ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 3, 2023 | ມີ 2 ຄຳເຫັນ ແລະ 0 trackback(s)
  1. ຂີ້ໝິ້ນ: ມີການສຶກສາໃນຄີນິກທີມີຜູ້ເປັນໂຣກຊືມເສົ້າ ຊຶ່ງໄດ້ມີການໃຊ້ສານສະກັດຈາກຂີ້ໝິ້ນ 500 ມກ ຫຼັງຮັບປະທານອາຫານເຊົ້າ ແລະ ແລງ, ຢາຕ້ານໂຣກຊືມເສົ້າ (Fluoxetine 20 mg) ເປັນເວລາ 6 ອາທິດ ສໍາລັບເປີເຊັນໃນການຕອບສະໜອງຜົນການການຮັກສາຂອງຜູ້ປ່ວຍ ຢາຕ້ານຊືມເສົ້າ 64.7% ສານສະກັດຂີ້ໝິ້ນ 62.5% ແລະ ເມື່ອໃຊ້ຮ່ວມກັນທັງຢາຕ້ານຊືມເສົ້າ ແລະ ສານສະກັດຂີ້ໝິ້ນ ຈະໃຫ້ຜົນຕອບສະໜອງ 77.8% 
  2. ຜັກໜອກ: ມີການໃຊ້ຜັກໜອກມາເຮັດເປັນຢາມາແຕ່ສະໄໝບູຮານ ຊຶ່ງຜັກໜອກສາມາດຊ່ວຍບັນເທົາອາການໂຣກວິຕົກກັງວົນ ຈາກການສຶກສາໃຊ້ສານສະກັດຜັກໜອກ 500 ມກ ມື້້້້ລະ 2 ເທື່ອຫຼັງອາຫານ ໃນຜູ້ປ່ວຍທີ່ໄດ້ຮັບການວິນິໄສວ່າເປັນໂຣກວິຕົກກັງວົນ ອາຍຸຕັ້ງແຕ່ 18 ປີຂຶ້ນໄປ ຈໍານວນ 33 ຄົນພົບວ່າ ເລີ່ມເຫັນຜົນການຮັກສາທີ່ 1 ເດືອນ ແລະ ເຫັນຜົນຊັດເຈນຂຶ້ນທີ່ 2 ເດືອນ.
  3. ນໍ້າມັນຈາກລໍາຕົ້ນຂອງເຂົ້າ ແລະ ໜໍ່ເຂົ້າ: ນໍ້າມັນຈາກລໍາຕົ້ນຂອງເຂົ້າ ແລະ ໜໍ່ເຂົ້າ ມີສານສໍາຄັນທີ່ຊ່ວຍເຮັດໃຫ້ນອນຫຼັບໄດ້ງ່າຍ ດ້ວຍສານ GABA (Gamma-aminobutyric acid) ເປັນສານສື່ປະສາດ ພົບຢູ່ໃນລະບົບປະສາດສ່ວນກາງຄືສະໝອງ ແລະ ໄຂສັນຫຼັງ ມີປະສິດທິພາບທີ່ຊ່ວຍໃຫ້ຮ່າງກາຍຜ່ອນຄາຍ ບໍ່ມີຄວາມກັງວົນ ແລະ ເຮັດໃຫ້ຫຼັບສະບາຍ ຊຶ່ງຢານອນຫຼັບສ່ວນໃຫຍ່ທີ່ໃຊ້ໃນປັດຈຸບັນກໍອອກລິດໂດຍການຈັບຕົວຮັບ GABA ແລະ ສານ N-Acetylserotonin ເປັນສານທີ່ພົບເຫັນຕາມທໍາມະຊາດຂອງນໍ້າມັນລໍາຕົ້ນເຂົ້າ ເປັນສານຕັ້ງຕົ້ນໃນການສ້າງສານເມລາໂທນິນ (melatonin) ຊຶ່ງມີໜ້າທີ່ໃນການຄວບຄຸມວົງຈອນການນອນຫຼັບຂອງຄົນ ມີສ່ວນຊ່ວຍໃນການຄາຍຄວາມຄຽດ, ຄວາມກັງວົນ, ຕ້ານການຊືມເສົ້າ, ຕ້ານອະນຸມົນອິດສະຫຼະ ປົກປ້ອງສະໝອງ ແລະ ປົກປ້ອງເຊວຮັບແສງຈາກຈໍປະສາດຕາອີກດ້ວຍ.
  4. ໝາກອຶ: ມີການສຶກສາພົບວ່າ ໝາກອຶຊ່ວຍບັນເທົາອາການຊຶມເສົ້າໄດ້ ໂດຍສັງເກດພຶດຕິກໍາຂອງໜູທີ່ຖືກບັງຄັບໃຫ້ລອຍນໍ້າ ເຮັດໃຫ້ໜູທົດລອງເກີດພາວະຊືມເສົ້າ ຊຶ່ງໜູຈະມີພຶດຕິກໍາຢຸດເໜັງຕີງ (ບໍ່ລອຍນໍ້າ) ຄ້າຍວ່າຢາກຕາຍ ແຕ່ການໃຫ້ໝາກອຶ ແລະ ສານເບຕ້າແຄໂຣທິນ ມີຜົນທີ່ເຮັດໃຫ້ໄລະຍະເວລາການຢຸດເໜັງຕີງຫຼຸດລົງ ແລະ ຍັງມີຜົນເພີ່ມລະດັບເຊໂຣໂທນິນ ແລະ ນໍອິນິພິເນຟຮິນ ເປັນສານສື່ປະສາດໃນສະໝອງ (norepinephrine: NE) ຊຶ່ງຈະຫຼຸດລົງເນື່ອງຈາກພາວະຊຶມເສົ້າກັບມາສູ່ລະດັບປົກກະຕິ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 3, 2023 | ມີ 0 ຄຳເຫັນ ແລະ 0 trackback(s)

ໃນຫົວຂໍ້ “ຂັ້ນຕອນການແກ້ໄຂຂໍ້ຂັດແຍ້ງກ່ຽວກັບທີ່ດິນ” ແມ່ນມີເນື້ອໃນສື່ເຖິງຂະບວນການ ແລະ ຂັ້ນຕອນຂອງການແກ້ໄຂຂໍ້ຂັດແຍ່ງກ່ຽວກັບທີ່ດິນ ແຕ່ລະຮູບແບບ ພ້ອມທັງບົ່ງບອກໃຫ້ເຫັນເຖິງຄວາມຊັດເຈນວ່າບັນຫາ ຫຼື ຂໍ້ຂັດແຍ່ງແບບໃດຈະແກ້ໄຂໃນຮູບແບບໃດ, ເລີ່ມຕົ້ນຈາກໃສ ແລະ ສີ້ນສຸດລົງຕອນໃດ, ໃຜແດ່ທີ່ມີສ່ວນກ່ຽວຂ້ອງ; ບັນຫາ ແລະ ຂໍ້ຂັດແຍ່ງທີ່ຈະຖືກນຳມາພິຈາລະນາແກ້ໄຂຈະຕ້ອງເລີ່ມຕົ້ນຈາກໃສ, ໂດຍມີການແບ່ງເປັນຂັ້ນຕອນທີ່ຊັດເຈນຂອງແຕ່ລະຊ່ອງໂດຍມີລາຍລະອຽດທີ່ແຕກຕ່າງກັນ.

ກ່ອນທີ່ຈະຮູ້ກ່ຽວກັບຂະບວນການແກ້ໄຂບັນຫາ ຫຼື ຂໍ້ຂັດແຍ່ງ ຈະຕ້ອງກຳໄດ້ລັກສະນະຂອງບັນຫາ ຫຼື ຂໍ້ຂັດແຍ່ງກ່ອນເຊັ່ນ:

  • ການແກ້ໄຂບັນຫາ ທາງດ້ານບໍລິຫານກ່ຽວກັບທີ່ດິນແມ່ນ ການແກ້ໄຂບັນຫາກ່ຽວກັບການນໍາໃຊ້ທີ່ດິນໂດຍບໍ່ໄດ້ຮັບອະນຸຍາດ, ບໍ່ຖືກຕ້ອງຕາມເປົ້າໝາຍ, ບໍ່ນໍາໃຊ້ທີ່ດິນຕາມກໍານົດເວລາພາຍຫຼັງທີ່ໄດ້ຮັບມອບ, ບໍ່ເສຍອາກອນ, ຄ່າທໍານຽມການນໍາໃຊ້ທີ່ດິນ ເຂດແດນ ແລະ ບັນຫາທີ່ດິນອື່ນ
  • ສ່ວນບັນດາຂໍ້ຂັດແຍ່ງດ້ານທີ່ດິນທີ່ຈະນຳມາແກ້ໄຂທາງແພ່ງປະກອບມີຄື: ສາຍພົວພັນທີ່ມີລັກສະນະຊັບສົມບັດ, ການແບ່ງປັນມູນມໍລະດົກ ແລະ ສິນສົມສ້າງ, ສັນຍາທາງແພ່ງ, ການຊື້-ສິດນຳໃຊ້ ຫຼື ການໂອນສິດນຳໃຊ້ທີ່ດິນ ແລະ ອື່ນໆ.