ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 14, 2012 | ມີ 20 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 ວາເລນທາຍໃກ້ເຂົ້າມາ......ເຈົ້າກຳລັງຄິດຮອດໃຜ ຖ້າເວົ້າຄຳວ່າ"ຮັກ" ເຈົ້າຄິດວ່າເຈົ້າ "ຮັກ" ໃຜ ວາເລນທາຍນີ້ພິເສດແນ່ໜ້ອຍໜຶ່ງ ເພາະສິ່ງທີ່ເຈົ້າອ່ານຢູ່ ອາດເຮັດໃຫ້ເຈົ້າຄິດຫຍັງໄດ້ຫຼາຍກວ່າຄຳວ່າ  "ຮັກ" ແລະ ອາດປ່ຽນເຈົ້າໃຫ້ເປັນຄົນໃໝ່ຂື້ນມາ

ຄົນທຳອິດທີ່ເຈົ້າຄິດຮອດ...ແມ່ນໃຜ ບໍ່ສຳຄັນ ແຕ່ຫຼັງຈາກທີ່ອ່ານບົດຄວາມນີ້ຈົບໃຫ້ຄິດໃໝ່ອີກຄັ້ງ

ຄົນທຳອິດ......ຄົນໃນຄອບຄົວ

ຮົາບໍ່ຢາກຈຳກັດຄວາມແຕ່ຄຳວ່າ "ແມ່" ແຕ່ຄອບຄົວແມ່ນສ່ວນທີ່ສຳຄັນໜຶ່ງໃນຊິວິດເຈົ້າ ບໍ່ວ່າທີ່ຜ່ານມາເຈົ້າຈະຮູ້ສຶກແນວໃດກັບຄອບຄົວເຈົ້າ ຕໍ່ໄປນີ້ໃຫ້ເຈົ້າຄິດວ່າ ບໍ່ວ່າຫຍັງຈະເກີດຂື້ນຄົນໃນຄອບຄົວຈະຮັກ ແລະ ຫວ່ງໃຍເຈົ້າສະເໝີ ຄົນໃນຄອບຄົວຈະຮັກເຮົາໂດຍບໍ່ມີເງື່ອນໄຂ ຫຼື ອາດຈະມີເງື່ອນໄຂດຽວແມ່ນ "ໃຫ້ເຮົາດູແລຕົວເອງໃຫ້ດີ" ສິ່ງທີ່ເຈົ້າຈະສາມາດຕອບແທນຄອບຄົວໄດ້ ເລີ່ມຈາກ ວາເລນທາຍນີ້ ມອບສິ່ງດີໆໃຫ້ຄອບຄົວ ບໍ່ວ່າຈະເປັນດ້ວຍຄຳເວົ້າ ການກະທຳ ຫຼື ການໃຫ້ສິ່ງຂອງແທນຄຳວ່າ "ຮັກ"

ຄົນທີ່ສອງ......ຕົວເຈົ້າເອງ

ມີຄົນເວົ້າວ່າ ຫາກເຈົ້າບໍ່ຮູ້ຮັກໂຕເອງ....ເຈົ້າກໍບໍ່ສາມາດຮັກຄົນອື່ນໄດ້ຢ່າງທີ່ຄວນເປັນ ການທີ່ເຈົ້າຮູ້ຈັກຮັກໂຕເອງ ເຮັດໃຫ້ເຈົ້າຮູ້ຈັກ, ເຂົ້າໃຈໂຕເອງ ແລະ ເຮັດໃຫ້ເຈົ້າມີຄວາມສຸກກັບສິ່ງທີ່ເຈົ້າເຮັດ ແຕ່ຫາກວ່າຕອນນີ້ເຈົ້າຄິດວ່າ ການຮັກຄົນອື່ນໆທີ່ນອກເໜືອຈາກຄົນໃນຄອບຄົວ ຫຼາຍກວ່າໂຕເຈົ້າເອງ ຈົ່ງຄິດໃໝ່ ຈົ່ງຮັກໂຕເອງຫຼາຍກວ່າຄົນອື່ນໂດຍທີ່ບໍ່ເຫັນແກ່ໂຕ ການຮັກໂຕເອງ ແມ່ນການເຮັດສິ່ງດີໆໃຫ້ແກ່ໂຕເອງ ຊື່ນຊົມໂຕເອງ ບົນພື້ນຖານຄວາມເປັນຈິງ

ຄົນສຸດທ້າຍ....ຜູ້ມີພະຄຸນ

ອາດບໍ່ແມ່ນຄົນໃນຄອບຄົວ ແຕາໃຜກໍຕາມທີ່ເຮັດເຈົ້າມາຈົນຮອດທຸກມື້ນີ້ ຈົ່ງລະນຶກໄວ້ວ່າ ເຈົ້າໄດ້ຮັບສິ່ງດີໆເຫຼົ່ານີ້ມາເພື່ອເຮັດສິ່ງດີໆຕໍ່ໆໄປ ອາດແມ່ນ ຄູບາອາຈານ ໝູ່ເພື່ອນ ໃຜກໍຕາມທີ່ເຮັດໃຫ້ເຈົ້າມີຄວາມສູກ ເຈົ້າຄວນຕອບແທນພວກເຂົາ ບໍ່ແມ່ນແຕ່ທົດແທນບຸນຄຸນ ແຕ່ເປັນການສະແດງນ້ຳໃຈ ຂອງໂຕເອງທີ່ມີຕໍ່ຜູ້ອື່ນ ແລະ ຈະເຮັດໃຫ້ເຈົ້າມີຄວາມສຸກເພີ່ມຂື້ນ

ບໍ່ຕ້ອງສົງໃສວ່າເປັນຫຍັງຈຶ່ງບໍ່ເວົ້າເຖິງ "ແຟນຫຼືຄົນຮັກ" ເພາະຄົນໆນັ້ນອາດຈະສຸກກັບເຮົາ ແຕ່ຈະທຸກກັນເຮົາ ຫຼື ບໍ່ ນັ້ນ ບໍ່ສາມາດຄາດການຫຍັງໄດ້ເລີຍ ແລະຄົນໆນັ້ນຈະທຸກກັບເຮົາດົນປານໃດ ແຕ່ຖ້າຫາກວ່າຍາມເຮົາທຸກ ຄົນໆນັ້ນກໍຍັງຢູ່ຄຽງຂ້າງເຮົາ ຄົນນັ້ນກໍຈະຢູ່ໃນຂໍ້ "ຜູ້ພະຄຸນ"

ວາເລນທາຍບໍ່ແມ່ນວັດທະນະທຳຂອງເຮົາ ແຕ່ຖ້າເຮົານຳມາປັບໃຊ້ ເຮົາກໍຈະໄດ້ປະໂຫຍດຈາກວັນນີ້ ແລະ ເມື່ອເຈົ້າອ່ານມາຮອດນີ້ ຄົນທຳອິດທີ່ເຈົ້າຄິດຮອດແມ່ນໃຜ?

Delicious Digg Fark Twitter