອງກັນ.

ວັນຮາໂລວີນນີ້ ມີຕົ້ນກຳເນີດມຈາກຊົນເຜົ່ານຶ່ງໃນໄອຣ໌ແລນ (Ireland) ຊື່ວ່າ ຊາວ ເຄລຕ໌ (Celt) ເຂົາເຈົ້າຖືວ່າເປັນມື້ສິ້ນສຸດຂອງລະດູຮ້ອນ ແລະຕໍ່ມາແມ່ນວັນທີ 1 ພະຈິກຈະເປັນມື້ຂຶ້ນປີໃໝ່ ດັ່ງນັ້ນໃນວັນທີ 31 ຕຸລານີ້ເອງເປັນມື້ທີ່ຊາວເຄລຕ໌ເຊື່ອກັນວ່າ ໂລກຂອງຄົນທີ່ຕາຍໄປແລ້ວ ແລະຄົນທີ່ຍັງມີຊີວິດຢູ່ຈະຖືກເຊື່ອມໂຍງເຂົ້າຫາກັນ ເຮັດໃຫ້ວິນຍານຂອງຜູ່ທີ່ເສຍຊີວິດໃນປີທີ່ຜ່ານມານັ້ນຈະຊອກຫາຮ່າງຂອງຄົນທີ່ຍັງບໍ່ທັນຕາຍເທື່ອເພື່ອສິງສູ່ ເຮັດໃຫ້ກັບມາມີຊີວິດໄດ້ອີກເທື່ອນຶ່ງ. ໃນຝັ່ງຂອງຄົນທີ່ຍັງບໍ່ທັນຕາຍກໍເລີຍຕ້ອງຫາວິທີບໍ່ໃຫ້ວິນຍານບໍ່ມາສິງຮ່າງຕົນເອງ ເຂົາເຈົ້າກໍເລີຍປິດໄຟທຸກດອກໃນເຮືອນ ເຮັດໃຫ້ອາກາດເຢັນ ແລະບໍ່ເປັນທີ່ຕ້ອງການມາຢູ່ອາໄສຂອງພູດຜີ. ນອກຈາກນີ້, ຍັງພະຍາຍາມແຕ່ງໂຕໃຫ້ແປກປະຫຼາດປອມໂຕເປັນຜີຮ້າຍ ແລ້ວກໍສົ່ງສຽງດັງອຶກກະທຶກເພື່ອໃຫ້ຜີໂຕຈິງຕົກໃຈຫາຍສາບສູນໄປ…

ບາງຕຳນານກໍເລົ່າຮອດເລື່ອງຂະໜາດວ່າມີການຈູດຄົນທີ່ຄິດວ່າຖືກຜີຮ້າຍເຂົ້າສິງ ເປັນການຂູ່ຜີອີກທາງນຶ່ງນຳ ແຕ່ກໍເປັນເຫດການທີ່ເກີດຂຶ້ນກ່ອນສະໄໝຄຣິດສະຕະການດົນນານມາແລ້ວ ເພາະໃນຍຸກນັ້ນຄວາມເຊື່ອເລື່ອງຜີສາງຍັງຄົງຝັງຮາກເລິກໃນຈິດໃຈຂອງມະນຸດຢູ່. ຕໍ່ມາໃນ ຄ.ສ. 1 ຊາວໂຣມັນໄດ້ຮັບປະເພນີຮາໂລວີນມາຈາກຊາວເຄລຕ໌ ແຕ່ໄດ້ຕັດການຈູດຮ່າງຄົນທີ່ຖືກຜີສິງອອກ ປ່ຽນເປັນການຈູດຫຸ່ນແທນ. ເມື່ອເວລາຜ່ານເລີຍລ່ວງໄປ ຄວາມເຊື່ອເລື່ອງຜີຈະສິງສູ່ຮ່າງຂອງມະນຸດກໍເລີ່ມຫາຍໄປນຳການເວລາ ຮາໂລວີນຈຶ່ງກາຍເປັນພຽງພິທີການແຕ່ງໂຕເປັນຜີ, ແມ່ມົດ ຫຼືສັດປະຫຼາດຕາມແຕ່ຈະຄິດສ້າງສັນຈິນຕະນາການກັນເທົ່ານັ້ນ.

ຈົນຮອດປີ 1840 ຮາໂລວີນກໍເດີນທາງໄປຮອດອາເມລິກາ ໂດຍຊາວໄອຣິຊທີ່ອົບພະຍົບເຂົ້າໄປອາເມລິກາໃນເວລານັ້ນເອງ ສຳລັບປະເພນີ Trick or treat ທີ່ແປວ່າຫຼອກຫຼືລ້ຽງນັ້ນ ເລີ່ມຕົ້ນຂຶ້ນໃນສັດຕະວັດທີ 19 ໂດຍຊາວຢູໂຣບ ເຊິ່ງຖືວ່າວັນທີ 2 ພະຈິກ ແມ່ນເປັນວັນ All Souls ເຂົາເຈົ້າຈະຍ່າງໄປອີກບ້ານນຶ່ງເພື່ອຂໍເຂົ້າໜົມສຳລັບວິນຍານ ຫຼືທີ່ເອີ້ນວ່າ soul cake ເພາະເຊື່ອກັນວ່າ ຍິ່ງໃຫ້ເຂົ້າໜົມຫຼາຍເທົ່າໃດ ວິນຍານຂອງພີ່ນ້ອງຜູ່ບໍລິຈາກກໍຈະໄດ້ຮັບບຸນ ເຮັດໃຫ້ມີໂອກາດຂຶ້ນສະຫວັນຫຼາຍຂຶ້ນ.

ສ່ວນຂອງຕຳນານໝາກຟັກນັ້ນ ເປັນຕຳນານພື້ນເມືອງຂອງຊາວໄອຣິຊທີ່ກ່າວເຖິງທ້າວແຈັກຂີ້ໜຽວ ລາວເປັນນັກຫຼິ້ນກົນຂີ້ເມົາ. ມີມື້ນຶ່ງແຈັກຕົວະໃຫ້ຜີສາດຂຶ້ນໄປເທິງຕົ້ນໄມ້ ແລ້ວຂຽນໝາຍໄຂວ່ໄວ້ຢູ່ທີ່ໂຄນກົກໄມ້ເຮັດໃຫ້ຜີສາດລົງມາບໍ່ໄດ້ ຈາກນັ້ນກໍໄດ້ເຮັດຂໍ້ຕົກລົງນຳຜີສາດວ່າ ຫ້າມເອົາສິ່ງບໍ່ດີມາຫຼອກລາວອີກ ແລ້ວກໍປ່ອຍໃຫ້ຜີສາດລົງມາຈາກຕົ້ນໄມ້. ເມື່ອແຈັກຕາຍລົງ ລາວກໍປະຕິເສດທີ່ຈະຂຶ້ນສະຫວັນ ແຕ່ກໍບໍ່ຍອມລົງນະຮົກ ຜີສາດກໍເລີຍມອບເອົາຖ່ານທີ່ກຳລັງແດງໃຫ້ກັບລາວ ເອົາໄວ້ປັດເປົ່າຄວາມໜາວເຢັນໃນຄືນອັນມືດມິດ ແລະແຈັກກໍໄດ້ນຳເອົາຖ່ານນີ້ໄປໃສ່ໃນຫົວຜັກກາດຊະນິດນຶ່ງໂດຍເຈາະໃຫ້ເປັນໂພງທາງໃນກ່ອນ ເພື່ອໃຫ້ໄຟລຸກໄໝ້ໄດ້ດົນກວ່າເກົ່າ. ຊາວໄອຣິຊຈຶ່ງແກະສະລັກຫົວຜັກກາດດັ່ງກ່າວ ແລະໃສ່ໄຟໃນດ້ານໃນອັນເປັນອີກສັນຍາລັກຂອງວັນຮາໂລວີນເພື່ອລະນຶກເຖິງການຢຸດຢັ້ງຄວາມຊົ່ວ ແລະພິທີທາງສາດສະໜາເພື່ອເຮັດບຸນມື້ຂຶ້ນປີໃໝ່. ແຕ່ເມື່ອມີການສະຫຼອງຮາໂລວີນໃນສະຫະລັດອາເມລິກາ ຊາວອາເມລິກັນພົບວ່າໝາກຟັກນັ້ນຊອກງ່າຍກວ່າຫົວຜັກກາດ ກໍເລີຍປ່ຽນມາໃຊ້ໝາກຟັກແທນ.

ປະເພນີ Trick or treat ໃນອາເມລິກາຄືການຫຼິ້ນຢ່າງນຶ່ງທີ່ເດັກນ້ອຍເຝົ້າຄອງຄອຍຖ້າ. ໂດຍໃນວັນຮາໂລວີນຕາມບ້ານເຮືອນຈະມີການຕົກແຕ່ງດ້ວຍໂຄມໄຟໝາກຟັກ ແລະຕຸກກະຕາຫຸ່ນຟາງທີ່ເປນັສ່ວນນຶ່ງຂອງເທດສະການປະເພນີເກັບກ່ຽວໃນຊ່ວງເວລາດຽວກັນນັ້ນ. ແຕ່ລະເຮືອນຈະກຽມເຂົ້າໜົມຫວານເຮັດເປັນຮູບເມັດເຂົ້າສາລີສີຂາວເຫຼືອສົ້ມໃນເມັດດຽວກັນ ເອີ້ນວ່າ Corn Candy ແລະເຂົ້າໜົມອື່ນໆກຽມໄວ້ຖ້າ. ສ່ວນເດັກນ້ອຍໃນລະແວງເຮືອນກໍຈະແຕ່ງໂຕແຟນຊີເປັນພູດຜີປີສາດເຄາະຕາມປະຕູເຮືອນ ໂດຍເນັ້ນເຮືອນທີ່ມີໂຄມໄຟຟັກທອງປະດັບເນື່ອງຈາກມີຄວາມໝາຍວ່າຕ້ອນຮັບເຂົາເຈົ້ານັ້ນເອງ ພ້ອມກັບຖາມວ່າ “Trick or treat?” ເຈົ້າຂອງເຮືອນມີສິດຕອບວ່າ treat ໂດຍການຍອມມອບເຂົ້າໜົມຫວານໃຫ້ເດັກນ້ອຍເຫຼົ່ານັ້ນຄືກັບວ່າຢ້ານເຂົາເຈົ້າ ຫຼືຖ້າເລືອກຕອບ trick ເພື່ອທ້າທາຍໃຫ້ພູດຜີເຫຼົ່ານັ້ນອາລະວາດກໍອາດຈະເປັນຫຍັງກໍໄດ້ ຕັ້ງແຕ່ການແລບລິ້ນຫຼອກຫຼອນ ໄປຈົນທຳລາຍເຄື່ອງຂອງເລັກໆນ້ອຍໆ ແລ້ວອາດຈະຈົບລົງດ້ວຍການ treat ເດັກນ້ອຍໃນທີ່ສຸດ.

ທີ່ມາ - Wiki

Delicious Digg Fark Twitter