ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 16, 2009 | ມີ 17 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

     ແຕ່​ກີ້​ແຕ່​ກ່ອນ ມີ​ເກາະ​ແຫ່ງ​ໜຶ່ງ ທີ່​ບັນດາ​ຄວາມ​ຮູ້ສຶກ​ທັງຫຼາຍ​ອາ​ໄສ​ຢູ່, ບໍ່​ວ່າ​ຈະ​ເປັນ: ຄວາມສຸກ, ຄວາມ​ເສົ້າ, ຄວາມ​ຮູ້ ​ແລະ ອື່ນໆ​ອີກ ​ເຊິ່ງລວມທັງ​ຄວາມ​ຮັກ. ມີ​ມື້ໜຶ່ງ ​ໄດ້​ມີ​ການ​ປະກາດ​ອອກ​ມາວ່າ ​ເກາະ​ກຳລັງ​ຈະຈົມ. ​ເມື່ອ​ໄດ້​ຍິນ​ດັ່ງ​ນັ້ນ​ແລ້ວ, ທຸກ​ຄວາມ​ຮູ້ສຶກ​ກໍ່​ໄດ້​ພາ​ກັນ​ອອກ​ຈາກ​ເກາະ​. ຍົກ​ເວັ້ນ ຄວາມ​ຮັກ.

ຍັງ​ມີ​ແຕ່​ຄວາມ​ຮັກ​ເທົ່າ​ນັ້ນ​ທີ່​ຍັງ​ຢູ່​ໃນ​ເກາະ ​ແລະ ຕ້ອງການ​ຈະ​ຢູ່​ຕໍ່​ເຖິງ​ວິນາທີ​ສຸດ​ທ້າຍ. ​ແຕ່​ເມື່ອ​ຮອດ​ເວລາທີ່​ເກາະ​ໃກ້​ຈະ​
ຈົມ​ເກືອບ​ໝົດ​ນັ້ນ​ເອງ ຄວາມ​ຮັກ ກໍ່​ໄດ້​ຕັດສິນ​ໃຈຮ້ອງ​ຂໍ​ຄວາ​ມຊ່ວຍ​ເຫຼືອ.

ໃນ​ຂະນະ​ນັ້ນ ຄວາມ​ຮັ່ງມີ​ກໍ່​ກາຍ​ມາ ພ້ອມ​ດ້ວຍ​​ເຮືອກຳ​ປັ່ນທີ່​ໃຫຍ່​ໂຕ. ​ດັ່ງ​ນັ້ນ, ຄວາມຮັກກໍ່​ຖາມ​ຂຶ້ນ​ວ່າ: "ຄວາມ​ຮັ່ງມີ, ​ເຈົ້າ​
ສາມາດ​ເອົາ​ຂ້ອຍ​ໄປ​ນຳ​ໄດ້​ບໍ?" ຄວາມ​ຮັ່ງມີ​ຕອບ​ວ່າ "ບໍ່, ບໍ່​ໄດ້. ​ໃນ​ເຮືອ​ຂອງ​ຂ້ອຍ​ເຕັມ​ໄປ​ດ້ວຍ​ເງິນ ​ແລະ ຄຳ. ມັນ​ບໍ່​ມີ​ທີ່​ວ່າງ​ສຳລັບ​ເຈົ້າ".

ຈາກ​ນັ້ນ ຄວາມ​ຮັກ​ກໍ່​ຖາມ​ຄວາມ​ສວຍ​ງາມ ທີ່​ຜ່ານ​ມາ​ພ້ອມ​ເຮືອ​ທີ່​ສວຍ​ສົດງົດ​ງາມ. "ກະລຸນາ​ຊ່ວຍ​ຂ້ອຍ​ແນ່, ຄວາມ​ສວຍ​
ງາມ". "ຂ້ອຍ​ຊ່ວຍ​ເຈົ້າ​ບໍ່​ໄດ້. ​ເຈົ້າ​ປຽກ​ແລະ​ເປີ້​ອນ​ເກີນ​ໄປ, ​ເຈົ້າ​ອາດ​ຈະ​ເຮັດ​ໃຫ້​ເຮືອ​ຂອງ​ຂ້ອຍ​ເສຍ​ຫາຍ". ຄວາ​ມສວຍ​ງາມ​ຕອບ​.

ຄວາມ​ເສົ້າ​ກໍ່​ຜ່ານ​ມາ​ໃກ້​ໆ​ເກາະ. ຄວາມ​ຮັກ​ກໍ່​ຮ້ອງ​ຂຶ້ນ​ວ່າ "ຄວາມ​ເສົ້າ, ​ເອົາ​ຂ້ອຍ​ໄປ​ນຳ". ​"ໂອ້…..ຄວາມ​ຮັກ, ຕອນ​ນີ້​ຂ້ອຍ​ກຳ​ລັງ​
ເສຍ​ໃຈ ຂ້ອຍ​ຕ້ອງການ​ຢູ່​ຄົນ​ດຽວ"
 
ຄວາມສຸກ​ກໍ່​ຜ່ານ​ມາ​ເຊັ່ນ​ດຽວ​ກັນ, ​ແຕ່​ວ່າຄວາມ​ສຸກ​ ກຳລັງ​ມ່ວນ​ຊື່່ນແລະ​ເພີດ​ເພີນ ຈຶ່ງ​ບໍ່​ໄດ້​ຍິນ​ສຽງ​ຮ້ອງ​ຂອງ​ຄວາມ​ຮັກ.
 
ທັນ​ໃດນັ້ນ, ກໍ່​ມີ​ສຽງ​ໜຶ່ງ​ຮ້ອງ "ມາ​ພີ້​ຄວາມ​ຮັກ, ຂ້ອຍ​ຈະ​ເອົາ​ເຈົ້າ​ໄປ​ນຳ" ມັນ​ເປັນ​ສຽງ​ຂອງ​ຜູ້​ອາວຸ​ໂສ. ຍ້ອນ​ດີ​ໃຈ​ຫຼາຍ, ຄວາມ​ຮັກ​ກໍ່​​ເລີຍລືມ​ຖາມ ​ຜູ້​ອາວຸ​ໂສ​ຜູ້​ນັ້ນ​ວ່າ ລາວ​ຈະ​ໄປ​ໃສ​. ​

ເມື່ອ​ມາ​ຮອດ​ຝັ່ງ, ຜູ້​ອາວຸ​ໂສ​ຜູ້​ນັ້ນ​ກໍ່​ເດີນທາງ ​ໄປ​ຕາມ​ທາງ​ຂອງ​ລາວ. ​ແລະ​ຄວາມ​ຮັກ​ກໍ່​ສຳນຶກ​ໄດ້ ວ່າ​ໂຕ​ເອງ​ເປັນ​ໜີ້​ບຸນຄຸນ​ອາວຸ​ໂສ​ຜູ້​ນັ້ນຫຼາຍ​ປານ​ໃດ໋, ກໍ່​ເລີ​ຍຖາມຄວາມ​ຮູ້ ຜູ້​ອາວຸ​ໂສ​ອີກ​ຜູ້​ໜຶ່ງ​ວ່າ

​"ແມ່ນ​ໃຜ​ທີ່​ຊ່ວຍ​ຂ້ອຍ?", ​

"ເວລາ"ຄວາ​ມຮູ້​ຕອບ.

​"ເວລາ ​! ແຕ່​ເປັນ​ຫຍັງ​ລາວ​ຈຶ່ງ​ຊ່ວຍ​ຂ້ອຍ?".

ຄວາມ​ຮູ້​ຍິ້ມ​ດ້ວຍສະຕິ​ປັນຍາ​ອັນ​ຫຼັກ​ແຫຼມ ​ແລະ​ຕອບ​ວ່າ, "​ເພາະວ່າ​ມີ​ແຕ່​ເວລາ​ເທົ່າ​ນັ້ນ ທີ່​ສາມາດ​ຮູ້ ​ແລະ ​ເຂົ້າ​ໃຈ​ວ່າ ຄວາມ​ຮັກ ມີ​ຄ່າ​ຫຼາຍ​ປານ​ໃດ໋."

Delicious Digg Fark Twitter
ອ່ານຄືນຫຼັງ
ໝວດໝູ່