ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ທ່ານສົນໃຈຮຽນ Joomla! ຄອສ 4 ອາທິດບໍ່?
ສ້າງເມື່ອ ສ.ຫ.. 21, 2010 116 ຄົນໂຫວດ, 70 ຄຳເຫັນ, ອ່ານ 3295 ເທື່ອ
UPDATE: ອ່ານລາຍລະອຽດເພີ່ມເຕີມໄດ້ໃນ ຕໍ່ຈາກແບບສຳຫຼວດເລື່ອງການສອນ Joomla! CMS




ພໍດີຊ່ວງນີ້ຫວ່າງໆ ກໍເລີຍຢາກເປີດຄອສອົບຮົມການໃຊ້ງານ Joomla! ເຊິ່ງເປັນ CMS (Content Management System) ທີ່ໄດ້ຄວາມນິຍົມສູງໃນຊ່ວງຫຼາຍປີທີ່ຜ່ານມາ ໂດຍອັນທີ່ຈິງແລ້ວ ຂພຈ ເອງ ກໍໄດ້ເຮັດເວັບໄຊ http://joomlalao.com/ ສຳລັບສອນການໃຊ້ງານໄວ້ແລ້ວ. ແຕ່ກໍຍັງມີຜູ່ສົນໃຈຫຼາຍໆ ທ່ານ ທີ່ຕິດຕໍ່ເຂົ້າມາຂໍຮຽນເປັນກໍລະນີພິເສດ ແຕ່ກໍໄດ້ປະຕິເສດໄປທຸກຄັ້ງ ເນື່ອງຈາກບໍ່ຄ່ອຍມີເວລາ.


ຢ່າງໃດກໍຕາມ ເວລານີ້ຫວ່າງແລ້ວ ຈຶ່ງສົນໃຈຢາກຈະເປີດ course ໃນການສອນການນຳໃຊ້ Joomla! CMS ເປັນຄອສໄລຍະສັ້ນ 4 ອາທິດ ເຊິ່ງຮັບຜູ່ທີ່ສົນໃຈບໍ່ເກີນ 15 ຄົນຕໍ່ 1 ຊຸດ ຈຶ່ງຂໍມາສຳຫຼວດກັນກ່ອນວ່າໃຜຈະສົນໃຈແດ່.


ສຳລັບທ່ານທີ່ຍັງບໍ່ຮູ້ວ່າ Joomla! ແມ່ນຫຍັງນັ້ນ ຂໍເຊີນເຂົ້າໄປອ່ານລາຍລະອຽດໄດ້ຈາກ http://joomlalao.com/