ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 3, 2015 | ມີ 2 ຄຳເຫັນ ແລະ 0 trackback(s)

ກ່ອງດຳ ແມ່ນກ່ອງທີ່ບໍ່ແມ່ນສີດຳ ແຕ່ແມ່ກ່ອງທີ່ມີສີສົ້ມສົດໃສ, ກ່ອງດຳ ແມ່ນມີຄຸນລັກສະນະ ທີ່ທົນທານຕໍ່ການທຳລາຍ, ກັນນ້ຳ ,ກັນໄຟໄໝ້ ແລະ ຍັງສາມາດກັນການກະທົບຮຸນແຮງອີກດ້ວຍ. ກ່ອງດຳ ແມ່ນຖືກສ້າງຂື້ນຈາກວັດສະດຸ ໜາ 3 ຊັ້ນ ສ່ວນຊັ້ນໃນສຸດ ຈະມີອຸປະກອນການບັນທຶກຂໍ້ມູນ ທີ່ມີແຜ່ນອາລູມີນຽມບາງໆຫຸ້ມຫໍ່ໄວ້.

ຕາມກົດການບິນ ຍົນ ( ເຮຶອບິນ )ຈະຕ້ອງຕິດຕັ້ງກ່ອວງດຳໄວ້ 2 ກ່ອງດັ່ງນີ້:

1. Flight Data Recorder ( FDR )

ແມ່ນກ່ອງດຳທີ່ບັນທຶກຂໍ້ມູນການບິນ ເຊິ່ງຈະບັນທຶກ ສະພາວະຕ່າງໆ ຂອງເຄື່ອງບິນ ເຊັ່ນ: ເວລາ, ຄວາມໄວ, ຄວາມສູງ, ໄລຍະທາງ, ຕຳແໜ່ງຄັນບັງຄັບ ແລະອຸປະກອນທາງການບິນອື່ນໆ. ສາມາດບັນທຶກ ຂໍ້ມູນທີ່ສຳຄັນແຕ່ 11-29 ປະເພດ ຕາມຂະໜາດຂອງຍົນ ( ເຮຶອບິນ ) . FDR ຈະຖຶກຕິດຕັ້ງໄວ້ໃນສ່ວນຫົວຂອງຍົນ.

2. Cockpit Voice Recorder ( CVR )

ແມ່ນກ່ອງດຳ ທີ່ບັນທຶກສຽງສົນທະນານັກບິນ. CVR ຈະບັນທຶກສຽງທີ່ຢູ່ໃນຫ້ອງນັກບິນ; ຈະມີໄມໂຄໂຟນ ຂອງນັກບິນ ແລະ ຕິດຕັ້ງຢູ່ເທິ່ງເພດານ ລະຫວ່າງກາງບ່ອນນັ່ງຂອງນັກບິນທັງສອງ ເຊີ່ງຈະເຮັດໃຫ້ຮູ້ການສົນທະນາຂອງນັກບິນ ວ່າມີເກີດເລື່ອງຫຍັງຂື້ນ. CVR ແມ່ນຕິດຕັ້ງໄວ້ທາງຫາງຍົນ.

ດັ່ງນັ້ນ ເວລາຍົນ (​ ເຮຶອບິນ ) ຂັດຂ້ອງ ຫຼື ເກີດອຸບັດຕິເຫດກໍ່ຕ້ອງຫາກ່ອງດຳໃຫ້ພົບ ເພາະກ່ອງດຳປຽບເປັນກະແຈສຳຄັນ ທີ່ໄຂປິດສະໜາກັບເຫດການທີ່ເກີດຂື້ນ.

ຂຽນເມື່ອ ຂຽນເມື່ອ: ມ.ສ.. 2, 2015 | ມີ 2 ຄຳເຫັນ ແລະ 0 trackback(s)

ນ້ຳ​ແຮ່ ​ແມ່​ນນ້ຳບາ​ດານ ທີ່​ໄດ້​ມາ​ຈາກ​ແຫລ່ງ ທຳ​ມະ​ຊາດ ​ເຊັ່ນ:​ ນ້ຳພຸ ທຳ​ມະຊາດ, ນ້ຳພຸ​ຮ້ອນ… ​ເຊິ່ງ​ໃນ​ນ້ຳ​ດັ່ງ​ກ່າວ ຈະ​ປະກອບ​ມີ​ແຮ່​ທາດ​ປົນ​ຢູ່​ນຳ​ໂດຍ​ທຳມະ​ຊາດ. ​ໂດຍ​ທົ່ວ​ໄປ ນ້ຳ​ແຮ່ ຈະ​ມີ ​ແຮ່​ທາດ ທຳ​ມະ​ຊາດ 5 ຊະນິດ​ຄື:

  • ​ແຄລຊ່ຽມ.
  • ​ໂຊດຽມ.
  • ​ແມັກ​ນີຊ່ຽມ.
  • ​ໂຟທັດ​ຊ່ຽມ.
  • ກຳ​ມະ​ທັນ.

ນອກຈາກ​ນີ້ ນ້ຳ​ແຮ່​ໃນ​ແຕ່ລະ​ພື້ນ​ທີ່ ຈະ​ມີຣົດຊາດ​ທີ່​ແຕກ​ຕ່າງ​ກັນ ຍ້ອນ​ວ່າ​ໃນ​ບໍລິ​ເວນທີ່​ມີ​ນ້ຳ​ແຮ່​ນັ້ນ ຈະ​ມີ​ປະລິ​ມານ​​ແຮ່​ທາດ ນ້ອຍຫລາຍ ຕ່າງ​ກັນ ​, ຖ້າ​ຫາກ​ນ້ຳ​ແຮ່​ມີ​ຣົດ​ເຄັມ ກໍ​ເພາະວ່າ ມີ​ໂຊດຽມ​ຫລາຍ​ກ່ວາ​ທາດ​ອື່ນ.