ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 15, 2017 | ມີ 2 ຄຳເຫັນ ແລະ 0 trackback(s)
ມະເຮັງຕັບອ່ອນ Pancreatic Cancer
ແມ່ນເນື້ອງອກຮ້າຍ ຫຼື ມະເຮັງເຊິ່ງເກີດຂື້ນຈາກເຊວຂອງຕັບອ່ອນ, ຜູ້ທີ່ເປັນພະຍາດມະເຮັງຕັບອ່ອນ ສ່ວນຫຼາຍຈະມາພົບທ່ານໝໍ ກໍເມື່ອກ້ອນເນືອມະເຮັງມີຂະໜາດໃຫຍ່ແລ້ວ. ເນື່ອງຈາກອາການໃນໄລຍະທຳອິດຈະບໍ່ມີອາການໃດໆສະແດງອອກມາ ຈົນກວ່າຈະເປັນຂັ້ນຮຸນແຮງຈື່ງຈະມີອາການສແດງອອກມາ ເຊັ່ນ : ເຈັບທ້ອງ ຫຼື ເຈັບຫຼັງຊຳເຮຶ້ອ, ເບື່ອອາຫານ, ນ້ຳໜັກຫຼຸດລົງ, ຕົວເຫຼືອງ, ຕາເຫຼືອງ...
ໝາຍເຫດ: ຕັບອ່ອນ Pancreas ເປັນອະໄວຍະວະທີ່ຢູ່ໃນຊ່ວງທ້ອງ ຢູ່ກ້ອງທໍ່ຕໍ່ຂອງກະເພາະອາຫານ ( ຢູ່ລະຫວ່າງ ກະເພາະອາຫານ ແລະ ກະດູກສັນຫຼັງ ), ຕັບອ່ອນແມ່ນຈັດເປັນອະໄວຍະວະທາງເດີນອາຫານຄືກັນກັບຕັບ ( ແຕ່ຕັບອ່ອນບໍ່ແມ່ນສ່ວນໜື່ງຂອງຕັບ, ເປັນຄົນລະອະໄວຍະວະກັນ ແລະ ບໍໄດ້ມີຄວາມກ່ຽວຂ້ອງກັນ ). ຕັບອ່ອນມີລັກສະນະ ແລະຂະໜາດຄນໝາກກ້ວຍ ມີຄວາມຍາວປະມານ 6 cm, ມີເຊວ 2 ເຊວຄື :
  • ເຊວຈາກຕ່ອມມີທໍ່ Exocrine Gland  ທີ່ມີໜ້າທີ່ໃນການສ້າງງນ້ຳຍ່ອຍອາຫານ ເຊີ່ງຈະຊ່ວຍຍ່ອຍອາຫານໃນລຳໃສ້ນ້ອຍ
  • ເຊວຈາກຕ່ອມບໍ່ມີທໍ່ Endocrine Gland ທີ່ມີໜ້າທີ່ສ້າງ ຮໍໂມນ ຫຼາຍຊະນິດ ເຊັນ : ຮໍໂມນອິນຊູລິນ Insulin ທີ່ມີໜ້າທີ່ສ້າງນ້ຳຕານໃນເລືອດ ເຊີ່ງມີຄວາມສຳພັນກັບການເກີດພະຍາດເບົາຫວານ.
ຊະນິດຂອງມະເຮັງຕັບອ່ອນ
  • Neuroendocrine Tumor ແມ່ນເກີດຈາກເຊວຕ່ອມບໍ່ມີທໍ່ ເປັນຊະຮິດທີ່ພົບເຫັນໄດ້ໜ້ອຍ ( Stave Jobs ກໍເສຍຊີວິດຈາກມະເຮັງຊະນິດນີ້ ) ສ່ວຍຫຼາຍຈະມີຄວາມຮຸນແຮງຄ້ອນຂ້າງຕ່ຳ ແລະ ມີໄລຍະເວລາທີ່ດົນ
  • Adenocarcinoma ແມ່ນເກີດຈາກຕ່ອມທີ່ມີທໍ່ ມີຄວາມຮຸນແຮງສູງ ແລະ ມັກພົບເຫັນຜູ້ທີ່ເປັນພະຍາດນີ້ເຖີງ 90-95% ຂອງຜູ້ເປັນພະຍາດມະເຮັງຕັບອ່ອນ

 

Delicious Digg Fark Twitter