ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 6, 2010 | ມີ 20 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

1.ບໍ່ກິນອາຫານເຊົ້າ:ຫຼາຍຄົນຄິດວ່າ ການອົດອາຫານເຊົ້າແລ້ວຂະເຮັດໃຫ້ລະດັບນ້ຳຕານໃນເລືອດຕ່ຳ,ແຕ່ນັ້ນ ເປັນສາເຫດທີ່ເຮັດໃຫ້ສານອາຫານທີ່ໄປລ້ຽງສະໝອງບໍ່ພຽງພໍ ແລະ ຈະເຮັດໃຫ້ສະໝອງເຊື່ອມ.

2.ກິນອາຫານຫຼາຍເກີນໄປ:ການກິນຫຼາຍເກີນໄປ ຈະເຮັດໃຫ້ຫຼອດເລືອດແດງໃນສະໝອງແຂງໂຕ,ເປັນສາເຫດໃຫ້ມີຄວາມຈຳສັ້ນ.

3.ສູບຢາ:ເປັນສາເຫດເຮັດໃຫ້ເປັນໂຣກສະໝອງຄິດຫຍັງເຝືດເຄືອງເປັນສາເຫດຂອງໂຣກອານໄຊເມີ ຫຼື ໂຣກຄວາມຈຳເຊື່ມມັກຫຼົງມັກລືມນັ້ນເອງ (alzeimers).

4.ກິນຂອງຫວານຫຼາຍເກີນໄປ:ການກິນຂອງຫວານຫຼາຍຈະໄປຂັດຂວາງການດູດຊືມໂປຣຕີນ (protein) ແລະ ສານອາຫານທີ່ເປັນປະໂຫຍດ ຊື່ງເປັນສາເຫດພາໃຫ້ຂາດສານອາຫານ ແລະ ເປັນການຂັດຂວາງການພັດທະນາຂອງສະໝອງ.

5.ມົນລະພິດ:ສະໝອງເປັນພາກສ່ວນທີ່ໃຊ້ພະລັງງານຫຼາຍທີ່ສຸດໃນຮ່າງກາຍ. ສະນັ້ນ ກາຍສູບເອົາອາກາດທີ່ເປັນຜິດຈະເຮັດໃຫ້ອົກຊີເຈນ (oxygen) ໃນສະໝອງມີໜ້ອຍ ຊື່ງສົ່ງຜົນໃຫ້ປະສິດຕິພາບຂອງສະໝອງຫຼຸດລົງ.

6.ການນອນ:ການນອນຫຼັບຈະເຮັດໃຫ້ສະໝອງພັກຜ່ອນ.ການອົດນອນເປັນເວລາດົນນານ ຈະເຮັດໃຫ້ສະໝອງຕາຍໄດ້.

7.ນອນເອົາຜ້າຮົ່ມປົກຫົວ:ຈະເປັນການເພີ່ມຄາບອນໄດອ໋ອກໄຊ (cabon dioxide) ໃຫ້ເພີ່ມຂື້ນ ແລະ ຫຼຸດອອກຊີເຈນລົງ ຊື່ງສົ່ງຜົນຕໍ່ໄປສິດຕິພາບການເຮັດວຽກຂອງສະໝອງ.

8.ໃຊ້ສະໝອງໃນຂະນະທີ່ບໍ່ສະບາຍ:ການເຮັດວຽກ ຫຼື ການຮຽນໃນຂະນະທີ່ກຳລັງປ່ວຍຢູ່ນັ້ນ ຈະເຮັດໃຫ້ປະສິດຕິພາບການເຮັດວຽກຂອງສະໝອງຫຼຸດລົງ ຊື່ງຄ້າຍຄືກັບການທຳລາຍສະໝອງໄປໃນໂຕ.

9.ຂາດການໃຂ້ຄວາມຄິດ:ການຄິດເປັນການຝືກສະໝອງທີ່ດີທີ່ສຸດ.ການຂາດການໃຊ້ຄວາມຄິດຈະເຮັດໃຫ້ສະໝອງຕັນ(ຄິດອອກຍາກ).

10.ເປັນຄົນຂ້ອນຂ້າງບໍ່ເວົ້າ:ຄົນບໍ່ມັກເວົ້າມັກປາກກໍເປັນຄົນທຳລາຍສະໝອງຂອງຕົນເອງ.

ທັກສະໃນການເວົ້າຈະເປັນໂຕສະແດງເຖິງປະສິດຕິພາບຂອງສະໝອງ.

ອັບເດດ

ສະບັບທີ່8,2010ຂອງປີທີ່9

Delicious Digg Fark Twitter