ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 16, 2010 | ມີ 17 ຄຳເຫັນ ແລະ 0 trackback(s)

.....................................................................................................

.....................................................................................................

ບາງສຸພາສິດທີ່ຄວນຈະຖອດຖອນບົດຮຽນ  

  1. ຜູ້ທີ່ມີສີ່ ຈ່າຍຫ້າ   ບໍ່ຈຳເປັນຈະຕ້ອງມີກະເປົາເງິນ
  2. ການກຽດຊັງຄົນ  ຄືກັບຈູດເຮືອນໄລ່ຫນູ
  3. ການກະທຳ ເຖິງມີພຽງເລັກນ້ອຍ ຍັງດີກ່ວາຄວາມຕັ້ງໃຈທີ່ຍິ່ງໃຫຍ່ທີ່ສຸດ  ແຕ່ບໍ່ໄດ້ເຮັດຫັຍງ
  4. ຢ່າຢ້ານທີ່ຈະຖາມຄຳຖາມອັນໂງ່ຈ້າ  ເພາະມັນແກ້ໄຂໄດ້ງ່າຍກວ່າຄວາມຜິດອັນໂງ່ຈ້າ
  5. ຈົ່ງປູກຝັງຄຸນສົມບັດ ທີ່ທ່ານຍົກຍ້ອງໃນຕົວຂອງຜູ້ອື່ນ ລົງໃສ່ໃນຕົວຂອງທ່ານເອງ.
  6. ການຈະປະສົບຄວາມສຳເລັດໄດ້ ເຮົາຕ້ອງເປັນຄົນສະຫລາດແຕ່ທຳຕົວເປັນຄົນໂງ່
  7. ຜູ້ທີ່ມັກຫລິ້ນກັບແມວ ຈະຕ້ອງທຳໃຈໄວ້ລ່ວງຫນ້າເລີຍວ່າ  ໃນມື້ໃດມື້ນຶ່ງຈະຖືກມັນຂູດ
  8. ສຸຂະພາບຄືຊັບສົມບັດອັນລ້ຳຄ່າ  
  9. ສຳລັບຄົນໂງ່ແລ້ວ   ໄວຊະຣາປຽບເຫມືອນລະດູຫນາວ,  ສ່ວນຄົນສະຫລາດມັນຄືລະດູເກັບກ່ຽວ
  10. ການແລ່ນໄວ  ຈະມີປະໂຫຍດອັນໃດຖ້າແລ່ນໄປຜິດທາງ  
  11. ການຄິດແກ້ແຄ້ນຄືກັບເອົາຢາພິດມາທາໃສ່ຕົວຂອງເອງ

( ນີ້ຄືບາງສ່ວນຂອງຄຳເວົ້າ ທີ່ຂັດເອົາມາຈາກປຶ້ມ ສຸດຍອດຄະຕິເຕືອນໃຈ  ໂດຍ:  ທ່ານ ສີສະເຫວີຍ ຈັນທະວີສັກ )

 

Delicious Digg Fark Twitter